ໄຂງານວາງສະແດງສິນຄ້າສາກົນ 2025

15/05/2025 12:55
Email Print 160
ຂປລ ງານວາງສະແດງ ສາກົນ ກ່ຽວກັບ ພາຫະນະ ເຄື່ອງຈັກ, ອຸປະກອນ, ເຕັກໂນໂລຊີ ແລະ ຜະລິດຕະພັນ ອຸດສາຫະກຳ ຄັ້ງທີ 21–VINAMAC EXPO 2025 ແລະ ບັນດາ ຫົວເລື່ອງ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ງານວາງສະແດງ ສາກົນ ກ່ຽວກັບ ພາຫະນະ ເຄື່ອງຈັກ, ອຸປະກອນ, ເຕັກໂນໂລຊີ ແລະ ຜະລິດຕະພັນ ອຸດສາຫະກຳ ຄັ້ງທີ 21–VINAMAC EXPO 2025  ແລະ ບັນດາ ຫົວເລື່ອງ. ເຫດການດັ່ງກ່າວ ໂດຍບໍລິສັດ ຫຸ້ນສ່ວນ ງານຕະຫລາດນັດ ງານວາງສະແດງ ແລະ ໂຄສະນາ ຫວຽດນາມ - VIETFAIR, ສະມາຄົມ ຫັນເປັນ ອັດຕະໂນມັດ ຫວຽດນາມ ແລະ ຄູ່ຮ່ວມມື ທີ່ກ່ຽວຂ້ອງ ຢູ່ພາຍໃນປະເທດ ແລະ ສາກົນ ສົມທົບກັນ ຈັດຂຶ້ນ. VINAMAC EXPO 2025 ໄດ້ແນະນຳ ແລະ ວາງສະແດງ ເຕັກໂນໂລຊີ, ຜະລິດຕະພັນ ກ້າວໜ້າ ໃນຂົງເຂດ ເຄື່ອງຈັກ, ກົນຈັກ, ພາຫະນະ ອຸປະກອນ ອຸດສາຫະກຳ, ເຕັກໂນໂລຊີ ຈອດຕັດ, ຜະລິດ ສິ້ນສ່ວນ ໂລຫະ, ອຸປະກອນ ຂຸດຄົ້ນ ແຮ່ທາດ ແລະ ບໍ່ແຮ່ ຂອງ ສສ ຫວຽດນາມ ແລະ ສາກົນ. VINAMAC EXPO 2025 ໄດ້ດຳເນີນແຕ່ ວັນທີ 14-16 ພຶດສະພາ ຢູ່ນະຄອນຫລວງ ຮ່າໂນ້ຍ, ໂດຍມີ ຮ້ານວາງສະແດງ ຫລາຍກວ່າ 300 ຮ້ານ ຂອງ 250 ອົງການຈັດຕັ້ງ, ວິສາຫະກິດ ຫວຽດນາມ ແລະ ສາກົນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ


KPL

ຂ່າວອື່ນໆ

ads
ads

Top