ຂປລ
ຂປລ. ວັນທີ 20 ພຶດສະພາ 2025, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ (ນວ) ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ນາງ ມາຕິນ ເທີເລີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳລາວ, ພ້ອມຄະນະ ເພື່ອປຶກສາຫາລື ແລະ ແລກປ່ຽນບາງບັນຫາທີ່ສຳ ຄັນ ໃນການພັດທະນາຕົວເມືອງ ນະຄອນຫລວງວຽງຈັນ.

ຂປລ. ວັນທີ 20 ພຶດສະພາ 2025, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ (ນວ) ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ນາງ ມາຕິນ ເທີເລີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳລາວ, ພ້ອມຄະນະ ເພື່ອປຶກສາຫາລື ແລະ ແລກປ່ຽນບາງບັນຫາທີ່ສຳ ຄັນ ໃນການພັດທະນາຕົວເມືອງ ນະຄອນຫລວງວຽງຈັນ.
ໂອກາດນີ້, ທ່ານ ພູວົງ ວົງຄຳຊາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳລາວ ພ້ອມດ້ວຍຄະນະການພົບປະຄັ້ງນີ້, ຈະເປັນໂອກາດທີ່ສ້າງເງື່ອນໄຂ ອັນດີ ໃຫ້ແກ່ສອງຝ່າຍໄດ້ພົບປະປຶກສາຫາລື ວຽກງານການພັດທະນາ ຕົວເມືອງວຽງຈັນ ເພື່ອສົ່ງເສີມການພັດທະນາ ຊັບພະຍາກອນມະນຸດ ຂອງພະນັກງານ-ລັດຖະກອນ ໃນຂົງເຂດວຽກງານການຫລຸດຜ່ອນຄວາມສ່ຽງຕໍ່ການເກີດໄພພິບັດ, ການບໍລິຫານຈັດການນໍ້າ, ການຫລຸດຜ່ອນການປ່ຽນ ແປງຂອງສະພາບອາກາດ, ການບໍລິຫານຈັດການຂີ້ເຫຍື້ອ ແລະ ອື່ນໆ. ພ້ອມນີ້, ທ່ານຮອງເຈົ້າຄອງ ນະຄອນຫລວງວຽງຈັນ ກໍໄດ້ລາຍງານໃຫ້ຊາບກ່ຽວກັບ ແຜນພັດທະນາຕົວເມືອງວຽງຈັນ ເປັນຕົ້ນການປ້ອງກັນນໍ້າຖ້ວມ ຕົວເມືອງຈາກນໍ້າຂອງ ແລະ ນໍ້າງື່ມ. ປັດຈຸບັນ, ນວ ກຳລັງຂຸ້ນຂ້ຽວກໍ່ສ້າງຕາຝັ່ງ ເຈື່ອນແຄມຂອງໄລຍະທີ 2, ໂຄງການບໍ້າບັດນໍ້າເປື້ອນຈາກຕົວເມືອງ ທີ່ກຳລັງຈັດຕັ້ງປະຕິບັດສ້າງຕັ້ງໂຮງງານ. ພ້ອມນີ້, ຍັງສະເໜີຂໍການຊ່ວຍເຫລືອ ຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ ເປັນຕົ້ນອຸປະ ກອນຮັບໃຊ້ວຽກງານດັ່ງກ່າວ ແລະ ເຄື່ອງຕິດຕັ້ງເຕືອນໄພພິບັດທີ່ ນວ ຍັງບໍ່ທັນມີ ເພື່ອມາຕິດຕັ້ງປ້ອງກັນເກີດໄພພິບັດລ່ວງໜ້າ ຮັບປະກັນ ໃຫ້ແກ່ການສູນເສຍຊີວິດ ແລະ ຊັບສິນຂອງປະຊາຊົນ ໃນເວລາເກີດໄພພິບັດຕ່າງໆ ໂດຍສະເພາະໄພພິບັດນໍ້າຖ້ວມ ແລະ ອື່ນໆ.

ໂອກາດດຽວກັນ, ທ່ານ ນາງ ມາຕິນ ເທີເລີ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານຮອງເຈົ້າຄອງ ນະຄອນຫລວງວຽງຈັນ ພ້ອມຄະນະທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ຮັບຟັງການລາຍງານສະ ພາບວຽກງານດັ່ງກ່າວ ເຊິ່ງຈະໄດ້ນໍາເອົາການປຶກສາຫາລື ແລະ ຄຳສະເໜີຈາກ ນະຄອນຫລວງວຽງຈັນ ຄັ້ງນີ້ ໄປປຶກສາຫາລືກັບໝູ່ຄະນະ ຕື່ມອີກ.
ຂ່າວ-ພາບ: ໜັງສືພິມວຽງຈັນໃໝ່
KPL