ຂປລ
ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.
*ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ ເຮັດໃຫ້ສັດລ້ຽງຕາຍເປັນຈໍານວນຫລາຍ, ພະຍາດດັ່ງກ່າວ ເກີດຈາກເຊື້ອກາລະໂລກທີ່ມີຊື່ວ່າ ບາຊິລັສ ແອນແທັກຊິສ (Bacillus Anthracis) ເຊື້ອພະຍາດນີ້ ສາມາດສ້າງສະປໍ ແລະ ມີຄວາມທົນທານຕ່ໍສະພາບແວດລ້ອມສູງ ໂດຍເຊື້ອພະຍາດຈະກະຈາຍຢູ່ຕາມທົ່ງຫຍ້າ ແລະ ຝັງໂຕຢູ່ໃນດິນໄດ້ເປັນເວລາດົນ.
ສັດທີ່ໄດ້ຮັບເຊ້ືອຈະມີອາການເລືອດເປັນພິດຢ່າງ ຮ້າຍແຮງເຮັດໃຫ້ເມັດເລືອດແດງແຕກແລ້ວສັດຈະສົ່ງເຊື້ອອອກທາງອາຈົມ, ນໍ້າຢຽວ, ນໍ້ານົມ, ເລືອດ ແລະ ອື່ນໆ. ພະຍາດໄຂ້ເລືອດດໍາ ສາມາດຕິດຕໍ່ຈາກສັດສູ່ຄົນ ໂດຍການສໍາພັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້. ສະນັ້ນ, ເພື່ອກະກຽມຄວາມພ້ອມໃນການຮັບມື ແລະ ເພື່ອເປັນການເຝົ້າລະວັງ, ປ້ອງກັນ ແລະ ສະກັດກັ້ນພະຍາດໄຂ້ເລືອດດໍາທ່ີກໍາລັງລະບາດຢູ່ປະເທດເພື່ອນບ້ານ (ໄທ) ແລະ ຮັບປະກັນບໍ່ໃຫ້ເຊື້ອພະຍາດດ່ັງກ່າວ ແຜ່ລາມເຂ້ົາມາບ້ານເຮົາດັ່ງນັ້ນ, ກະຊວງກະສີກໍາປ່າໄມ້ ຈຶ່ງໄດ້ອອກແຈ້ງການຫ້າມນໍ້າເຂົ້າອາຫານປະເພດຊີ້ນ.
ສໍາລັບພະຍາດໄຂ້ງົວດໍາ ມີຫລາຍຊະນິດ, ແຕ່ມື້ນີ້ ຄໍລຳ “ສຶກສາຫາຄວາມຮູ້” ຈະນຳສະເໜີ 3 ຊະນິດໄດ້ແກ່ໄຂ້ເລືອດດໍາທາງລະບົບຫາຍໃຈ, ຜິວໜັງ, ລະບົບທາງເດີນອາຫານ ເຊິ່ງອາການຂອງພະຍາດກໍ່ຈະແຕກຕ່າງກັນເນື່ອງຈາກວ່າ ສະປໍຂອງແບັກທີເລຍ ສາມາດເຂົ້າສູ່ຮ່າງກາຍໄດ້ຫລາຍທາງຈະມີອາການດັ່ງນີ້: ພະຍາດໄຂ້ເລືອດດໍາໃນລະບົບຫາຍໃຈຈະມີອາການຄື: ໄຂ້, ໜາວ, ສັ່ນ, ແໜ້ນໜ້າເອິກ, ໄອ, ເຈັບຫົວ, ປວດຮາກ, ເຫື່ອອອກຫລາຍ, ອ່ອນເພຍຕາມຮ່າງກາຍ. ໄຂ້ເລືອດດໍາໃນຜິວໜັງ ຈະມີອາການເຊັ່ນ: ຜິວໜັງມີຮອຍບາດ, ມີຕຸ່ມໜອງ, ຄັນບໍລິເວນຕຸ່ມ, ບໍລິເວນບາດຈະມີອາການບວມ ແລະ ມີສີດໍາ ສ່ວນຫລາຍຕຸ່ມຈະມັກເກີດຢູ່ໜ້າ, ແຂນ, ຄໍ ແລະ ມື.
ສ່ວນໄຂ້ເລືອດຳທາງເດີນອາຫານ: ເກີດຈາກການກິນອາຫານສຸກດິບ ຫລື ນົມທີ່ບໍ່ຜ່ານການຂ້າເຊື້ອທີ່ເໝາະສົມ ໂດຍສະເພາະໃນປະເທດ ທີ່ບໍ່ມີການສີດຢາຕ້ານພະຍາດໄຂ້ເລືອດດໍາຢ່າງສະໝໍ່າສະເໝີບໍ່ໄດ້ກວດກ່ອນນໍາມາຂາຍ ຫລື ກິນຜູ້ຕິດເຊື້ອຈະມີອາການໄຂ້, ໜາວ, ສັ່ນ, ເຈັບຄໍ, ສຽງແຫບ, ຄໍບວມ, ຕ໋ອມນໍ້າເຫລືອງບໍລິເວນຄໍໃຫຍ່, ມີອາກາຮາກ, ບາງຄັ້ງກໍ່ຮາກເປັນເລືອດ, ໜ້າແດງ, ຕາແດງ, ເຈັບທ້ອງ, ເຈັບຫົວ, ຖ່າຍແຫລວ, ຖ່າຍເປັນເລືອດ, ທ້ອງບວມ ຖ້າຮ້າຍແຮງອາດເປັນລົມໄດ້. ແນວໃດກໍດີເພື່ອປ້ອງກັນພະຍາດດັ່ງກ່າວຄວນກິນອາຫານທີ່ປຸງສຸກກ່ອນ ແລະ ຄວນປ້ອງກັນກ່ອນສໍາພັດກັບສັດລ້ຽງເພື່ອຫລີກລ່ຽງພະຍາດດັ່ງກ່າວ.
ໂດຍ:ລູກສາວຫລ້າ
KPL