ຂປລ
ຂປລ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍເນື້ອໃນ ວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດ ກາທົ່ວປະເທດປະຈໍາປີ 2024 ແລະ ສະຫລຸບວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດ ຕັ້ງ ແລະ ວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025

ຂປລ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍເນື້ອໃນ ວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດ ກາທົ່ວປະເທດປະຈໍາປີ 2024 ແລະ ສະຫລຸບວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດ ຕັ້ງ ແລະ ວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ໃນວັນທີ 14 ພຶດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຊສ, ມີຄະນະປະຈຳພັກ, ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ພ້ອມດ້ວຍສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນ ກຊສ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ແນໃສ່ຜັນຂະຫຍາຍວຽກງານ ກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການ ຈັດຕັ້ງ ແລະ ວຽກງານກວດກາທົ່ວປະເທດ ປະຈຳປີ 2024 ພ້ອມກັບການສະຫລຸບການຈັດຕັ້ງປະຕິ ບັດວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາໄລຍະ 1 ປີຜ່ານ ມາ (2024) ແລະ ທິດທາງແຜນການ 1 ປີ (2025) ຂອງ ກຊສ ໃຫ້ແກ່ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນກະຊວງ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ທັງສ້າງຄວາມເອກະພາບ ທາງດ້ານທັດສະນະຕໍ່ເນື້ອໃນ ວຽກງານກໍ່ສ້າງພັກ-ພະນັກງານ, ການປັບປຸງກົງຈັກການຈັ້ດຕັ້ງ ແລະ ວຽກງານກວດກາທົ່ວປະເທດ, ທັງພ້ອມກັນເປັນເຈົ້າການນໍາພາ ຈັດຕັ້ງຜັນຂະຫຍາຍເປັນທິດທາງ ແຜນການໃນຕໍ່ໜ້າ ໂດຍເລັ່ງໃສ່ເສີມຂະຫຍາຍດ້ານຕັ້ງໜ້າ, ແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ແລະ ສິ່ງຫຍໍ້ທໍ້ຕ່າງໆ ແນໃສ່ເຮັດໃຫ້ບັນດາວຽກງານຕ່າງໆ ບັນລຸຄາດໝາຍທີ່ວາງໄວ້.

ກອງປະຊຸມຄັ້ງນີ້, ບັນດາຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາ ຊິກພັກ ໂດຍສະເພາະຜູ້ເຮັດວຽກງານກວດກາ ໄດ້ຮັບຮູ້ເຂົ້າໃຈ ແລະ ກໍາແໜ້ນບັນດາເນື້ອໃນຈິດໃຈຕົ້ນຕໍທີ່ຕ້ອງປະຕິບັດ, ສູ້ຊົນສ້າງການຫັນປ່ຽນ ແບບບຸກທະລຸຢ່າງເປັນຮູບປະທຳ ໂດຍສະເພາະ ໃນການສືບຕໍ່ນໍາພາຈັດຕັ້ງປະຕິບັດ ບັນດາຄາດໝາຍຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ກອງປະຊຸມໃຫຍ່ວຽກງານ ກວດກາທົ່ວປະເທດ ຄັ້ງທີ IV, ພ້ອມດຽວກັນກໍໄດ້ມີການປະກອບຄຳເຫັນ ຢ່າງກົງໄປກົງມາ ໂດຍສະເພາະບັນຫາທີ່ຍັງຄົງຄ້າງ ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ.
ໂອກາດນີ້, ສະຫາຍ ນາງ ບຸນຄໍາ ວໍລະຈິດ ໄດ້ມີຄຳເຫັນຊີ້ນຳ ຕໍ່ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ໃຫ້ສືບຕໍ່ນໍາເອົາຜົນເນື້ອໃນຈິດໃຈ ຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໃນຄວາມຮັບຜິດຊອບຂອງຮາກຖານພັກຕົນ ເພື່ອເຮັດໃຫ້ບັນດາສະ ມາຊິກພັກເຂົ້າໃຈ ແລະ ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງຂຶ້ນກວ່າເກົ່າ.
ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່
KPL