ເພີ່ມທະວີ ການໂຄສະນາ-ປູກຈິດສຳນຶກໃຫ້ ເຍົາວະຊົນ, ອະນຸຊົນ ເຫັນໄດ້ຄວາມສໍາຄັນຂອງປ່າໄມ້

14/05/2025 20:47
Email Print 100
ຂປລ ຂປລ. ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການ ໃນວັນທີ 13 ພຶດສະພາ 2025 ເຖິງຫົວໜ້າ ຫ້ອງການ, ກົມ, ສູນ ແລະ ສະຖາບັນ ອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້, ຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫລວງວຽງຈັນ ກ່ຽວກັບການສ້າງຂະບວນການ ປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມິຖຸນາ 2025

ຂປລ. ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການ ໃນວັນທີ 13 ພຶດສະພາ 2025 ເຖິງຫົວໜ້າ ຫ້ອງການ, ກົມ, ສູນ ແລະ ສະຖາບັນ ອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້, ຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫລວງວຽງຈັນ ກ່ຽວກັບການສ້າງຂະບວນການ ປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມິຖຸນາ 2025 ເພື່ອແຈ້ງໃຫ້ທ້ອງຖິ່ນ ເປັນເຈົ້າການ ສືບຕໍ່ຈັດຕັ້ງ ປະຕິບັດ ຄຳສັ່ງ ຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0015/ກປ, ລົງວັນທີ 11 ກຸມພາ 2021 ໃຫ້ບັນລຸຕາມແຜນການທີ່ວາງໄວ້ ໂດຍສະເພາະ ວຽກງານສົ່ງເສີມປູກໄມ້ ໃຫ້ເປັນຂະບວນໃນຂອບເຂດທົ່ວປະເທດ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ແນໃສ່ເພີ່ມທະວີ ການໂຄສະນາ ແລະ ປູກຈິດສຳນຶກໃຫ້ແກ່ ເຍົາວະຊົນ, ອະນຸຊົນ ໃຫ້ເຫັນໄດ້ຄວາມສໍາຄັນຂອງປ່າໄມ້ ທີ່ມີຕໍ່ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ແລະ ພົວພັນເຖິງການປ່ຽນແປງດິນຟ້າອາກາດ, ທັງເປັນການຍູ້ແຮງຂະບວນການດັ່ງກ່າວ ໃຫ້ຟົດຟື້ນ ແລະ ເປັນຂະບວນກວ້າງຂວາງ.

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກແຈ້ງການ: ໃຫ້ກົມປ່າໄມ້ ເປັນເຈົ້າການປະ ສານສົມທົບ ກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫລວງວຽງຈັນ ເອົາໃຈໃສ່ໂຄສະນາເຜີຍແຜ່ບັນດາ ນະໂຍບາຍ, ກົດໝາຍ ແລະ ປູກຈິດສໍານຶກ ໂດຍຜ່ານສື່ຕ່າງໆ ເປັນຕົ້ນ ໜັງສືພິມ, ໂທລະພາບ, ວິທະຍຸ ແລະ ສື່ອອນລາຍອື່ນໆ ໃຫ້ທົ່ວສັງຄົມ ເຂົ້າຮ່ວມໃນການປູກຕົ້ນໄມ້ ແນໃສ່ສ້າງໃຫ້ໄດ້ພື້ນທີ່ສີຂຽວ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ຂອງແຕ່ລະທ້ອງຖິ່ນ ໂດຍສະເພາະ ເຂດສໍານັກງານອົງການ, ໂຮງຮຽນ, ແຄມທາງ ແລະ ສະຖານທີ່ດິນເປົ່າຫວ່າງຂອງ ບຸກຄົນ, ນິຕິບຸກຄົນ ໃຫ້ເປັນຂະບວນການ ຟົດຟື້ນ, ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດ ຄຳສັ່ງ ສະບັບເລກທີ 0015/ກປ, ລົງວັນທີ 11 ກຸມພາ 2021 ວ່າດ້ວຍ ວຽກງານສົ່ງເສີມປູກໄມ້ ແລະ ຟື້ນຟູປ່າໄມ້ທຳມະຊາດ ໃຫ້ເປັນຂະບວນກວ້າງຂວາງ ແລະ ບັນລຸຕາມແຜນການ ທີ່ວາງໄວ້; ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫລວງວຽງຈັນ ເປັນເຈົ້າການປະສານສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ນະ ຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ, ພ້ອມທັງບໍລິສັດ ແລະ ຜູ້ປະກອບການ ເອົາໃຈໃສ່ກໍານົດເນື້ອທີ່ດິນປ່າໄມ້ ຊຸດໂຊມ ແລະ ປອກໂຫລ້ນ ໃນເຂດປ່າຜະລິດແຫ່ງຊາດ ເພື່ອຈັດສັນ ແລະ ສົ່ງເສີມການປູກໄມ້ອຸດສາຫະກຳ ແລະ ກຳນົດເນື້ອທີ່ດິນປ່າໄມ້ ຊຸດໂຊມ ແລະ ປອກໂຫລ້ນ ໃນເຂດປ່າປ້ອງກັນ ແລະ ປ່າສະຫງວນ ເພື່ອຈັດສັນການປູກໄມ້ ແລະ ກຳນົດເປັນເຂດຟື້ນຟູປ່າທຳມະຊາດ ເພື່ອປົກປັກຮັກສາເຂດຍອດນໍ້າ, ແຫລ່ງນໍ້າ ໃຫ້ແກ່ໂຄງການເຂື່ອນໄຟຟ້ານໍ້າຕົກ ແລະ ປົກປັກຮັກສາສິ່ງແວດລ້ອມ; ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫລວງວຽງຈັນ ຄົ້ນຄວ້ານຳສະເໜີຕໍ່ອົງການປົກຄອງທ້ອງຖິ່ນ ໃນຂັ້ນຂອງຕົນ ເພື່ອແຕ່ງຕັ້ງຄະນະຮັບຜິດຊອບວຽກງານສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມິຖຸນາ 2025 ໂດຍແມ່ນຂະແໜງການກະສິກຳ ແລະ ປ່າໄມ້ ເປັນໃຈກາງ ແລະ ມີການເຂົ້າຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງ ຕາມຄວາມເໝາະສົມ, ພ້ອມທັງມອບໝາຍຄວາມຮັບຜິດຊອບຂາດຕົວ ໃຫ້ແກ່ຂະແໜງປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ນະຄອນ ຈັດຕັ້ງວຽກງານສົ່ງເສີມປູກໄມ້ ໂດຍມີການແຕ່ງຕັ້ງພະນັກງານວິຊາການ ເພື່ອລົງຊຸກຍູ້ສົ່ງເສີມແນະນໍາເຕັກນິກວິຊາການປູກ, ບົວລະບັດ, ປົກປັກຮັກສາຕົ້ນໄມ້ທີ່ປູກໄປແລ້ວໃຫ້ເຕີບໃຫຍ່, ຮັກສາອັດຕາການລອດຕາຍຂອງເບ້ຍໄມ້ ແລະ ດໍາເນີນການປູກທົດແທນຕົ້ນໄມ້ທີ່ຕາຍໃຫ້ບັນດາໂຄງການປູກໄມ້ຂອງລັດ, ບໍລິສັດ, ຜູ້ປະກອບການ ແລະ ປະຊາຊົນ ແນໃສ່ເຮັດໃຫ້ການປູກໄມ້ ກາຍເປັນຮູບປະທຳ ແລະ ມີປະສິດທິຜົນກວ່າເກົ່າ; ຊີ້ນຳຂະແໜງປ່າໄມ້ ກະກຽມ ແລະ ກຳນົດສະຖານທີ່ ທີ່ເຫັນວ່າ ເໝາະສົມ ສໍາລັບເປັນບ່ອນວາງສະແດງເບ້ຍໄມ້ ແລະ ສ້າງຂະບວນການ ເນື່ອງໃນວັນເດັກນ້ອຍສາກົນ ຕິດພັນກັບ ການປູກຈິດສຳນຶກໃຫ້ ອະນຸຊົນ ແລະ ເຍົາວະຊົນ ເຫັນໄດ້ຄວາມສຳຄັນຂອງປ່າໄມ້ການປູກໄມ້ຟື້ນຟູປ່າ ເພື່ອອະນາຄົດ ແລະ ຄືນຄວາມສີຂຽວ ເພື່ອປົກປັກຮັກສາ ສິ່ງແວດລ້ອມ. ພ້ອມກັນນັ້ນ, ກໍໃຫ້ປຸກລະດົມບັນດາຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ນະຄອນ ແລະ ຜູ້ປະກອບການ ທີ່ກ້າເບ້ຍໄມ້ ໃນທຸກໆພາກສ່ວນນຳເອົາເບ້ຍໄມ້ (ໄມ້ພື້ນເມືອງ, ໄມ້ເສດຖະກິດ, ໄມ້ໃຫ້ໝາກ ແລະ ໄມ້ປະດັບ) ທຸກຊະນິດ ເພື່ອວາງສະແດງໃນງານດັ່ງກ່າວ; ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນ ຫລວງວຽງຈັນ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຕິດຄໍາຂວັນ ກ່ຽວກັບ ວັນປູກຕົ້ນໄມ້ແຫ່ງຊາດ ຕາມສະຖານທີ່ຕ່າງໆ ເພື່ອເປັນການໂຄສະນາເຜີຍແຜ່, ລະດົມໃຫ້ທົ່ວສັງຄົມເຂົ້າຮ່ວມ ແລະ ເປັນເຈົ້າການປູກໄມ້ໃຫ້ເປັນຂະບວນການຟົດຟື້ນ ເຊິ່ງມີຄໍາຂວັນ ດັ່ງນີ້: ຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມິຖຸນາ 2025 ຄົບຮອບ 45 ປີ ຢ່າງສຸດໃຈ, “ປູກຕົ້ນໄມ້ ໃນວັນນີ້ ເພື່ອລູກຫລານ ໃນວັນໜ້າແລະ ຈົ່ງຊ່ວຍກັນປູກຕົ້ນໄມ້ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ, ຫລຸດ ຜ່ອນການປ່ຽນແປງດິນຟ້າອາກາດ.  ສຳລັບ ປ້າຍແມ່ນໃຫ້ໃສ່ ພື້ນສີຂຽວ ແລະ ໂຕໜັງສືສີຂາວ.

ມອບໃຫ້ ກົມປ່າໄມ້ ສົມທັບກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫລວງວຽງຈັນ ແລະ ອົງການປົກຄອງແຕ່ລະຂັ້ນ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້. ຜ່ານການຈັດຕັ້ງປະຕິບັດຕົວຈິງ ມີຂໍ້ສະດວກ ແລະ ຫຍຸ້ງຍາກແນວໃດ ໃຫ້ລາຍງານກະຊວງກະສິກຳ ແລະ ປ່າໄມ້ ເພື່ອພິຈາລະນາແກ້ໄຂໂດຍໄວ.

KPL

ຂ່າວອື່ນໆ

ads
ads

Top