ຍົກສູງຄວາມຮັບຮູ້ ດ້ານທິດສະດີການເມືອງ ໃຫ້ພະນັກງານ-ນັກຮົບ ສື່ມວນຊົນກອງທັບ

13/05/2025 16:59
Email Print 716
ຂປລ ຂປລ. ປະຕິບັດຕາມພາລະບົດບາດ, ສິດ-ໜ້າທີ່ ເເລະ ການເຄື່ອນໄຫວວຽກງານ ຂອງກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງອົບຮົມການເມືອງ ປະຈໍາ ປີ 2025 ແລະ ການເກັບກໍາ-ທາບທາມສະພາບ ໃນການຈັດຕັ້ງປະຕິບັດວຽກງານ ການເມືອງ-ແນວຄິດ, ວຽກງານໂຄສະນາ-ຂະບວນການ ແລະ ສື່ມວນຊົນຢູ່ບັນດາກົມກອງ ກຳລັງຫລວງ-ກຳລັງທ້ອງຖິ່ນ



ຂປລ. ປະຕິບັດຕາມພາລະບົດບາດ
, ສິດ-ໜ້າທີ່ ເເລະ ການເຄື່ອນໄຫວວຽກງານ ຂອງກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງອົບຮົມການເມືອງ ປະຈໍາ ປີ 2025  ແລະ ການເກັບກໍາ-ທາບທາມສະພາບ ໃນການຈັດຕັ້ງປະຕິບັດວຽກງານ ການເມືອງ-ແນວຄິດ, ວຽກງານໂຄສະນາ-ຂະບວນການ ແລະ ສື່ມວນຊົນຢູ່ບັນດາກົມກອງ ກຳລັງຫລວງ-ກຳລັງທ້ອງຖິ່ນ ເພື່ອຮັບປະກັນໃຫ້ແກ່ວຽກງານ ໂຄສະນາເຜີຍແຜ່ມູນເຊື້ອຂອງກອງທັບ, ຜົນງານການເຄື່ອນໄຫວຂອງກົມກອງ ຜ່ານສື່ມວນຊົນ ໃຫ້ສັງຄົມໄດ້ຮັບຮູ້ກວ້າງຂວາງ, ທົ່ວເຖິງ, ຖືກທິດ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ມີປະສິດທິພາບສູງ. ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ຈັດຝຶກອົບຮົມທິດສະດີການ ເມືອງ ໄລຍະສັ້ນ ໃຫ້ພະນັກງານ-ນັກຮົບ ຢູ່ບັນດາກອງສື່ມວນຊົນກອງທັບ ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ດ້ານ​ທິດ​ສະ​ດີກາ​ນ​ເມືອງ.

ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມໂຄສະນາອົບຮົມ ໄດ້ໃຫ້ສຳພາດວ່າ: ການຈັດ​ຝຶກອົບຮົມທິດສະດີການເມືອງ ໄລຍະສັ້ນ ໃຫ້ພະນັກງານ-ນັກຮົບ ຢູ່ບັນດາກອງສື່ມວນຊົນກອງທັບ ປະຈໍາປີ 2025 ເປັນຄັ້ງທຳອິດ ຈຸດປະສົງ ເພື່ອຍົກສູງຄວາມຮັບຮູ້ ດ້ານທິດສະດີການເມືອງ, ຫລັກການ, ແບບແຜນວິທີເຮັດວຽກ ໃຫ້ພະນັກ ງານ-ນັກຮົບ, ນັກຂ່າວໃໝ່ ຢູ່ບັນດາກອງສື່ມວນຊົນກອງທັບ ໃຫ້ມີປະສິດທິພາບສູງຂຶ້ນ, ສຶກສາອົບຮົມ ໃຫ້ພະນັກງານ-ນັກຮົບ ສື່ມວນຊົນໃນກອງທັບ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງ ໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ຕໍ່ການປະຕິວັດ ແລະ ປະເທດຊາດ. ພາຍຫລັງໄດ້ຮຽນຮູ້ ທາງດ້ານທິດສະດີ, ຫລັກການ ແລ້ວນໍາໄປຈັດຕັ້ງປະຕິບັດ ເຂົ້າສູ່ຊີວິດຕົວຈິງຂອງກົມກອງ ຢ່າງຖືກຕ້ອງ ກຳໃຫ້ໄດ້ແນວທາງຂອງພັກ, ລະບົບການຊີ້ນໍາ-ບັນຊາ ໃນກອງທັບ, ພາລະບົດບາດ, ສິດ, ໜ້າທີ່ ແລະ ຈັນຍາບັນຂອງນັກຂ່າວ, ຖືເອົາໂອກາດນີ້ ເປັນການກະຕຸກຊຸກຍູ້ຂະບວນການດ້ານຕ່າງໆ ປະ ກອບສ່ວນເຂົ້າໃນການກະກຽມ ສະເຫລີມສະຫລອງ ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ສາກົນ ​ໂດຍສະເພາະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃນທົ່ວກອງ ທັບ, 3 ວັນປະຫວັດສາດ (ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ)  ໃຫ້ມີເນື້ອໃນເລິກເຊິ່ງ ແລະ ເປັນຂະບວນການຟົດຟື້ນຢ່າງຕໍ່ເນື່ອງ.

ສະຫາຍ ພັນເອກ ເເກ້ວສຸວັນ ຜາງພິລາວົງ ໄດ້ໃຫ້ຮູ້ວ່າ: ແຜນການໃນຕໍ່ໜ້າ ຈະສືບຕໍ່ຊີ້ນໍາ ແລະ ເປີດຊຸດຝຶກອົບຮົມ ເພື່ອຍົກລະດັບທິດສະດີການເມືອງ, ຫລັກການ-ແບບແຜນວິທີເຮັດວຽກ ໃຫ້ພະນັກງານນັກຮົບທີ່ເຮັດວຽກງານສື່ມວນຊົນ ແລະ ນັກຂ່າວໃໝ່ ຢູ່ບັນດາກອງສື່ມວນຊົນກອງທັບ, ຕະຫລອດຮອດບັນດາກົມກອງ ກຳລັງຫລວງ-ກຳລັງທ້ອງຖິ່ນ ໃຫ້ມີປະສິດທິພາບສູງຂຶ້ນອີກບາດກ້າວໜຶ່ງ ໃຫ້ສົມວ່າ ເປັນກະບອກສຽງອັນແຫລມຄົມ ຂອງພັກ-ລັດ ​ໂດຍສະເພາະແມ່ນ ຂອງກະຊວງປ້ອງກັນປະເທດ.

ຂ່າວ: ສຸກສາຄອນ

KPL

ຂ່າວອື່ນໆ

    • ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາການເມືອງ

      ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

      6/19/2025 4:21:28 PM

      ຂປລ. ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນວັນທີ 19 ມິຖຸນາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ ຜູ້ປະຈຳການຄະນະເລ ຂາທິການສູນກາງພັກ, ຮອງປະທານປະເທດ, ມີຄະນະພັກກະຊວງ, ຫົວໜ້າກົມ, ຮອງກົມ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫລັກແຫລ່ງແຂວງວຽງຈັນການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫລັກແຫລ່ງແຂວງວຽງຈັນ

      6/19/2025 4:17:01 PM

      ຂປລ. ຕອນບ່າຍວັນທີ 18 ມິຖຸນາ 2025 ທີ່ສະໂມສອນເມືອງເຟືອງ ແຂວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫລ່ງແຂວງວຽງຈັນ ຊຶ່ງນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ໂດຍທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ.

    • ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສະມາພັນທະລັດສະວິດການເມືອງ

      ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສະມາພັນທະລັດສະວິດ

      6/19/2025 3:58:28 PM

      ຂປລ. ໃນຕອນບ່າຍ ວັນທີ 17 ມິຖຸນາ 2025, ທີ່ນະຄອນຫລວງເບີນ, ສະມາພັນທະລັດ ສະວິດ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ ກາຣິນ ແຄເລີຊຸດເຕີ(Karin Keller Sutter) ປະທານາທິບໍດີແຫ່ງ ສະມາພັນທະລັດ ສະວິດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາສະມາພັນທະລັດສະວິດ

    • ປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ

      6/19/2025 3:54:13 PM

      ຂປລ. ພິທີປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດຂຶ້ນໃນວັນທີ 18 ມິຖຸ ນາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ

    • ກະຊວງ ພບ ສະຫລຸບການປະຕິບັດວຽກງານ ແລະ ຜ່ານເອກະສານປັບປຸງກົງຈັກການຈັດຕັ້ງການເມືອງ

      ກະຊວງ ພບ ສະຫລຸບການປະຕິບັດວຽກງານ ແລະ ຜ່ານເອກະສານປັບປຸງກົງຈັກການຈັດຕັ້ງ

      6/19/2025 3:49:40 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຈັດກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ຜ່ານເອກະສານການປັບປຸງກົງຈັກການຈັດຕັ້ງ ພັກ-ລັດ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຄະນະພັກ, ຄະນະນຳກະຊວງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກະຊວງ ພບ ເຂົ້າຮ່ວມ.

ads
ads

Top