ນັກທ່ອງທ່ຽວຕ່າງປະເທດເດີນທາງຜ່ານສະໜາມບິນເສີນເຈີ້ນ ເພີ່ມຂຶ້ນກວ່າ 160%

14/05/2025 16:10
ຂປລ ສປ ຈີນ ໄດ້ເປີດກວ້າງ ຂອບເຂດ ປະຕິບັດ ນະໂຍບາຍ ຍົກເວັ້ນ ວິຊາ ຕໍ່ຕ່າງປະເທດ ແລະ ເສັ້ນທາງ ການບິນ ສາກົນ ໄດ້ເພີ່ມຂຶ້ນ ຢ່າງບໍ່ຢຸດຢັ້ງ, ນັກທ່ອງທ່ຽວ ຕ່າງປະເທດ ຂາເຂົ້າຈີນ ໄດ້ຮັບຄວາມນິຍົມ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ,ເມື່ອບໍ່ດົນມານີ້, ສປ ຈີນ ໄດ້ເປີດກວ້າງ ຂອບເຂດ ປະຕິບັດ ນະໂຍບາຍ ຍົກເວັ້ນ ວິຊາ ຕໍ່ຕ່າງປະເທດ ແລະ ເສັ້ນທາງ ການບິນ ສາກົນ ໄດ້ເພີ່ມຂຶ້ນ ຢ່າງບໍ່ຢຸດຢັ້ງ, ນັກທ່ອງທ່ຽວ ຕ່າງປະເທດ ຂາເຂົ້າຈີນ ໄດ້ຮັບຄວາມນິຍົມ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ. ທ່ານ ຈູ່ຫົງຢວນ ຮອງຫົວໜ້າ ໜ່ວຍຕຳຫລວດ ປະຕິບັດງານທີ 1 ຢູ່ຈຸດກວດກາຊາຍແດນ ຂອງສະໜາມບິນ ເສີນເຈີ້ນທີ່ຂຶ້ນກັບສູນກວດກາຊາຍແດນ ນະຄອນເສີນເຈີ້ນ ແຂວກວາງຕຸ້ງຈີນ ກ່າວວ່າ: ເລີ່ມແຕ່ຕົ້ນປີ 2025 ມາຮອດວັນທີ 11 ພຶດສະພານີ້, ມີນັກທ່ອງທ່ຽວ ຜູ້ໂດຍສານຕ່າງປະເທດ ເຂົ້າອອກເມືອງ ຜ່ານດ່ານສະໜາມບິນເສີນເຈີ້ນ ຫລາຍກວ່າ 531.000 ເທື່ອຄົນ, ເພີ່ມຂຶ້ນ 54,6% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍນີ້,ໃນນັ້ນ ມີຜູ້ໂດຍສານ ຕ່າງປະເທດ ຂາເຂົ້າໂດຍຍົກເວັ້ນວິຊາ ຫລາຍກວ່າ 152.000 ເທື່ອຄົນ, ເພີ່ມຂຶ້ນ 160,3% ເທື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍນີ້.ໃນຈຳນວນ ຜູ້ໂດຍສານ ຕ່າງປະເທດ ດັ່ງກ່າວ ຫລາຍກວ່າໝູ່ ແມ່ນມາຈາກ ມາເລເຊຍ, ສ.ເກົາຫລີ, ຍີ່ປຸ່ນ, ສສ ຫວຽດນາມ ແລະ ສິງກະໂປ, ຕາມສະຖິຕິ, ໃນປີ 2025 ສະໜາມບິນ ເສີນເຈີ້ນ ໄດ້ເປີດເສັ້ນທາງການບິນສາກົນ ຫລາຍສາຍ, ໃນເດືອນ ກໍລະກົດປີນີ້ ຍັງຈະເປີດ ເສັ້ນທາງ ການບິນ ໂດຍກົງ ໄປນະຄອນດູໄບ ຂອງສະຫະນະຄອນ ເອມີເຣດ ອາຣັບ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top