ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

06/05/2025 09:45
Email Print 613
ຂປລ ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    *ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້. ຂະນະທີ່ສື່ມວນຊົນໄດ້ຖາມວ່າ: ປີນີ້ແມ່ນປີສຳຄັນໃນປະຫວັດສາດຂອງ ປະເທດລາວ, ແມ່ນປີຄົບຮອບ 70 ປີການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ສອງຝ່າຍຈີນ-ລາວ ລ້ວນແຕ່ຖືສໍາຄັນຕໍ່ປະຫວັດສາດ ທ່ານມີຄວາມເຂົ້າໃຈແນວໃດຕໍ່ປະຫວັດສາດຂອງພັກ ແລະ ລັດລາວ? ຕໍ່ກັບຄຳຖາມດັ່ງກ່າວ ທ່ານທູດໄດ້ກ່າວວ່າ: ປີ 2025 ແມ່ນປີທີ່ສະຫາຍລາວ ໄດ້ມີເຫດການໃຫຍ່ທ່ີໜ້າດີໃຈຫລາຍ ໂດຍສະເພາະແມ່ນເມື່ອມໍ່ໆມານີ້ ພັກປະຊາຊົນ ປະຕິວັດລາວ ກໍ່ໄດ້ສະເຫລີມສະຫລອງວັນສ້າງຕ້ັງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຢ່າງມີຄວາມໝາຍເລິກເຊ່ິງ, ສູນກາງພັກກອມມູນິດຈີນ ກໍ່ໄດ້ສົ່ງໂທລະເລກຊົມເຊີຍຕໍ່ວັນສຳຄັນດັ່ງກ່າວ. ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ເຂົ້າຮ່ວມງານໂຮມ ຊຸມນຸມຄັ້ງນີ້ທັງໄດ້ຮັບຟັງການກ່າວຄໍາປາໄສຂອງສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ຢູ່ສະຖານທີ່ປະຊຸມຕົວຈິງ. ຕະຫລອດ ໄລຍະ 70 ປີຜ່ານມາ, ພັກປະຊາຊົນ ປະຕິວັດລາວ ໄດ້ເຕົ້າໂຮມຄວາມສາມັກຄີນໍາພາປະຊາຊົນລາວຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນຝຣັ່ງ ແລະ ລັດທິດຈັກກະພັດອາເມລິກາຢ່າງພິລະອາດຫານ, ໄດ້ເຮັດສຳເລັດການປົດປ່ອຍປະເທດຊາດ ແລະ ການທ້ອນໂຮມປະເທດຊາດ, ຊຸກຍູ້ການປະຕິບັດ 2 ໜ້າທີ່ຍຸດທະສາດຄື: ການປົກປັກຮັກສາ ແລະ ການສ້າງສາພັດທະນາປະເທດຊາດ, ເຮັດໃຫ້ພາລະກິດການກໍ່ສ້າງສັງຄົມນິຍົມ ແລະ ການປະຕິບັດແນວທາງປ່ຽນແປງໃໝ່ຍາດໄດ້ຜົນສຳເລັດອັນສະຫງ່າງາມ. ໃນໄລຍະຂ້າພະເຈົ້າມາປະຈໍາການຢູ່ປະເທດລາວເກືອບໜຶ່ງປີ ກໍ່ໄດ້ເຫັນຢ່າງປະຈັກຕາວ່ານັບແຕ່ກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ເປັນຕົ້ນມາ, ສູນກາງພັກ ປປ ລາວ ໄດ້ສຸມໃສ່ການປັບປຸງບູລະນະການ ນໍາພາຂອງພັກໃຫ້ເຂັ້ມແຂງ, ການ ເມືອງ ແລະ ສັງຄົມມີຄວາມສະ ຫງົບ, ເສດຖະກິດມີທ່າອ່ຽງດີຂຶ້ນ ຢ່າງໝັ້ນທ່ຽງ, ບົດບາດໃນສາກົນ ນັບມື້ຮັບການຍົກສູງຂຶ້ນ. ພວກ ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ: ສປປ ລາວ ຈະສືບຕໍ່ເດີນຕາມເສັ້ນທາງສັງຄົມນິຍົມ ຕາມສະພາບຕົວຈິງຂອງປະເທດຕົນຢ່າງສະເໝີ ຕົ້ນສະເໝີປາຍ ແລະ ສາມາດໄຂກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກດ້ວຍຜົນສຳເລັດ. 

   ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ຊີ້ອອກວ່າ “ປະຫວັດສາດ ເປັນຜູ້ຕັດສິນພວກເຮົາ”. ຝ່າຍລາວໄດ້ຈັດກິດຈະກໍາຕ່າງໆ ເພື່ອລະນຶກເຖິງວັນສໍາຄັນດັ່ງກ່າວ, ເຮັດໃຫ້ຂ້າພະເຈົ້າໄດ້ຄິດເຫັນປີ 2021  ໃນເວລາເຂົ້າຮ່ວມການເຊື່ອມຊຶມຮຽນຮູ້ປະຫວັດສາດພັກ ໃນໂອກາດ ຄົບຮອບ 100 ປີ ຂອງການສ້າງ ຕັ້ງພັກກອມມູນິດຈີນ, ເຮັດໃຫ້ຮູ້ສຶກໄດ້ເຖິງຄວາມຄ້າຍຄືກັນຫລາຍຈຸດຂອງສອງພັກ ນັບແຕ່ການສ້າງຕັ້ງພັກ ແລະ ສະຖາປະນາປະເທດ, ການເຕີບໃຫຍ່ຂະຫຍາຍຕົວ. ສອງພັກຍາມໃດກໍ່ລ້ວນແຕ່ໄດ້ຖືເອົາຜົນປະໂຫຍດຂອງປະຊາຊົນຈັດຢູ່ອັນດັບສູງສຸດ, ໄດ້ຖືເອົາການປະຕິວັດຕົນເອງເປັນວິທີການສໍາຄັນໃນການເຮັດໃຫ້ພັກກ້າວໜ້າຂຶ້ນໄປເລື້ອຍໆ, ເຮັດໃຫ້ສາມາດເອົາຊະນະຄວາມຫຍຸ້ງຍາກ ສິ່ງກີດຂວາງຕ່າງໆໄດ້ຢ່າງສຳເລັດຜົນ, ໄດ້ຖືເອົານັກປະຕິວັດອາວຸໂສຮຸ່ນກ່ອນເປັນຕົວແບບອັນດີເດັ່ນ, ຮຽນເອົາຄຸນສົມບັດອັນສູງສົ່ງຂອງພວກເພິ່ນໃນຄວາມຈົງຮັກພັກດີຕໍ່ພັກ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ ແລະ ສ້າງລະບຽບວິໄນທີ່ເຂັ້ມງວດໃຫ້ແກ່ຕົນເອງ, ປັດຈຸບັນສອງຝ່າຍກໍ່ລ້ວນແຕ່ພະເຊີນໜ້າກັບສະພາບແວດລ້ອມສາກົນທີ່ສະຫລັບຊັບຊ້ອນ ແລະ ໜ້າທີ່ແຫ່ງການປະຕິຮູບ, ພັດທະນາ ແລະ ຄວາມໝັ້ນຄົງທີ່ຫຍຸ້ງຍາກ ແລະ ໜັກໜ່ວງ.

    ສອງພັກ ຈີນ-ລາວ ລ້ວນແຕ່ແມ່ນພັກການເມືອງລັດທິມາກ, ລ້ວນແຕ່ຍຶດໝັ້ນວັດຖຸນິຍົມປະຫວັດວິພາກ, ອອກແຮງນໍາພາສະມາຊິກພັກ-ພະນັກງານ ທັງຫລາຍໂດຍສະເພາະແມ່ນຊາວໜຸ່ມໃຫ້ສ້າງມີແນວຄິດປະຫວັດວັດຖຸນິຍົມ, ຫວນຄືນປະຫວັດສາດເປັນຫຍັງແຕ່ກ່ອນພວກເຮົາຈຶ່ງປະສົບຜົນສຳເລັດ, ໃຫ້ເຂົ້າໃຈອະນາຄົດຂອງພວກເຮົາຈະເຮັດແນວໃດຈຶ່ງຈະສືບຕໍ່ປະສົບຜົນສຳເລັດ. ພວກເຮົາໄດ້ຮ່ວມກັນທົບທວນຄືນປະຫວັດສາດຂອງການສ້າງຕັ້ງພັກ, ສະຖາປະນາປະເທດ ຈີນ-ລາວ ຂອງໃຜລາວ, ລວມທັງປະຫວັດສາການພົວພັນມິດຕະພາບສອງຝ່າຍ ເຊິ່ງເປັນປະສົບການອັນສໍາຄັນທີ່ສຸດ. ນັ້ນແມ່ນສອງປະເທດຈີນ-ລາວ ຍາມໃດກໍ່ແມ່ນບ້ານໃກ້ເຮືອນຄຽງທີ່ເບິ່ງແຍງຊ່ວຍເຫລືອກັນ, ເປັນເພື່ອນມິດສະຫາຍທີ່ອູ້ມຊູຊ່ວຍເຫລືອເຊິ່ງກັນ ແລະ ກັນ, ເປັນສະຫາຍທີ່ດີ ທີ່ມີອຸດົມການຮ່ວມກັນ ແລະ ເປັນຄູ່ຮ່ວມມືທີ່ດີທີ່ຮ່ວມມືຮັບຜົນປະໂຫຍດຮ່ວມກັນ, ຂໍພຽງແຕ່ພວກເຮົາສາມັກຄີເປັນປຶກແຜ່ນ, ຈັບມືກັນຕໍ່ສູ້ກໍ່ຈະສາມາດທັບມ້າງສັດຕູທີ່ເຂົ້າມາທັງໝົດນັ້ນໄດ້ ແລະ ຈະສາມາດເອົາຊະນະຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນານາປະການໄດ້. 

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

    • ຖົ່ວລຽນ ພວມໄດ້ຮັບຄວາມນິຍົມຈາກກຸ່ມຜູ້ປູກ ແລະ ຜູ້ບໍລິໂພກໃນລາວບົດ-ສາລະຄະດີ

      ຖົ່ວລຽນ ພວມໄດ້ຮັບຄວາມນິຍົມຈາກກຸ່ມຜູ້ປູກ ແລະ ຜູ້ບໍລິໂພກໃນລາວ

      5/6/2025 9:34:15 AM

      ປັດຈຸບັນ, ກະສິກອນຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ໄດ້ຫັນມາປູກໝາກຖົ່ວລຽນ ເພື່ອຈຳໜ່າຍໃຫ້ກັບຜູ້ບໍລິໂພກ ກໍຄືຕະຫລາດພາຍໃນປະເທດຫລາຍຂຶ້ນ ເນື່ອງຈາກວ່າໝາກຖົ່ວລຽນ ກຳລັງໄດ້ຮັບຄວາມນິຍົມຈາກກຸ່ມຜູ້ບໍລິໂພກນັບມື້ນັບຫລາຍຂຶ້ນບວກກັບສະພາບດິນຟ້າອາກາດທ່ີເໝາະສົມ, ດິນດີ, ປູກງ່າຍ, ເປັນໝາກໄມ້ທີ່ມີລາຄາສູງ ແລະ ອື່ນໆ.

ads
ads

Top