ຂປລ
ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໄດ້ພົບປະກັບ ທ່ານ ກາເບຣລ ໂບຣິກ ປະທານາທິບໍດີ ຊີເລ ຢູ່ຫໍສະພາ ປະຊາຊົນ ແຫ່ງຊາດ ທີ່ນະຄອນຫລວງປັກກິ່ງ ຂອງ ສປ ຈີນ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 14 ພຶດສະພານີ້, ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໄດ້ພົບປະກັບ ທ່ານ ກາເບຣລ ໂບຣິກ ປະທານາທິບໍດີ ຊີເລ ຢູ່ຫໍສະພາ ປະຊາຊົນ ແຫ່ງຊາດ ທີ່ນະຄອນຫລວງປັກກິ່ງ ຂອງ ສປ ຈີນ.ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ກ່າວວ່າ: ປີນີ້ເປັນປີທີ່ ສປ ຈີນ-ຊີເລ ສ້າງຕັ້ງ ສາຍພົວພັນ ທາງການທູດ ຄົບຮອບ55ປີ, ສາຍພົວພັນ ລະຫວ່າງ ສອງປະເທດ ໄດ້ນຳພາ ກະແສ ແຫ່ງການຮ່ວມມື ລະຫວ່າງ ຈີນ-ປະເທດ ອາເມລິກາ ລາຕິນ ແລະ ກາຣາອິບ ຢ່າງສະເໝີຕົ້ນ ສະເໝີປາຍ. ສອງຝ່າຍ ຄວນລົງເລິກ ສາຍພົວພັນ ຄູ່ຮ່ວມ ຍຸດທະສາດ ຮອບດ້ານ ເພື່ອສ້າງໃຫ້ເປັນ ຕົວແບບ ແຫ່ງການຮ່ວມມື ລະຫວ່າງ ສປ ຈີນ-ປະເທດ ອາເມລິກາ ລາຕິນ ແລະ ກາຣາອິບ, ໂດຍສຸມໃສ່ ຊຸກຍູ້ ການຮ່ວມມື ດ້ານຕ່າງໆ ພາຍໃນຂອບ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊັ່ນ: ກະສິກຳປ່າໄມ້ ແລະ ການປະມົງ, ພື້ນຖານໂຄງລ່າງ, ບໍ່ແຮ່ສີຂຽວ ເປັນຕົ້ນ, ບົ່ມສ້າງຈຸດເຕີບໂຕໃໝ່ ເປັນຕົ້ນ ປັນຍາປະດິດ, ຢາຊີວະພາບ ແລະ ອື່ນໆ. ສປ ຈີນ ຍິນດີຕ້ອນຮັບ ຜະລິດຕະພັນ ທີ່ມີຄຸນນະພາບດີ ຈາກຊີເລ ເຂົ້າສູ່ ຕະຫລາດຈີນ ແລະ ສະໜັບ ສະໜູນ ວິສາຫະກິດຈີນ ໄປລົງທຶນຢູ່ຊີເລ. ທ່ານ ກາເບຣລ ໂບຣິກ ກ່າວວ່າ: ສປ ຈີນ ເປັນຄູ່ການຄ້າ ສຳຄັນທີ່ສຸດ ຂອງຊີເລ, ຊີເລ ເດັດດ່ຽວ ປະຕິບັດຫລັກການປະເທດຈີນດຽວ, ຄອງຄອຍ ເປີດກວ້າງ ການຮ່ວມມືກັບ ສປ ຈີນ ໃນຂົງເຂດ ການຄ້າ, ການລົງທຶນ, ປັນຍາປະດິດ ເປັນຕົ້ນ ແລະ ຮ່ວມກັນ ປົກປ້ອງ ລັດທິ ຫລາຍຝ່າຍ. ໃນໄລຍະຢ້ຽມຢາມຢູ່ ສປ ຈີນ, ສອງຝ່າຍ ໄດ້ລົງນາມ ໃນສັນຍາ ຮ່ວມມື ຫລາຍສະບັບເຊັ່ນ: ເສດຖະກິດ, ການພິມຈຳໜ່າຍ ແລະ ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL