ຂປລ
*ມື້ນີ້ວັນທີ 30 ເມສາ ເປັນວັນທີ່ມີຄວາມໝາຍຄວາມສຳຄັນຍິ່ງຂອງປະເທດຫວຽດນາມ ເພາະເປັນວັນແຫ່ງໄຊຊະນະ, ວັນແຫ່ງການທັບມ້າງອຳນາດການປົກຄອງທີ່ເປ່ືອຍເຍື່ອຍຂອງພວກລ່າເມືອງຂຶ້ນ, ເປັນວັນທີ່ປະເທດຫວຽດນາມ ມີຄວາມເປັນເອກະລາດ ຢ່າງສົມບູນຈົນເທົ່າທຸກວັນນີ້ ຊຶ່ງປີນີ້ກໍຄົບຮອບ 50 ປີ (30/4/1975-30/4/2025).
(ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງການປົດປ່ອຍພາກໃຕ້ ແລະ ທ້ອນໂຮມ ປະເທດຊາດເປັນເອກະລາດ 30/4/1975-30/4/2025 )
*ວັນທີ 30 ເມສາ ເປັນວັນທີ່ມີຄວາມໝາຍຄວາມສຳຄັນຍິ່ງຂອງປະເທດຫວຽດນາມ ເພາະເປັນວັນແຫ່ງໄຊຊະນະ, ວັນແຫ່ງການທັບມ້າງອຳນາດການປົກຄອງທີ່ເປ່ືອຍເຍື່ອຍຂອງພວກລ່າເມືອງຂຶ້ນ, ເປັນວັນທີ່ປະເທດຫວຽດນາມມີຄວາມເປັນເອກະລາດ ຢ່າງສົມບູນຈົນເທົ່າທຸກວັນນີ້ ຊຶ່ງປີນີ້ກໍຄົບຮອບ 50 ປີ (30/4/1975-30/4/2025). ສະນັ້ນ ມື້ນີ້ຂໍຫວນຄືນມູນເຊື້ອການຕໍ່ສູ້ອັນພິລະອາຫານ, ເຫດການສຳຄັນ ໃນທ້າຍສະຕະວັດທີ 19ຫາຕົ້ນສະຕະວັດທີ 20 ລັດທິລ່າເມືອງຂຶ້ນແບບເກົ່າ ໄດ້ເຂົ້າມາຮຸກຮານຢຶດເອົາ 3 ຊາດອິນດູຈີນ ກາຍເປັນອານານິຄົມ, ແຕ່ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ແລະ ປະທານ ໂຮ່ຈີ່ມິງ, ປະຊາຊົນຫວຽດນາມໄດ້ລຸກຂຶ້ນຕໍ່ສູ້ຈົນຮອດເດືອນ 8/1945 ໄດ້ລຸກຮືຂຶ້ນຢຶດອຳນາດ ແລະ ປະກາດເອກະລາດວັນທີ 2/9/1945, ແຕ່ວ່າ ປີ 1946 ຈັກ ກະພັດລ່າເມືອງຂຶ້ນແບບເກົ່າຊ້ຳພັດກັບຄືນມາຮຸກຮານຫວຽດນາມຄັ້ງທີ 2. ປະຊາຊົນຫວຽດນາມ ໄດ້ສືບຕໍ່ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຈົນຮອດວັນທີ 7/5/1954 ສາມາດຮັບໄຊຊະນະທັບ ມ້າງຖານທັບດຽນບຽນຟູຂອງພວກລ່າເມືອງຂຶ້ນແບບເກົ່ານຳໄປສູ່ການເຊັນ ສັນຍາເຊີແນວກ່ຽວກັບອິນດູຈີນ 20/7/1954, ແຕ່ນ້ຳມຶກບໍ່ທັນແຫ້ງ, ຈັກກະພັດລ່າເມືອງຂຶ້ນແບບໃໝ່ ໄດ້ເຂົ້າມາຮຸກຮານເທື່ອໃໝ່ຍິ່ງຮ້າຍກາດກວ່າເກົ່າເພາະມີກຳລັງທະຫານ, ພາຫະນະສົງຄາມທັນສະໄໝ, ໄດ້ຕັ້ງຖານທັບຫລາຍ ແຫ່ງເພື່ອຮຸກ ຮານອິນດູຈີນ.

ຍຸດທະສາດ ແລະ ກົນອຸບາຍຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ຕໍ່ຫວຽດນາມໄດ້ແບ່ງເປັນ 2 ພາກ ນັບແຕ່ເສັ້ນຂະໜານ ທີ 17 ລົງໄປພາກໃຕ້ຢູ່ເຂດຄວບຄຸມຊົ່ວຄາວຂອງອາເມລິກາ ແລະ ພວກຫຸ່ນ. ກວດເອົາປະຊາຊົນໄປຄ້າຍອົບພະຍົບຢູ່ພາກໃຕ້, ຍາດເອົາປະຊາຊົນໄປຮັບໃຊ້ພວກເຂົາ , ດຳເນີນສົງຄາມແຕ່ຝ່າຍດຽວ ເຂັມຂ້າປະຊາຊົນຫວຽດນາມກວ່າ 8 ໝື່ນຄົນ, ຈັບກຸມຜູ້ຮັກຊາດກວ່າ 5 ແສນຄົນ. ຕະຫລອດ 21 ປີ ທີ່ຄອບຄອງພາກໃຕ້ຫວຽດນາມ,ອາເມລິກາໄດ້ລົງທຶນຫລາຍທີ່ສຸດໃຫ້ແກ່ລັດທິຕ້ານກອມມູນິດ ນັບທັງພື້ນຖານວັດຖຸ, ເງິນຄຳ, ອາວຸດຍຸດທະພັນ ແລະ ເລ່ຫລ່ຽມດ້ານວັດທະນະທຳ ແນວຄິດທີ່ໂຫດຫ້ຽມ ແລະ ປະຕິການສຸດຂີດ, ພວກເຂົາໄດ້ດຳເນີນສົງຄາມດ້ວຍຫລາຍຮູບແບບນັບແຕ່ສົງຄາມຕ້ານກັບປະຊາຊົນ,ສົງຄາມພາກສ່ວນ, ສົງຄາມພິເສດ,ສົງຄາມເຢັນຂອງ ຫວຽດນາມ, ສົງຄາມທາງອາກາດທຳລາຍ ພາກເໜືອຫວຽດນາມ, ສາມາດເວົ້າໄດ້ວ່າ: ສົງຄາມຈັກກະພັດລ່າເມືອງຂຶ້ນແບບໃໝ່ ທຳລາຫວຽດນາມ ແມ່ນສົງຄາມລ້າງຜານທີ່ບໍ່ເຄີຍມີມາຕະຫລອດເຄິ່ງທ້າຍສະຕະວັດທີ 20, ແມ່ນສົງຄາມເຂັ່ນຂ້າດ້ວຍລະເບີດ, ລູກປືນ, ຍົນ ຍຸດທະສາດ ທີ່ທັນສະໄໝທີ່ສາມາດຖິ້ມລະເບີດ, ລູກບົ່ມທາດເຄມີລົງລ້າງຜານນັບທັງຄົນ ແລະ ສັດຕະຫລອດຮອດພຶກສາຊາດກໍ່ຖືກທຳລາຍກ້ຽງ.
ເຖິງຢ່າງໃດກໍ່ຕາມດ້ວຍນ້ຳໃຈຮັກຊາດອັນແຮງກ້າ, ຄຽດແຄ້ນຈັກກະພັດຢ່າງເລິກເຊິ່ງ ຂອງປະຊາຊົນຫວຽດນາມ ຜູ້ພິລະອາດຫານ ໂດຍສືບຕໍ່ມູນເຊື້ອວິລະຊົນແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດມານານ 4 ພັນປີ, ປະຊາຊົນຫວຽດນາມ ພາຍ ໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໄດ້ລຸກຂຶ້ນຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ລູກມື 20 ກວ່າປີຢ່າງໝັ້ນໜຽວ ເພື່ອກອບກູ້ເອົາເອກະລາດ, ອິດສະລະພາບມາໃຫ້ປະເທດຊາດຕົນຕາມຄຳສັ່ງສອນຂອງພັກຂອງປະທານໂຮ່ຈີ່ມິງ ທີ່ວ່າ “ບໍ່ມີ ຫຍັງປະເສີດເລີດລ້ຳກວ່າເອກະລາດ ແລະ ເສລີພາບ”.
ນັບແຕ່ກາງເດືອນ3 ປີ 1975 ໃນທຸກສະໜາມຮົບຢູ່ພາກໃຕ້ຫວຽດນາມ ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ເປີດສະໜາມຮົບພາບດຽວໃນຂະໜາດໃຫຍ່ແບບນ້ຳຕົກຕາດ. ບັ້ນຮົບປົດປ່ອຍໄຕງວຽນ ແລະ 10 ແຂວງພາກກາງ ນັບແຕ່ 4/3-3/4 ປີ 1975 ສຳເລັດ. ບັ້ນຮົບປົດປ່ອຍເຫັວ-ດານັງແຕ່ວັນທີ8-20/3/1975 ປົດປ່ອຍ 3 ແຂວງແນວໜ້າຂອງສັດຕູ. ບັ້ນຮົບໂຮ່ຈີ່ມິງ ຊຶ່ງເປັນບັ້ນຮົບທີ່ດຸເດືອດ, ຂ້ຽວຂາດ, ໃຊ້ກຳລັງທະຫານ ແລະ ອາວຸດຍຸດໂທປະກອບສົງຄາມທີ່ທັນສະໄໝ, ເປັນບັ້ນຮົບຂັ້ນສຸດທ້າຍ ຂອງ ກອງທັບ ແລະ ປະຊາຊົນຫວຽດນາມ ບຸກໂຈມຕີເຂົ້າໃສ່ຈຸດສູນກາງກອງບັນຊາການທະຫານຫຸ່ນໄຊງ່ອນ. ໃນບ້ັ້ນຮົບດັ່ງກ່າວສາມາດດັບສູນສັດຕູໄດ້ , ທຸກໆເຫລົ່າທະຫານຂອງສັດຕູກໍລ້ວນແຕ່ຖືກດັບສູນ, ທຳລາຍ ແລະ ຢຶດໄດ້ອາວຸດ, ພາຫະນະສົງຄາມ, ຖານທັບການ ທະຫານທັງໝົດ, ກົງຈັກການປົກຄອງຫຸ່ນອັນໃຫຍ່ໂຕ ແລະ ໂຫດຮ້າຍຂອງຈັກກະພັດລ່າເມືອງຂຶ້ນ, ທີ່ຕ້ັງ, ສຳນັກງານອົງການປົກຄອງຫຸ່ນ ແລະ ອື່ນໆຂອງສັດຕູກໍລ້ວນແຕ່ຖືກລຶບລ້າງໃຫ້ກ້ຽງ.
ສະໜາມຮົບໂຮ່ຈີ່ມິງໄດ້ຮັບໄຊຊະນະສົມບູນ, ເປັນວັນເວລາປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນ ຂອງກອງທັບ ແລະ ປະຊາຊົນຫວຽດນາມ, ແມ່ນການສູ້ຮົບຢ່າງພິລະອາດຫານ ເປັນໄຊຊະນະອັນຍິ່ງໃຫຍ່, ໄຊຊະນະດັ່ງກ່າວ ແມ່ນ ການທັບມ້າງກົງຈັກການທະຫານອັນໃຫຍ່ໂຕເຂັ້ມແຂງ, ທັນສະໄໝກວ່າໝູ່ໝົດຢູ່ທະວີບອາຊີອາຄະເນໄດ້ຢ່າງສົມບູນ,ໄຊຊະນະລະດູບານໃໝ່ປີ 1975 ຢູ່, ພາກໃຕ້ຫວຽດນາມ ແມ່ນໄຊຊະນະລວມແຫ່ງກ້ອນກຳລັງສາມັກຄີພິເສດ, ຮ່ວມສຳພັນສູ້ຮົບ ລະຫວ່າງຫວຽດ ນາມ, ລາວ, ກຳປູເຈຍ ສາມອ້າຍນ້ອງແມ່ນສະໜາມຮົບຢູ່ບົນດິນແດນແຫລມອິນດູຈີນອັນດຽວກັນ, ຕ້ານສັດຕູຜູ້ຮຸກຮານໂຕດຽວກັນແມ່ນປັດໄຈທ່າແຮງຊຸກດັນໄຊຊະນະເຊິ່ງກັນແລະກັນ, ເປັນການໄຂສັງກາດໃຫ້ຫວຽດນາມມີສັນຕິພາບ, ເອກະພາບ ແລະ ກ້າວຂຶ້ນ ສັງຄົມນິຍົມ, ດຳເນີນການປ່ຽນແປງໃໝ່, ຫັນເປັນອຸດສາຫະກຳທັນສະໄໝຂຶ້ນໄປເລື້ອຍໆຈົນເທົ່າທຸກວັນນີ້.
KPL