ຂປລ
ຂ່າວສານ Firat ເຊິ່ງເປັນ ສຳນັກຂ່າວສານ ທີ່ຂຶ້ນກັບ ພັກກຳມະກອນ ຊາວເຄີດ ເປີດເຜີຍໃຫ້ຮູ້ວ່າ: ພັກກຳມະກອນ ຊາວເຄີດ ຕົກລົງ ຍຸບພັກ ແລະ ຍຸດຕິ ການເຄື່ອນໄຫວ ປະກອບອາວຸດ ຫລັງຈາກ ຜູ້ແທນພັກ ເຂົ້າຮ່ວມ ກອງປະຊຸມໃຫຍ່ ທີ່ຈັດຂຶ້ນ ເມື່ອບໍ່ດົນມານີ້.

ຂປລ. ຂ່າວສານ Firat ເຊິ່ງເປັນ ສຳນັກຂ່າວສານ ທີ່ຂຶ້ນກັບ ພັກກຳມະກອນ ຊາວເຄີດ ເປີດເຜີຍໃຫ້ຮູ້ວ່າ: ພັກກຳມະກອນ ຊາວເຄີດ ຕົກລົງ ຍຸບພັກ ແລະ ຍຸດຕິ ການເຄື່ອນໄຫວ ປະກອບອາວຸດ ຫລັງຈາກ ຜູ້ແທນພັກ ເຂົ້າຮ່ວມ ກອງປະຊຸມໃຫຍ່ ທີ່ຈັດຂຶ້ນ ເມື່ອບໍ່ດົນມານີ້. ໃນກອງປະຊຸມໃຫຍ່ ຄະນະ ຜູ້ແທນພັກ ກຳມະກອນ ຊາວເຄີດ ສະໄໝທີ 12 ໄດ້ຕົກລົງຍຸບພັກ ແລະ ຍຸດຕິ “ການຕໍ່ສູ້ດ້ວຍກຳລັງອາວຸດ” ແລະການເຄື່ອນໄຫວ ທັງໝົດ ຂອງພັກດັ່ງກ່າວ. ພັກກຳມະກອນ ຊາວເຄີດ ສ້າງຕັ້ງຂຶ້ນໃນປີ 1979, ເພື່ອສະແຫວງຫາ ການສ້າງປະເທດ ເອກະລາດ ຢູ່ເຂດຊຸມຊົນຊາວເຄີດ ທີ່ຢູ່ ລະຫວ່າງ ຊາຍແດນ ຂອງຕຸຣາເຄຍ, ອີຣັກ, ອີຣານ ແລະ ຊີຣີ ດ້ວຍກຳລັງອາວຸດ, ຖືກຕຸຣາເຄຍ ຈັດເຂົ້າໃນລາຍຊື່ກຸ່ມກໍ່ການຮ້າຍ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL