ຂປລ
ຂປລ. ນັບແຕ່ເປີດໃຫ້ບໍລິການ ທາງລົດໄຟລາວ-ຈີນ ໄດ້ກາຍເປັນຊ່ອງທາງຫລັກ ໃນການສົ່ງອອກສິນຄ້າກະສິກໍາຂອງລາວ ໂດຍສະເພາະ ແມ່ນສິນຄ້າກະສິກຳປະເພດມັນຕົ້ນ ເຊິ່ງໃນ 4 ເດືອນຕົ້ນປີ 2025 ທາງລົດໄຟລາວ-ຈີນ ສາມາດຂົນສົ່ງມັນຕົ້ນໄດ້ທັງໝົດ 5.750 ຕູ້ຄອນເທັນເນີ ຫລື ປະມານ 156.000 ໂຕນ, ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ຂປລ. ນັບແຕ່ເປີດໃຫ້ບໍລິການ ທາງລົດໄຟລາວ-ຈີນ ໄດ້ກາຍເປັນຊ່ອງທາງຫລັກ ໃນການສົ່ງອອກສິນຄ້າກະສິກໍາຂອງລາວ ໂດຍສະເພາະ ແມ່ນສິນຄ້າກະສິກຳປະເພດມັນຕົ້ນ ເຊິ່ງໃນ 4 ເດືອນຕົ້ນປີ 2025 ທາງລົດໄຟລາວ-ຈີນ ສາມາດຂົນສົ່ງມັນຕົ້ນໄດ້ທັງໝົດ 5.750 ຕູ້ຄອນເທັນເນີ ຫລື ປະມານ 156.000 ໂຕນ, ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເພື່ອເປັນການກະຕຸ້ນການສົ່ງອອກ ສິນຄ້າກະສິກໍາ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດ ທະນາ ເສດຖະກິດຂອງລາວ ໃນໄລຍະຜ່ານມາ, ທາງລົດໄຟລາວ-ຈີນ ໄດ້ໃຫ້ບຸລິມະສິດພິເສດ ໃນການຂົນສົ່ງສິນຄ້າກະສິກຳຂອງລາວ ໂດຍຖືຫລັກການ “ໃຫ້ບຸລິມະສິດໃນການອະນຸມັດ ແລະ ໃຫ້ບຸລິມະ ສິດໃນການຂົນສົ່ງກ່ອນ”, ບໍ່ວ່າປະລິມານຈະໜ້ອຍ ຫລື ຫລາຍ ພຽງແຕ່ຜູ້ປະກອບການຮຽກຮ້ອງຕ້ອງ ການ, ທາງລົດໄຟລາວ-ຈີນ ແມ່ນສະໜັບສະໜູນຢ່າງເຕັມທີ່. ພ້ອມກັນນີ້, ຍັງໄດ້ປັບປຸງການຈັດຕັ້ງ ແລະ ເພີ່ມຈຳນວນຖ້ຽວລົດໄຟ ສຳລັບຂົນສົ່ງສິນຄ້າກະສິກຳ, ສົມທົບເຈົ້າໜ້າທີ່ດ່ານລາວ-ຈີນ ສ້າງກົນໄກປະສານງານ ເພື່ອຫລຸດຂັ້ນຕອນ ແລະ ໄລຍະເວລາໃນການແຈ້ງພາສີ, ຮັບປະກັນໃຫ້ສິນຄ້າກະສິກຳ ຂອງລາວສາມາດສົ່ງອອກໄດ້ວ່ອງໄວ ແລະ ທັນເວລາ.
ທາງລົດໄຟລາວ-ຈີນ ໄດ້ກາຍເປັນເສັ້ນທາງຫລັກທີ່ມີປະສິດທິພາບສູງ ໃນການສົ່ງອອກສິນຄ້າກະສິກໍາໄປຍັງ ສປ ຈີນ ຂອງ ສປປ ລາວ ແລະ ພາກພື້ນ ດ້ວຍທ່າແຮງທີ່ເປັນຊ່ອງທາງທີ່ປອດໄພ, ຄ່າຂົນສົ່ງຕໍ່າ, ໃຊ້ເວລາຂົນສົ່ງສັ້ນ ແລະ ສະດວກສະບາຍ, ສາມາດຕອບສະໜອງຄວາມຕ້ອງການ ສົ່ງອອກຂອງຜູ້ປະກອບການ, ຊ່ວຍຊຸກຍູ້ການສົ່ງອອກສິນຄ້າປະສິກຳຂອງ ສປປ ລາວ. ສະເພາະປີ 2025 ມາຮອດວັນທີ 14 ພຶດສະພາ, ທາງລົດໄຟລາວ-ຈີນ ສາມາດຂົນສົ່ງສິນຄ້າກະສິກຳໄດ້ທັງໝົດ 172.410 ໂຕນ, ເພີ່ມຂຶ້ນ 40,18% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ປີ 2024 ທີ່ຜ່ານມາປະລິມານສິນຄ້າ ກະສີກໍາປະເພດໝາກໄມ້, ມັນຕົ້ນ, ຢາງພາລາ, ເຂົ້າ ແລະ ສິນຄ້າກະສິກຳອື່ນໆຂອງລາວ ທີ່ຂົນສົ່ງຜ່ານທາງລົດໄຟລາວ-ຈີນ ເຂົ້າສູ່ຕະຫລາດໃນເມືອງໃຫຍ່ຂອງຈີນ ເຊັ່ນ: ເມືອງຄຸນໝິງ, ເມືອງສົງຊິ້ງ, ເມືອງກວາງໂຈ ແລະ ເມືອງອື່ນໆ ເພີ່ມຂຶ້ນ 79% ເມື່ອທຽບໃສ່ປີ 2023, ເປັນການຊ່ວຍເບີກທາງ ແລະ ເປີດຕະຫລາດສາກົນ ໃຫ້ຜະລິດຕະພັນກະສິກໍາຂອງລາວ ໄດ້ອີກບາດກ້າວໝຶ່ງ.
ຂໍ້ມູນ: ບໍລິສັດທາງລົດໄຟ ລາວ-ຈີນ
KPL