ນວ-ແຂວງຮ່າຕິງ ສສ ຫວຽດນາມ ສືບຕໍ່ຮັດແໜ້ນການຮ່ວມມືສອງຝ່າຍ

15/05/2025 12:40
Email Print 698
ຂປລ ຂປລ. ຄະນະຜູ້ແທນຂັ້ນສູງນະຄອນຫລວງວຽງຈັນ (ນວ) ນໍາໂດຍ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງ ຢູ່ແຂວງຮ່າຕິງ ສສ ຫວຽດນາມ



ຂປລ. ຄະນະຜູ້ແທນຂັ້ນສູງນະຄອນຫລວງວຽງຈັນ (ນວ) ນໍາໂດຍ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງ ຢູ່ແຂວງຮ່າຕິງ ສສ ຫວຽດນາມ ແຕ່ວັນທີ 14-16 ພຶດສະພາ 2025 ເພື່ອພົບປະສອງຝ່າຍ ກັບຄະນະຜູ້ແທນຂັ້ນສູງ ແຂວງຮ່າຕິງ ນຳໂດຍ ສະຫາຍ ຫງວຽນ ຢຸ້ຍ ເລີມ ເລຂາພັກແຂວງຮາຕິງ ສສ ຫວຽດນາມ.




ໂອກາດນີ້
, ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບສະພາບເສດຖະກິດ-ສັງຄົມ ຂອງສອງທ້ອງຖິ່ນ ເຊິ່ງ ສະຫາຍ ຫງວຽນ ຢຸ້ຍ ເລີມ ເລຂາພັກແຂວງຮ່າຕິງ ໄດ້ສະເໜີແຜນການຮ່ວມມື ລະ ຫວ່າງ ແຂວງຮ່າຕິງ ແລະ ນະຄອນຫລວງວຽງຈັນ ໃນຕໍ່ໜ້າໃຫ້ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະວິຊາການ ໃນທຸກຂົງເຂດຮ່ວມກັນ, ຮ່ວມມືໃນການອໍານວຍຄວາມສະດວກ ໃຫ້ພາກທຸ ລະກິດ ໄດ້ມີການຮ່ວມມືກັນ ແລກປ່ຽນຂໍ້ມູນຂ່າວສານ, ການໂຄສະນາຜະລິດຕະພັນສິນຄ້າ, ຮ່ວມມືດ້ານການສຶກສາ ແລະ ສະເໜີໃຫ້ນະຄອນຫລວງວຽງຈັນ ຊ່ວຍເຫລືອຄະນະປະຕິບັດງານພິເສດ ຂອງແຂວງຮ່າຕິງ ໃນການຂຸດຄົ້ນຊອກຫາອັດຖິທະຫານ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊິວິດຢູ່ນະ ຄອນຫລວງວຽງຈັນ ເຊິ່ງ ສະຫາຍ ອານຸພາບ ຕຸນາລົມ  ເຫັນດີເປັນເອກະພາບຕໍ່ການສະເໜີ ຂອງ ສະຫາຍ ເລຂາພັກແຂວງຮ່າຕິງ, ພ້ອມທັງສະເໜີເພີ່ມເຕີມໃນການຮ່ວມມື ຂອງສອງທ້ອງຖິ່ນຮ່ວມກັນ ໂດຍສະເພາະ ໃນຂົງເຂດການເມືອງ ໃຫ້ມີການໄປມາຫາສູ່ກັນຢ່າງເປັນປົກກະຕິ, ສົ່ງເສີມການທ່ອງ ທ່ຽວ ໂດຍອີງໃສ່ທ່າແຮງຂອງສອງທ້ອງຖິ່ນ ສະໜັບສະໜູນສົ່ງເສີມວຽກງານການຄ້າ, ແລກປ່ຽນຜະ ລິດຕະພັນອຸປະໂພກ-ບໍລິໂພກ ສະເໜີໃຫ້ນັກລົງທຶນຂອງແຂວງຮາຕິງ ໄດ້ໄປລົງທຶນໃນເຂດເສດຖະ ກິດພິເສດນະຄອນຫລວງວຽງຈັນ ໂດຍສະເພາະການສ້າງໂຮງງານຜະລິດຫົວອາຫານ ໂດຍອີງໃສ່ທິດທາງຍຸດທະສາດການຮ່ວມມື ຂອງສອງພັກ, ສອງລັດ ໃຫ້ປະກົດຜົນເປັນຈິງ.

ໂອກາດດຽວກັນ, ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ຍັງໄດ້ເດີນທາງໄປຢ້ຽມຢາມ ເຂດເສດຖະກິດພິເສດທ່າເຮືອນໍ້າເລິກຫວຸ່ງອ່າງ, ຢ້ຽມຊົມທ່າເຮືອຫວຸ່ງອ່າງ ລາວ-ຫວຽດນາມ ທີ່ເປັນໂຄງການຮ່ວມມື  ລາວ-ຫວຽດນາມ.

ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top