ຂປລ
ຂປລ. ກອງປະຊຸມໃຫຍ່ຄັ້ງທີ XI ຂອງສະມາຊິກສະຫະພັນແມ່ຍິງ ກະຊວງຍຸຕິທຳ ຈັດຂຶ້ນໃນວັນທີ 13 ພຶດສະພາ 2025 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ນາງ ດວງມະນີ ລາວມາວ ປະທານສະຫະພັນແມ່ຍິງກະຊວງຍຸຕິທຳ, ມີ ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ

ຂປລ. ກອງປະຊຸມໃຫຍ່ຄັ້ງທີ XI ຂອງສະມາຊິກສະຫະພັນແມ່ຍິງ ກະຊວງຍຸຕິທຳ ຈັດຂຶ້ນໃນວັນທີ 13 ພຶດສະພາ 2025 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ນາງ ດວງມະນີ ລາວມາວ ປະທານສະຫະພັນແມ່ຍິງກະຊວງຍຸຕິທຳ, ມີ ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ນາງ ຈັນໂສດາ ພອນທິບ ຮອງປະທານສູນກາງສະຫະ ພັນແມ່ຍິງລາວ, ມີບັນດາຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ນາງ ສາຍຄິດ ວິສີສົມບັດ ຮອງປະທານສະຫະພັນແມ່ຍິງກະຊວງຍຸຕິທຳ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ໂດຍຍົກໃຫ້ເຫັນຜົນງານການເຄື່ອນໄຫວ ຂອງເອື້ອຍນ້ອງແມ່ຍິງໃນ 5 ປີຜ່ານມາ (2020-2024) ແລະ ແຜນພັດທະນາແມ່ຍິງໃນ 5 ປີຕໍ່ໜ້າ (2025-2030) ເຊິ່ງໃນໄລຍະ 5 ປີຜ່ານມາ, ຄະນະສະຫະພັນແມ່ຍິງ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຂອງແມ່ຍິງ ແລະ ມະຕິກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ເອົາໃຈໃສ່ສຶກສາອົບ ຮົມການເມືອງແນວຄິດ ໃຫ້ເອື້ອຍນ້ອງແມ່ຍິງ, ຊຸກຍູ້ຂະບວນການເນື້ອໃນຂໍ້ແຂ່ງຂັນ 3 ດີ, ແຜນພັດ ທະນາແມ່ຍິງລາວ 5 ປີ, ລັດຖະທຳມະນູນ, ກົດໝາຍທີ່ພົວພັນເຖິງການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດແມ່ຍິງ, ແມ່ ແລະ ເດັກ, ເອົາໃຈໃສ່ຂະຫຍາຍສະມາຊິກແມ່ຍິງ. ພ້ອມກັນນີ້, ຄະນະສະຫະພັນແມ່ຍິງ ໄດ້ຊຸກຍູ້ໃຫ້ສະພາທະນາຍຄວາມລາວ ເພື່ອຂະຫຍາຍ ເປັນໜ່ວຍສະຫະພັນແມ່ຍິງໃນຕໍ່ໜ້າ, ເອົາໃຈໃສ່ຊຸກຍູ້ໃຫ້ສະມາຊິກແມ່ຍິງ ໃຫ້ໄດ້ຮັບ ການຍົກລະດັບຂັ້ນຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ສະມາຊິກແມ່ຍິງກວມ 90% ໄດ້ປະກອບສ່ວນມີຜົນງານພົ້ນເດັ່ນໃນແຕ່ລະປີ.

ກອງປະຊຸມໄດ້ປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານສະຫະພັນແມ່ຍິງ ຊຸດໃໝ່ 13 ທ່ານ, ກອງປະຊຸມຄັ້ງມະລືກໄດ້ ເປັນເອກະສັນເລືອກເອົາ ທ່ານ ນາງ ເກມອຸລາ ໄຊຍະວົງ ເປັນປະທານ, ທ່ານ ນາງ ເພັດສະໄໝ ໄຊມຸງຄຸນ ເປັນຮອງປະທານ, ທ່ານນາງ ລົດຈະນາ ເຂັມທອງ ເປັນຮອງປະທານ, ທັງເປັນປະທານກວດກາ ແລະ ທ່ານ ນາງ ຄຳສະໄໝ ຈັນສະໝອນ ເປັນຮອງປະທານກວດກາ. ພ້ອມນີ້, ກອງປະຊຸມ ຍັງໄດ້ເລືອກເອົາຜູ້ແທນສົມບູນ 3 ທ່ານ, ສຳຮອງ 1 ທ່ານ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ IX ຂອງຜູ້ແທນແມ່ຍິງລາວທົ່ວປະເທດ, ພ້ອມທັງຮັບຟັງການໂອ້ລົມ ໃຫ້ທິດຊີ້ນໍາຈາກປະທານກອງປະຊຸມຕື່ມອີກ.
ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່
KPL