ຂປລ
ໃນການເດີນທາງ ປະຕິບັດງານ ຢູ່ບັນດາແຂວງ ເຂດທົ່ງພຽງ ແມ່ນ້ຳຂອງ ທາງພາກໃຕ້ ແລະ ພາກກາງ ຂອງທ່ານ ປະທານ ສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມ ພິທີເປີດ ນຳໃຊ້ໂຄງການ ປະຕິສັງຂອນ ເຂດອະນຸສາວະລີ ເລຂາທິການໃຫຍ່ ເລຢວນ ຢູ່ຕາແສງ ຈ້ຽວແທັ່ງ, ເມືອງຈ້ຽວຟອງ, ແຂວງ ກ໋ວາງຈິ;

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ໃນການເດີນທາງ ປະຕິບັດງານ ຢູ່ບັນດາແຂວງ ເຂດທົ່ງພຽງ ແມ່ນ້ຳຂອງ ທາງພາກໃຕ້ ແລະ ພາກກາງ ຂອງທ່ານ ປະທານ ສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມ ພິທີເປີດ ນຳໃຊ້ໂຄງການ ປະຕິສັງຂອນ ເຂດອະນຸສາວະລີ ເລຂາທິການໃຫຍ່ ເລຢວນ ຢູ່ຕາແສງ ຈ້ຽວແທັ່ງ, ເມືອງຈ້ຽວຟອງ, ແຂວງ ກ໋ວາງຈິ; ວາງພວງມາລາ, ຖະຫວາຍທູບທຽນ,ສະແດງ ຄວາມຮູ້ບຸນຄຸນ ບັນດານັກວິລະຊົນ ທີ່ເສຍສະຫລະຊີວິດ ເພື່ອຊາດ ຢູ່ເຂດຮ່ອງຮອຍ ປະຫວັດສາດ ລະດັບຊາດພິເສດ ກຳແພງເກົ່າ ກ໋ວາງຈິ.ຈາກນັ້ນ ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະໄດ້ຕັດແຖບຜ້າ ເປີດນຳໃຊ້ ເຂດອະນຸສາວາລີ, ຖະຫວາຍ ທູບທຽນ ດອກໄມ້ ອາໄລຫາ ທ່ານ ອະດີດເລຂາທິການໃຫຍ່ ເລຢວນ. ຂຽນປຶ້ມໄວ້ອາໄລ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ກ່າວເນັ້ນໜັກວ່າ: ທ່ານ ເລຂາທິການໃຫຍ່ ເລຢວນ ແມ່ນນັກຮົບປະຕິວັດ ອົງອາດກ້າແກ່ນ, ເປັນການນຳປີຊາສາມາດ ຂອງການປະຕິວັດ ຫວຽດນາມ, ນັກຮຽນດີເດັ່ນ, ຜູ້ສືບທອດພາລະກິດແຫ່ງ ການປະຕິວັດ ທີ່ສະຫງ່າອົງອາດ ຂອງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ເປັນລູກດີເດັ່ນ ຂອງເຂດດິນແດນ ກ໋ວາງຈິ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL