ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 16.05.2025 ປີທີ 24 ສະບັບທີ 6.184ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j c9h 'dko0v'dt-;'dko8j k'xtgmf -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 70 xu 1j k'l5 f.9K gxu foe.-h 3I'\= lkdq o7e,j ;o 1j k'gxa omk'dko 4vf4vo[q fIPodkoltgs]u ,lts]v' ;a olh k'8A 'ra d 7q [Iv[ 70 xu I;zm 9a fdv'xt-5 ,ltrk lv[gla 'rkdIPomu II lq dIPo 2024-2025 ຂປລ. ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ(ຮວຜທ)ຈັດກອງ ປະຊຸມສະພາສອບເສັງພາກຮຽນທີ II ປະຈຳສົກຮຽນ 2024-2025 ໃນວັນທີ 14 ພຶດສະພາ 2025 ໂດຍການເປັນປະທານຂອງສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີ ຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ຂປລ. ອະນຸກໍາມະການໂຄສະນາ ຂະບວນການ, ແຂ່ງຂັນແລະຍ້ອງຍໍ ຈັດກອງປະຊຸມຖອດຖອນບົດຮຽນ ການສະເຫລີມສະຫລອງວັນສ້າງ ຕັ້ງພັກຄົບຮອບ70ປີແລະກະກຽມ ຄວາມພ້ອມໃນການສະເຫລີມສະ ຫລອງວັນ ສະຖາປານາ ສາທາລະ ນະລັດປະຊາທິປະໄຕປະຊາຊົນລາວ ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ ວັນທີ 14 ພຶດສະພາ 2025 ນີ້ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມ ການເມືອງສູນກາງພັກ, ເລຂາທິ F ອ່ານຕໍ່ໜ້າ 2່ າໍ່ ໜ້າ xu 2024 c0;'lts;a ootg0f xt8y [a f ;y wolt,k-y d c]t vkpa f]q f.spj s]kp7a o ການສູນກາງພັກ, ປະທານຄະນະ ກວດກາສູນກາງພັກ, ປະທານອົງ ການກວດກາແຫ່ງລັດ ແລະ ຫົວ ໜ້າຕ້ານການສໍ້ລາດບັງຫລວງສູນ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ພິທີເປີດນໍາໃຊ້ໂຮງໝໍ ສາກົນຄໍາມ່ວນ ຈັດຂຶ້ນຢ່າງເປັນ ທາງການ ໃນວັນທີ 15 ພຶດສະພາ 2025ຢູ່ບ້ານສີວິໄລ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍການເປັນ ປະທານຮ່ວມຂອງ ທ່ານ ວັນໄຊ o;{c0;'Ij k8y ' ll s;Pfok, ln [8+ Ia fc|h odkoIj ;,,n lv'/j kp ຂປລ. ຄະນະຜູ້ແທນຂັ້ນສູງນະ ຄອນຫລວງວຽງຈັນ (ນວ) ນໍາ ໂດຍ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາ ປະຊາຊົນ ນະຄອນຫລວງວຽງຈັນ ໄດ້ເດີນທາງໄປຢ້ຽມຢາມແລະ ເຮັດ ວຽກຢ່າງເປັນທາງ ຢູ່ແຂວງຮ່າຕິງ F ອ່ານຕໍ່ໜ້າ 2່ າໍ່ ໜ້າ Iv'okpq d]a f4t,q o8u csj ' lxx ]k; 8h voIa [ Iv'okpq d]a f4t,q o8u ik-tvkok9a dwm ຂປລ. ໃນຕອນເຊົ້າວັນທີ 15 ພຶດສະພາ 2025ນີ້, ທ່ານສະເຫລີມ ໄຊ ກົມມະສິດ ຮອງນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ ໃຫ້ກຽດຕ້ອນຮັບ ທ່ານ ວິລະພັນ ສາລິລັດຖະວີພາກ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງພະ ລັງງານແຫ່ງ ຣາຊະອານາຈັກໄທ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ບຸນແຝງ ພູມມະໄລສິດ ຂປລ. ພິທີວາງສີລາລຶກ ໂຄງ ການກໍ່ສ້າງສຳນັກງານໃຫຍ່ ແລະ ສູນຝຶກ ຂອງກົມພາສີ ຈັດຂຶ້ນໃນ ວັນທີ 14 ພຶດສະພາ 2025 ໂດຍ ການເຂົ້າຮ່ວມເປັນປະທານ ຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະ ;k'lu ]k]b d 37'dkod+ lh k'leoa d'ko.spj c]t l6 o/b ddq ,rklu ມົນຕີກະຊວງການເງິນ, ທ່ານ ນາງ ເຮເທີ ວາຣີອາຣາ ເອກອັກຄະລັດ ສະທູດ [= egra od5 lq o4;kp[6 -k75 ocfj rtvk9ko.spj ,tsk[5 o,k ly ,,krq , xtmkol6 odk' vrl ຂປລ. ສູນກາງອົງການພຸດທະ ສາສະໜາສຳພັນ ແຫ່ງ ສປປ ລາວ ໄດ້ຕັ້ງພິທີບໍາເພັນບຸນກຸສົນຖວາຍ ບຸນບູຊາຄູນ ແດ່ພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານ ສູນກາງອົງການພຸດທະສາສະໜາ ສໍາພັນ (ອພສ) ແຫ່ງ ສປປ ລາວ ອົງທີ 6 ທີ່ໄດ້ລະສັງຂານໃນທີ 17 ເມສາ 2025 ສີຣິອາຍຸລວມ 92 ປີ, ວັດສາຍຸການ 72 ພັນສາ ເຊິ່ງສະຣິລະສັງຂານໄດ້ບໍາເພັນ ບຸນກຸສົນຢູ່ຫໍທຳມະສະພາ ວັດພະ ທາດຫລວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ. ເປັນເວລາ 27 ວັນ ທີ່ສູນກາງ ອພສ ໄດ້ບໍາເພັນບຸນກຸສົນ ສາຣິ ລະສັງຂານຂອງ ພະອາຈານໃຫຍ່ ປະມຸກ(ປະທານສົງ) ໂດຍການ ເປັນເຈົ້າພາບເຈົ້າສັດທາຂອງການ ນໍາພັກ-ລັດ ຈາກສູນກາງແນວ ລາວສ້າງຊາດ, ບັນດາກະຊວງ, ຄອບຄົວການນໍາ, ຄອບຄົວອະດີດ ການນໍາຂັ້ນສູງ, ພຸດທະສາສະນິກ ກະຊົນທັງພາຍ ແລະ ຕ່າງປະເທດ ແລະ ບັນດາສາຍທານສັດທາ ໂຮງ ທານອາຫານ ແລະ ເຄື່ອງດື່ມ ໄດ້ ນ້ອມມາສັກກະລະບູຊາບຸນບູຊາ ຄຸນ ພະອາຈານໃຫຍ່ ມະຫາ ບຸນມາ ສິມມາພົມ ນ້ອມຖວາຍພັນຕາຫານ ເພນ, ຖວາຍຜ້າບັງສະກຸນ ແລະ ປັດ ໄຈ ໄຊຍະທານ ເພື່ອສົມທົບໃນການ ບໍາເພັນບຸນກຸສົນ ຖວາຍແດ່ຄະນະສົງ ໃນພິທີສູດອະພິທຳມາຕິກາຈາຕູມ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມາຣິດ ສະຫງ່ຽມພົງ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງ ການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກ ໄທ ຢ່າງເປັນທາງການ ໃນລະຫວ່າງວັນທີ 21-23 ພຶດສະພາ 2025 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການ ເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາ ແບບຍືນຍົງ ລະຫວ່າງສອງປະເທດ ລາວ ແລະ ໄທ ໃຫ້ໄດ້ຮັບການພັດ ທະນາຍິ່ງໆຂຶ້ນ. Ill lh k'7;k,g0A ,c0' dko9a fgda [ c]t dkooe.-h gvdtlko c[[ma oltw\ F ອ່ານຕໍ່ໜ້າ 4່ າໍ່ ໜ້າ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 16/05/2025 xtgmf]k; ປີ 2024...ີ ກາງ ແລະ ທ່ານ ບຸນໂຈມ ອຸບົນ ປະເສີດ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະ ຫວັນນະເຂດ ເຂົ້າຮ່ວມເປັນປະ ທານ ກອງປະຊຸມສະຫລຸບວຽກ ງານກວດກາທົ່ວແຂວງ ປະຈໍາ ປີ 2024 ເຊິ່ງປີ 2024 ຜ່ານມາ ແຂວງສະຫວັນນະເຂດ ໄດ້ປະຕິບັດ ວິໄນສະມາຊິກພັກ ແລະ ອາຍັດລົດ ໃຫຍ່ຫລາຍຄັນ. ໃນກອງປະຊຸມ, ທ່ານ ລໍາທອງ ຂອບສີລາວົງ ກໍາມະການປະຈໍາ ພັກແຂວງ, ປະທານຄະນະກວດ ກາພັກແຂວງ, ປະທານອົງການ ກວດກາແຂວງ ແລະ ຫົວໜ້າຕ້ານ ການສໍ້ລາດບັງຫລວງຂັ້ນແຂວງ ໄດ້ຜ່ານບົດສະຫລຸບ ຕີລາຄາການ ເຄື່ອນໄຫວວຽກງານກວດກາ ປະ ຈຳປີ 2024 ໂດຍຍົກໃຫ້ເຫັນ ດ້ານດີ ແລະ ຜົນສຳເລັດໃນການ ເຄື່ອນໄຫວວຽກງານກວດກາ; ປັດ ຈຸບັນທົ່ວແຂວງປະກອບມີ 14 ອົງ ຄະນະພັກເມືອງ-1 ນະຄອນ ແລະ 2 ຄະນະພັກກອງບັນຊາການ ປກຊປກສ ແຂວງ, ມີ 22 ຄະນະພັກ ຮາກຖານ, 22 ໜ່ວຍພັກຮາກຖານ ອ້ອມຂ້າງແຂວງ; ໄດ້ດຳເນີນຊີວິດ ການເມືອງທ້າຍສະໄໝ ແລະ ດຳ ເນີນກອງປະຊຸມໃຫຍ່ຄະນະພັກ ຮາກຖານ,ໜ່ວຍພັກຮາກຖານອ້ອມ ຂ້າງແຂວງທີ່ຄົບວາລະກອງປະຊຸມ ສຳເລັດ 6 ຄະນະພັກຮາກຖານ ແລະ 2 ໜ່ວຍພັກ; ບົ່ງຕົວແຕ່ງຕັ້ງ 1 ຄະນະພັກຮາກຖານ; 1 ໜ່ວຍພັກ ຮາກຖານ. ພ້ອມກັນນັ້ນ, ໄດ້ເຂົ້າ ຮ່ວມຕິດຕາມດຳເນີນຊີວິດການ ເມືອງທ້າຍສະໄໝຂອງໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານມີ 38 ໜ່ວຍພັກ, ໄດ້ເຂົ້າຮ່ວມປະເມີນສັງ ລວມການສ້າງແຜນກຳນົດພະນັກ ງານນຳພາຄຸ້ມຄອງຂອງຄະນະ ບໍລິຫານງານພັກແຂວງ 14 ຕົວ ເມືອງ-1 ນະຄອນ. ໃນປີ 2024 ຜ່ານມາ, ຄະນະ ພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ເດັດ ດ່ຽວປະຕິບັດວິໄນຕໍ່ສະມາຊິກພັກ ລວມທັງໝົດ 69 ສະຫາຍ, ຍິງ 12 ສະຫາຍ. ໃນນີ້, ປະຕິບັດຂັ້ນກ່າວ ເຕືອນ 13 ສະຫາຍ, ຍິງ 2 ສະຫາຍ; ຂັ້ນຕິຕຽນ 15 ສະຫາຍ, ຍິງ 9 ສະຫາຍ; ໂຈະຮ່ວມຊີວິດພັກ 28 ສະຫາຍ, ຍິງ 1 ສະຫາຍ, ລຶບຊື່ອອກ ຈາກພັກ 17 ສະຫາຍ; ປົດຕໍາແໜ່ງ ພາຍໃນພັກ1ສະຫາຍ. ສຳລັບວຽກ ງານກວດກາປົກກະຕິ, ກວດກາ ຕາມຄຳສັ່ງ ແລະ ກວດກາກະທັນ ຫັນ, ສຳເລັດກວດກາລາຍຮັບລາຍຈ່າຍ, ການນຳໃຊ້ ແລະ ການ ຄຸ້ມຄອງເງິນກອງທຶນທາງ ຜົນ ການກວດກາແມ່ນລວມທັງໝົດ 70 ສັນຍາ; ຕິດຕາມກວດກາໂຄງ ການລົງທຶນຂອງລັດເລີ່ມແຕ່ຫົວ ທີປະຈຳປີ 2023 ຕາມແຜນທີ່ກະ ກຽມມີທັງໝົດ 9 ໂຄງການ; ກວດ ກາເອກະສານໂຄງການແກ້ໄຂສຸກ ເສີນຈາກໄພພິບັດທຳມະຊາດ ເລີ່ມ ແຕ່ປີ 2012-2021 ເພື່ອສະເໜີ ສະພາປະຊາຊົນແຂວງ ຮັບຮອງ ເອົາເຂົ້າແຜນການລົງທຶນຂອງ ລັດປະຈຳປີ 2025 ມີທັງໝົດ 42 ໂຄງການມູນຄ່າ 78,39 ຕື້ກີບ. ນອກນີ້, ຍັງໄດ້ຮ່ວມກັບຄະ ນະກຳມະການຈາກສູນກາງ ດຳ ເນີນການກວດກາເຂດເສດຖະກິດ ພິເສດສະຫວັນນະເຂດ ເຊິ່ງສາມາດ ກວດພົບເຫັນຫລາຍບັນຫາ ແລະ ສະເໜີໃຫ້ປັບປຸງແກ້ໄຂມີ 16 ບັນ ຫາ ແລະ ໄດ້ມອບເງິນເຂົ້າງົບປະ ມານລັດມູນຄ່າ 3 ຕື້້ກວ່າກີບ; ກວດ ກາການນຳເຂົ້າ ແລະ ເສຍພາສີລົດ ແຕ່ປີ 2019-2023 ຮ່ວມກັບກວດ ກາສູນກາງ ໄດ້ອາຍັດພາຫານະ ປະເພດລົດໃຫຍ່ຈໍານວນ 13 ຄັນ. ຜ່ານການດຳເນີນການກວດກາສືບ ສວນ-ສອບສວນ ແມ່ນສົ່ງຄືນຜູ້ ປະກອບການ 9 ຄັນ. ໃນນີ້, ລົດ 2 ຄັນມີເອກະສານຖືກຕ້ອງ, 7 ຄັນ ໄດ້ເສຍພາສີເພີ່ມມູນຄ່າ 3 ຕື້ກວ່າ ກີບ ແລະ ສ່ວນລົດ 4 ຄັນແມ່ນດຳ ເນີນການສອບສວນ ປະກອບສຳ ນວນສົ່ງໄອຍະການແຂວງສົ່ງຟ້ອງ ໃຫ້ສານຮິບເປັນຂອງລັດ ແລະ ຄະ ນະສະເພາະກິດຂັ້ນແຂວງ ໄດ້ອາ ຍັດພາຫານະທີ່ລັກລອບເຄື່ອນຍ້າຍ ຖ່ານດໍາ ແລະ ໄມ້ ໄດ້ທັງໝົດ 77 ຄັນ, ໄດ້ປັບໃໝພາຫານະ 75 ຄັນ ແລະ ຖ່ານດໍາລວມເປັນເງິນທັງ ໝົດ 2,32 ຕື້ກີບ, ສ່ວນອີກ 2 ຄັນ ແມ່ນສືບຕໍ່ດໍາເນີນການແກ້ໄຂຕາມ ລະບຽບການ. ພ້ອມກັນນັ້ນ, ໄດ້ຕິດ ຕາມກວດກາບັນດາໂຄງການລົງ ທຶນຂອງລັດເລີ່ມແຕ່ຫົວທີປະຈໍາປີ 2024 ມີທັງໝົດ 16 ໂຄງການ, ມູນ ຄ່າລວມໂຄງການສະພາຮັບຮອງ ທັງໝົດ 68 ຕື້ກວ່າກີບ. ໃນນີ້, 12 ໂຄງການພະແນກການເປັນເຈົ້າ ຂອງໂຄງການ ແລະ ມີ 4 ໂຄງການ ມູນຄ່າ 5 ຕື້ກີບລົງມາ ເມືອງເປັນ ເຈົ້າຂອງໂຄງການ, ຜ່ານການດໍາ ເນີນຕິດຕາມກວດກາເຫັນວ່າມີ 1 ໂຄງການຍັງບໍ່ທັນໄດ້ຮັບການ ຈັດຕັ້ງປະຕິບັດ; ໄດ້ຕິດຕາມກວດ ກາການຈັດຕັ້ງປະຕິບັດການແກ້ ໄຂຜົນການກວດກາຕາມຜົນການ ກວດສອບ ຕາມມະຕິສະພາປະຊາ ຊົນແຂວງ ສະບັບເລກທີ 04/ສພຂ. ສຂ, ລົງວັນທີ 10 ມັງກອນ 2024 ແລະ ບັນຫາທີ່ໄດ້ຮັບການແກ້ໄຂ ແລ້ວ 15 ບັນຫາ, ບັນຫາທີ່ໄດ້ຮັບ ການແກ້ໄຂແຕ່ບໍ່ຂາດຕົວ ມີ 13 ບັນຫາຕ້ອງສືບຕໍ່ແກ້ໄຂ. ໂອກາດນີ້, ທ່ານ ຄໍາພັນ ພົມ ມະທັດ ໄດ້ສະແດງຄວາມຊົມເຊີຍ ຄະນະພັກແຂວງສະຫວັນນະເຂດ ກໍຄື ຄະນະກວດກາພັກ-ລັດແຂວງ ທີ່ໄດ້ເປັນເຈົ້າການຈັດຕັ້ງປະຕິບັດ ໜ້າວຽກສໍາຄັນຕາມພາລະບົດບາດ ໜ້າທີ່ ແລະ ເປັນເຈົ້າການໃນການ ຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ໃນການລະເມີດລະບຽບກົດໝາຍ ແຕ່ກໍຮ່ວມກັນແກ້ໄຂໄດ້ໄວສົມ ຄວນ ສາມາດຕີຖອຍປາກົດການ ຫຍໍ້ທໍ້ທີ່ເປັນຫາງສຽງສັງຄົມ. ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບ ຮອບ 105 ປີ ໃນວັນທີ 14 ພຶດສະ ພາ 2025 ໂດຍການເປັນປະທານ ຂອງ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງ ພັກ, ປະທານສູນກາງແນວລາວ ສ້າງຊາດ ຫົວໜ້າອະນຸດັ່ງກ່າວ, ມີ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະ ທານ ສນຊ, ທ່ານ ວິໄລວົງ ບຸດດາ ຄໍາ ລັດຖະມົນຕີກະຊວງພາຍໃນ, ທ່ານ ນາງ ສວນສະຫວັນ ວິຍະ ເກດ ລັດຖະມົນຕີກະຊວງຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ, ໄດ້ຍົກໃຫ້ເຫັນ ຜົນງານ-ຜົນສໍາເລັດຂອງ ອະນຸກໍາ ມະການໂຄສະນາຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ເປັນຕົ້ນ ຂະ ບວນການຍ່າງເພື່ອສຸຂະພາບ ທີ່ປະ ຕູໄຊ, ສໍາເລັດການປະດັບປະດາ ຕົວເມືອງ, ສໍາເລັດການຈັດພິທີ ການຍ້ອງຍໍໃນການປະດັບຫລຽນ ກາລະນຶກ 70 ປີ, ສໍາເລັດການ ສະ ແດງສິລະປະ ໃນພິທີໂຮມຊຸມນຸມ ສະເຫລີມສະຫລອງ ວັນສ້າງຕັ້ງ ພັກ ຄົບຮອບ 70 ປີ. ພ້ອມນີ້, ກອງ ປະຊຸມ ຍັງໄດ້ລາຍງານການກະ ກຽມຄວາມພ້ອມ ໃນການສະເຫລີມ ສະຫລອງວັນສະຖາປານາ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບ ຮອບ105ປີທີ່ຈະມາເຖິງນີ້.ໃນນັ້ນ, ອະນຸກໍາມະການໂຄສະນາ ຂະບວນ ການ, ແຂ່ງຂັນ ແລະ ຍ້ອງຍໍ ມີ 7 ແຜນວຽກພື້ນຖານ ເຊິ່ງໄດ້ລະບຸຢູ່ ໃນຂໍ້ຕົກລົງຂອງກົມການເມືອງສູນ ກາງພັກ; ຕ້ອງໄດ້ປະຊາສໍາພັນຕື່ມ ບັນດາແຜນວຽກ ໂດຍສະເພາະ ໜ່ວຍງານແຂ່ງຂັນຍ້ອງຍໍການແຂ່ງ ຂັນຮັກຊາດ ແລະ ພັດທະນາ ເນື່ອງ ໃນໂອກາດ 50 ປີ ເພື່ອຍ້ອງຍໍໃຫ້ ຖືກຄົນທີ່ມີຜົນງານອັນພົ້ນເດັ່ນແທ້. ພ້ອມກັນນີ້, ກອງປະຊຸມຍັງໄດ້ ປຶກສາຫາລືກ່ຽວກັບການອອກ ແບບໃນການສະແດງ ໃຫ້ເຫັນອັນ ໃໝ່ຕື່ມ ເປັນຕົ້ນ ການນໍາໃຊ້ AI ເຂົ້າໃນການສະແດງບັນດາກິດຈະ ກໍາຕ່າງໆ ເພື່ອສະເຫລີມສະຫລອງ 2 ວັນປະຫວັດສາດທີ່ຈະມາເຖິງນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ຂ່າວ-ພາບ: ລີ ຖອດຖອນບົດຮຽນ...ົ ບຳເພັນກຸສົນ...ັຸົ ນວ-ແຂວງຮ່າຕິງ...່ິ ສສ ຫວຽດນາມ ແຕ່ວັນທີ 1416 ພຶດສະພາ 2025 ເພື່ອພົບປະ ສອງຝ່າຍ ກັບຄະນະຜູ້ແທນຂັ້ນ ສູງ ແຂວງຮ່າຕິງ ນຳໂດຍ ສະຫາຍ ຫງວຽນ ຢຸ້ຍ ເລີມ ເລຂາພັກແຂວງ ຮາຕິງ ສສ ຫວຽດນາມ. ໂອກາດນີ້, ສອງຝ່າຍໄດ້ແລກ ປ່ຽນຂໍ້ມູນຂ່າວສານ ກ່ຽວກັບສະ ພາບເສດຖະກິດ-ສັງຄົມ ຂອງສອງ ທ້ອງຖິ່ນ ເຊິ່ງ ສະຫາຍ ຫງວຽນ ຢຸ້ຍ ເລີມ ເລຂາພັກແຂວງຮ່າຕິງ ໄດ້ສະເໜີແຜນການຮ່ວມມື ລະ ຫວ່າງ ແຂວງຮ່າຕິງ ແລະ ນະຄອນ ຫລວງວຽງຈັນ ໃນຕໍ່ໜ້າໃຫ້ມີການ ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະວິຊາການ ໃນທຸກຂົງ ເຂດຮ່ວມກັນ, ຮ່ວມມືໃນການອໍາ ນວຍຄວາມສະດວກ ໃຫ້ພາກທຸລະ ກິດ ໄດ້ມີການຮ່ວມມືກັນແລກປ່ຽນ ຂໍ້ມູນຂ່າວສານ, ການໂຄສະນາ ຜະລິດຕະພັນສິນຄ້າ, ຮ່ວມມືດ້ານ ການສຶກສາ ແລະ ສະເໜີໃຫ້ນະ ຄອນຫລວງວຽງຈັນ ຊ່ວຍເຫລືອ ຄະນະປະຕິບັດງານພິເສດ ຂອງ ແຂວງຮ່າຕິງ ໃນການຂຸດຄົ້ນຊອກ ຫາອັດຖິທະຫານ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍຊິວິດຢູ່ນະຄອນ ຫລວງວຽງຈັນ ເຊິ່ງ ສະຫາຍ ອານຸພາບ ຕຸນາລົມ ເຫັນດີເປັນເອ ກະພາບຕໍ່ການສະເໜີຂອງ ສະຫາຍ ເລຂາພັກແຂວງຮ່າຕິງ, ພ້ອມທັງ ສະເໜີເພີ່ມເຕີມໃນການຮ່ວມມື ຂອງສອງທ້ອງຖິ່ນຮ່ວມກັນ ໂດຍ ສະເພາະ ໃນຂົງເຂດການເມືອງ ໃຫ້ມີການໄປມາຫາສູ່ກັນຢ່າງເປັນ ປົກກະຕິ, ສົ່ງເສີມການທ່ອງທ່ຽວ ໂດຍອີງໃສ່ທ່າແຮງຂອງສອງທ້ອງ ຖິ່ນ ສະໜັບສະໜູນສົ່ງເສີມວຽກ ງານການຄ້າ, ແລກປ່ຽນຜະລິດຕະ ພັນອຸປະໂພກ-ບໍລິໂພກ ສະເໜີໃຫ້ ນັກລົງທຶນຂອງແຂວງຮ່າຕິງ ໄດ້ ໄປລົງທຶນໃນເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ໂດຍສະ ເພາະການສ້າງໂຮງງານຜະລິດ ຫົວອາຫານ ໂດຍອີງໃສ່ທິດທາງ ຍຸດທະສາດການຮ່ວມມື ຂອງ ສອງພັກ, ສອງລັດ ໃຫ້ປະກົດຜົນ ເປັນຈິງ. ໂອກາດດຽວກັນ, ຄະນະຜູ້ແທນ ຂັ້ນສູງ ນະຄອນຫລວງວຽງຈັນ ຍັງໄດ້ເດີນທາງໄປຢ້ຽມຢາມ ເຂດ ເສດຖະກິດພິເສດທ່າເຮືອນໍ້າເລິກ ຫວຸ່ງອ່າງ, ຢ້ຽມຊົມທ່າເຮືອຫວຸ່ງ ອ່າງ ລາວ-ຫວຽດນາມ ທີ່ເປັນໂຄງ ການຮ່ວມມື ລາວ-ຫວຽດນາມ. ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່ ພິຈາລະນາຜ້າບັ້ງສະກຸນຂອງແຕ່ ລະຄະນະສາຍທານສັດທາ. ສໍາລັບ ວັນທີ 14 ພຶດສະພາ 2025, ເຈົ້າສັດທາສູດອະພິທຳ ມາຕິກາ ແລະ ຖວາຍຜ້າບັງສະກຸນ ແມ່ນ ຄະນະຂອງ ທ່ານ ນາງ ສຸກ ສາຄອນ ຮຸ່ງບຸນຍວງ, ຄອບຄົວ ທ່ານ ອານຸສິດ ມາລາບັນດິດ ແລະ ສັດທາ ຄະນະບໍລິຫານອົງການ ຄະນະສົງລາວອາເມລິກາ ແລະ ໂອກາດນີ້, ກໍໄດ້ມອບສັນທະນຸມັດ ເປັນສາຍທານສັດທາໃຫ້ພະອາ ຈານ ດາວສະເດັດ ເລີດມະນີ ຄະນະ ບໍລິຫານງານປະຈໍາການ, ຮອງຫົວ ແລະ ຖວາຍກັນບູຊາທຳ ແດ່ອົງທີ່ ໄດ້ສະແດງ ທຳມະເທສະໜາ, ທຳ ມະຄາຖາ ຈາກຄະນະສູນກາງ ອພສ, ຄະນະທີ່ປຶກສາສູນກາງ ອພສ, ພະເຖຣານຸເຖຣະ10 ອົງ ໄດ້ ໜ້າຫ້ອງການບໍລິຫານງານ ສູນ ກາງ ອພສ ເປັນສັດທາ ສູດອະພິທັມ ມາຕິກາ. ຈາກນັ້ນ, ຄະນະສັດທາ ໄດ້ຟັງທັມມະກະຖາ ເລື່ອງ: ການ ປາກົດໄດ້ຍາກໃນໂລກ ໂດຍພະ ອາຈານ ດໍາລົງ ພິມມະຈັກ ຕື່ມອີກ. ໂອກາດນີ້, ພະອາຈານ ດາວ ສະເດັດ ເລີດມະນີ ແລະ ຍາທ່ານ ແຝງ ແສນປະເສີດ ໃນນາມຮັບ ສັນທະນຸມັດ ຈາກຄະນະບໍລິຫານ ອົງການສົງລາວອາເມລິກາ ແລະ ເມືອງຊິດນີ ປະເທດ ອົດສະຕຣາ ລີ ໄດ້ຖວາຍແທນ ໂດຍມອບເງິນ 63 ລ້ານກີບ ຈາກອາເມລິກາ ແລະ ເງິນ 43 ລ້ານກີບ ຈາກເມືອງຊິດ ນີ ໃຫ້ຄະນະຮັບຜິດຊອບງານບໍາ ເພັນບຸນກຸສົນ ສາຣິລະສັງຂານ ພະ ອາຈານໃຫຍ່ ມະຫາບຸນມາ ສິມມາ ພົມ ປະທານ ສູນກາງ ອພສ ແຫ່ງ ສປປ ລາວ ອົງທີ 6. ຂ່າວ: ກິດຕາ ວາງສີລາລືກ...ີື ສະຫະລັດອາເມລິກາ ປະຈຳລາວ, ທ່ານ ນາງ ຊາມີນາ ຄາດວານີ ຫົວໜ້າຫ້ອງການ ອົງການສະຫະ ປະຊາຊາດ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ. ການກໍ່ສ້າງ ສໍານັກງານໃຫຍ່ ແລະ ສູນຝຶກກົມພາສີ ຄັ້ງນີ້, ເປັນການເພີ່ມທະວີການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະ ລັດອາເມລິກາ ໃນວຽກງານສ້າງ ຂີດຄວາມສາມາດໃຫ້ແກ່ການຄຸ້ມ ຄອງຊາຍແດນ, ການອໍານວຍ ຄວາມສະດວກດ້ານການຄ້າ ແລະ ອື່ນໆ ໂດຍຜ່ານການຈັດຕັ້ງປະຕິ ບັດໃນສັນຍາຮ່ວມມືສອງຝ່າຍ ທີ່ໄດ້ລົງນາມນັບແຕ່ປີ 2018 ເປັນຕົ້ນມາ, ລວມທັງກິດຈະກໍາ ຕ່າງໆ ທີ່ຈະມີຂຶ້ນໃນອະນາຄົດ ກ່ຽວກັບວຽກງານສ້າງຂີດຄວາມ ສາມາດໃຫ້ເຈົ້າໜ້າທີ່ພາສີ ມີຄວາມ ຊຳນານງານ ຢ່າງມືອາຊີບ. ອາຄານແຫ່ງນີ້, ຈະກາຍເປັນ ສູນກາງການຮຽນຮູ້, ນະວັດຕະ ກຳ ແລະ ຄວາມເປັນມືອາຊີບຂອງ ເຈົ້າໜ້າທີ່ພາສີ ຈາກຮຸ່ນສູ່ຮຸ່ນ. ໂຄງການນີ້, ຖືເປັນໝາກຜົນອັນພົ້ນ ເດັ່ນອັນໜຶ່ງ ຂອງການຮ່ວມມື ລະ ຫວ່າງ ກົມພາສີ ແລະ ຫ້ອງການ ຕ້ານຢາເສບຕິດ ແລະ ບັງຄັບໃຊ້ ກົດໝາຍ(INL), ສະຖານທູດສະ ຫະລັດອາເມລິກາປະຈຳລາວທີ່ໄດ້ ສືບຕໍ່ປະກອບສ່ວນສະໜັບສະໜູນ ການພັດທະນາຂີດຄວາມສາມາດ ຂອງຂະແໜງການພາສີ ນັບແຕ່ ອະດີດຈົນເຖິງປັດຈຸບັນ ເປັນຕົ້ນ ການສະໜອງຊ່ຽວຊານສະເພາະ ດ້ານ, ການທັດສະນະສຶກສາ, ການ ຈັດຝຶກອົບຮົມ, ອາຄານຫ້ອງການ ແລະ ສູນຝຶກ, ສາງເກັບມ້ຽນສິນ ຄ້າ, ພາຫະນະ ແລະ ວັດຖຸ-ອຸປະ ກອນ ທີ່ຈໍາເປັນໃນການປະຕິບັດ ວຽກງານຮັກສາຄວາມປອດໄພ ທາງຊາຍແດນ ແລະ ຕ້ານອາຊະ ຍາກຳຂ້າມຊາດ. ແຫລ່ງຂ່າວ: ກະຊວງການເງິນ ພ້ອມຄະນະ ໃນໂອກາດເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ສະແດງຄວາມ ຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາ ຄາສູງ ຕໍ່ການເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ວິລະພັນ ສາລິລັດຖະ ວີພາກ ພ້ອມຄະນະໃນຄັ້ງນີ້ ເຊິ່ງ ເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນຮ່ວມມືອັນດີ ລະຫວ່າງສອງ ປະເທດ ລາວ-ໄທ ກໍຄື ການເປັນຄູ່ ຮ່ວມຍຸດທະສາດເພື່ອການຈະເລີນ ເຕີບໂຕ ແລະ ການພັດທະນາແບບ ຍືນຍົງ ໃຫ້ນັບມື້ນັບຈະເລີນງອກ ງາມຍິ່ງໆຂຶຶ້ນ ໂດຍສະເພາະແມ່ນ ການພົວພັນຮ່ວມມື ໃນຂະແໜງ ພະລັງງານຂອງສອງປະເທດ ໄດ້ ຮັບການເສີມຂະຫຍາຍ ແລະ ຮັດ ແໜ້ນການພົວພັນຮ່ວມມືຢ່າງບໍ່ ຢຸດຢັ້ງ. ໃນໂອກາດດຽວກັນ, ທ່ານ ວິລະພັນ ສາລິລັດຖະວີພາກ ໄດ້ ຕາງໜ້າຄະນະສະແດງຄວາມຂອບ ໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານຮອງນາຍົກລັດຖະມົນຕີໃນຄັ້ງ ນີ້, ພ້ອມທັງຖືໂອກາດນີ້, ລາຍງານ ໃຫ້ຊາບເຖິງຈຸດປະສົງໂດຍຫຍໍ້ ຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້. ຂ່າວ: ກິດຕາ; ພາບ: ຂັນໄຊ ຮອງນາຍົກ...ົ
dkozj k;q 'xy f]h v,0v'dv'ra omu 2 c,j ow--totva opy j '.spj 0v'de]a 'xtdv[vk;5 f v5 my pkocsj '-kf okdkp{oEgmu o 9tdkpgxa o,= ]tfq dmk'me,t-kf0v'3]d.ovtok7q f 16/05/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ (ເນື່ອງໃນໂອກາດລະນຶກວັນປະຫວັດສາດ ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ື່ຶັັັີ່ົິ້ັູ ຄົບຮອບ 66 ປີ ວັນທີ 18/5/1959-18/5/2025)ົີັີ xtmko 3Ij 9uj ,y ' ;y ]t[6 ]5 fz6h xq fxj vpxtgmf-kf oa dIq [z6h pyj '.spj 0v'0t[;odkodv,,6 oy f (ເນ່ືອງໃນໂອກາດວັນເກີດປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ 19/5/1890-19/5/2025)່ື ອັ ນີ ດ່ ຈີ່ມິງົ ບີ *ໃນບົດກ່ອນຄໍລຳນີ້, ໄດ້ນຳ ສະເໜີໄປແລ້ວກ່ຽວກັບມູນເຊື້ອ ອັນພິລະອາດຫານຂອງກອງພັນ ທີ 2 ໃນການຜ່າວົງປິດຂອງສັດຕູ, ມາຕໍ່ໃນບົດນີ້ ຂໍນຳສະເໜີຄວາມ ໝາຍສຳຄັນທາງດ້ານປະຫວັດສາດ ຂອງເຫດການສຳຄັນດັ່ງກ່າວຊຶ່ງບໍ່ ພຽງແຕ່ເປັນການທັບມ້າງເລ່ລ່ຽມ ກົນອຸບາຍ ແລະ ການກະທຳຝືນ ປະຕິວັດຂອງພວກຈັກກະພັດ ອາເມລິກາ ແລະ ພວກຫຸ່ນວຽງຈັນ ທີ່ເປັນຕີນມືເທົ່ານັ້ນ ແຕ່ມັນຍັງເປັນ ການປຸກລະດົມ ແລະ ເປີດສາກ ໃຫ້ແກ່ການຫັນທິດຕໍ່ສູ້ປະຕິວັດໃຫ້ ກ້າວໄປສູ່ໄລຍະ ແລະ ຄຸນນະພາບ ໃໝ່ ພ້ອມດຽວກັນນີ້ກໍໄດ້ເປັນການ ປະກອບສ່ວນຂຽນປະຫວັດສາດ ແຫ່ງການຕໍ່ສູ້ທີ່ຮຸ່ງເຮືອງເຫລືອງ ເຫລື້ອມຂອງປະຊາຊົນລາວໃນ ໄລຍະຕໍ່ມາ. ສັງລວມແລ້ວໃນໄລຍະການ ເຄື່ອນທັບ 10 ວັນ ຂອງກອງພັນທີ 2 ໄດ້ສູ້ຮົບກັບສັດຕູທັງນ້ອຍ ແລະ ໃຫຍ່ 10 ຄັ້ງ, ສຸດທ້າຍກອງພັນ ທີ 2 ພ້ອມກັບ 91 ຄອບຄົວໄດ້ຜ່າ ວົງປິດລ້ອມທີ່ໜາແໜ້ນຂອງສັດຕູ ໄປສູ່ເຂດທີ່ໝັ້ນດ້ວຍຄວາມປອດ ໄພ. ເປັນການສ່ອງແສງໃຫ້ເຫັນ ວ່າການນໍາພາຂອງພັກຖືກຕ້ອງ ສະຫລາດສ່ອງໃສ, ຂະບວນການ ຕໍ່ສູ້ຂອງພວກເຮົາແມ່ນເປັນທໍາ. ສະນັ້ນ, ການຜ່າວົງປິດລ້ອມຂອງ ກອງພັນທີ 2 ໄດ້ຢັ້ງຢືນໃຫ້ເຫັນ ຢ່າງຈະແຈ້ງວ່າ: “ສິນທໍາຍາມໃດ *ປະທານ ໂຮ່ຈີ່ມິງ ວິລະບູລຸດ ແຫ່ງການປົດປ່ອຍປະເທດຊາດ “ທ່ານຄືສັນຍະລັກອັນຍິ່ງໃຫຍ່ແຫ່ງ ເຈດຈໍານົງຂອງມວນຊົນທັງຊາດ ທີ່ໄດ້ອຸທິດທັງຊີວິດຂອງຕົນໃຫ້ແກ່ ພາລະກິດປົດປ່ອຍປະເທດຊາດ ຫວຽດນາມ ແລະ ປະກອບສ່ວນ ສຳຄັນໃນການຕໍ່ສູ້ຮ່ວມຂອງປະ ເທດຊາດຕ່າງໆເພື່ອສັນຕິພາບ, *ເມື່ອມໍ່ໆມານີ້, ກອງຄຸ້ມຄອງອຸ ທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໄດ້ຈັດກອງປະຊຸມສະໄໝສາມັນ ຄັ້ງ ທີ XXI ຂອງຄະນະກໍາມະການບໍລິ ຫານອຸທິຍານແຫ່ງຊາດ ນາກາຍນໍ້າເທີນ ເພື່ອລາຍງານການຈັດຕັ້ງ ປະຕິບັດວຽກງານ ແລະ ປຶກສາ ຫາລື, ຊຸກຍູ້ເຮັດໃຫ້ວຽກງານການ ຄຸ້ມຄອງ-ປົກປັກຮັກສາອຸທິຍານ ແຫ່ງຊາດ ນາກາຍ-ນໍ້າເທີນ ມີປະ ສິດທິພາບ ແລະ ສາມາດຈັດຕັ້ງປະ ຕິບັດໃຫ້ມີປະສິດທິຜົນ ໂດຍການ ເຂົ້າຮ່ວມຂອງທ່ານ ລິນຄໍາ ດວງ ສະຫວັນ ລັດຖະມົນຕີກະຊວງກະສິ ກໍາ ແລະ ປ່າໄມ້, ມີຮອງເຂົ້າແຂວງ ບໍລິຄໍາໄຊ, ຄໍາມ່ວນ ແລະ ຂະແໜງ ການກ່ຽວຂ້ອງອື່ນໆ. ກອງປະຊຸມຄັ້ງນີ້, ທ່ານ ລິນຄໍາ ດວງສະຫວັນ ໄດ້ເນັ້ນໃຫ້ຂະແໜງ ການທີ່ກ່ຽວຂ້ອງຈັດສັນງົບປະ ມານເຂົ້າໃສ່ວຽກປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນທີ່ອາໄສຢູ່ໃນ ແລະ ອ້ອມຮອບເຂດອຸທິຍານແຫ່ງ ຊາດເປັນສ່ວນໃຫຍ່ດັ່ງນີ້: 1. ມອບໃຫ້ກົມປ່າໄມ້ ຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດຄຳສັ່ງ ຂອງນາຍົກລັດຖະມົນຕີ ສະບັບ ເລກທີ 20/ນຍ, ລົງວັນທີ 05 ພະຈິກ 2024 ເພື່ອກະກຽມສະເໜີ ອຸທິຍານແຫ່ງຊາດ ນາກາຍ-ນໍ້າ ເທີນ ເຂົ້າໃນບັນຊີລໍຖ້າພິຈາລະນາ ເປັນມໍລະດົກໂລກ; 2. ໃຫ້ກົມປ່າໄມ້ ແລະ ກອງ ຄຸ້ມຄອງອຸທິຍານແຫ່ງຊາດ ສືບຕໍ່ ຄົ້ນຄວ້າສ້າງກົນໄກປະສານງານ, ກົນໄກດ້ານການເງິນ ແລະ ວິທີ ການອື່ນໆ ເພື່ອສ້າງແຮງຈູງໃຈແກ່ ປະຊາຊົນທີ່ອາໄສຢູ່ໃນ ແລະ ອ້ອມ ຂ້າງເຂດປ່າສະຫງວນໃຫ້ເຂົ້າມາມີ ສ່ວນຮ່ວມ; 3. ໃຫ້ກົມປ່າໄມ້, ກົມຈັດຕັ້ງ ແລະ ພະນັກງານ ແລະ ພາກສ່ວນ ກ່ຽວຂ້ອງປະສານສົມທົບຕິດ ຕາມ, ກວດກາ ແລະ ປັບປຸງຄືນ ໂຄງປະກອບສ້າງດ້ານບຸກຄະລາ ກອນຂອງກອງຄຸ້ມຄອງອຸທິຍານ ແຫ່ງຊາດ ນາກາຍ-ນໍ້າເທີນ ໃຫ້ມີ ປະສິດທິພາບຮັບປະກັນໄດ້ທັງຄຸນ ນະພາບ ແລະ ປະລິມານ. ພ້ອມທັງສະເໜີໃຫ້ອົງການປົກ ຄອງຂັ້ນທ້ອງຖິ່ນ ສືບຕໍ່ກວດກາ ຕິດຕາມ ແລະ ຊຸກຍູ້ສະໜັບສະໜູນ ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໃນການຈັດຕັ້ງ ປະຕິບັດວຽກງານຄຸ້ມຄອງປົກປັກ ຮັກສາຊັບພະຍາກອນທໍາມະຊາດ, ຊີວະນາໆພັນ ແລະ ການພັດທະນາ ປັບປຸງຊີວິດການເປັນຢູ່ຄຽງຄູ່ກັບ ການອະນຸລັກ ແລະ ວຽກງານ ຕ່າງໆທີ່ກ່ຽວຂ້ອງໃຫ້ເປັນລະບົບ ແລະ ເປັນປົກກະຕິ ເພື່ອສ້າງອຸທິ ຍານແຫ່ງຊາດດັ່ງກ່າວ ເປັນຕົວ ແບບໃນການຄຸ້ມຄອງປົກປັກຮັກ ສາປ່າໄມ້ ແລະ ຊີວະນາໆພັນຢ່າງ ມີປະສິດທິພາບຕາມທິດສີຂຽວ ແລະ ພັດທະນາແບບຍືນຍົງ. ກໍຊະນະອະທໍາ”. ທັງເປັນການສ້າງ ຜົນງານ ແລະ ຢັ້ງຢືນໃຫ້ຄົນຮຸ່ນໃໝ່ ເຫັນວ່າການຜ່າວົງປິດລ້ອມຂອງ ກອງພັນທີ 2 ແມ່ນໄຊຊະນະອັນ ໃຫຍ່ຫລວງຂອງກໍາລັງປະກອບ ອາວຸດເຮົາທີ່ຢູ່ໃຕ້ການນໍາພາຂອງ ພັກ, ເປັນເຫດການປະຫວັດສາດອັນ ສໍາຄັນຂອງຊາດ, ຂອງພັກ, ຂອງ ກອງທັບເຮົາ ແລະ ເປັນບົດຮຽນ ອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ ຂອງກອງທັບ ແລະ ປະຊາຊົນເຮົາ ຍາດເອົາໄຊຊະນະໃນໄລຍະຕໍ່ມາ. ໃນເວລານັ້ນ, ຄະນະພັກຄະນະ ບັນຊາ, ພະນັກງານສະມາຊິກພັກ ຕະຫລອດນັກຮົບທຸກຄົນໃນກອງ ພັນທີ 2 ໄດ້ເສີມຂະຫຍາຍມູນເຊື້ອ ຕໍ່ສູ້ບໍ່ຍອມຈໍານົນຂອງບັນພະບູລຸດ ແລະ ປະຊາຊົນລາວຜູ້ຮັກຊາດ ສາມາດທັບມ້າງກົນອຸບາຍຂອງ ພວກຈັກກະພັດ ແລະ ລູກແຫລ່ງ ຕີນມືຂອງພວກເຂົາທີ່ຫວັງດັບມອດ ກໍາລັງປະຕິວັດ, ໂດຍສະເພາະແມ່ນ 2 ກອງພັນ ທີ່ເຂົ້າຮ່ວມກັບກອງທັບ ແຫ່ງຊາດນັ້ນພັງທະລາຍລົງ. ການຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນດັ່ງກ່າວ ສະ ແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດ ຜ່ອງ, ຄວາມຈົງຮັກພັກດີ, ຄວາມ ສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນ ຕໍ່ການນາບຂູ່, ຫລອກຫລວງຂອງ ສັດຕູ. ນໍ້າໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການ ປຸກລະດົມອັນແຮງກ້າໃຫ້ແກ່ຂະ ບວນການປະຕິວັດເພື່ອຕີຊະນະກັບ ຈັກກະພັດອາເມລິກາ ແລະ ລູກ ແຫລ່ງຕີນມື. ພ້ອມດຽວກັນນັ້ນກໍ ເຮັດໃຫ້ກໍາລັງປະຕິວັດ, ໂດຍສະ ເພາະແມ່ນກໍາລັງປະກອບອາວຸດ ປະຊາຊົນນັບມື້ເຕີບໃຫຍ່ຂະຫຍາຍ ຕົວ ແລະ ເຂັ້ມແຂງ. ເຮັດໃຫ້ຊື່ສຽງ ອິດທິພົນຂອງກໍາລັງຝ່າຍປະເທດ ລາວ (ແນວລາວຮັກຊາດ) ນັບມື້ ພົ້ນເດັ່ນຂຶ້ນໃນເວທີສາກົນ. ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ”. (ມະຕິ ຂອງອົງການອຸຍແນັສໂກ້ປີ1987). ສໍາລັບການປະຕິວັດຫວຽດ ນາມ, ຫງວຽນອາຍກວັກ-ໂຮ່ຈີ່ມິງ ຄືຜູ້ແຫ່ງການຕັດສິນໃຈທາງປະ ຫວັດສາດໃນທຸກບາດລ້ຽວຂອງຍຸກ ສະໄໝ. ໃນເວລາທີ່ຂະບວນການ ຕໍ່ສູ້ຂອງຫວຽດນາມ ຜະເຊີນກັບ ທາງຕັນດ້ານແນວທາງ; ທ່ານ ຫງວຽນອາຍກວັກ ໄດ້ຄົ້ນພົບ ເສັ້ນທາງໃຫ້ແກ່ການປະຕິວັດ ຫວຽດນາມ ໂດຍການສ້າງຕັ້ງພັກ ກອມມູນິດຫວຽດນາມ-ອົງການ ສູນກາງຂອງການປະຕິວັດ, ສ້າງ ຕັ້ງແນວໂຮມຫວຽດມິນ ແລະ ກອງ ທັບປະຊາຊົນຫວຽດນາມ-ກໍາລັງ ຫລັກຂອງການປະຕິວັດ. ທ່ານເປັນ ຜູ້ນໍາພາປະຊາຊົນລຸກຮືຄັ້ງໃຫຍ່ຢຶດ ອໍານາດ ແລະ ສ້າງຕັ້ງລະບອບໃໝ່ ທີ່ເປັນລັດຂອງປະຊາຊົນ, ໂດຍ ປະຊາຊົນ ແລະ ເພື່ອປະຊາຊົນ. ທ່ານຄືຈິດວິນຍານຂອງສົງຄາມ ຕໍ່ຕ້ານ 9 ປີອັນຍາວນານຂອງປະ ຊາຊົນຫວຽດນາມ ໃນການຕໍ່ສູ້ເພື່ອ ປົດປ່ອຍພາກໃຕ້ທ້ອນໂຮມປະເທດ ຊາດເປັນເອກະພາບ. ປະທານ ໂຮ່ຈີ່ມິງ ຄືສັນຍະລັກ ອັນສູງສົ່ງຂອງລັດທິຮັກຊາດແທ້ ຈິງທີ່ປະສົມປະສານຢ່າງເລິກເຊິ່ງ ກັບລັດທິສາກົນນິຍົມຂອງຊົນຊັ້ນ ກໍາມະກອນ, ຕັ້ງແຕ່ທ່ານເຂົ້າເຖິງ ລັດທິມາກ-ເລນິນ, ທ່ານໄດ້ຫັນໜ້າ ໄປສູ່ປະຊາຊົນຜູ້ຖືກກົດຂີ່ຂູດຮີດໃນ ທົ່ວໂລກ, ຕໍ່ສູ້ບໍ່ຮູ້ຈັກອິດເມື່ອຍເພື່ອ ໂລກແຫ່ງສັນຕິພາບ, ເສລີພາບ ແລະ ຄວາມສະເໝີພາບ ເພື່ອໃຫ້ ມະນຸດໄດ້ມີຊີວິດຢ່າງມີຄວາມສຸກ. ທ່ານທຸ່ມເທທັງຊີວິດເພື່ອສ້າງຄວາມ ເປັນປຶກແຜ່ນໃນໝູ່, ພັກກອມມູນິດ ພີ່ນ້ອງ, ບົນພື້ນຖານຂອງລັດທິ ມາກ-ເລນິນ ແລະ ລັດທິສາກົນນິຍົມ ບໍລິສຸດຂອງຊົນຊັ້ນກໍາມະກອນ; ເພີ່ມພູນຄູນສ້າງ ຄວາມສໍາພັນ ອັນແໜ້ນແຟ້ນກັບລາວ, ກໍາປູເຈຍ ແລະ ປະເທດເພື່ອນບ້ານອື່ນໆຢ່າງ ບໍ່ຢຸດຢັ້ງ; ອຸທິດທັງທາງທິດສະດີ ແລະ ພາກປະຕິບັດຢ່າງໂດດເດັ່ນ ໃຫ້ແກ່ຂະບວນການກອມມູນິດ ແລະ ຂະບວນການປົດປ່ອຍຊາດ. ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່ ຄືນັກ ຮົບສາກົນຜູ້ໂດດເດັ່ນ, ກ້າຫານ ແລະ ບໍລິສຸດທີີ່ສຸດ, ເປັນຜູ້ຕໍ່ສູ້ຕະ ຫລອດຊີວິດເພື່ອຄວາມຍຸຕິທໍາ, ສັນຕິພາບ ແລະ ຄວາມກ້າວໜ້າ ຂອງປະເທດຊາດທ່ານທີ່ຖືກກົດຂີ່ ທົ່ວໂລກ. ຫວຽດນາມ-ໂຮ່ຈີ່ມິງ ໄດ້ກາຍເປັນສັນຍະລັກຂອງບັນດາ ປະເທດຊາດທີ່ຖືກກົດຂີ່ຂູດຮີດ ບົນ ເສັ້ນທາງຍາດເອົາຄືນເອກະລາດ ແລະ ເສລີພາບຂອງຕົນ. “ ປະທານ ໂຮ່ຈີ່ມິງ ຈະຍັງຄົງຢູ່ໃນຫົວໃຈຕະ ຫລອດໄປຂອງນັກຮົບທັງຫລາຍ ທີ່ຕໍ່ສູ້ເພື່ອຄວາມຍຸຕິທໍາ, ເສລີພາບ ແລະ ເອກະລາດຂອງປະເທດຊາດ ໃນຖານະຜູ້ສືບທອດແນວທາງອັນ ຍິ່ງໃຫຍ່ ແລະ ກ້າຫານທີ່ສຸດຂອງ ມາກ ແລະ ເລນິນ”.
RkJQdWJsaXNoZXIy MTc3MTYxMQ==