7233

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 12.03.2026 ປີທີ 25 ສະບັບທີ 6.394ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j 8A '|h kxa [x5 ']t[q [veokf]a f .sh gxa oveokf0v'xt-k-q o 3fpxt-k-q o c]t grn j vzq oxt3spf0v'xt-k-q oK ສະຫາຍ ພົນໂທ ແສງນວນ ໄຊຍະລາດ ]a f4t,q o8u dt-;'dko8j k'xtgmf 8h voIa [ gvdva d7t]a f4tm6 f dkokfk xt9evk-Po 7totz6h cmo]k; g0Q kIj ;,dv'xt-5 ,7tot de,kmy dkolt4y 8y ltstxt-k-kf 7A 'mu 57 ]a f4t[ko 1n o1a odkolt|v'oE,a opa '16j .ogdo muj lk,kf7;[75 ,wfh c]t ,u xt]y ,koleIv'muj rP'r= gxu f'ko;k'ltcf' ]k;vu 37,= g8u gva dl3x 2026 ]y g]u j ,ra fmtoks]a dl6 f/b dvq [Iq ,w]ptlA o fh kodkog'o{glf4tdy f lkmk]totl5 d ]k;{9u o sk]n c]dxj Po dkolqj 'glu ,dko]q 'mb o F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ dq ,8es];f75 ,0a '{ fa flh k' lts]5 [ ;Pd'koxt9exu los] g-n j v,-b ,,t8y dv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ສັນຕິພາບ ພົມວິຫານ (ຜູ້ທີ 9 ນັບຈາກຊ້າຍຫາຂວາ) F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ເມື່ອບໍ່ດົນມານີ້, ຄະນະຜູ້ ແທນສປປລາວນໍາໂດຍທ່ານນາງ ເພັດສະໜອນ ສອນ ຫົວໜ້າສູນ ສະຖິຕິແຫ່ງຊາດ ກະຊວງການເງິນ ຂປລ. ກົມຕຳຫລວດຄຸມຂັງດັດສ້າງ ກະຊວງປ້ອງກັນຄວາມ ສະຫງົບ (ປກສ) ຈັດກອງປະຊຸມ ສະຫລຸບວຽກງານ ປະຈຳປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ໃນວັນທີ 11 ມີນາ 2026 ໂດຍການເປັນປະທານຂອງ ທ່ານ ພົຈວ ລັດສະໝີ ໄຊຍະຄຳ ຫົວໜ້າ ກົມຕຳຫລວດຄຸມຂັງ-ດັດສ້າງ, ມີ ຄະນະພັກ-ຄະນະກົມ, ພ້ອມດ້ວຍ ພະນັກງານຫລັກແຫລ່ງພາຍໃນກົມ ດັ່ງກ່າວເຂົ້າຮ່ວມ. ໂອກາດນີ້, ທ່ານ ພັອ ຄຳຫລ້າ ບົວພະຄຸນ ຮອງຫົວໜ້າກົມຕຳ ຫລວດຄຸມຂັງ-ດັດສ້າງ ກະຊວງ ປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ ຂປລ. ຄະນະຜູ້ແທນກະຊວງ ການເງິນ ນໍາໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ ພ້ອມດ້ວຍຄະນະເຂົ້າ ຮ່ວມກອງປະຊຸມປຶກສາຫາລື ຮ່ວມ ກັບສໍານັກງານສົ່ງເສີມການລົງທຶນ ຂປລ. ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ (ສນຫລ) ຈັດກອງ ຂປລ. ກົມສົ່ງເສີມຈຸນລະວິສາ ຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ(ກສວ), ກະຊວງອຸດສາ ຫະກຳ ແລະ ການຄ້າ ຮ່ວມກັບ ບໍລິ ສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ ຈັດງານວາງສະແດງ “ລາວອີໂຄ ຂປລ. ໃນວັນທີ 10 ມີນາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Ambra Dickie ເອກອັກຄະ ລັດຖະທູດ ການາດາ ປະຈໍາອາ ຊຽນ ທີ່ ຈາກາຕາ, ອິນໂດເນເຊຍ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມືອາຊຽນ-ກາ ນາດາ ຕະຫລອດໄລຍະຜ່ານມາ ກໍຄື ການຈັດຕັ້ງຜັນຂະຫຍາຍການ ເປັນຄູ່ຮ່ວມຍຸດທະສາດອາຊຽນ- (Invest HK) ເຂດປົກຄອງ ພິເສດຮົງກົງ, ສປ ຈີນ ເພື່ອຫາລື ປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງ ທີ XII ຂອງພັກ ໃນວັນທີ 11 ມີນາ 2026 ໂດຍການເປັນປະທານຂອງ ສະຫາຍ ພົນໂທ ແສງນວນ ໄຊຍະ ລາດ ເລຂາຄະນະບໍລິຫານງານພັກ, ປະທານ ສນຫລ, ມີຮອງປະທານ ສນຫລ ພ້ອມດ້ວຍສະມາຊິກພັກພະນັກງານເຂົ້າຮ່ວມ. ສະຫາຍ ພົນໂທ ແສງນວນ ໄຊ ຍະລາດ ໄດ້ກ່າວວ່າ: ກອງປະຊຸມ ຄັ້ງນີ້, ຈັດຂຶ້ນເພື່ອສ້າງຄວາມຮັບ ຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ເນື້ອໃນ ມໍເຕີເອັກສໂປ2026 “ (LaoEco Motor Expo 2026) ໃນວັນທີ gxu f,tstde|a 'ln c]t ;a fmtotmeokok-kf 7A 'mu VI ຂປລ. ມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI ປະຈຳປີ 2026 (Book Festival VI, 2026) ພາຍໃຕ້ຄຳຂວັນ: “ໜັງສືເຊື່ອມໂຍງວັດທະນະທຳ Books Connecting Culture” ຈັດຂຶ້ນຢ່າງເປັນທາງການ ໃນລະ ຫວ່າງວັນທີ10-15ມີນາ 2026ຢູ່ ການາດາ ແລະ ການຈັດຕັ້ງປະຕິ ບັດແຜນປະຕິບັດງານອາຊຽນການາດາ ສະບັບປີ 2021-2025. ພ້ອມນີ້, ຍັງໄດ້ປຶກສາຫາລືແລະກໍາ ນົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສືບຕໍ່ເນັ້ນຢໍ້າຄວາມໝາຍໝັ້ນ ຮ່ວມກັນໃນການຮັບຮອງເອົາແຜນ ປະຕິບັດງານອາຊຽນ-ການາດາ ສະບັບປີ 2026-2030, ການ ເລັ່ງລັດຂະບວນການເຈລະຈາເຂດ ການຄ້າເສລີອາຊຽນ-ການາດາ (ACAFTA) ລວມເຖິງການ ກະກຽມໃຫ້ແກ່ການສະເຫລີມ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະ ຊຸມ ສະໄໝທີ 57 ຂອງຄະນະກຳມາ ທິການສະຖິຕິ ແລະ ກອງປະຊຸມ ຂປລ. ເມື່ອບໍ່ດົນມານີ້, ມະຫາ ວິທະຍາໄລວິທະຍາສາດສຸຂະພາບ (ມວສ) ຈັດກອງປະຊຸມລິເລີ່ມ ການພັດທະນາຫລັກສູດການຝຶກ ອົບຮົມໄລຍະສັ້ນດ້ານການເງິນ ສາທາລະນະສຸກ ແລະ ເສດຖະສາດ ສາທາລະນະສຸກພ້ອມທັງການພິຈາ ລະນາເຊື່ອມສານເນື້ອໃນດັ່ງກ່າວ ເຂົ້າໃນຫລັກສູດລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ຂອງ ມວສ ໂດຍການເປັນປະທານ ຂອງ ທ່ານ ມາຍຟອງ ມາຍຊາຍ ອະທິການບໍດີ ມວສ, ມີອົງການ ແຮງງານສາກົນ, ຜູ້ຕາງໜ້າຈາກ ອົງການຈັດຕັ້ງສາກົນຕ່າງໆ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເປັນການລິ ເລີ່ມສ້າງ, ເສີມຂະຫຍາຍແລະແລກ ປ່ຽນຮຽນຮູ້ດ້ານການເງິນສາທາ ລະນະສຸກ ແລະ ເສດຖະສາດສາທາ ລະນະສຸກເປົ້າໝາຍເພື່ອການພັດ ທະນາຫລັກສູດການຝຶກອົບຮົມໄລ ຍະສັ້ນ ແລະ ພິຈາລະນາເຊື່ອມສານ ເນື້ອໃນດັ່ງກ່າວເຂົ້າໃນຫລັກສູດລະ ດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ຂອງ ມວສ. ໃນນັ້ນ, ໄດ້ມີການນໍາສະເໜີສະພາບລວມ ແຜນການພັດທະນາຫລັກສູດເສດ ຖະສາດ-ການເງິນສາທາລະນະສຸກ ເປັນ 4 ໂມດູນ (module): ການ ເງິນສາທາລະນະສຸກແບບປະຍຸກ ໃຊ້; F ອ່ານຕໍ່ໜ້າ 2່ າໍ່ ໜ້າ y ຂປລ. ປັດຈຸບັນ, ການສະໜອງ ນ້ຳມັນ ພາຍໃນປະເທດ ແມ່ນຍັງ ຢູ່ໃນເກນທີ່ສາມາດຄວບຄຸມໄດ້ ແລະ ຍັງມີປະລິມານສຳຮອງທີ່ ພຽງພໍສຳລັບການຊົມໃຊ້ ໃນໄລຍະ ໜຶ່ງ, ການນຳເຂົ້າຈາກຕ່າງປະເທດ ສາມາດສະໜອງຂ້ອນຂ້າງໄດ້ ປົກກະຕິ, ທີ່ສໍາຄັນລັດຖະບານ ພາບປະກອບ

@ 0j k; c]t gsfdko j 12/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ລັດຖະມົນຕີ...ັົີ ລາວ-ຈີນ...ີ ກົມຕຳຫລວດ...ົ ແລກປ່ຽນປະສົບການ ໃນການສົ່ງ ເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ສຶກສາແລກປ່ຽນ ການປະຕິບັດນະໂຍບາຍພາສີ-ອາ ກອນແລະ ການປະຕິບັດນະໂຍບາຍ ພັນທະຄ່າທໍານຽມ ໃຫ້ແກ່ບັນດາ ບໍລິສັດນັກລົງທຶນຂະໜາດນ້ອຍ ແລະ ຂະໜາດໃຫຍ່. ການພົບປະຄັ້ງນີ້, ສອງຝ່າຍ ໄດ້ພ້ອມກັນປຶກສາຫາລືແລກປ່ຽນ ແນວທາງການຈັດຕັ້ງປະຕິບັດນະ ໂຍບາຍການເງິນສີຂຽວ, ສິນເຊື່ອ ກາກບອນ, ນະໂຍບາຍການສົ່ງ ເສີມພັນທະບັດສີຂຽວ ແລະ ອື່ນໆ ຊຶ່ງຖືເປັນອີກເວທີໜຶ່ງ ໃນການຊຸກຍູ້ ສົ່ງເສີມຜັນຂະຫຍາຍການຮ່ວມມື ໃນການລົງທຶນທາງດ້ານການເງິນ ແລະ ສົ່ງເສີມຕະຫລາດຄໍາ ອອກສູ່ ຕະຫລາດສາກົນ, ສຶກສາແລກປ່ຽນ ນະໂຍບາຍການຊື້-ຂາຍຄໍາໃນຕະ ຫລາດສາກົນ, ການຊໍາລະສະສາງ ຕ່າງໆ ແລະ ສາງຄວາມປອດໄພ ໃນການເກັບຮັກສາຄໍາ. ຜົນໄດ້ຮັບໃນການປຶກສາຫາລື ແລກປ່ຽນບົດຮຽນຄັ້ງນີ້, ເຫັນວ່າ ສໍານັກງານສົ່ງເສີມການລົງທຶນ ເປັນອົງການໜຶ່ງທີ່ສໍາຄັນຂອງ ລັດຖະບານເຂດປົກຄອງພິເສດຮົງ ກົງ ສປ ຈີນ ທີ່ເຮັດໜ້າທີ່ເປັນຜູ້ ຊຸກຍູ້ສົ່ງເສີມນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ທັງເປັນຜູ້ຈັດ ຕັ້ງປະຕິບັດນະໂຍບາຍຂອງລັດຖະ ບານ ເພື່ອສ້າງລາຍຮັບ ແລະ ຜົນ ປະໂຫຍດອັນສູງສຸດໃຫ້ແກ່ລັດຖະ ບານ ເຂດປົກຄອງພິເສດຮົງກົງ ສປ ຈີນ. ໃນນັ້ນ, ສາມາດສຶກສາ ໄດ້ວ່າ ເຂດປົກຄອງພິເສດຮົງກົງ ສປ ຈີນ ເປັນສູນລວມທາງດ້ານ ການເງິນ ແລະ ການລົງທຶນສາກົນ ເປັນປະຕູດ່ານໜ້າເຂົ້າສູ່ຕະຫລາດ ສາກົນ ທີ່ມີບັນດາບໍລິສັດໃຫຍ່ໆ ຈາກທົ່ວໂລກ ໃຫ້ຄວາມສໍາຄັນໃນ ການລົງທຶນໃນຂົງເຂດການເງິນ ແລະ ຕະຫລາດຄໍາສາກົນ ແລະ ເຫັນວ່າເປັນບາດກ້າວອັນສໍາຄັນ ໃນການສ້າງຜົນປະໂຫຍດໃຫ້ແກ່ ສປປ ລາວ ແລະ ສາມາດຜັນຂະ ຫຍາຍການຮ່ວມມື ຊຸກຍູ້ສົ່ງເສີມ ການລົງທຶນໃນຂະແໜງການເງິນ, ຂະແໜງອຸດສາຫະກໍາຄໍາ, ການ ເງິນສີຂຽວ, ພັນທະບັດສີຂຽວ, ສິນເຊື່ອກາກບອນ ແລະ ບັນດາຂະ ແໜງການອື່ນໆ ຢູ່ ສປປ ລາວ ໃນ ອານະຄົດຂ້າງໜ້າ. ໃນໂອກາດດຽວກັນ, ທ່ານລັດ ຖະມົນຕີກະຊວງການເງິນ ຍັງໄດ້ ພົບປະກັບບັນດາສະຖາບັນການ ເງິນ ສໍາຄັນຂອງເຂດປົກຄອງພິ ເສດຮົງກົງ ສປ ຈີນ ຈຳນວນໜຶ່ງ ຕື່ມອີກ. ຂ່າວ: ກະຊວງການເງິນ ສະຫລອງການພົວພັນຮ່ວມມືອາ ຊຽນ-ການາດາ ຄົບຮອບ 50 ປີ ໃນປີ 2027 ແລະ ການຮັດແໜ້ນ ການຮ່ວມມືໃນບັນດາຂົງເຂດທີ່ ສອງຝ່າຍມີທ່າແຮງ ແລະ ມີຄວາມ ສົນໃຈຮ່ວມກັນ ເປັນຕົ້ນແມ່ນການ ຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ, ພະລັງງານສະອາດ, ບໍ່ແຮ່, ການສຶກສາ ແລະ ການສ້າງ ຂີດຄວາມສາມາດ, ການພັດທະນາ ແບບຍືນຍົງ ແລະ ການທ່ອງທ່ຽວ ແບບອະນຸລັກ. ໂອກາດນີ້, ທ່ານເອກອັກຄະລັດ ຖະທູດ ການາດາ ປະຈໍາອາຊຽນ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ແລະ ການພົວ ພັນຮ່ວມມືອັນດີ ໃນນາມປະເທດ ປະສານງານໃຫ້ແກ່ການພົວພັນ ຮ່ວມມືອາຊຽນ-ການາດາ ສໍາລັບ ສົກປີ 2024-2027 ພ້ອມທັງ ສະແດງຄວາມໝາຍໝັ້ນໃນການ ສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນ ການຮັດແໜ້ນ ແລະ ເສີມຂະຫຍາຍ ການພົວພັນຮ່ວມມືອາຊຽນ-ກາ ນາດາ ໃຫ້ນັບມື້ນັບຂະຫຍາຍຕົວ ຍິ່ງໆຂຶ້ນ. ວ່າ: ໄລຍະ 1ປີຜ່ານມາ, ຄະນະພັກຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈ ໃສ່ນຳພາ-ຊີ້ນຳຢ່າງໃກ້ຊິດ ໃນການ ປັບປຸງກຳລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ. ປັດຈຸບັນ, ມີຜູ້ຖືກຄຸມຂັງ ທົ່ວປະເທດ ເກືອບ 40 ພັນຄົນ ຊຶ່ງຄະນະບັນຊາໄດ້ເອົາໃຈໃສ່ຄົ້ນ ຄວ້າປະຕິບັດນະໂຍບາຍອະໄພຍະ ໂທດ-ຜ່ອນໂທດ ໃຫ້ແກ່ນັກໂທດ ທີ່ມີຄວາມກ້າວໜ້າໃນວັນຊາດທີ 2 ທັນວາ ຈຳນວນ 2.858 ຄົນ ແລະ ປ່ອຍຕົວຜູ້ພົ້ນໂທດ 670 ຄົນ. ນອກຈາກນັ້ນ, ຍັງໄດ້ຖືເອົາວຽກ ງານສຶກສາອົບຮົມການເມືອງແນວຄິດເປັນກົກ ໂດຍສາມາດ ອົບຮົມເປົ້າໝາຍຕ່າງໆໄດ້ກວ່າ 57.000 ເທື່ອຄົນ, ພ້ອມທັງຊຸກຍູ້ ການຝຶກວິຊາຊີບ ແລະ ການອອກ ແຮງງານຜະລິດໃນຂະແໜງຫັດ ຖະກຳ, ກະສິກຳ ແລະ ບໍລິການ ຊຶ່ງ ມີນັກໂທດເຂົ້າຮ່ວມ 15.785 ຄົນ, ສາມາດສ້າງລາຍຮັບເພື່ອມາປັບ ປຸງຊີວິດການເປັນຢູ່ ແລະ ບູລະນະ ກົມກອງ, ໄດ້ເອົາໃຈໃສ່ຊີ້ນຳການ ພັດທະນາພື້ນຖານໂຄງລ່າງ, ສາ ມາດສຳເລັດ 7 ໂຄງການໃຫຍ່ ເປັນຕົ້ນ ການສ້າງເຮືອນນອນ, ໂຮງໝໍຄ້າຍ ແລະ ລະບົບເຕັກນິກ ຢູ່ຄ້າຍຄຸມຂັງແຂວງຈຳປາສັກ, ສະ ຫວັນນະເຂດ ແລະ ຫລັກ 62 ເພື່ອ ແກ້ໄຂບັນຫາຄວາມແອອັດ ແລະ ຍົກລະດັບຄຸນນະພາບຊີວິດຂອງຜູ້ ຖືກຄຸມຂັງໃຫ້ດີຂຶ້ນກວ່າເກົ່າ. ສຳລັບທິດທາງແຜນການຈຸດ ສຸມໃນປີ 2026 ສືບຕໍ່ສຸມໃສ່ ປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມ ແຂງ, ກໍ່ສ້າງພະນັກງານໃຫ້ມີ ຄວາມຮູ້ຄວາມສາມາດ ແລະ ມີລະ ບຽບວິໄນເຂັ້ມງວດ, ເພີ່ມທະວີ ການປ້ອງກັນເວນຍາມ 24 ຊົ່ວ ໂມງ ເພື່ອຮັບປະກັນຄວາມສະຫງົບ ຮຽບຮ້ອຍ ແລະ ສະກັດກັ້ນທຸກປະ ກົດການຫຍໍ້ທໍ້ພາຍໃນຄ້າຍ. ພ້ອມ ກັນນັ້ນ, ຈະເລັ່ງຫັນການຄຸ້ມຄອງ ສຳນວນເອກະສານນັກໂທດເຂົ້າສູ່ ລະບົບດີຈິຕອນທີ່ທັນສະໄໝ, ສືບ ຕໍ່ຊຸກຍູ້ການຝຶກວິຊາຊີບໃຫ້ກາຍ ເປັນຂະບວນການຟົດຟື້ນ ເພື່ອໃຫ້ ນັກໂທດມີອາຊີບທີ່ໝັ້ນຄົງພາຍ ຫລັງພົ້ນໂທດອອກໄປສູ່ສັງຄົມ, ເອົາໃຈໃສ່ປະຕິບັດນະໂຍບາຍ ຕ່າງໆ ໃຫ້ຖືກຕ້ອງຕາມລະບຽບ ກົດໝາຍ ແລະ ສືບຕໍ່ພັດທະນາ ພື້ນຖານໂຄງລ່າງຄ້າຍຄຸມຂັງໃຫ້ ມີຄວາມພ້ອມ ເພື່ອແກ້ໄຂບັນຫາ ຄວາມແອອັດ ແລະ ຮັບປະກັນໃຫ້ ວຽກງານວິຊາສະເພາະມີປະສິດທິ ຜົນສູງສຸດ. ຂ່າວ: ແກ້ວ ເປີດມະຫະກຳໜັງສື...ີັື ນະທໍາ ແລະ ການທ່ອງທ່ຽວ. ທ່ານ ສົມໄໝ ພົມມະຈັນ ອຳ ນວຍການສຳນັກພິມດີບຸກ ໄດ້ໃຫ້ຮູ້ ວ່າ: ມະຫະກຳໜັງສືແລະວັດທະນະ ທຳນານາຊາດ ຄັ້ງນີ້, ມີຫ້ອງວາງ ສະແດງ ທັງໝົດ 75 ຫ້ອງ. ໃນນີ້, ມີ ຫ້ອງວາງສະແດງຈາກສະຖານທູດ ຫວຽດນາມ, ການາດາ, ອິນເດຍ ແລະ ກຳປູເຈຍ ແລະ ອີກຫລາຍໆ ພາກສ່ວນສາກົນ ໄດ້ນໍາເອົາວັດທະ ນະທຳ ແລະ ແຫລ່ງທຶນການສຶກສາ ມາເປີດໂລກໃຫ້ແກ່ຊາວໜຸ່ມລາວ ຕື່ມອີກ. ງານຄັ້ງນີ້, ຍັງເປັນເວທີ ທີ່ສອດຄ່ອງກັບແຜນຍຸດທະສາດ ການພັດທະນາຊັບພະຍາກອນມະ ນຸດຂອງລັດຖະບານ ເພື່ອສົ່ງເສີມ ຈິດໃຈສຳຄັນຂອງແນວທາງການ ເມືອງ ແລະ ແນວທາງການຈັດຕັ້ງ ທີ່ໄດ້ກຳນົດອອກໃນກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກຢ່າງເປັນລະບົບ; ເຊື່ອມ ຊຶມກຳແໜ້ນເນື້ອໃນທີ່ຈະໄດ້ເອົາ ມານຳພາ-ຊີ້ນຳ ແລະ ປະຕິບັດຕົວ ຈິງຢູ່ ສນຫລ; ເພື່ອໃຫ້ບັນດາສະ ຫາຍຮູ້ຫັນເອົາເນື້ອໃນຈິດໃຈມະຕິ ດັ່ງກ່າວ ມາສ້າງເປັນແຜນດຳເນີນ ງານ, ແຜນປະຕິບັດງານລະອຽດ, ກຳນົດໜ້າວຽກ, ແຜນຄົນ, ແຜນ ເງິນ, ຄວາມຮັບຜິດຊອບ, ກຳນົດ ເວລາອັນຊັດເຈນ, ແທດຕົວຈິງກັບ ໜ້າທີ່ການເມືອງຂອງສະຫະພັນ ນັກຮົບເກົ່າ ແລະ ສາມາດຈັດຕັ້ງ ປະຕິບັດໃຫ້ມີຜົນສຳເລັດເປັນຮູບ ປະທຳ; ເພື່ອໃຫ້ບັນດາສະຫາຍມີ ກົນໄກ, ລະບອບແບບແຜນໃນການ ຜັນຂະຫຍາຍ, ການຕິດຕາມ, ກວດ ກາ, ການຊຸກຍູ້, ຈັດຕັ້ງປະຕິບັດທີ່ ຖືກຕ້ອງແທດເຖິງ ແລະ ມີວິທະຍາ ສາດ; ເພື່ອໃຫ້ມີຄວາມເປັນເອກະ ພາບສູງພາຍໃນ, ມີຄວາມຕັດສິນ ໃຈອັນເດັດດ່ຽວ, ກ້າຫານ, ປະດິດ ສ້າງເພື່ອຜັນຂະຫຍາຍ ແລະ ຈັດຕັ້ງ ປະຕິບັດມະຕິດັ່ງກ່າວໃຫ້ເຂົ້າສູ່ ລວງເລິກ ແລະ ເປັນຮູບປະທຳ. ໃນ ນີ້, ຜູ້ເຂົ້າຮ່ວມຍັງຈະໄດ້ກວດກາຄືນ ສນຫລ... ບັນດາທິດທາງ, ຄາດໝາຍ ແລະ ໜ້າວຽກອັນລະອຽດຂອງສະຫະ ພັນນັກຮົບເກົ່າ ທີ່ເຫັນວ່າອັນໃດ ສອດຄ່ອງກັບເນື້ອໃນຈິດໃຈມະຕິ ຂອງພັກແລ້ວ ແມ່ນໃຫ້ຮີບຮ້ອນ ລົງມືຈັດຕັ້ງປະຕິບັດ; ແຕ່ອັນໃດບໍ່ ທັນສອດຄ່ອງ, ຂັດກັບມະຕິຂອງ ພັກ ແລະ ບໍ່ແມ່ນໜ້າທີ່ການເມືອງ ຂອງນັກຮົບເກົ່າ ກໍຈຳເປັນຕ້ອງ ໄດ້ປັບປຸງ, ປ່ຽນແປງ, ແກ້ໄຂໂດຍ ໄວຈຶ່ງຈັດຕັ້ງປະຕິບັດ. ຈາກນັ້ນ, ສະຫາຍ ພົນໂທ ວົງຄໍາ ພົມມະ ກອນ ຮອງເລຂາຄະນະບໍລິຫານ ງານພັກ ຮອງປະທານ ສນຫລ ໄດ້ ໃຫ້ກຽດເຜີຍແຜ່, ເຊື່ອມຊຶມເນື້ອ ໃນຈິດໃຈເອກະສານສຳຄັນຂອງ ໂຄງການ ການເມືອງສະບັບທີ 3 ຂອງພັກ; ຮ່າງລາຍງານການ ເມືອງ; ມະຕິກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ. ໃນນັ້ນ, ຍັງໄດ້ ຮັບຟັງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ການເຊື່ອມຊຶມເອກະສານຄັ້ງນີ້, ເພື່ອເປັນການສືບຕໍ່ບຸກທະລຸດ້ານ ຈິນຕະນາການ, ຍົກສູງຫລັກໝັ້ນ ການເມືອງ, ຄວາມເດັດດ່ຽວໜຽວ ແໜ້ນ ພ້ອມທັງເປັນການຕ້ານ ແລະ ແກ້ໄຂທັດສະນະຜິດເຂວຕ່າງໆ, ລັດທິຄຳພີກົນຈັກ, ຮັກສາຄວາມ ສາມັກຄີພາຍໃນພັກໃຫ້ບັນດາຄະ ນະບໍລິຫານງານພັກ, ຄະນະປະຈຳ ພັກ, ຄະນະໜ່ວຍພັກ, ສະມາຊິກ ພັກຢູ່ ສນຫລ ໄດ້ກຳແໜ້ນແນວ ທາງຂອງພັກ; ແຜນພັດທະນາ ເສດຖະກິດ-ສັງຄົມຂອງລັດ ເພື່ອ ສືບຕໍ່ໄປຄົ້ນຄວ້າ, ຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງຂອງຕົນໃຫ້ ເປັນຮູບປະທຳຕໍ່ໄປ. ພາບ: ວັນເພັງ ສະໂມສອນໃຫຍ່ ມະຫາວິທະຍາໄລ ແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການຮ່ວມຈັດງານລະຫວ່າງ ສຳນັກພິມດີບຸກ ກັບ ມະຫາວິທະຍາ ໄລແຫ່ງຊາດ ແລະ ກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງວັດທະ ໃຫ້ປະຊາກອນລາວ 2 ໃນ 3 ກາຍ ເປັນຜູ້ທີ່ຮັກການອ່ານ ພາຍໃນປີ 2030; ທັງເປັນການສົ່ງເສີມວັດທະ ນະທຳການອ່ານແລະຍົກລະດັບວົງ ການໜັງສືລາວສູ່ເວທີສາກົນ ແລະ ເປັນການຮ່ວມສະເຫລີມສະຫລອງ ວັນສຳຄັນຕ່າງໆ ເຊັ່ນ: ວັນສ້າງ ຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ, ວັນແມ່ຍິງສາກົນ, ວັນກະວີໂລກ ແລະ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ອີກດ້ວຍ. ພາຍໃນງານດັ່ງກ່າວ, ນອກ ຈາກຈຳໜ່າຍໜັງສືແລ້ວ, ຍັງມີກິດ ຈະກຳຕ່າງໆອີກຫລາຍລາຍການ ເຊັ່ນ:ການເປີດໂຕປຶ້ມໃໝ່18ເຫລັ້ມ, ການເສວະນາ ແລະ ບັນຍາຍພິເສດ 8 ລາຍການ (ຈາກນັກທຸລະກິດ, ນັກຂຽນລາງວັນຊີໄຣ ແລະ ວິທະ ຍາກອນຊົງຄຸນວຸທິ). ພ້ອມນີ້, ຍັງ ຈະເປີດໂຄງການ “ເສີມສ້າງຄວາມ ພ້ອມດ້ານການລົງທຶນ ສຳລັບຜູ້ ປະກອບການຍິງ ໃນ ສປປ ລາວ”, ກິດຈະກຳເດີນແບບປຶ້ມ ແລະ ການ ສະແດງສິລະປະວັດທະນະທຳຈາກ ນ້ອງນັກຮຽນ-ນັກສຶກສາ. ງານມະຫະກຳໜັງສື ແລະ ວັດ ທະນະທຳນານາຊາດ ຄັ້ງທີ VI ປະຈຳປີ 2026 ເລີ່ມເປີດເວລາ 09:00-17:00 ໂມງ, ເປີດໃຫ້ເຂົ້າ ຮ່ວມທ່ຽວຊົມ, ຊື້ໜັງສື ແລະ ຮ່ວມ ກິດຈະກຳຕ່າງໆໄດ້ໂດຍບໍ່ມີຄ່າ ເຂົ້າຊົມ. ຂ່າວ: ທະນູທອງ ເສດຖະສາດສາທາລະນະສຸກແບບ ປະຍຸກໃຊ້; ການປະເມີນຄວາມຄຸ້ມ ຄ່າທາງການແພດ ແລະ ສາທາ ລະນະສຸກ ແລະ ການປະເມີນເຕັກ ໂນໂລຊີທາງການແພດ. ຈາກນັ້ນ, ໄດ້ມີການເຮັດໝູນວຽນກຸ່ມສົນທະ ລິເລີ່ມພັດທະນາ...ິີ່ັ ນາ ເພື່ອປຶກສາຫາລື ແລະ ຮ່ວມ ກັນພັດທະນາຫລັກສູດຝຶກອົບຮົມ ໄລຍະສັ້ນ. ພ້ອມນັ້ນ, ໄດ້ການນໍາ ສະເໜີລາຍວິຊາທີ່ກ່ຽວຂ້ອງກັບ ເສດຖະສາດ-ການເງິນ ສາທາ ລະນະສຸກ ທີ່ມີໃນຫລັກສູດປະລິນ ຍາໂທ ຂອງຄະນະສາທາລະນະ ສຸກສາດ ແລະ ເຮັດການໝູນວຽນ ກຸ່ມສົນທະນາ ເພື່ອປຶກສາຫາລື ການເຊື່ອມສານລາຍວິຊາຂອງ ເສດຖະສາດ-ການເງິນ ສາທາ ລະນະສຸກ ເຂົ້າໃນຫລັກສູດລະດັບ ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ຂອງ ມວສ. ຂໍ້ມູນ-ພາບ: ກະຊວງສາທາລະນະສຸກ

12/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ pk,.f]a f4t[ko d= 4n gvq k;Pd'kodkolb dlkwxdj vo;Pd'kovn j o[kfdh k;|b j ' 3I'\= c0;';P'9a o gxa o3I'\= 8q ;c[[ dko]h P']6 dfh ;poq ,c,j xt9exu 2025 ຂປລ. ພິທີສະເຫລີມສະຫລອງ ໂຮງໝໍແຂວງວຽງຈັນ ເປັນໂຮງໝໍ ຕົວແບບການລ້ຽງລູກດ້ວຍນົມ ແມ່ ປະຈຳປີ 2025 ຈັດຂຶ້ນ ເມື່ອບໍ່ດົນມານີ້, ທີ່ໂຮງໝໍແຂວງ ວຽງຈັນ ໂດຍມີທ່ານ ດຣ ບຸນຊູ ແກ້ວມະຫາວົງ ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ, ທ່ານ ດຣ. ນາງ ວັນເພັງ ພັນທະນາໄລ ຫົວໜ້າພະແນກສາທາລະນະສຸກ ແຂວງວຽງຈັນ ພ້ອມດ້ວຍຜູ້ຕາງ ໜ້າຈາກອົງການຈັດຕັ້ງສາກົນ ແລະ ຜູ້ໃຫ້ການສະໜັບສະໜູນ ແລະ ພະນັກງານພາຍໃນໂຮງໝໍແຂວງ ເຂົ້າຮ່ວມ. ທ່ານ ດຣ ບຸນຊູ ແກ້ວມະຫາວົງ ໄດ້ໃຫ້ຮູ້ວ່າ: ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນກ່ຽວກັບສຸຂະ ພາບຂອງປະຊາຊົນລາວ ກໍຄື ກະ ຊວງສາທາລະນະສຸກ ໄດ້ເອົາໃຈ ໃສ່ເບິ່ງແຍງຕໍ່ສຸຂະພາບ ໂດຍຖືເອົາ ການສົ່ງເສີມສຸຂະພາບ ແລະ ປິ່ນປົວ ເປັນສຳຄັນນ້ຳນົມແມ່ ແມ່ນສານ ອາຫານທີ່ຈຳເປັນທີ່ສຸດສຳລັບເດັກ ອ່ອນ ແລະ ເດັກນ້ອຍ ເພື່ອສ້າງພູມ ຕ້ານທານຫລຸດຜ່ອນອັດຕາການ (ແຫລ່ງຂ້ໍມູນຈາກ ແຂວງວຽງ) ເຈັບເປັນ, ການຕາຍຂອງເດັກຫລັງ ເກີດ, ພ້ອມທັງສາມາດຊ່ວຍຫລຸດ ຜ່ອນອັດຕາການຂາດສານອາຫານ ຂອງເດັກນ້ອຍ. ການຈັດຕັ້ງປະຕິບັດ ການປະເມີນ ແລະ ຮັບຮອງໂຮງໝໍ ຕົວແບບການລ້ຽງລູກດ້ວຍນ້ຳນົມ ແມ່ ເປັນບາດກ້າວສຳຄັນໃນການ ສົ່ງເສີມ ແລະ ປັບປຸງຄຸນນະພາບ ຂອງການບໍລິການວຽກງານສົ່ງ ເສີມການລ້ຽງລູກດ້ວຍນ້ຳນົມແມ່ ຢູ່ໃນສະຖານທີ່ບໍລິການສຸຂະພາບ ໃຫ້ມີການພັດທະນາໄປເທື່ອລະ ກ້າວ ຊຶ່ງພິທີປະກາດໂຮງໝໍຕົວ ແບບການລ້ຽງລູກດ້ວຍນົມແມ່ຄັ້ງ ນີ້ ຈະເປັນໂຮງໝໍຕົວແບບ ທີ່ສຳຄັນ ເພື່ອຈະເປັນການຜັນຂະຫຍາຍໃຫ້ ໂຮງໝໍປະເພດ ກ ຂັ້ນເມືອງ ທີ່ມີ ຄວາມພ້ອມເປັນໂຮງໝໍຕົວແບບ ເຊັ່ນດຽວກັນກັບໂຮງໝໍແຂວງ. ທ່ານ ດຣ ນາງ ວັນເ ພັງ ພັນທະນາໄລ ຫົວໜ້າພະແນກ ສາທາລະນະສຸກ ແຂວງວຽງຈັນ ກ່າວວ່າ: ໃນໄລຍະຜ່ານມາພະ ແນກສາທາລະນະສຸກແຂວງ ໄດ້ ເອົາໃຈໃສ່ ນຳພາ-ຊີ້ນຳ ແລະ ຊຸກ ຍູ້ໃຫ້ບັນດາສະຖານທີ່ບໍລິການ ສາທາລະນະສຸກ ຈັດຕັ້ງປະຕິບັດ ນະໂຍບາຍແຫ່ງຊາດ ວ່າດ້ວຍການ ສົ່ງເສີມການລ້ຽງລູກດ້ວຍນົມແມ່ ຢ່າງຕັ້ງໜ້າ ໂດຍສະເພາະການຜັນ ຂະຫຍາຍ “10 ຂັ້ນຕອນສູ່ການ ລ້ຽງລູກດ້ວຍນົມແມ່ທີ່ສຳເລັດ”. ການສ້າງຄວາມເຂັ້ມແຂງໃນການ ເປັນໂຮງໝໍສົ່ງເສີມລ້ຽງລູກດ້ວຍ ນົມແມ່ ນັບແຕ່ຂັ້ນແຂວງລົງຮອດ ສຸກສາລາ ແລະ ການມີສ່ວນຮ່ວມ ຂອງພາກສ່ວນອົງການປົກຄອງ ທ້ອງຖິ່ນ, 3 ອົງການຈັດຕັ້ງມະ ຫາຊົນໃນການເຜີຍແຜ່ໃຫ້ຊຸມຊົນ ຮັບຮູ້ຕໍ່ກັບຄວາມສຳຄັນຂອງການ ໃຫ້ນົມແມ່ແກ່ເດັກແຕ່ແລກເກີດ ເຖິງ 6 ເດືອນ ແລະ ສືບຕໍ່ຮອດ 2 ປີ. ນອກນັ້ນ, ກໍໄດ້ມີເປົ້າໝາຍຂະ ຫຍາຍໂຮງໝໍສົ່ງເສີມການລ້ຽງ ລູກດ້ວຍນົມແມ່ ໃນຂັ້ນໂຮງໝໍ ເມືອງ ໂດຍການຊຸກຍູ້ຕິດຕາມຈາກ ໂຮງໝໍແຂວງທີ່ມີປະສົບການໃນ ການຈັດຕັ້ງປະຕິບັດຜ່ານມາແລ້ວ ໂດຍມີແຜນຄາດຄະເນໃນປີ 2026 ໃຫ້ໄດ້ 1-2 ເມືອງ ທີ່ເປັນໂຮງໝໍ ສົ່ງເສີມການລ້ຽງລູກດ້ວຍນົມແມ່ ຂອງແຂວງວຽງຈັນ. ທ່ານນາງຈັນຫອມຄອນສະຫວັນ ຄະນະອຳນວຍການໂຮງໝໍແຂວງ ວຽງຈັນ ໃຫ້ຮູ້ວ່າ: ປີ 2022 ໂຮງໝໍ ແຂວງວຽງຈັນ ຖືກຮັບຮອງເປັນ ໂຮງໝໍຕົວແບບການລ້ຽງລູກດ້ວຍ ນົມແມ່ ຄັ້ງທີ I ແລະ ປີ 2025 ຖືກຮັບຮອງເປັນຄັ້ງທີ II. ນັບແຕ່ ປີ 2022 ຫາ ປັດຈຸບັນ, ຄະນະ ກຳມະການຮັບຜິດຊອບວຽກງານ ການສົ່ງເສີມການລ້ຽງລູກດ້ວຍນົມ ແມ່ ໄດ້ເຄື່ອນໄຫວປົກກະຕິມີການ ປະເມີນຕາມຕົວຊີ້ວັດ ເພື່ອພັດທະ ນາຮັກສາໄວ້ໃຫ້ໄດ້ຕົວແບບ ຄັ້ງທີ 2; ປັດຈຸບັນຄະນະກຳມະການຮັບ ຜິດຊອບວຽກງານລ້ຽງລູກດ້ວຍນົມ ແມ່ ມີທັງໝົດ 34 ທ່ານ. ຜົນການ ຈັດຕັ້ງປະຕິບັດໃນ ປີ 2025 ແມ່ຍິງ ທີ່ມາຝາກທ້ອງທັງໝົດ 3.524 ເທື່ອ ຄົນ, ເກີດລູກ 1.480 ຄົນ, ກວດ ເດັກດີ 15.343 ຄົນ, ເດັກນອນ ຫ້ອງມໍລະສຸມເດັກເກີດໃໝ່ 275 ຄົນ, ຮັບນົມບໍລິຈາກ ຈຳນວນ 5 ແມ່ 50 ຖົງ, ຮັບນົມຈາກໂຮງໝໍ ເພື່ອນລາວ 2 ຄັ້ງ 15 ກ່ອງ. ດ້ານ ການບໍລິການກັບຄົນເຈັບມີຜູ້ມານໍາ ໃຊ້ບໍລິການໃຫ້ຄໍາປຶກສາ 47 ຄົນ, ໄດ້ໃຫ້ຄໍາປຶກສາກັບທີ່ແລະ ຊ່ວຍແມ່ ດ້ວຍວິທີຕ່າງໆ ທີ່ຈໍາເປັນ 503 ຄົນ, ໄດ້ຊ່ວຍແມ່ໃນການເອົາລູກເຂົ້າເຕົ້າ ແລະ ທ່າອຸ້ມຕ່າງໆ 93 ຄົນ, ຊ່ວຍ ກະຕຸ້ນ, ນວດ, ບີບນໍ້ານົມຊ່ວຍແມ່ ພ້ອມແນະນໍາວິທີເກັບຮັກສານ້ຳນົມ ແມ່ 185 ຄົນ, ສອນ ແລະ ຊ່ວຍ ແມ່ວິທີປ້ອນນົມດ້ວຍບ່ວງ, ຈອກ ແລະ ສະແລ້ງ 275 ຄົນ. ສຳລັບ ແຜນການໃນຕໍ່ໜ້າສືບຕໍ່ນະໂຍບາຍ 162 ສາຍໃຍຮັກຈາກແມ່ ຫາ ລູກ; ປະຕິບັດນະໂຍບາຍສົ່ງເສີມການ ລ້ຽງລູກດ້ວຍນົມແມ່ ແລະ ວຽກ ໂພຊະນາການໃຫ້ມີຄວາມເຂັ້ມແຂງ ແລະ ຕໍ່ເນື່ອງຂຶ້ນ, ສືບຕໍ່ປະຕິບັດ ຕົວຊີ້ວັດໃໝ່ຂອງໂຮງໝໍຕົວແບບ ສົ່ງເສີມການລ້ຽງລູກດ້ວຍນົມແມ່ ໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້, ສ້າງຄວາມເຂັ້ມແຂງໃຫ້ທີມງານໃນ ໂຮງໝໍ ແລະ ຂະຫຍາຍວຽກງານ ລ້ຽງລູກດ້ວຍນົມແມ່ລົງສູ່ເມືອງ, ສຸກສາລາ ແລະ ຊຸມຊົນ, ສ້າງໂຮງ ໝໍເຄືອຂ່າຍໄດ້ 3 ໂຮງໝໍ ແລະ ຈະ ສືບຕໍ່ສ້າງຈົນໃຫ້ໄດ້ທຸກເມືອງທົ່ວ ແຂວງວຽງຈັນ. ໃນໂອກາດນີ້, ຍັງ ໄດ້ມີການມອບປ້າຍໂຮງໝໍຕົວແບບ ການລ້ຽງລູກດ້ວຍນົມແມ່ ປະຈຳປີ 2025 ໃຫ້ໂຮງໝໍແຂວງວຽງຈັນ ໂດຍການມອບຂອງທ່ານ ດຣ ບຸນຊູ ແກ້ວມະຫາວົງ ແລະ ຮັບໂດຍ ທ່ານ ດຣ ວົງເທວີ ຈັນຄຳມະວົງ ອ ຳ ນ ວ ຍ ກ າ ນ ໂ ຮ ງໝໍແ ຂ ວ ງ ວຽງຈັນ. ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ລັດຖະບານ ຍາມໃດກໍຖືວຽກງານການສຶກສາ ເປັນວຽກງານໜຶ່ງທີ່ສໍາຄັນ, ເອົາ ການສຶກສາໄປກ່ອນວຽກງານ ອື່ນບາດກ້າວໜຶ່ງ, ເອົາຄົນເປັນ ເປົ້າໝາຍ ແລະ ເປັນໃຈກາງ ໃນ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ການສຶກສາເປັນການ ພັດທະນາຊັບພະຍາກອນມະນຸດ ສ້າງຄົນໃຫ້ມີຄວາມຮູ້-ຄວາມ ສາມາດ, ມີຄຸນສົມບັດສິນທໍາປະຕິ ວັດ, ມີສຸຂະພາບແຂງແຮງທາງ ດ້ານຮ່າງກາຍ ແລະ ຈິດໃຈ, ຮັກ ຄວາມກ້າວໜ້າ ແລະ ມີວິທະຍາ ສາດ ເພື່ອກາຍເປັນກໍາລັງແຮງງານ ທີ່ມີຄຸນນະພາບຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງ ການພັດທະນາປະເທດຊາດໃນໄລ ຍະໃໝ່. ທ່ານ ນາງ ສຸກຂະເສີດ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຄໍາມ່ວນ ໄດ້ກ່າວ ເມື່ອບໍ່ດົນມານີ້ວ່າ: ໃນສົກຮຽນ ຜ່ານມາຢູ່ແຂວງຄຳມ່ວນ ເຖິງວ່າ ຈະມີຄວາມຫຍຸ້ງຍາກຫລາຍຢ່າງ ທີ່ສົ່ງຜົນກະທົບໂດຍກົງຕໍ່ການ ປະຕິບັດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ກໍຕາມ, ແຕ່ ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໄດ້ສຸມທຸກເຫື່ອແຮງ, ສະຕິປັນຍາປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ສາມາດ ຂັບເຄື່ອນປະຕິບັດແຜນພັດທະນາ ການສຶກສາ ແລະ ກິລາ ມີຜົນສໍາ ເລັດສໍາຄັນຫລາຍດ້ານ ແລະ ໄດ້ ຮັບຜົນສໍາເລັດທີ່ພົ້ນເດັ່ນເປັນຕົ້ນໄດ້ ຂະຫຍາຍການຈັດການຮຽນ-ການ ສອນສາຍສາມັນວິຊາຊີບ 9 ແຫ່ງຄື: ໂຮງຮຽນ ມປ ທ່າແຂກ, ໂຮງຮຽນ ສາມັນມິດຕະພາບ ຄໍາມ່ວນ-ກວາງ ບິ່ງ, ໂຮງຮຽນກິນນອນຊົນເຜົ່າ, ມສ ນາໂດນ, ມສ ມ່ວງສຸມ, ມສ ດົງໃຕ້, ມສ ຫົວນາ, ມສ ດົງກະແສນ ແລະ ມສ ຂົວໂດນ. ພ້ອມນີ້, ໄດ້ຈັດຕັ້ງ ການຮຽນ-ການສອນ ໃຫ້ນັກຮຽນ ຊັ້ນມັດທະຍົມສຶກສາ ມ3, ມ4, ມ5 ແລະ ມ6 ເຂົ້າຮຽນໃນຫລັກສູດ ສາມັນວິຊາຊີບ ໃນຮູບແບບພັກສິ້ນປີ ຮຽນໃນໄລຍະ 3 ເດືອນ ໃນຫລັກສູດ ຊັ້ນຕົ້ນ ລະດັບ C1 ທີ່ວິທະຍາໄລ ເຕັກນິກວິຊາຊີບ ແຂວງຄໍາມ່ວນ ຂ່າວ: ແດງສະຫວັດ ແສນພານິດ ຈໍານວນ 8 ສາຂາວິຊາຊີບຄື: ຊ່າງ ກໍ່-ໂບກ, ການປຸງແຕ່ງອາຫານ, ຕັດ ຫຍິບ, ສ້ອມແປງລົດຈັກ, ສ້ອມແປງ ໄຟຟ້າໃນອາຄານ, ສ້ອມແປງເຄື່ອງ ເຢັນ ແລະ ພື້ນຖານຄອມພິວເຕີ້. ນອກນັ້ນ, ຍັງໄດ້ເຂົ້າຮ່ວມມະຫະ ກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ ນະຄອນຫລວງວຽງຈັນເປັນເຈົ້າ ພາບໃນຄັ້ງນີ້ ຊຶ່ງແຂວງຄໍາມ່ວນ ໄດ້ສົ່ງປະເພດກິລາເຂົ້າຮ່ວມ 29 ປະເພດກິລາ ໃນຈໍານວນ 35 ປະ ເພດກິລາ ທີ່ຈັດການແຂ່ງຂັນທັງໝົດ ແລະ ວາງຄາດໝາຍ 50 ຫລຽນ ຄໍາ. ການແຂ່ງຂັນໃນຄັ້ງນີ້ ສາມາດ ຍາດໄດ້ 56 ຫລຽນຄໍາ, 41 ຫລຽນ ເງິນ, 77 ຫລຽນທອງ ລວມທັງໝົດ ໄດ້ 174 ຫລຽນ, ເກີນຄາດໝາຍ 6 ຫລຽນຄໍາຈັດຢູ່ໃນອັນດັບ 3 ຂອງ ປະເທດ ແລະ ໄດ້ເຂົ້າຮ່ວມມະຫະ ກໍາກິລາຄົນພິການແຫ່ງຊາດ ຄັ້ງ ທີ IV ທີ່ນະຄອນຫລວງວຽງຈັນ ຊຶ່ງໄດ້ສົ່ງປະເພດກິລາເຂົ້າຮ່ວມ 4 ປະເພດກິລາໃນຈໍານວນ 9 ປະເພດ ກິລາ ທີ່ຈັດການແຂ່ງຂັນທັງໝົດ ແລະ ວາງຄາດໝາຍ 10 ຫລຽນຄໍາ ຊຶ່ງສາມາດຍາດໄດ້ 16 ຫລຽນຄໍາ, 8 ຫລຽນເງິນ, 6 ຫລຽນທອງ ລວມ ທັງໝົດ 30 ຫລຽນ ຈັດຢູ່ອັນດັບທີ 4 ຂອງທົ່ວປະເທດ. ທ່ານນາງ ສຸກຂະເສີມສິດທິເດດ ກ່າວຕື່ມວ່າ: ໃນສົກຮຽນ 20242025 ຜ່ານການຈັດຕັ້ງປະຕິບັດ ຕົວຈິງເຫັນວ່າ ໃນ 15 ຄາດໝາຍ ທີ່ກໍານົດໄວ້ໃນມະຕິສະພາມີ 9 ຄາດໝາຍທີ່ສາມາດບັນລຸໄດ້ ແລະ ມີ 6 ຄາດໝາຍທີ່ບໍ່ບັນລຸໄດ້ ໃນ ນັ້ນ, ຈໍານວນ 9 ຄາດໝາຍທີ່ບັນລຸ ໄດ້ປະກອບມີ: ອັດຕາເຂົ້າຮຽນໃໝ່ ສຸດທິປ1 ທຽບໃສ່ເດັກ 6 ປີປະຕິບັດ ໄດ້ 96,1% (ແຜນແມ່ນ 95,5%) ລື່ນຄາດໝາຍ 0,6%; ອັດຕາປະລະ ການຮຽນຂອງນັກຮຽນຂັ້ນ ປ1 ປະຕິບັດໄດ້ 7,2% (ແຜນແມ່ນ 7,5%) ລື່ນຄາດໝາຍ 0,3%; ອັດຕາປະລະການຮຽນຊັ້ນປະຖົມ ສຶກສາ ປະຕິບັດໄດ້ 5% (ແຜນ ແມ່ນ 5%) ບັນລຸຄາດໝາຍ; ດັດ ສະນີຄວາມສະເໝີພາບຍິງ-ຊາຍ ອັດຕາເລື່ອນຊັ້ນ ປ5 ຫາ ມ1 (ທຽບ ໃສ່ນັກຮຽນຕົ້ນປີ ປ5) ປະຕິບັດ ໄດ້ 1,03% (ແຜນແມ່ນ 0,971,03) ມີຄວາມສະເໝີພາບຍິງຊາຍ; ປະຊາກອນໜຸ່ມ ແລະ ຜູ້ປະລະ ການຮຽນໃຫ້ໄດ້ບໍາລຸງຜ່ານການ ສຶກສານອກໂຮງຮຽນ ແລະ ຝຶກ ອົບຮົມວິຊາຊີບປະຕິບັດໄດ້ 1.417 ຄົນ (ແຜນແມ່ນ 1.046 ຄົນ) ລື່ນ ຄາດໝາຍ 371 ຄົນ; ຄູຊັ້ນປະຖົມ ແລະ ມັດທະຍົມສຶກສາໄດ້ຮັບການ ຝຶກອົບຮົມ ປະຕິບັດໄດ້ 40,9% (ແຜນແມ່ນ 31%) ລື່ນຄາດໝາຍ 9,9%; ອັດຕາປະລະການຮຽນ ຊັ້ນປະຖົມສຶກສາປະຕິບັດໄດ້ 5% (ແຜນແມ່ນ 5%) ບັນລຸຄາດ ໝາຍ; ອັດຕາສ່ວນນັກຮຽນຈົບ ຊັ້ນມັດທະຍົມຕອນປາຍເຂົ້າຮຽນ ຕໍ່ລະດັບຕ່າງໆພາຍໃນ ແລະ ຕ່າງ ປະເທດປະຕິບັດໄດ້ 54,4% (ແຜນ ແມ່ນ 54%) ລື່ນຄາດໝາຍ 0,4%; ສູ້ຊົນໃຫ້ນັກຮຽນທີ່ຈົບຊັ້ນມັດທະຍົມ ຕອນຕົ້ນ ໄດ້ເຂົ້າຮຽນຕໍ່ໃນສາຍອາຊີ ວະສຶກສາ ແລະ ຝຶກອົບຮົມວິຊາຊີບ ປະຕິບັດໄດ້ 14,6% (ແຜນແມ່ນ 1,2%) ລື່ນຄາດໝາຍ 13,4%; ສົ່ງເສີມໃຫ້ມວນຊົນທຸກເພດ, ທຸກ ໄວໄດ້ເຂົ້າຮ່ວມການຫັດກາຍະ ບໍລິຫານ, ການອອກກໍາລັງກາຍ ແລະ ການຫລິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການ ເຄື່ອນໄຫວຈັດກິດຈະກຳການ ແຂ່ງຂັນກິລາປະຈໍາປີ, ກິລາວັນ ບຸນປະເພນີ ແລະ ກິລາວັນບຸນສໍາ ຄັນຕ່າງໆຂອງຊາດ ແລະ ສາກົນ ປະຕິບັດໄດ້ 37,4% (ແຜນແມ່ນ 36%) ລື່ນຄາດໝາຍ 1,4%. ສ່ວນວ່າ 6 ຄາດໝາຍທີ່ບໍ່ສາ ມາດບັນລຸໄດ້ຕາມແຜນອັດຕາເຂົ້າ ຮຽນຂອງເດັກອາຍຸ 5 ປີ ໃນຊັ້ນ ການສຶກສາກ່ອນໄວຮຽນປະຕິບັດ ໄດ້ 79,3% (ແຜນແມ່ນ 89%) ຫລຸດຄາດໝາຍ 6,2%; ອັດຕາ ເຂົ້າຮຽນໃໝ່ລວມ ປ5 ປະຕິບັດໄດ້ 93,8% (ແຜນແມ່ນ 97,5%) ຫລຸດຄາດໝາຍ 3,7%; ອັດຕາ ຈົບຊັ້ນປະຖົມ (ອັດຕາເລື່ອນ ຂັ້ນ-ຈົບຊັ້ນປະຖົມ) ປະຕິບັດໄດ້ 93,1% (ແຜນແມ່ນ 94%) ຫລຸດ ຄາດໝາຍ 0,9%; ອັດຕາການ ເລື່ອນຊັ້ນ ປ5 ຂຶ້ນ ມ1 (ທຽບ ໃສ່ນັກຮຽນຕົ້ນປີ) ປະຕິບັດໄດ້ 80,1% (ແຜນແມ່ນ 82%) ຫລຸດຄາດໝາຍ 1,9%; ອັດຕາ ເຂົ້າຮຽນໃໝ່ລວມ ມ4 ປະຕິບັດ ໄດ້ 52,2% (ແຜນແມ່ນ 64%) ຫລຸດຄາດໝາຍ 11,8%; ອັດຕາ ປະລະການຮຽນຂອງນັກຮຽນ ຊັ້ນມັດທະຍົມຕອນຕົ້ນປະຕິບັດໄດ້ 15% (ແຜນແມ່ນ 12,9%) ຫລຸດ ຄາດໝາຍ 2,1%.

RkJQdWJsaXNoZXIy MTc3MTYxMQ==