ຂປລ
ໃນຂອບເຂດ ການຢ້ຽມຢາມ ທາງລັດຖະກິດ ເບລາຣຸດຊີ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ລົງນາມ ໃນຂໍ້ຕົກລົງຮ່ວມມືກັບ ສະຖານີ ວິທະຍຸ-ໂທລະພາບ ແຫ່ງຊາດ ເບລາຣຸດຊີ ເມື່ອບໍ່ດົນມານີ້.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ໃນຂອບເຂດ ການຢ້ຽມຢາມ ທາງລັດຖະກິດ ເບລາຣຸດຊີ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ລົງນາມ ໃນຂໍ້ຕົກລົງຮ່ວມມືກັບ ສະຖານີ ວິທະຍຸ-ໂທລະພາບ ແຫ່ງຊາດ ເບລາຣຸດຊີ ເມື່ອບໍ່ດົນມານີ້. ສຳລັບ VOV ແມ່ນອົງການ ສື່ມວນຊົນ ທຳອິດ ຂອງ ສສ ຫວຽດນາມ ທີ່ສ້າງຕັ້ງ ສາຍພົວພັນ ຮ່ວມມືກັບ ອົງການ ສື່ມວນຊົນ ພາກລັດ ໃຫຍ່ສຸດ ຂອງ ເບລາຣຸດຊີ. ຈາກນັ້ນ ທ່ານ ໂດຕຽນສີ, ກໍາມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV ແລະ ທ່ານ ອີວານ ເອສມອນ(Ivan Eismont), ຜູ້ອຳນວຍການໃຫຍ່ ສະຖານີ ວິທະຍຸ -ໂທລະພາບ ແຫ່ງຊາດ ເບລາຣຸດຊີ ໄດ້ລົງນາມ ໃນຂໍ້ຕົກລົງ ຮ່ວມມື ໃນຂົງເຂດ ສື່ມວນຊົນ ພາຍໃຕ້ ການເປັນສັກຂີພິຍານ ຂອງການນຳພັກ, ລັດ ຫວຽດນາມ ແລະ ເບລາຣຸດຊີ. ໃນຂອບເຂດ ຂໍ້ຕົກລົງ ຮ່ວມມືນີ້, ສະຖານີ ວິທະຍຸ ທັງສອງປະເທດ ຈະເພີ່ມທະວີ ການແລກປ່ຽນ ລາຍການກະຈາຍສຽງ, ເນື້ອໃນດີຈີຕອນ; ສົມທົບກັນຜະລິດ ບັນດາ ລາຍການ; ແບ່ງປັນ ຂໍ້ມູນ ສື່ມວນຊົນ; ຈັດຕັ້ງຊຸດບຳລຸງສ້າງ ວິຊາຊີບ ແລະ ແລກປ່ຽນ ຄະນະປະຕິບັດງານ. ໄລ່ມາຮອດປັດຈຸບັນ, VOV ໄດ້ສ້າງຕັ້ງ ການພົວພັນ ຮ່ວມມືກກັບ ຫລາຍກວ່າ 30 ອົງການສື່ມວນຊົນ ຂອງບັນດາປະເທດໃຫຍ່ ໃນພາກພື້ນ ແລະ ໃນໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL