ຂປລ
ຂປລ. ອະນຸກໍາມະການໂຄສະນາ ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ຈັດກອງປະຊຸມຖອດຖອນບົດຮຽນ ການສະເຫລີມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ແລະ ກະກຽມຄວາມພ້ອມ ໃນການສະເຫລີມສະຫລອງ ວັນ ສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ຂປລ. ອະນຸກໍາມະການໂຄສະນາ ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ຈັດກອງປະຊຸມຖອດຖອນບົດຮຽນ ການສະເຫລີມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ແລະ ກະກຽມຄວາມພ້ອມ ໃນການສະເຫລີມສະຫລອງ ວັນ ສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃນວັນທີ 14 ພຶດສະພາ 2025 ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະ ທານສູນກາງແນວລາວສ້າງຊາດ ຫົວໜ້າອະນຸດັ່ງກ່າວ, ມີ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານ ສນຊ, ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ການທ່ອງ ທ່ຽວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ໄດ້ຍົກໃຫ້ເຫັນຜົນງານ-ຜົນສໍາເລັດຂອງ ອະນຸກໍາມະການໂຄສະນາ ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ເປັນຕົ້ນ ຂະບວນການຍ່າງເພື່ອສຸຂະພາບ ທີ່ປະຕູໄຊ, ສໍາເລັດການປະດັບປະດາຕົວເມືອງ, ສໍາເລັດການຈັດພິທີການຍ້ອງຍໍໃນການປະດັບຫລຽນກາລະນຶກ 70 ປີ, ສໍາເລັດການ ສະແດງສິລະປະ ໃນພິທີໂຮມຊຸມນຸມສະເຫລີມສະຫລອງ ວັນສ້າງຕັ້ງພັກ ຄົບຮອບ 70 ປີ. ພ້ອມນີ້, ກອງປະຊຸມ ຍັງໄດ້ລາຍງານການກະກຽມຄວາມພ້ອມ ໃນການສະເຫລີມສະຫລອງ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້. ໃນນັ້ນ, ອະນຸກໍາມະການໂຄສະນາ ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ມີ 7 ແຜນວຽກພື້ນຖານ ເຊິ່ງໄດ້ລະບຸຢູ່ ໃນຂໍ້ຕົກລົງຂອງກົມການເມືອງສູນກາງພັກ; ຕ້ອງໄດ້ປະຊາສໍາພັນຕື່ມບັນດາແຜນວຽກ ໂດຍສະເພາະ ໜ່ວຍງານແຂ່ງຂັນຍ້ອງຍໍ ການແຂ່ງຂັນຮັກຊາດ ແລະ ພັດທະນາ ເນື່ອງໃນໂອກາດ 50 ປີ ເພື່ອຍ້ອງຍໍໃຫ້ຖືກຄົນທີ່ມີຜົນງານອັນພົ້ນເດັ່ນແທ້.
ພ້ອມກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບ ການອອກແບບໃນການສະແດງ ໃຫ້ເຫັນອັນໃໝ່ຕື່ມ ເປັນຕົ້ນ ການນໍາໃຊ້ AI ເຂົ້າໃນການສະແດງບັນດາກິດຈະກໍາຕ່າງໆ ເພື່ອສະເຫລີມສະ ຫລອງ 2 ວັນປະຫວັດສາດທີ່ຈະມາເຖິງນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ຂ່າວ-ພາບ: ລີ
KPL