ຂປລ
ກອງປະຊຸມ ສະເຫລີມ ສະຫລອງ ການສ້າງຕັ້ງ ສະຫະພັນ ກຳມະບານ ທົ່ວປະເທດຈີນ ຄົບຮອບ 100 ປີ ກໍຄື ກອງປະຊຸມ ຍ້ອງຍໍ ສັນລະເສີນ ແບບຢ່າງ ຜູ້ອອກແຮງງານ ແລະ ພະນັກງານ ຜູ້ດີເດັ່ນ ທົ່ວປະເທດຈີນ ໄດ້ຈັດຂຶ້ນ ຢູ່ຫໍສະພາ ປະຊາຊົນ ທີ່ນະຄອນຫລວງ ປັກກິ່ງ ຢ່າງຄຶກຄື້ນ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ກອງປະຊຸມ ສະເຫລີມ ສະຫລອງ ການສ້າງຕັ້ງ ສະຫະພັນ ກຳມະບານ ທົ່ວປະເທດຈີນ ຄົບຮອບ 100 ປີ ກໍຄື ກອງປະຊຸມ ຍ້ອງຍໍ ສັນລະເສີນ ແບບຢ່າງ ຜູ້ອອກແຮງງານ ແລະ ພະນັກງານ ຜູ້ດີເດັ່ນ ທົ່ວປະເທດຈີນ ໄດ້ຈັດຂຶ້ນ ຢູ່ຫໍສະພາ ປະຊາຊົນ ທີ່ນະຄອນຫລວງ ປັກກິ່ງ ຢ່າງຄຶກຄື້ນ ໃນວັນທີ 28 ເມສານີ້. ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ກອມມູນິດຈີນ, ປະທານປະເທດຈີນ, ປະທານ ຄະນະກຳມະການ ການທະຫານ ສູນກາງຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ສຳຄັນ ໂດຍກ່າວເນັ້ນໜັກວ່າ: ໃນຍຸກໃໝ່ ແລະ ຂະບວນການເດີນທາງອັນໃໝ່, ຕ້ອງເຕົ້າໂຮມກຳລັງ ທີ່ໃຫຍ່ຫລວງ ຂອງຊົນຊັ້ນກຳມາຊີບ ແລະ ປະຊາຊົນ ຜູ້ອອກແຮງງານ ທີ່ກວ້າງໃຫຍ່ ໄພສານ ໂດຍປິ່ນອ້ອມໜ້າທີ່ໃຈກາງ ຂອງພັກຢ່າງແໜ້ນແຟ້ນ, ເຮັດໃຫ້ແຜນການອັນຍິ່ງໃຫຍ່ທີ່ຈະສ້າງປະຊາຊາດຈີນ ໃຫ້ຈະເລີນ ຮຸ່ງເຮືອງ ຄືນໃໝ່ ປາກົດຜົນເປັນຈິງ ຢ່າງໜັກແໜ້ນ. ເນື່ອງໃນໂອກາດ ວັນກຳມະກອນ ສາກົນ ວັນທີ 1 ພຶດສະພາ ໃກ້ຈະໝູນວຽນ ມາເຖິງນີ້, ທ່ານ ສີ ຈິ້ນຜິງ ໄດ້ຕາງໜ້າ ຄະນະກຳມະການ ສູນກາງພັກ, ສະແດງ ຄວາມຢື້ຢາມ ຖາມຂ່າວ ຢ່າງສຸດອົກ ສຸດໃຈຕໍ່ ກຳມະກອນ ບັນດາເຜົ່າ ຊາວກະສິກອນ ປັນຍາຊົນ ແລະ ປະຊາຊົນ ຜູ້ອອກແຮງງານອື່ນໆ ໃນທົ່ວປະເທດ ພ້ອມດ້ວຍ ອົງການຈັດຕັ້ງ ກຳມະບານທຸກຂັ້ນ ແລະ ພະນັກງານ ກຳມະບານ ທຸກຖ້ວນໜ້າ, ສະແດງ ຄວາມອວຍພອນ ອັນປະເສີດ ຕໍ່ເພື່ອນມິດ ກຳມະບານ ແລະ ວົງການແຮງງານ ຂອງເຂດບໍລິຫານ ພິເສດ ຮົງກົງ, ເຂດບໍລິຫານ ພິເສດ ມາກາວ ແລະ ເຂດໄຕ້ຫວັນ ພ້ອມທັງ ສະແດງ ຄວາມຊົມເຊີຍ ຢ່າງສຸດອົກສຸດໃຈ ຕໍ່ແບບຢ່າງ ຜູ້ອອກແຮງງານ ແລະ ພະນັກງານ ຜູ້ດີເດັ່ນ ທົ່ວປະເທດຈີນ ທີ່ໄດ້ຮັບການຍ້ອງຍໍ ສັນລະເສີນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL