ວິທີປ້ອງກັນພະຍາດໄຂ້ເລືອດດຳ

07/05/2025 09:43
Email Print 678
ຂປລ ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    *ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້. ພະຍາດດັ່ງກ່າວ, ເກີດຈາກເຊື້ອກາລະໂລກທີ່ມີຊື່ວ່າ ບາຊິລັສ ແອນແທັກຊິສ (Bacillus Anthracis) ເຊື້ອພະຍາດນີ້ ສາມາດສ້າງສະປໍ ແລະ ມີຄວາມທົນທານຕໍ່ສະພາບແວດລ້ອມສູງ ໂດຍເຊື້ອພະຍາດຈະກະຈາຍຢູ່ຕາມທົ່ງຫຍ້າ ແລະ ຝັງໂຕຢູ່ໃນດິນໄດ້ເປັນເວລາດົນ, ສັດທີ່ໄດ້ຮັບເຊື້ອຈະມີອາການເລືອດເປັນພິດຢ່າງຮ້າຍແຮງເຮັດໃຫ້ເມັດເລືອດແດງແຕກແລ້ວສັດຈະສົ່ງເຊື້ອອອກທາງອາຈົມ, ນ້ຳຢຽວ, ນ້ຳນົມ, ເລືອດ ແລະ ອື່ນໆ.

    ການຕິດຕໍ່ຂອງພະຍາດຈາກສັດສູ່ຄົນ: ການກິນຊີ້ນສັດ ຫລື ຜະລິດຕະພັນທີີ່ມີເຊື້ອ, ການສຳຜັດສັດທີ່ບໍ່ສະບາຍ ຫລື ຕາຍຜິດປົກກະຕິ, ຕິດຈາກການຫາຍໃຈເອົາຝຸ່ນດິນທີ່ມີສະປໍເຊື້ອພະຍາດເຂົ້າໄປ ເຊິ່ງໄລຍະຝັກຕົວຂອງພະຍາດ 1-5 ວັນ ຫລື ອາດດົນເຖິງ 60 ວັນ, ຜູ້ ທີ່ຕິດເຊື້ອພະຍາດນີ້ຈະມີອາການໄຂ້, ປວດຮາກ, ຮາກ, ເຈັບທ້ອງຮຸນແຮງ, ມີບາດຄືຖືກໄຟຈິ, ຫາຍໃຈຍາກ, ແໜ້ນໜ້າເອີກ...ເຖິງແນວໃດກໍຕາມ, ການປ້ອງກັນຈາກພະຍາດໄຂ້ເລືອດດຳໃຫ້ປະຕິບັດດັ່ງນີ້:

1.ຫລີກລ່ຽງການສຳຜັດຄວາຍ, ງົວ, ແບ້, ແກະ, ໝູ ທ່ີຕາຍໂດຍບໍ່ຮູ້ສາເຫດຢ່າງເດັດຂາດ ເພາະຈະເປັນສາເຫດໃຫ້ເຊື້ອພະຍາດສາມາດຕິດຕໍ່ສູ່ຄົນ, ຖ້າມີການລະບາດເປັນວົງກວ້າງຕ້ອງໄດ້ທຳລາຍຖິ້ມດ້ວຍການຈູດຢ່າງດຽວ ຈ່ຶງສາມາດທຳລາຍເຊື້ອພະຍາດນີ້ໄດ້.

2.ລ້າງມື, ອາບນ້ຳ ຫລັງສຳຜັດກັບສັດ.

3.ເຈົ້າຂອງສັດຕ້ອງເອົາໃຈໃສ່ກັກຂັງສັດລ້ຽງຂອງຕົນ ເພື່ອຕິດຕາມອາການ, ຖ້າພົບເຫັນສັດມີການເຫງົາຊຶມ, ບໍ່ກິນອາຫານ, ຂາໄຄ່ ຍຶ່ງທ້ອງ ໃຫ້ຟ້າວແຍກສັດດ່ັງກ່າວອອກຈາກຝູງ.

4.ຈົ່ງເອົາໃຈໃສ່ຕິດຕາມເຝົ້າລະວັງຢ່າງໃກ້ຊິດ, ຖ້າພົບເຫັນປາກົດການຂອງພະຍາດດັ່ງກ່າວ ໃຫ້ຮີບປະສານກັບສັດຕະວະແພດບ້ານ ເພື່ອລາຍງານຂັ້ນເທິງ.

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

    • ຖົ່ວລຽນ ພວມໄດ້ຮັບຄວາມນິຍົມຈາກກຸ່ມຜູ້ປູກ ແລະ ຜູ້ບໍລິໂພກໃນລາວບົດ-ສາລະຄະດີ

      ຖົ່ວລຽນ ພວມໄດ້ຮັບຄວາມນິຍົມຈາກກຸ່ມຜູ້ປູກ ແລະ ຜູ້ບໍລິໂພກໃນລາວ

      5/6/2025 9:34:15 AM

      ປັດຈຸບັນ, ກະສິກອນຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ໄດ້ຫັນມາປູກໝາກຖົ່ວລຽນ ເພື່ອຈຳໜ່າຍໃຫ້ກັບຜູ້ບໍລິໂພກ ກໍຄືຕະຫລາດພາຍໃນປະເທດຫລາຍຂຶ້ນ ເນື່ອງຈາກວ່າໝາກຖົ່ວລຽນ ກຳລັງໄດ້ຮັບຄວາມນິຍົມຈາກກຸ່ມຜູ້ບໍລິໂພກນັບມື້ນັບຫລາຍຂຶ້ນບວກກັບສະພາບດິນຟ້າອາກາດທ່ີເໝາະສົມ, ດິນດີ, ປູກງ່າຍ, ເປັນໝາກໄມ້ທີ່ມີລາຄາສູງ ແລະ ອື່ນໆ.

ads
ads

Top