ຮອງລັດຖະມົນຕີ ກະຊວງ ຮສສ ພົບປະ ຢ້ຽມຢາມຜູ້ອອກແຮງງານ ຢູ່ໂຮງງານຕັດຫຍິບ

29/04/2025 13:06
Email Print 2285
ຂປລ ຂປລ. ຕອນບ່າຍຂອງວັນທີ 28 ເມສາ 2025, ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມຄະນະ ລົງເຄື່ອນໄຫວ ຢ້ຽມຢາມໂຮງງານຕັດຫຍິບ ລາວຢາມາກິ ຈຳກັດ ແລະ ບໍລິສັດ ໂກລິງ ລາວ ຈຳກັດ ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ (ນວ)



ຂປລ. ຕອນບ່າຍຂອງວັນທີ
28 ເມສາ 2025, ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມຄະນະ ລົງເຄື່ອນໄຫວ ຢ້ຽມຢາມໂຮງງານຕັດຫຍິບ ລາວຢາມາກິ ຈຳກັດ ແລະ ບໍລິສັດ ໂກລິງ ລາວ ຈຳກັດ ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ (ນວ) ເພື່ອພົບປະກັບຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານເນື່ອງໃນໂອກາດ ວັນກຳມະກອນສາກົນ 1 ພຶດສະພາ 2025 ແນໃສ່ຊຸກຍູ້, ສົ່ງເສີມເຮັດໃຫ້ແຮງງານລາວ ກໍຄື ໂຮງງານຕັດຫຍິບ ຢູ່ ສປປ ລາວ ດຳເນີນກິດຈະການ ໄດ້ຢ່າງໂລ່ງລ່ຽນ, ຖືກຕ້ອງຕາມລະບຽບການ ແລະ ກົດໝາຍ ຂອງ ສປປ ລາວ.

ໂອກາດດັ່ງກ່າວ, ຜູ້ຕາງໜ້າຈາກໂຮງງານ ຕັດຫຍິບທັງສອງແຫ່ງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ກໍຄື ຂະບວນການຜະລິດຕ່າງໆ ຢູ່ພາຍໃນໂຮງງານ, ລວມທັງຂໍ້ ສະດວກ, ຂໍ້ຫຍຸ້ງຍາກໃນການກຳເນີນທຸລະກິດ ໃຫ້ທ່ານຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍຄະນະຮັບຊາບ. ໃນນັ້ນ, ໂຮງງານຕັດຫຍິບ ລາວຢາມາກິ ຈຳກັດ ເປັນໂຮງງານ ຜະລິດເສື້ອຜ້າ ເພື່ອສົ່ງອອກໄປຕ່າງປະເທດ ເປັນຕົ້ນ ສົ່ງອອກໄປປະເທດ ໄທ, ຍີ່ປຸ່ນ ແລະ ເອີຣົບ ສາມາດຜະລິດເສື້ອຜ້າ 1.500 ໂຕຕໍ່ມື້, ສາມາດສ້າງລາຍຮັບ ໃຫ້ແຮງງານລາວ ຕ່ຳສຸດ 1.600.000 ກີບຕໍ່ເດືອນ (ສຳລັບພະນັກເຂົ້າໃໝ່). ນອກນີ້, ຍັງມີຄ່າສະຫວັດດີການອື່ນ ເປັນຕົ້ນຄ່າລົດ, ຄ່າເຂົ້າ, ຄ່າມາວຽກປົກກະຕິ, ຄ່າເຮັດວຽກເກີນເວລາ ແລະ ຖ້າບໍ່ຂາດວຽກ ຜູ້ໜຶ່ງຈະມີລາຍຮັບ ຫລາຍກວ່າ 4 ລ້ານກີບຕໍ່ເດືອນ. ໂຮງງານດັ່ງກ່າວ, ມີພະນັກງານທັງໝົດ 280 ຄົນ, ເຖິງຢ່າງໃດກໍຕາມ ໂຮງງານຍັງຂາດແຄນ ແຮງງານຫລາຍກວ່າ 100 ຄົນ ເຊິ່ງບັນຫາດັ່ງກ່າວ, ສົ່ງຜົນໃຫ້ໂຮງງານ ບໍ່ສາມາດຕອບສະໜອງ ກັບຄວາມຕ້ອງການຂອງຕະຫລາດ ຈາກຄວາມຕ້ອງການ 2.000 ກວ່າໂຕຕໍ່ມື້. ສຳລັບ ບໍລິສັດ ໂກລິງ ລາວ ຈຳກັດ, ມີພະນັກງານທັງໝົດ 2.000 ກວ່າຄົນ, ກຳເນີນທຸລະກິດຕັດຫຍິບເກີບ ເຊິ່ງສາມາດຜະລິດໄດ້ຫລາຍກວ່າ 73.000 ຄູ່ ເພື່ອສົ່ງອອກໄປຫລາຍປະເທດ ເຊັ່ນ: ອາເມລິກາ, ເຢຍລະມັນ, ເອີຣົບ, ການາດາ, ໂປໂລຍ ແລະ ອື່ນໆ. ສຳລັບເງິນເດືອນ ລວມທັງສະຫວັດດີການຕ່າງໆ ແມ່ນ 4 ລ້ານກວ່າກີບຕໍ່ເດືອນ. ທັງສອງໂຮງງານດັ່ງກ່າວ, ໄດ້ມີສະຫວັດດີການ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເປັນຕົ້ນ ມີທີ່ພັກໃຫ້ຢູ່ບໍ່ໄດ້ເສຍຄ່າ, ມີເງິນອຸດໜູນຕ່າງໆ ແລະ ບໍລິການອື່ນໆ ໃຫ້ກັບພະນັກງານ ຢູ່ພາຍໃນໂຮງງານຢ່າງທົ່ວເຖິງ.


ໂອກາດນີ້, ທ່ານ ນາງ ແກ້ວ ຈັນທະວີໄຊ ໄດ້ສະແດງຄວາມຊົມເຊີຍ ຕໍ່ຈັດຕັ້ງປະຕິບັດວຽກງານ ຂອງສອງໂຮງງານດັ່ງກ່າວ ກໍຄື ຜູ້ບໍລິຫານໂຮງງານ ແລະ ແຮງງານທຸກຄົນ ທີ່ໄດ້ມີຄວາມ ຂະຫຍັ່ນ, ຫ້າວຫັນ ພ້ອມກັນຈັດຕັ້ງປະຕິບັດ ພາລະບົດບາດ, ໜ້າທີ່ຂອງຕົນເອງດ້ວຍຄວາມຮັບຜິດຊອບ ໂດຍສະເພາະ ຜູ້ບໍລິຫານໂຮງງານ ທີ່ສາມາດຂັບເຄື່ອນ ທຸລະກິດຂອງຕົນເອງ ເຊິ່ງໄດ້ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຂຶ້ນໄປເລື້ອຍໆ. ພ້ອມກັນນັ້ນ, ໂຮງງານຍັງໄດ້ມີຄວາມເອົາໃຈໃສ່ ໃນການເບິ່ງແຍງ ດ້ານເງື່ອນໄຂການເຮັດວຽກ, ສຸຂະພາບ ແລະ ຄວາມປອດໄພຂອງແຮງງານ ເປັນຕົ້ນ ສະຫວັດດີການແຮງງານ ຕິດພັນກັບເງິນເດືອນ-ຄ່າແຮງງານ, ການເຂົ້າສູ່ລະບົບ ປະກັນສັງຄົມ, ສ້າງວຽກເຮັດງານທຳໃຫ້ ແກ່ແຮງານລາວ ໄດ້ມີວຽກເຮັດງານທຳ, ມີລາຍຮັບ, ກຸ້ມຢູ່ກຸ້ມກິນ, ທັງເປັນການປະກອບສ່ວນຊຸກຍູ້ ແລະ ດຶງດູດເອົາແຮງງານລາວ ເຂົ້າມາເຮັດ ວຽກຢູ່ພາຍໃນ ປະເທດ, ຫລຸດຜ່ອນອັດຕາ ການຫລັງໄຫລຂອງແຮງງານລາວ ອອກໄປເຮັດວຽກຢູ່ຕ່າງປະເທດຕື່ມອີກ.

ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

    • ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍວັດທະນະທຳ-ສັງຄົມ

      ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍ

      10/15/2026 11:28:16 AM

      ໃນວັນທີ 12 ຕຸລາ 2026 ຜ່ານມາ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ຈັງ ອິກບົ່ງ (Jang Ik-bong) ຮອງປະທານສະພາເມືອງຊອງຈູ (Seongju County Council Vice Chairman) ແລະ ຂະແໜງການທີ່ກ່ຽວຂ້ອງຈາກເມືອງຊອງຈູ ສ ເກົາຫຼີ ເພື່ອປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງປະຕິບັດງານໃນການຈັດສົ່ງແຮງງານລະດູການ, ພ້ອມທັງສະເໜີທິດທາງການສືບຕໍ່ຮ່ວມມື ລະຫວ່າງ ກົມການຈັດຫາງານ, ກະຊວງ ຮສສ ແລະ ເມືອງຊອງຈູ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບຍິ່ງຂຶ້ນ.

    • ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອວັດທະນະທຳ-ສັງຄົມ

      ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອ

      10/13/2026 8:26:19 AM

      ພິທີເຊັນສັນຍາຮ່ວມມືສົ່ງເສີມການພັດທະນາພື້ນຖານໂຄງລ່າງ ດ້ານໄອຊີທີ ແລະ ເອໄອ (ICT & AI) ລະຫວ່າງບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນໃນວັນທີ 8 ຕຸລາ 2026 ໂດຍການລົງນາມລະຫວ່າງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍມີຄະນະອຳນວຍການ, ຄະນະຜູ້ບໍລິຫານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top