ກະຊວງ ປກສ ມອບໃບຢັ້ງຢືນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2024

15/05/2025 16:57
Email Print 119
ຂປລ ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສະຫລຸບ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ພ້ອມທັງ ມອບໃບຢັ້ງຢືນ ໃຫ້ບັນດາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ ປະຈຳປີ 2024 ​ໃນ​ວັນ​ທີ 15 ພຶດສະພາ 2025



ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສະຫລຸບ ການກໍ່ສ້າງໜ່ວຍພັກປອດໃສ
, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ພ້ອມທັງ ມອບໃບຢັ້ງຢືນ ໃຫ້ບັນດາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ ປະຈຳປີ 2024 ​ໃນ​ວັນ​ທີ 15 ພຶດສະພາ 2025 ໂດຍການເປັນປະທານ​ຂອງ ສະຫາຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະພັກກະຊວງ, ຄະນະພັກກົມໃຫຍ່,  ກອງບັນຊາການ ແລະ ວິທະຍາຄານ ອ້ອມຂ້າງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.



ສະຫາຍ ພັອ ພຽນສີ ແສງຄໍາຢອງ ຄະນະພັກກົມໃຫຍ່ການເມືອງ
, ຫົວໜ້າກົມພັກ ໄດ້ກ່າວວ່າ:  ຄະນະພັກ-ຄະນະນໍາກະຊວງ, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໄດ້ຖືສໍາຄັນ ແລະ ເປັນຄວາມຮັບ ຜິດຊອບໂດຍກົງ ຕໍ່ການດໍາເນີນການຄັດເລືອກ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍໄດ້ນໍາພາສ້າງແຜນການ, ຄາດໝາຍສູ້ຊົນ ແລະ ກຳນົດຂໍ້ແຂ່ງຂັນກັນໃນແຕ່ລະປີ; ໄດ້ນໍາພາສຶກສາອົບ ຮົມການເມືອງ-ນໍາພາແນວຄິດ ໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕຳຫລວດ ຢ່າງເປັນປົກກະຕິຕໍ່ເນື່ອງ; ການດໍາເນີນຊີວິດການເມືອງ ຄັດເລືອກໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ ແມ່ນໄດ້ດໍາເນີນຕາມບາດກ້າວ, ຂັ້ນຕອນ ກໍຄື ນິຕິກຳທີ່ຂັ້ນເທິງວາງອອກ ໂດຍມີການຕິດຕາມຊຸກຍູ້, ກວດກາປະເມີນຜົນ, ໃນປີນີ້ ແມ່ນໄດ້ດໍາເນີນໄປຄຽງຄູ່ກັບ ການຈັດຕັ້ງດໍາເນີນກອງປະຊຸມໃຫຍ່ ຂັ້ນຮາກຖານພັກ, ຄະນະພັກແຕ່ລະຂັ້ນ ໄດ້ສະຫລຸບຕີລາຄາການນໍາພາລວມ, ມີດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ສໍາຫລວດກວດກາບຸກຄົນໃນຄະນະພັກ, ສະມາຊິກພັກ ຕະຫລອດໄລຍະໜຶ່ງສະໄໝຜ່ານມາ, ຜ່ານການຈັດຕັ້ງດໍາເນີນຕົວຈິງ ເຫັນວ່າມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ແຂງແຮງ.




ຜ່ານການຕີລາຄາແບ່ງປະເພດ ສະມາຊິກພັກ ແລະ ຕີລາຄາການຄັດເລືອກ ໜ່ວຍພັກປອດໃສ
, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2024, ຕີລາຄາແບ່ງປະເພດຂອງ ສະມາຊິກພັກ ແລະ ຮາກຖານພັກ, ຕີລາຄາແບ່ງປະເພດ ສະມາຊິກພັກທັງໝົດ 9.918 ສະຫາຍ, ຍິງ 2.340 ສະຫາຍ. ໃນນັ້ນ, ໄດ້ສະມາຊິກພັກແຂງ 7.818 ສະຫາຍ, ຍິງ 1.850 ສະຫາຍ ກວມ 97,14%, ສະມາຊິກພັກກາງ 188 ສະຫາຍ, ຍິງ 39 ສະຫາຍ ກວມ 2,33%, ສະມາຊິກພັກອ່ອນ 39 ສະຫາຍ, ຍິງ 5 ສະຫາຍ ກວມ 0,48%. ນອກນີ້, ຍັງມີສະມາຊິກພັກບໍ່ໄດ້ແບ່ງປະເພດ 1.870 ສະຫາຍ, ຍິງ 409 ສະຫາຍ  ເຫດ ຜົນ ຍົກຍ້າຍມາໃໝ່, ພັກປິ່ນປົວຍາວນານ ແລະ ສະມາຊິກພັກສຳຮອງ.




ສຳລັບການ ຕີລາຄາປະເພດຮາກຖານພັກ ປີ
2024 ທົ່ວອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ມີ 14 ອົງຄະນະພັກ, 3 ຄະນະພັກຮາກຖານຂຶ້ນກັບ, ມີຮາກຖານພັກລວມທັງໝົດ 373 ຮາກຖານ. ໃນນັ້ນ, ມີຄະນະພັກຮາກຖານ 27 ຮາກຖານ, ໜ່ວຍພັກຮາກຖານ 187 ຮາກຖານ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 159 ໜ່ວຍ, ໄດ້ແບ່ງປະເພດ 287 ໜ່ວຍ, ບໍ່ໄດ້ແບ່ງປະເພດ 59 ໜ່ວຍ(ສ້າງໃໝ່). ຜົນການຕີລາຄາແບ່ງປະເພດໜ່ວຍພັກ ຄື: ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ມີ 217 ໜ່ວຍ, ທຽບໃສ່ປີ 2023 ເພີ່ມຂຶ້ນ 5 ໜ່ວຍ; ໜ່ວຍພັກກາງ 70 ໜ່ວຍ; ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 17 ກົມກອງ. ໃນນັ້ນ, ໜ່ວຍພັກ ທີ່ໄດ້ຮັບນາມມະຍົດ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສູງສຸດ 6 ປີຕິດຕໍ່ກັນ ມີ 69 ໜ່ວຍ, 5 ປີຕິດຕໍ່ກັນ 14 ໜ່ວຍ, 4 ປີຕິດຕໍ່ກັນມີ 18 ໜ່ວຍ, 3 ປີຕິດຕໍ່ກັນ 34 ໜ່ວຍ, 2 ປີຕິດຕໍ່ກັນ 27 ໜ່ວຍ ແລະ ສະເໜີ ຮັບຮອງໃໝ່ມີ 55 ໜ່ວຍ.

ໃນພິທີ ຍັງໄດ້ມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໃຫ້ຕາງໜ້າ 217 ໜ່ວຍພັກອ້ອມຂ້າງກະຊວງ, ໃຫ້ກຽດມອບໂດຍ ສະຫາຍ ພົທ ກົງທອງ ພົງວິຈິດ ພ້ອມດຽວກັນ, ຄະນະພັກ 17 ກົມກອງທີ່ຂຶ້ນກັບກະຊວງ ໄດ້ຂຶ້ນຈັບມືແຂ່ງຂັນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປີຕໍ່ໄປ ເພື່ອພ້ອມກັນສືບຕໍ່ກໍ່ສ້າງໜ່ວຍພັກ, ສະມາຊິກພັກ ທົ່ວກຳລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ແຂງແຮງຮອບດ້ານ.

ຂ່າວ: ແຕັນ

ພາບ: ແບັງ ແກ້ວລະຄອນ

KPL

ຂ່າວອື່ນໆ

ads
ads

Top