ຂປລ
ເນື່ອງໃນໂອກາດ ສະເຫລີມ ສະຫລອງ 80 ປີ ແຫ່ງວັນໄຊຊະນະ ຟາດຊິດ, ວັນທີ 6 ພຶດສະພາ ຢູ່ນະຄອນຫລວງ ມົດສະກູ, ສະຫະພັນ ຣັດເຊຍ ໄດ້ດຳເນີນງານມະໂຫລານ ສິລະປະ ຮັກຊາດ ພາຍໃຕ້ຫົວຂໍ້ “ໂຮງລະຄອນໄຊຊະນະ” ຢູ່ໂຮງລະຄອນກອງທັບ ຣັດເຊຍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເນື່ອງໃນໂອກາດ ສະເຫລີມ ສະຫລອງ 80 ປີ ແຫ່ງວັນໄຊຊະນະ ຟາດຊິດ, ວັນທີ 6 ພຶດສະພາ ຢູ່ນະຄອນຫລວງ ມົດສະກູ, ສະຫະພັນ ຣັດເຊຍ ໄດ້ດຳເນີນງານມະໂຫລານ ສິລະປະ ຮັກຊາດ ພາຍໃຕ້ຫົວຂໍ້ “ໂຮງລະຄອນໄຊຊະນະ” ຢູ່ໂຮງລະຄອນກອງທັບ ຣັດເຊຍ. ໃນວັນດຽວກັນ, ກຸ່ມບໍລິສັດເຮືອບິນ ເຮີລີກົບແຕ (Rostex) ໄດ້ຈັດການເຄື່ອນໄຫວ “ກອງພັນໃຫຍ່ ອະມະຕະ” ທາງອາກາດ ດ້ວຍບັນດາເຮືອບິນ ເຮີລີກົບແຕ ທີ່ຖືຮູບເຄິ່ງຄີງ ຂອງບັນດານັກບິນ ທີ່ໄດ້ເຂົ້າຮ່ວມສົງຄາມ ປ້ອງກັນຊາດ ອັນຍິ່ງໃຫຍ່. ຢູ່ ກາຊັກສະຖານ, ເນື່ອງໃນໂອກາດນີ້, ທະນາຄານສູນກາງ ກາຊັກສະຖານ ໄດ້ ຈຳໜ່າຍເງິນຫລຽນ ເຮັດດ້ວຍເງິນເຄືອບຄຳ 31,68g, ມູນຄ່າ 1.000 tenge ຈຳນວນ 2.000 ຫລຽນ (ປະມານ 1,94 ໂດລາສະຫະລັດ ຕໍ່ຫລຽນ) ແລະ 10 ລ້ານຫລຽນ ເຮັດດ້ວຍໂລຫາ ປະສົມ ມູນຄ່າ 200 tenge (0,39 ໂດລາສະຫະລັດ ຕໍ່ຫລຽນ) ເພື່ອແນໃສ່ ສະແດງຄວາມຮູຸ້ບຸນຄຸນ ຕໍ່ນ້ຳໃຈ ອົງອາດກ້າຫານ ແລະ ການເສຍສະຫລະ ຢ່າງພິລະອາດຫານ ເພື່ອປົກປັກຮັກສາ ປະເທດຊາດ. ໃນວັນດຽວກັນ, ປານາມາ ໄດ້ຈັດພິທີ ເປີດສະເຫລີມ ສະຫລອງ ອະນຸສາວະລີ ບັນດາລູກເຮືອ ກ່ຳປັ່ນດຳນ້ຳ ອະດີດ ສະຫະພາບ ໂຊວຽດ ເພື່ອສະເຫລີມ ສະຫລອງ ວັນບັນດາກ່ຳປັ່ນດຳນ້ຳ ອະດີດ ສະຫະພາບ ໂຊວຽດ ເດີນຜ່ານຊ່ອງແຄບ ປານາມາ ໃນໄລຍະ ດຳເນີນສົງຄາມ ປ້ອງກັນຊາດ ອັນຍິ່ງໃຫຍ່. ໃນຂອບເຂດ ຂອງພິທີ ຍັງດຳເນີນ ພິທີສູດມົນ ພາວະນາອາໄລ ຫາດວງວິນຍານ ບັນດານັກຮົບ ທີ່ໄດ້ເສຍສະຫລະຊີວິດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL