ເປີດໂຄງການສ້າງຄວາມເຂັ້ມແຂງ ແກ້ໄຂ ຂໍ້ຂັດແຍ່ງ ການຄ້າທາງເອເລັກໂຕຣນິກ ຢູ່ ລາວ

14/05/2025 20:30
ຂປລ ຂປລ. ພິທີນຳສະເໜີໂຄງການສ້າງຄວາມເຂັ້ມແຂງ ຂະບວນການແກ້ໄຂຂໍ້ຂັດແຍ່ງ ການຄ້າທາງເອເລັກໂຕຣນິກ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ 2025 ໂດຍມີ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ



ຂປລ. ພິທີນຳສະເໜີໂຄງການສ້າງຄວາມເຂັ້ມແຂງ ຂະບວນການແກ້ໄຂຂໍ້ຂັດແຍ່ງ ການຄ້າທາງເອເລັກໂຕຣນິກ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ
13 ພຶດສະພາ 2025 ໂດຍມີ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີຄະນະຮັບຜິດຊອບວຽກເສດຖະກິດ, ການຄ້າ ແລະ ໂຄງລ່າງພື້ນຖານສະຖານທູດອົດສະຕຣາລີ ປະຈໍາລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສັນຕິສຸກ ພູນສະຫວັດ  ໄດ້ໃຫ້ຮູ້ວ່າ: ໂຄງການສ້າງຄວາມເຂັ້ມແຂງ ຂະບວນການແກ້ໄຂຂໍ້ຂັດແຍ່ງ ການຄ້າທາງເອເລັກໂຕຣນິກ ຢູ່ ສປປ ລາວ ເລີ່ມຈັດຕັ້ງປະຕິບັດ ມາແຕ່ວັນທີ 21 ເມສາ ຫາ ວັນທີ 30 ສິງຫາ 2025 ໂດຍໄດ້ຮັບທຶນສະໜັບສະໜູນ ຈາກກອງທຶນການຄ້າ ພາກພື້ນເພື່ອການພັດທະ ນາ ຈຳນວນ 172.000 ໂດລາອົດສະຕຣາລີ, ພາຍໃຕ້ຂອບການຮ່ວມມືຂອບການຄ້າເສລີ ອາຊຽນ-ອົດສະຕຣາລີ-ນິວຊີແລນ ເຊິ່ງກົມການຄ້າພາຍໃນ ໄດ້ເປັນເຈົ້າການຫລັກ ໃນການຈັດຕັ້ງປະຕິບັດ, ພ້ອມດ້ວຍກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາ ຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ) ທີ່ມີສ່ວນຮ່ວມ ແລະ ພາກສ່ວນຕ່າງໆກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ.

ປັດຈຸບັນ, ການຄ້າທາງເອເລັກໂຕຣນິກ ເຫັນວ່າມີການຂະຫຍາຍຕົວສູງ ແລະ ຕໍ່ເນື່ອງ ເຊັ່ນ: ມູນຄ່າການຄ້າທາງເອເລັກໂຕຣນິກຂອງໂລກ ປີ 2020 ມີມູນຄ່າເຖິງ 4,25 ພັນຕື້ໂດລາສະຫະລັດ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 26,8% ມາຮອດປີ 2024 ເພີ່ມຂຶ້ນເປັນ 6,33 ພັນຕື້ໂດລາສະຫະລັດ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 8,8% ແລະ ທຽບໃສ່ປີ 2020 ເພີ່ມຂຶ້ນ 49%. ສຳລັບ ມູນຄ່າການຄ້າທາງເອເລັກໂຕຣນິກຂອງອາຊຽນ ປີ 2020 ມີມູນຄ່າ 120 ຕື້ໂດລາສະຫະລັດ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 14,2% ມາຮອດປີ 2024 ເພີ່ມຂຶ້ນເປັນ 221,6 ຕື້ໂດລາສະຫະລັດ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 14,2% ແລະ ທຽບໃສ່ປີ 2020 ເພີ່ມຂຶ້ນ 84,6% ແລະ ທັງເປັນປັດໄຈຫລັກ ໃນການຂັບເຄື່ອນເສດ ຖະກິດໃຫ້ມີການຂະຫຍາຍຕົວໄວ, ຕໍ່ເນື່ອງ ແລະ ຄຽງຄູ່ກັນກໍເປັນການຊຸກຍູ້-ສົ່ງເສີມ ແລະ ແກ້ໄຂຄວາມທຸກຍາກ ຂອງບັນດາປະເທດໃນທົ່ວໂລກ ໂດຍສະເພາະ ສປປ ລາວ ກໍໄດ້ຖືເອົາວຽກງານການຄ້າທາງເອເລັກໂຕຣນິກ ເປັນໜຶ່ງທີ່ໄດ້ກໍານົດແຜນນະໂຍບາຍ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນພັດທະນາຂອງຂະແໜງການ ໂດຍສະເພາະ ໄດ້ກໍານົດໃນແຜນງານທີ 2 ແລະ 3 ຂອງແຜນພັດທະນາຂະແໜງ ອຸດສາຫະກໍາ-ການຄ້າ ແລະ ສອດຄ່ອງກັບການ ຫັນເປັນເສດຖະກິດດີຈິຕອນຂອງລັດຖະບານ.

ຂໍ້ມູນ-ພາບ: ໄພວັນ

KPL

ຂ່າວອື່ນໆ

ads
ads

Top