ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2025

25/04/2025 21:13
Email Print 177
ຂປລ ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 24 ແລະ ອັດລົງດ້ວຍຜົນສຳເລັດ ໃນຕອນເຊົ້າວັນທີ 25 ເມສາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ



ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 24 ແລະ ອັດລົງດ້ວຍຜົນສຳເລັດ ໃນຕອນເຊົ້າວັນທີ 25 ເມສາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພຶດສະພາ 2025.
ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫລງຂ່າວ ຜົນສຳເລັດຂອງກອງປະຊຸມດັ່ງກ່າວ, ຕໍ່ສື່ມວນຊົນ ໃນວັນທີ 25 ເມສາ 2025 ນີ້ວ່າ: ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2025 ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາເຫັນດີດ້ານຫລັກການ ຮັບຮອງເອົາບັນດາຫົວຂໍ້ສໍາຄັນຕ່າງໆ ເຊັ່ນ: ສະຫລຸບວຽກງານພົ້ນເດັ່ນ ປະຈໍາເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2025 ຂອງລັດຖະບານ, ສະພາບການສະເຫລີມ ສະຫລອງບຸນປີໃໝ່ລາວ ພສ 2568, ແຜນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນໄລຍະ ປີ 2025-2030. ໃນນັ້ນ, ກອງປະຊຸມໄດ້ຕີລາຄາວ່າ: ເຖິງວ່າ ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ທີ່ກຳນົດໄວ້ໃນບັນດາມະຕິສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ຕາມມະຕິກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນມີນາ 2025 ສໍາເລັດຫລາຍດ້ານ ເປັນຕົ້ນ ສືບຕໍ່ຮັກສາໄດ້ສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 24.325 ຕື້ກີບ, ເທົ່າກັບ 71,16% ຂອງແຜນ 6 ເດືອນຕົ້ນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 46,52%; ລາຍຈ່າຍທັງໝົດປະຕິບັດໄດ້ 13.520 ຕື້ກີບ ເທົ່າກັບ 37,16% ຂອງແຜນ 6 ເດືອນຕົ້ນປີ; ສາມາດຄວບຄຸມອັດຕາແລກປ່ຽນບໍ່ໃຫ້ເໜັງຕີງແຮງ ເຮັດໃຫ້ເງິນກີບແຂງຄ່າຂຶ້ນເລັກນ້ອຍ; ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ຢ່າງຕໍ່ເນື່ອງ ກຸ້ມການນຳເຂົ້າໄດ້ຫລາຍກວ່າ 5 ເດືອນ; ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ແລະ ສາມາດເກັບຄືນໜີ້ສິນຈາກບັນດາບໍລິສັດ ໄດ້ຈໍານວນໜຶ່ງ ພ້ອມທັງສ້າງແຜນການເກັບກູ້ໜີ້ສິນຄືນໃໝ່. ນອກນັ້ນ, ໄດ້ສຸມໃສ່ການເກັບກູ້ຜົນຜະລິດລະດູແລ້ງ ໂດຍສະ ເພາະ ເຂົ້ານາແຊງ ໃຫ້ໄດ້ຕາມແຜນ ແລະ ກະກຽມການຜະລິດລະດູຝົນ, ການໂຄສະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາ ວັດທະນະທໍາອັນດີງາມຂອງຊາດ; ການປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານ, ການຂຶ້ນທະບຽນອອກໃບຕາດິນ, ການແກ້ໄຂບັນຫາຂາດແຄນຄູ, ການປະຕິບັດຄຳຕັດສິນຂອງສານ, ການຈັດຕັ້ງຜັນຂະຫຍາຍວຽກງານການຕ່າງປະເທດ, ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ, ການນໍາເຂົ້ານໍ້າມັນເຊື້ອໄຟ, ປັບປຸງຕະຫລາດແລກປ່ຽນເງິນຕາຕ່າງປະເທດ, ຄຸ້ມຄອງລາຍຮັບຈາກການສົ່ງອອກ ຜ່ານລະບົບທະນາຄານ ແລະ ວຽກງານອື່ນໆ ກໍໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຄວາມຄືບໜ້າດີຂຶ້ນເປັນກ້າວໆ. ພ້ອມກັນນີ້, ໄດ້ຜັນຂະຫຍາຍ ບັນດາເນື້ອໃນ ທີ່ໄດ້ລາຍງານຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ໂດຍສະເພາະ ການປັບປຸງລັດຖະທຳມະນູນ, ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍ ວ່າດ້ວຍພະນັກງານ-ລັດຖະ ກອນ, ການປັບປຸງກົງຈັກຂອງລັດຖະບານ ແລະ ອື່ນໆ ທີ່ສະພາແຫ່ງຊາດໄດ້ຮັບຮອງ ເຊິ່ງໄດ້ເລີ່ມດຳເນີນການປັບ ປຸງກົງຈັກການຈັດຕັ້ງ ໂດຍການໂຮມເອົາກະຊວງຈຳນວນໜຶ່ງເຂົ້າກັນ, ໃນນີ້ ກໍໄດ້ສຸມໃສ່ການກຳນົດພາລະບົດບາດ, ສັບຊ້ອນບັນດາກົມ ລວມທັງເກັບກໍາບັນຊີຂໍ້ມູນຕ່າງໆທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ກົງຈັກທີ່ໄດ້ຮັບການປັບປຸງໃໝ່ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນ.




ກອງປະຊຸມ ຍັງໄດ້ຊີ້ນໍາໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງບົດສະຫລຸບຕາມຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນ, ການສະຫລຸບຕົວເລກສະຖິຕິ, ບັນດາວຽກທີ່ພົ້ນເດັ່ນ ຂອງແຕ່ລະຂະແໜງການ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໃຫ້ຊັດເຈນ ເພື່ອນໍາໄປຖອດຖອນບົດຮຽນ ແລະ ກຳນົດແຜນວຽກຈຸດສຸມໃນຕໍ່ໜ້າ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ ແລະ ເປັນຮູບປະທໍາ.
ຕໍ່ການລາຍງານຜົນການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2568, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກ ສ່ວນກ່ຽວຂ້ອງ ຖອດຖອນບົດຮຽນຈາກການສະເຫລີມສະຫລອງໃນປີນີ້, ພ້ອມທັງສືບຕໍ່ໂຄສະນາການຮັກສາຮີດ ຄອງປະເພນີອັນດີງາມຂອງຊາດລາວເຮົາ, ຖືເອົາງານບຸນດັ່ງກ່າວ, ເປັນບ່ອນເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາ ເຜົ່າ ຕິດພັນກັບການສົ່ງເສີມ ແລະ ດຶງດູດນັກທ່ອງທ່ຽວ; ໃຫ້ບັນດາແຂວງ ຄົ້ນຄວ້າຈັດກິດຈະກຳສະເຫລີມສະ ຫລອງປີໃໝ່ລາວ ທີ່ຕິດພັນກັບເອກະລັກຂອງຊາດລາວ ຂອງແຕ່ລະແຂວງ ບົນພື້ນຖານຈິດໃຈປະຢັດມັດທະຍັດ; ເອົາໃຈໃສ່ສຶກສາອົບຮົມປູກຈິດສຳນຶກຄ່ານິຍົມໃຫ້ໄວໜຸ່ມ ຮັກວັດທະນະທຳປະເພນີອັນດີງາມຂອງຊາດ, ຫລີກລ່ຽງສັງຄົມຫລິ້ນກິນຟູມເຟືອຍ, ສ້າງພາບພົດອັນບໍ່ດີ ອັນຈະພາໃຫ້ເກີດມີປະກົດການຫຍໍ້ທໍ້ຕ່າງໆ, ທັງນີ້ ກໍເພື່ອເຮັດໃຫ້ງານບຸນປີໃໝ່ລາວ ໄດ້ຮັບການສະເຫລີມສະຫລອງ ຢ່າງມີຄວາມເບີກບານມ່ວນຊື່ນ, ປອດໄພ, ປະທັບໃຈ ແລະ ເປັນຂະບວນການຟົດຟື້ນ.
ສໍາລັບ ແຜນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນໄລຍະ ປີ 2025-2030 ໃຫ້ຂະແໜງການ ແລະ ທ້ອງຖິ່ນ ປະເມີນຕີລາຄາສະຫລຸບຖອດຖອນບົດຮຽນ ການຕັ້ງປະຕິບັດໃນໄລຍະຜ່ານມາ ເພື່ອເຮັດໃຫ້ການກຳນົດ ແລະ ຈັດຕັ້ງປະຕິບັດແຜນໃນຕໍ່ໜ້າຖືກຕ້ອງສອດຄ່ອງ, ແທດຕົວຈິງ ແລະ ຈັດຕັ້ງປະຕິບັດໄດ້ເປັນຮູບປະທໍາ ຢ່າງເປັນເອກະພາບ. ພ້ອມກັນນີ້, ໃຫ້ຮີບຮ້ອນແຕ່ງຕັ້ງຄະນະລະດັບຊາດ ແລະ ຂັ້ນທ້ອງຖິ່ນ ສຳລັບ ວຽກງານ 3 ສ້າງ, ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດລຶບລ້າງຄວາມທຸກຍາກ, ຕໍ່ວຽກງານດັ່ງກ່າວ ເພື່ອເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຕໍ່ເນື່ອງ, ມີປະສິດທິພາບ ແລະ ປະສິດທິຜົນ.
ພ້ອມນີ້, ກອງປະຊຸມ ຍັງໄດ້ເຫັນດີດ້ານຫລັກການ ຮັບຮອງເອົາບັນດາຮ່າງນິຕິກໍາ ຄື: ຮ່າງດໍາລັດວ່າດ້ວຍ ກອງທຶນຜະລິດສິນຄ້າ ຢູ່ ສປປ ລາວ; ຮ່າງກົດໝາຍວ່າດ້ວຍການປູກຝັງ; ຮ່າງແຜນງານແຫ່ງຊາດ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ (NPA); ຮ່າງວິໄສທັດຮອດປີ 2040 ແລະ ຮ່າງແຜນການຄຸ້ມຄອງນໍາໃຊ້ທີ່ດິນບໍລິເວນນໍ້າ ປີ 2025-2030. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກໍາດັ່ງກ່າວ, ໄປປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການອະທິບາຍຄໍາສັບ, ການນໍາໃຊ້ຄໍາສັບ, ການກຳນົດ ແລະ ຈັດລຽງເນື້ອໃນ ໃຫ້ຄົບຖ້ວນສົມບູນ, ລະອຽດ, ຈະແຈ້ງ, ຮັດກຸມ, ສອດຄ່ອງກັບລະບຽບກົດ ໝາຍ ແລະ ນິຕິິກໍາກ່ຽວຂ້ອງທີ່ໄດ້ປະກາດໃຊ້ແລ້ວ ລວມທັງສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ເພື່ອຮັບປະກັນໃຫ້ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທໍາ. ພາຍຫລັງປັບປຸງສໍາເລັດແລ້ວ ໃຫ້ສະເໜີຜ່ານຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອສະເໜີລັດຖະບານ ພິຈາລະນາ.




ສຳລັບ ແຜນວຽກຈຸດສຸມຂອງລັດຖະບານ ໃນເດືອນພຶດສະພາ ນີ້, ລັດຖະບານ ຈະໄດ້ສືບຕໍ່ບຸກບືນປະຕິ ບັດບັນດາໜ້າວຽກ ທີ່ໄດ້ກຳນົດໄວ້ໃນ ດຳລັດ ເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ ກໍຄື ແຜນວຽກຈຸດສຸມລວມໝົດປີ 2025 ຕົ້ນຕໍ ແມ່ນສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ. ໃນນັ້ນ, ໄດ້ກຳນົດວຽກງານຈຸດສຸມຈຳນວນໜຶ່ງ ເຊັ່ນ: ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງການຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ. ໃນນັ້ນ, ສຸມໃສ່ຮັກສາຄວາມສະຫງົບຕາມແລວຊາຍແດນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ໂດຍສະເພາະ ບັນຫາຢາເສບຕິດ, ການຄ້າ-ຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸບັດ ເຫດຕາມທ້ອງຖະໜົນ; ການລັກລອບຂຸດຄົ້ນຄຳຕົກຂ້ອນ ແລະ ອື່ນໆ ໃຫ້ຫລຸດໜ້ອຍຖອຍລົງ; ສຸມໃສ່ກະກຽມບັນດາເນື້ອໃນ ທີ່ຈະນຳເຂົ້າຮ່ວມລາຍງານ ຕໍ່ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ກະກຽມເນື້ອໃນບົດລາຍງານ ທີ່ຈະນໍາເຂົ້າລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ສໍາເລັດ ເພື່ອນໍາມາຜ່ານກອງປະຊຸມລັດຖະບານ ໃນເດືອນພຶດສະພາ ກ່ອນນຳເຂົ້າລາຍງານໃນກອງປະຊຸມສະພາແຫ່ງຊາດ; ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງຄະນະສະເພາະກິດ 19/ກມສພ ເຊິ່ງແຕ່ລະຂະແໜງການ ລວມທັງທ້ອງຖິ່ນ ກໍໄດ້ກຳນົດເຂົ້າໃນວຽກຈຸດສຸມຂອງຕົນແລ້ວ, ໃນນີ້ ຄຽງຄູ່ກັບມາດຕະການອື່ນ ແມ່ນໃຫ້ສຸມໃສ່ມາດຕະການຊຸກຍູ້, ສົ່ງເສີມການຜະລິດສິນຄ້າ ທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກໃຫ້ແຂງແຮງ ຊຶ່ງໃນໄລຍະນີ້ ແມ່ນໄລຍະການເກັບກູ້ຜົນຜະລິດລະດູແລ້ງ ຂະແໜງການກ່ຽວຂ້ອງກໍຕ້ອງໄດ້ເອົາໃຈໃສ່ຊຸກຍູ້ຕິດຕາມວຽກດັ່ງກ່າວ ໃຫ້ໄປຄຽງຄູ່ກັບການຜະລິດເປັນສິນຄ້າ ສຳຄັນແມ່ນຊຸກຍູ້ບັນດາໂຮງຈັກໂຮງງານແປຮູບຕ່າງໆ ໃຫ້ເຕີບໃຫຍ່ຂະຫຍາຍຕົວ, ສຳ ລັບການຜະລິດລະດູຝົນ ກໍໃຫ້ກະກຽມຄວາມພ້ອມດ້ານເນື້ອທີດິນຝຸ່ນປຸ໋ຍ, ແນວພັນພືດຕ່າງໆ ທີ່ເໝາະສົມແກ່ການປູກລະດູຝົນ, ທັງເຝົ້າລະວັງພະຍາດລະບາດຕາມລະດູການ, ຢາປາບສັດຕູພືດ; ໃຫ້ຂະແໜງການກ່ຽວຂ້ອງຮີບຮ້ອນເກັບກຳຂໍ້ມູນການນຳເຂົ້າ-ສົ່ງອອກ ໃຫ້ຊັດເຈນ ພ້ອມທັງຄົ້ນຄວ້າບັນດາມາດຕະການຮັບມື, ວິທີການປ້ອງກັນ, ແກ້ໄຂຜົນກະທົບຈາກນະໂຍບາຍຂຶ້ນອັດຕາພາສີນໍາເຂົ້າສິນຄ້າຂອງສະຫະລັດອາເມລິກາ ແລະ ກະກຽມເນື້ອໃນປຶກສາຫາລື ໃຫ້ຮັດກຸມ ລະອຽດ ຊັດເຈນ; ສືບຕໍ່ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຜົນກອງປະຊຸມສຸດຍອດອາຊຽນ ກໍຄື ການຜັນຂະຫຍາຍການຈັດຕັ້ງປະຕິບັດ 9 ຂົງເຂດບຸລິມະສິດ ເຂົ້າໃນຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030), ຜັນຂະຫຍາຍຜົນກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລາວ-ຫວຽດນາມ ແລະ ຜັນຂະຫຍາຍ ຜົນການໄປຢ້ຽມຢາມຢ່າງເປັນທາງການ ແລະ ການເຂົ້າຮ່ວມກອງປະຊຸມ ຢູ່ຕ່າງປະເທດຕ່າງໆ ຂອງນາຍົກລັດຖະມົນຕີ ໃນປີ 2024 ແລະ ຕົ້ນປີ 2025 ຜ່ານມາ; ກະ ກຽມເຂົ້າຮ່ວມພິທີສວນສະໜາມວັນໄຊຊະນະສົງຄາມປ້ອງກັນປິຕຸພຸມຄົບຮອບ 80 ປີ ຢູ່ ສ ຣັດເຊຍ ແລະ ການເຂົ້າຮ່ວມກອງປະຊຸມ ນິກເກອິ ທີ່ປະເທດ ຍີ່ປຸ່ນ ຂອງສະຫາຍ ເລຂາທິການໃຫ່ຍ, ປະທານປະເທດແຫ່ງ ສປປ ລາວ.
ໃນຕອນທ້າຍ, ກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມເດືອນເມສາ ໄປປັບປຸງເຂົ້າໃນແຜນການຈັດຕັ້ງປະຕິບັດວຽກງານຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ, ມີຄາດໝາຍເວລາສໍາເລັດຊັດເຈນ ແລະ ສອດ ຄ່ອງກັບສະພາບຄວາມເປັນຈິງ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ
KPL

ຂ່າວອື່ນໆ

    • ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍການເມືອງ

      ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ

      4/25/2025 9:06:11 PM

      ຂປລ. ໃນລະຫວ່າງວັນທີ 21-23 ເມສາ 2025, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

    • ປະທານສະພາແຫ່ງຊາດລາວ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມການເມືອງ

      ປະທານສະພາແຫ່ງຊາດລາວ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

      4/25/2025 8:59:10 PM

      ຂປລ. ຕອນເຊົ້າວັນທີ 25 ເມສາ 2025 ນີ້, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະ​ຫາຍ ເລືອງ ເກືອງ ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະ​ນະຜູ້​ແທນ​ຂັ້ນ​ສູງ ໃນໂອກາດ​ເດີນ​ທາງ​ມາ​ຢ້ຽມ​ຢາມລັດຖະກິດ ຢູ່ ​ສປປ ລາວ ແຕ່​ວັນ​ທີ 24-25 ເມສາ 2025.

    • ປະທານປະເທດ ຫວຽດນາມ ຢ້ຽມຢາມອະດີດການນໍາລາວການເມືອງ

      ປະທານປະເທດ ຫວຽດນາມ ຢ້ຽມຢາມອະດີດການນໍາລາວ

      4/25/2025 8:57:42 PM

      ຂປລ. ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ວັນທີ 24-25 ເມສາ 2025 ນີ້, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເຄື່ອນໄຫວຢ້ຽມຢາມອະດີດການນໍາ ສປປ ລາວ ຄື: ສະຫາຍ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດ ແລະ ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມການເມືອງ

      ນາຍົກລັດຖະມົນຕີພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

      4/25/2025 8:55:17 PM

      ຂປລ. ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 24-25 ເມສາ 2025.

    • ສປປ ລາວ ຫາລື ກຽມອອກຈາກ ສະຖານະພາບ ປະເທດດ້ອຍພັດທະນາການເມືອງ

      ສປປ ລາວ ຫາລື ກຽມອອກຈາກ ສະຖານະພາບ ປະເທດດ້ອຍພັດທະນາ

      4/25/2025 12:16:35 PM

      ຂປລ. ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025

ads
ads

Top