ຂປລ
ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມສະພາສອບເສັງພາກຮຽນທີ II ປະຈຳສົກຮຽນ 2024-2025 ໃນວັນທີ 14 ພຶດສະພາ 2025

ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມສະພາສອບເສັງພາກຮຽນທີ II ປະຈຳສົກຮຽນ 2024-2025 ໃນວັນທີ 14 ພຶດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ຄະນະພະແນກທີ່ຂຶ້ນກັບຫ້ອງສຶກສາ ແລະ ຄູ-ອາຈານ ເຂົ້າຮ່ວມ.

ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ ໄດ້ຜ່ານແຜນການສອບເສັງ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ, ອະນຸກຳມະການ ສອບເສັງພາກຮຽນທີ II ປະຈຳສົກຮຽນ 2024-2025, ພ້ອມນີ້ ກອງປະຊູມຍັງໄດ້ຜ່ານກົດລະບຽບການສອບເສັງ, ສິດ ແລະ ໜ້າທີ່ຂອງກຳມະການຍາມຫ້ອງສອບເສັງ ແລະ ຜ່ານຕາຕະລາງສອບເສັງ. ທັງນີ້, ກໍເພື່ອເປັນການກວດກາຄືນ ໃນການຈັດຕັ້ງການຮຽນ-ການສອນ ໃນໄລຍະໜຶ່ງສົກຮຽນທີ່ຜ່ານມາຂອງ ຄູ-ອາຈານ ແລະ ນັກຮຽນ, ເປັນການປະຕິບັດຂັ້ນຕອນບາດກ້າວ ຂອງການຮຽນ-ການສອນ ຂອງລະບົບສາມັນສຶກສາ ຕາມທີ່ກະ ຊວງສຶກສາທິການ ແລະ ກິລາວາງອອກ ແລະ ເປັນການວັດແທກ, ປະເມີນຜົນການຮຽນ-ການສອນ, ທັງເປັນການຮັບປະກັນ ໃຫ້ບັ້ນດຳເນີນການສອບເສັງ ໃຫ້ນັກຮຽນຊັ້ນ ມ2, ມ6 ແລະ ມ7 ເຂົ້າຮ່ວມສອບເສັງຢ່າງເປັນຂະບວນການຟົດຟື້ນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ບັນລຸຕາມແຜນການວາງອອກໃຫ້ໄດ້ຮັບຜົນສູງ.

ໂອກາດນີ້ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ພ້ອມທັງຮຽກຮ້ອງໃຫ້ ບັນດາສະຫາຍທີ່ຖືກການແຕ່ງຕັ້ງຮັບຜິດຊອບຄັ້ງນີ້, ພ້ອມກັນຍົກສູງຄວາມຮັບ ຜິດຊອບຕໍ່ໜ້າທີ່ທີ່ໄດ້ຮັບ ການມອບໝາຍໃຫ້ປະສົບຜົນສຳເລັດ, ຮັກສາຈັນຍາບັນ-ຈັນຍາທຳ, ຮັກສາຄວາມສະຫງົບໃຫ້ໄດ້ 100%, ປະຕິບັດຕາມກົດລະບຽບ ເພື່ອເຮັດໃຫ້ການສອບເສັງ ພາກຮຽນທີ II ສົກຮຽນ 2024-2025 ນີ້ ໄດ້ຮັບໝາກຜົນຕາມຄາດໝາຍທີ່ວາງໄວ້.
ຂ່າວ: ໂອລິນ ມິ່ງມີໄຊ
KPL