ສະໜາມບິນສາກົນເຕໂຈ ຈະເປີດບໍລິການໃນວັນທີ 10 ກໍລະກົດປີນີ້

14/05/2025 15:51
Email Print 242
ຂປລ ສະ​ໜາມ​ບິນ ​ສາ​ກົນ​ ເຕໂຈ (Techo) ຂອງ​ກຳ​ປູ​ເຈຍ ​​ຄາດ​ວ່າ ຈະ​ເປີດ​ບໍ​ລິ​ການ​ ຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ທີ 10 ກໍ​ລະ​ກົດປີນີ້

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ເຈົ້າ​ໜ້າ​ທີ່ ​ກະ​ຊວງ ​ທີ່​ປຶກ​ສາ ​ແຫ່ງ​ລັດ ​ດ້ານການ​ບິນ​ ພົນ​ລະ​ເຮືອນ​ ກຳ​ປູ​ເຈຍ ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ ສະ​ໜາມ​ບິນ ​ສາ​ກົນ​ ເຕໂຈ (Techo) ຂອງ​ກຳ​ປູ​ເຈຍ ​​ຄາດ​ວ່າ ຈະ​ເປີດ​ບໍ​ລິ​ການ​ ຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ທີ 10 ກໍ​ລະ​ກົດປີນີ້, ​​ຮອດ​ເວ​ລາ​ນັ້ນ ​ສະ​ໜາມ​ບິນ ​ສາ​ກົນ ​ພະ​ນົມ​ເປັນ​ ​ຈະ​ປິດ​ບໍ​ລິ​ການ ​ຢ່າງ​ຮອບ​ດ້ານ ໃນວັນດຽວກັນ ​ແລະ ວຽກ​ງານ​ທັງ​ໝົດ​ ຈະ​ຍ້າຍ​ໄປ​ ສະ​ໜາມ​ບິນ​ສາ​ກົນ Techo ທີ່​​ສ້າງ​ສຳ​ເລັດໃໝ່. ສະ​ໜາມ​ບິນ​ສາ​ກົນ​ ພະ​ນົມ​ເປັນ ໄດ້​ກໍ່​ສ້າງ​ໃນເມື່ອ​ປີ 1957  ແລະ ​ເປີດ​ການ​ນຳ​ໃຊ້​ ຢ່າງ​ເປັນ​ທາງ​ການ ​ໃນ​ເດືອນ​ມັງ​ກອນ​ປີ 1959. ໃນ​ຫລາຍ​ປີ​ຜ່ານມາ​ນີ້, ສະ​ໜາມ​ບິນ​ສາ​ກົນ​ ພະ​ນົມ​ເປັນ ​ແມ່ນ​ສູນ​ກາງ​ ບໍ​ລິ​ການ ​ທາງ​ອາ​ກາດ ​ທີ່​ສຳ​ຄັນ​ ຂອງ​ນະ​ຄອນ​ຫລວງ​ ພະ​ນົມ​ເປັນ ແລະ ເຂດ​ອ້ອມ​ຂ້າງ​ ມາ​ໂດຍ​ຕະ​ຫລອດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top