ກອງທຶນຊ່ວຍເຫລືອສັງຄົມ ສພຊ ມອບເຄື່ອງ ອຸປະໂພກ-ບໍລິໂພກ ໃຫ້ທະຫານແຂວງບໍ່ແກ້ວ

13/05/2025 16:48
Email Print 108
ຂປລ ຂປລ. ຄະນະກອງທຶນ ຊ່ວຍເຫລືອສັງຄົມຂອງສະພາແຫ່ງຊາດ (ສພຊ) ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ກອງບັນຊາການທະຫານ ແຂວງບໍ່ແກ້ວ ລວມມູນຄ່າທັງໝົດ 135 ລ້ານກີບ ​ໃນວັນທີ 12 ພຶດສະພາ 2025



ຂປລ. ຄະນະກອງທຶນ ຊ່ວຍເຫລືອສັງຄົມຂອງສະພາແຫ່ງຊາດ (ສພຊ) ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ກອງບັນຊາການທະຫານ ແຂວງບໍ່ແກ້ວ ລວມມູນຄ່າທັງໝົດ
135 ລ້ານກີບ ​ໃນວັນທີ 12 ພຶດສະພາ 2025, ຕາງໜ້າກ່າວມອບໂດຍ ທ່ານ ນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫລືອສັງຄົມ ຂອງສະພາແຫ່ງຊາດ ແລະ ຕາງໜ້າກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີ ທ່ານອາຄົມ ປຣະເສີດ ຮອງເລຂາທິ ການສະພາແຫ່ງຊາດ ​ແລະ ພາກສ່ວນກ່ຽ​ວຂ້ອງ ເຂົ້າຮ່ວມ.

ການມອບເຄື່ອງອຸປະໂພກ-ບໍລິໂພກໃນຄັ້ງນີ້, ເປັນການຊຸກຍູ້ ປະກອບສ່ວນກໍາລັງແຮງສັງລວມ ເຂົ້າໃຫ້ພະນັກງານ-ນັກຮົບ ທີ່ກໍາລັງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ເຂດທຸລະກັນດ້ານຫາງໄກສອກຫລີກ ດ້ວຍຄວາມຫ້າວຫານ ເຊິ່ງບັນດາສະຫາຍໄດ້ສຸມເຫື່ອແຮງສະຕິປັນ ຍາ ກໍາລັງແຮງກາຍ-​ແຮງໃຈ ເຮັດໜ້າທີ່ປັກປັກຮັກສາ ອະທິປະໄຕ ເຂດນໍ້າແດນດິນດ້ວຍຄວາມອົງ ອາດກ້າຫານ.

ໂອກາດນີ້, ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານ ນາງ ວິພາວັນ ພົມວິຫານ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ສິ່ງຂອງຈໍາເປັນມາປະກອບສ່ວນຊຸກຍູ້, ພ້ອມທັງອວຍພອນໃຫ້ບັນດາທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ມີຄວາມຈະເລີນຮຸ່ງເຮືອງກ້າວໜ້າ ແລະ ປະສົບຜົນສົບຜົນສໍາເລັດຍິ່ງໆຂຶ້ນ.

ຂ່າວ: ພຸດທະວອນ

KPL

ຂ່າວອື່ນໆ

ads
ads

Top