ຜູ້ນຳຣັດເຊຍ ປະກາດຈະຢຸດຍິງໃນເດືອນພຶດສະພານີ້

29/04/2025 22:39
Email Print 179
ຂປລ ເວັ​ບ​ໄຊ ​ປະ​ທາ​ນາ​ ທິ​ບໍ​ດີ​ ຣັດ​ເຊຍ ​ອອກ​ຖະ​ແຫລງ​ການ​ວ່າ: ທ່ານ ​ວາ​ລະ​ດີ​ເມຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ ​ຣັດ​ເຊຍ ​ຕົກ​ລົງ​ວ່າ: ໃນ​ໄລ​ຍະ​ ລະ​ນຶກ​ ສົງ​ຄາມ ​ຮັກ​ຊາດ ​ຄັ້ງ​ໃຫຍ່ ​ຄົບ​ຮອບ 80 ປີ, ​ເລີ່ມແຕ່ ວັນ​ທີ 8-11 ເດືອນພຶດ​ສະ​ພາ​ນີ້​,

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເວັ​ບ​ໄຊ ​ປະ​ທາ​ນາ​ ທິ​ບໍ​ດີ​ ຣັດ​ເຊຍ ​ອອກ​ຖະ​ແຫລງ​ການ​ວ່າ: ທ່ານ ​ວາ​ລະ​ດີ​ເມຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ ​ຣັດ​ເຊຍ ​ຕົກ​ລົງ​ວ່າ: ໃນ​ໄລ​ຍະ​ ລະ​ນຶກ​ ສົງ​ຄາມ ​ຮັກ​ຊາດ ​ຄັ້ງ​ໃຫຍ່ ​ຄົບ​ຮອບ 80 ປີ, ​ເລີ່ມແຕ່ ວັນ​ທີ 8-11 ເດືອນພຶດ​ສະ​ພາ​ນີ້​, ຣັດ​ເຊຍ ຈະ​ປະ​ຕິ​ບັດ​ ການ​ຢຸດ​ຍິງ ຊົ່ວຄາວ. ໃນ​ໄລ​ຍະ​ນີ້ ຈະ​ຢຸດການ​ເຄື່ອນ​ໄຫວ ​ທາງ​ການ​ທະ​ຫານ​ ທຸກ​ຢ່າງ​. ຖະ​ແຫລງ​ການ​ລະ​ບຸ​ວ່າ: ຣັດ​ເຊຍ ​ເຫັນ​ວ່າ ອູ​ແກ​ຣນ ​ຄວນ​ຕອບ​ສະ​ໜອງຄືນ​ ມາດ​ຕະ​ການ​ນີ້. ຖ້າ​​ຫາກ ອູ​ແກ​ຣນ ​ຝ່າ​ຝືນ​ກັບ ​ມາດ​ຕະ​ການ ​ຢຸດ​ຍິງ, ກອງ​ທັບ ຣັດ​ເຊຍ​ ຈະ​ຕອບ​ໂຕ້​ຄືນ ​ຢ່າງ​ມີ​ປະ​ສິດ​ທິ​ພາບ.ຖະ​ແຫລງ​ການ ​ຍັງລະ​ບຸ​ວ່າ: ຣັດ​ເຊຍ​ ກ່າວ​ເນັ້ນຕື່ມ​ວ່າ: ຍິນ​ດີ​ດຳ​ເນີນ​ ການ​ເຈ​ລະ​ຈາ ​ສັນ​ຕິ​ພາບ ​ໂດຍ​ບໍ່​ມີ​ເງື່ອນ​ໄຂ, ເພື່ອ​ແກ້​ໄຂ​ ສາ​ເຫດ​ຕົ້ນ​ຕໍ ຂອງວິ​ກິດ​ການ ​ອູ​ແກ​ຣນ ແລະ ​​ດຳ​ເນີນ​ການຕິດ​ຕໍ່ ​ພົວ​ພັນ​​ ທີ່​ມີ​ລັກ​ສະ​ນະ ​ສ້າງ​ສັນ​ກັບ ​ເພື່ອນ​ມິດສາ​ກົນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ບີວາຍດີ ເລີ່ມສ້າງໂຮງງານປະກອບລົດໄຟຟ້າຢູ່ກຳປູເຈຍຂ່າວຕ່າງປະເທດ

      ບີວາຍດີ ເລີ່ມສ້າງໂຮງງານປະກອບລົດໄຟຟ້າຢູ່ກຳປູເຈຍ

      4/29/2025 10:16:14 PM

      ບີວາຍດີ(BYD)ຜູ້ຜະລິດ ລົດໄຟຟ້າ ຫລື ອີວີ(EV) ໄດ້ເລີ່ມກໍ່ສ້າງ ໂຮງງານ ປະກອບລົດ ທີ່ເຂດ ເສດຖະກິດ ພິເສດ ສີຫານຸວີລ ໃນແຂວງພະສີຫານຸ ຂອງກຳປູເຈຍ.

    • ພິທີເປີດນຳໃຊ້ໂຄງການປະຕິສັງຂອນເຂດປູຊະນີຍະສະຖານອະນຸສາວະລີ ເລຂາທິການໃຫຍ່ ເລຢວນຂ່າວຕ່າງປະເທດ

      ພິທີເປີດນຳໃຊ້ໂຄງການປະຕິສັງຂອນເຂດປູຊະນີຍະສະຖານອະນຸສາວະລີ ເລຂາທິການໃຫຍ່ ເລຢວນ

      4/29/2025 8:48:30 PM

      ໃນການເດີນທາງ ປະຕິບັດງານ ຢູ່ບັນດາແຂວງ ເຂດທົ່ງພຽງ ແມ່ນ້ຳຂອງ ທາງພາກໃຕ້ ແລະ ພາກກາງ ຂອງທ່ານ ປະທານ ສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມ ພິທີເປີດ ນຳໃຊ້ໂຄງການ ປະຕິສັງຂອນ ເຂດອະນຸສາວະລີ ເລຂາທິການໃຫຍ່ ເລຢວນ ຢູ່ຕາແສງ ຈ້ຽວແທັ່ງ, ເມືອງຈ້ຽວຟອງ, ແຂວງ ກ໋ວາງຈິ;

    • ເລີ່ມການຂົນສົ່ງທາງບົກໂດຍກົງຂ້າມຊາຍແດນຈີນ-ລາວ-ກຳປູເຈຍຂ່າວຕ່າງປະເທດ

      ເລີ່ມການຂົນສົ່ງທາງບົກໂດຍກົງຂ້າມຊາຍແດນຈີນ-ລາວ-ກຳປູເຈຍ

      4/29/2025 6:00:31 PM

      ການຂົນສົ່ງ ທາງບົກ ໂດຍກົງ ຂ້າມຊາຍແດນ ລະຫວ່າງ ສປ ຈີນ-ສປປ ລາວ-ກຳປູເຈຍ ໃນເຂດອະນຸພາກພື້ນ ແມ່ນ້ຳຂອງ ໄດ້ເລີ່ມດຳເນີນການ ເມື່ອບໍ່ດົນມານີ້, ລົດຂົນສົ່ງ ສິນຄ້າ ທີ່ບັນຈຸ ພັດລົມ ແຂວນເພດານ, ຖັງນ້ຳຢາງ(ປຼາສະຕິກ) ແລະ ເຄື່ອງໃຊ້ ປະຈຳວັນອື່ນໆ ເລີ່ມແລ່ນອອກຈາກ ນະຄອນຄຸນໝິງ ຂອງ ສປ ຈີນ, ມີແຜນການຜ່ານນະຄອນ ຫລວງວຽງຈັນ ຂອງ ສປປ ລາວ, ສຸດທ້າຍໄປຮອດນະຄອນຫລວງ ພະນົມເປັນ ຂອງກຳປູເຈຍ.

    • ສປ ຈີນ ຂັບເຄື່ອນເສດຖະກິດໃຫ້ເຕີບໂຕລະດັບ 5,4%ຂ່າວຕ່າງປະເທດ

      ສປ ຈີນ ຂັບເຄື່ອນເສດຖະກິດໃຫ້ເຕີບໂຕລະດັບ 5,4%

      4/29/2025 5:46:17 PM

      ເສດຖະກິດ ຂອງ ສປ ຈີນ ໄດ້ເລີ່ມຕົ້ນປີ 2025 ດ້ວຍຄວາມເຂັ້ມແຂງ ເພາະ​ໄຕ​ມາດ​ທີ 1 ລວມຍອດ ຜະລິດຕະພັນ ພາຍໃນ (GDP) ​​ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ ປີກາຍ ບັນລຸ 31,88 ພັນຕື້ຢວນ, ສູງກວ່າ ການຄາດຄະເນ ຂອງນັກເສດຖະສາດ 57 ຄົນ ທີ່ສໍານັກຂ່າວ Reuters ໄດ້ສໍາຫລວດໃ ນກ່ອນໜ້ານີ້ ທີ່ຄາດຄະເນໄວ້ 5,1%, ​ເພີ່ມ​ຂຶ້ນ 1,2% ເມື່ອ​ທຽບ​ໃສ່​ ໄຕ​ມາດ​ທີ 4 ຂອງ​ປີ 2024, ທັງ​ສູງກວ່າ​ ການ​ເຕີບ​ໂຕ​ ຂອງ​ໝົດ​ປີ 2024 ​ທີ່​ເຕີບ​ໂຕ 5%

    • ສປ ຈີນ ຈັດງານຕະຫລາດນັດສິນຄ້າຂາເຂົ້າ-ອອກ ຄັ້ງທີ 137ຂ່າວຕ່າງປະເທດ

      ສປ ຈີນ ຈັດງານຕະຫລາດນັດສິນຄ້າຂາເຂົ້າ-ອອກ ຄັ້ງທີ 137

      4/29/2025 5:10:37 PM

      ງານ​ຕະຫລາດ​ນັດ ​ສິນຄ້າ ຂາ​ເຂົ້າ-ຂາ​ອອກ​ ຂອງ ສປ ​ຈີນ ຄັ້ງ​ທີ 137 ໄລ​ຍະ​ທີ​ສອງ​ໄດ້​ສຳເລັດລົງ ເມື່ອບໍ່ດົນມານີ້, ​ຕາມ​ຂໍ້​ມູນ​ ຈາກ​ສູນ​ການ​ຄ້າ ​ກັບ​ຕ່າງ​ປະ​ເທດ​ຂອງ ສປ ​ຈີນ ເຊິ່ງ​ເປັນຝ່າຍ​ ຮັບ​ຜິດ​ຊອບ​ ຈັດ​ງານ​ດັ່ງ​ກ່າວ ສະ​ແດງ​ໃຫ້​ເຫັນ​ວ່າ: ຮອດທ້າຍເດືອນເມ​ສາ​ນີ້, ໄດ້​ມີ​ຜູ້​ຊື້​ຈາກ​ຕ່າງ​ປະ​ເທດ 224.372 ຄົນ ທີ່​ມາ​ຈາກ 219 ປະ​ເທດ ​ແລະ ​ເຂດ​ແຄວ້ນທົ່ວ​ໂລກ

ads
ads

Top