ຂປລ
ຂປລ, ເມື່ອບໍ່ດົນມານີ້, ຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດສໍາມະນາ ສ້າງຄວາມເຂັ້ມແຂງໃນການຈັດເກັບ ແລະ ການນຳໃຊ້ເອກະສານຮ່ວມກັນ ຜ່ານລະບົບ G-Share, G-Drive ໃຫ້ຄະນະກົມ ແລະ ຄະນະວິຊາການ ພາຍໃນ ແລະ ອ້ອມຂ້າງກະຊວງ ຮສສ.

ຂປລ, ເມື່ອບໍ່ດົນມານີ້, ຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດສໍາມະນາ ສ້າງຄວາມເຂັ້ມແຂງໃນການຈັດເກັບ ແລະ ການນຳໃຊ້ເອກະສານຮ່ວມກັນ ຜ່ານລະບົບ G-Share, G-Drive ໃຫ້ຄະນະກົມ ແລະ ຄະນະວິຊາການ ພາຍໃນ ແລະ ອ້ອມຂ້າງກະຊວງ ຮສສ. ທັງນີ້ ກໍເພື່ອໃຫ້ຮູ້ປະຕິບັດວຽກຕົວຈິງຮັບຮູ້ເຂົ້າໃຈ ແລະ ເຫັນໄດ້ເຖິງການນໍາໃຊ້ລະບົບເຕັກໂນໂລຊີ ເຂົ້າໃນຂົງເຂດວຽກງານ, ການພັດທະນາເສດຖະກິດ-ສັງຄົມ ແລະ ການບໍລິຫານວຽກງານຂອງພັກ-ລັດ ແລະ ກິດຈະກຳຕ່າງໆທາງສັງຄົມ, ລວມທັງການນໍາໃຊ້ເຂົ້າ ໃນຊີວິດປະຈຳວັນຂອງທົ່ວສັງຄົມ ໂດຍສະເພາະ ນໍາໃຊ້ເຂົ້າໃນວຽກງານ ການຫັນຫ້ອງການເປັນທັນສະໄໝ ຮູບແບບ ການສ້າງຖານຂໍ້ມູນ ການສື່ສານແບບອອນລາຍ, ການສົ່ງຂໍ້ມູນຂ່າວສານ ແລະ ເອກະສານຜ່ານລະລົບບົບ G-Share, G-Drive ໃຫ້ນັບມື້ພັດທະນາຂຶ້ນເປັນກ້າວໆ.

ທ່ານ ບຸນຍອດ ຈັນທະວອນ ຫົວໜ້າຫ້ອງການກະຊວງ ຮສສ ໄດ້ມີຫໍາເຫັນວ່າ: ພວກເຮົາທັງໝົດໃນນາມ ເປັນເສນາທິການໃຫ້ ຄະນະພັກ-ຄະນະນຳ ຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈຈາກພື້ນຖານເນື້ອໃນ, ທາດແທ້ຂອງການຫັນເປັນດີຈິຕອນ ໃຫ້ໄດ້ຢ່າງຄົບຖ້ວນ ແລະ ເລິກເຊິ່ງ ເພື່ອຫັນປ່ຽນດ້ານແນວຄິດ ແລະ ຈິນຕະນາການໃໝ່, ປັບປຸງແບບແຜນວິທີເຮັດວຽກ ແລະ ການຜະລິດໃຫ້ມີລັກສະນະທີ່ກ້າວໜ້າ, ທັນສະໄໝ ແລະ ວິທະຍາສາດ ເພື່ອສ້າງໂອກາດ ໃຫ້ ສປປ ລາວ ມີບາດກ້າວບຸກທະລຸໃໝ່ ໃນການພັດທະນາເສດຖະກິດ-ສັງຄົມຂອງຂະແໜງການ ຈຳເປັນທີ່ສຸດຕ້ອງຫັນເປັນດີຈິຕອນ ເພື່ອພັດ ທະນາຂະແໜງ ຮສສ ໃຫ້ມີກ້າວໜ້າ ຂຶ້ນຢ່າງບໍ່ຢຸດຢັ້ງ.

G-Share, G-Drive ແມ່ນລະບົບຈັດເກັບເອກະສານໃນຮູບແບບ (Cloud_storage) ຄ້າຍຄືກັບລະບົບ Google Drive, OneDrive, Dropbox ເຮັດໜ້າທີ່ເປັນບ່ອນຈັດເກັບເອກະສານແບບລວມສູນ, ສາມາດເປີດໃຊ້ໄດ້ທຸກທີ່ທຸກເວລາ ຜ່ານລະບົບເຄືອຂ່າຍອິນເຕີເນັດ, ສາ ມາດແບ່ງປັນ ແລະ ແກ້ໄຂ ເອກະສານຮ່ວມກັນ ໃນເວລາດຽວກັນໄດ້ ເຊິ່ງການນໍາໃຊ້ລະບົບ G-Share, G-Drive ສາມາດນໍາໃຊ້ຜ່ານ ຄອມພິວເຕີ ແລະ ໂທລະສັບມືຖື.
ຂໍ້ມູນ-ພາບ: ຂ່າວສານ ຮສສ
KPL