ເລີ່ມການຂົນສົ່ງທາງບົກໂດຍກົງຂ້າມຊາຍແດນຈີນ-ລາວ-ກຳປູເຈຍ

29/04/2025 18:00
Email Print 229
ຂປລ ການຂົນສົ່ງ ທາງບົກ ໂດຍກົງ ຂ້າມຊາຍແດນ ລະຫວ່າງ ສປ ຈີນ-ສປປ ລາວ-ກຳປູເຈຍ ໃນເຂດອະນຸພາກພື້ນ ແມ່ນ້ຳຂອງ ໄດ້ເລີ່ມດຳເນີນການ ເມື່ອບໍ່ດົນມານີ້, ລົດຂົນສົ່ງ ສິນຄ້າ ທີ່ບັນຈຸ ພັດລົມ ແຂວນເພດານ, ຖັງນ້ຳຢາງ(ປຼາສະຕິກ) ແລະ ເຄື່ອງໃຊ້ ປະຈຳວັນອື່ນໆ ເລີ່ມແລ່ນອອກຈາກ ນະຄອນຄຸນໝິງ ຂອງ ສປ ຈີນ, ມີແຜນການຜ່ານນະຄອນ ຫລວງວຽງຈັນ ຂອງ ສປປ ລາວ, ສຸດທ້າຍໄປຮອດນະຄອນຫລວງ ພະນົມເປັນ ຂອງກຳປູເຈຍ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ການຂົນສົ່ງ ທາງບົກ ໂດຍກົງ ຂ້າມຊາຍແດນ ລະຫວ່າງ ສປ ຈີນ-ສປປ ລາວ-ກຳປູເຈຍ ໃນເຂດອະນຸພາກພື້ນ ແມ່ນ້ຳຂອງ ໄດ້ເລີ່ມດຳເນີນການ ເມື່ອບໍ່ດົນມານີ້, ລົດຂົນສົ່ງ ສິນຄ້າ ທີ່ບັນຈຸ ພັດລົມ ແຂວນເພດານ, ຖັງນ້ຳຢາງ(ປຼາສະຕິກ) ແລະ ເຄື່ອງໃຊ້ ປະຈຳວັນອື່ນໆ ເລີ່ມແລ່ນອອກຈາກ ນະຄອນຄຸນໝິງ ຂອງ ສປ ຈີນ, ມີແຜນການຜ່ານນະຄອນຫລວງວຽງຈັນ ຂອງ ສປປ ລາວ, ສຸດທ້າຍໄປຮອດນະຄອນຫລວງ ພະນົມເປັນ ຂອງກຳປູເຈຍ. ການຂົນສົ່ງໂດຍກົງຄັ້ງນີ້ ນຳໃຊ້ຮູບແບບການຂົນສົ່ງທີ່ນຳໃຊ້ຕູ້ສິນຄ້າ ຫລື ຕູ້ຄອນເທນເນີ ໜ່ວຍດຽວ” “ລົດຄັນດຽວ”, ດ້ວຍການແຈ້ງລ່ວງໜ້າ, ການລ໊ອກ ແບບເອເລັກໂຕຣນິກ, ການຂົນສົ່ງ ຜ່ານຫລາຍປະເທດ ແລະ ເຕັກນິກ ຈໍລະຈອນສິນຄ້າ ແບບອັດສະລິຍະ, ໂດຍບໍ່ຕ້ອງປ່ຽນລົດ, ບໍ່ຕ້ອງປ່ຽນ ຕູ້ຄອນເທນເນີ, ບໍ່ຕ້ອງຖ່າຍສິນຄ້າ ແລະ ຍົກສູງປະສິດທິພາບ ການຂົນສົ່ງ ຢ່າງຫລວງຫລາຍ. ເມື່ອທຽບກັບຮູບແບບ ການຂົນສົ່ງ ແບບດັ້ງເດີມ, ຄາດຄະເນວ່າ ຈະຫລຸດເວລາການຂົນສົ່ງຂາ ໄປລົງເຫລືອ 6 ຫາ 8 ວັນ, ຍົກສູງປະສິດທິພາບ ຫລາຍກວ່າ 40%, ເພື່ອຫລຸດ ຄວາມສ່ຽງ ດ້ານການສູນເສຍ ຂອງສິນຄ້າ ໃນການຂົນສົ່ງ ຢ່າງມີປະສິດທິຜົນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

    • ຜູ້ນຳຣັດເຊຍ ປະກາດຈະຢຸດຍິງໃນເດືອນພຶດສະພານີ້ຂ່າວຕ່າງປະເທດ

      ຜູ້ນຳຣັດເຊຍ ປະກາດຈະຢຸດຍິງໃນເດືອນພຶດສະພານີ້

      4/29/2025 10:39:06 PM

      ເວັ​ບ​ໄຊ ​ປະ​ທາ​ນາ​ ທິ​ບໍ​ດີ​ ຣັດ​ເຊຍ ​ອອກ​ຖະ​ແຫລງ​ການ​ວ່າ: ທ່ານ ​ວາ​ລະ​ດີ​ເມຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ ​ຣັດ​ເຊຍ ​ຕົກ​ລົງ​ວ່າ: ໃນ​ໄລ​ຍະ​ ລະ​ນຶກ​ ສົງ​ຄາມ ​ຮັກ​ຊາດ ​ຄັ້ງ​ໃຫຍ່ ​ຄົບ​ຮອບ 80 ປີ, ​ເລີ່ມແຕ່ ວັນ​ທີ 8-11 ເດືອນພຶດ​ສະ​ພາ​ນີ້​,

    • ບີວາຍດີ ເລີ່ມສ້າງໂຮງງານປະກອບລົດໄຟຟ້າຢູ່ກຳປູເຈຍຂ່າວຕ່າງປະເທດ

      ບີວາຍດີ ເລີ່ມສ້າງໂຮງງານປະກອບລົດໄຟຟ້າຢູ່ກຳປູເຈຍ

      4/29/2025 10:16:14 PM

      ບີວາຍດີ(BYD)ຜູ້ຜະລິດ ລົດໄຟຟ້າ ຫລື ອີວີ(EV) ໄດ້ເລີ່ມກໍ່ສ້າງ ໂຮງງານ ປະກອບລົດ ທີ່ເຂດ ເສດຖະກິດ ພິເສດ ສີຫານຸວີລ ໃນແຂວງພະສີຫານຸ ຂອງກຳປູເຈຍ.

    • ພິທີເປີດນຳໃຊ້ໂຄງການປະຕິສັງຂອນເຂດປູຊະນີຍະສະຖານອະນຸສາວະລີ ເລຂາທິການໃຫຍ່ ເລຢວນຂ່າວຕ່າງປະເທດ

      ພິທີເປີດນຳໃຊ້ໂຄງການປະຕິສັງຂອນເຂດປູຊະນີຍະສະຖານອະນຸສາວະລີ ເລຂາທິການໃຫຍ່ ເລຢວນ

      4/29/2025 8:48:30 PM

      ໃນການເດີນທາງ ປະຕິບັດງານ ຢູ່ບັນດາແຂວງ ເຂດທົ່ງພຽງ ແມ່ນ້ຳຂອງ ທາງພາກໃຕ້ ແລະ ພາກກາງ ຂອງທ່ານ ປະທານ ສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມ ພິທີເປີດ ນຳໃຊ້ໂຄງການ ປະຕິສັງຂອນ ເຂດອະນຸສາວະລີ ເລຂາທິການໃຫຍ່ ເລຢວນ ຢູ່ຕາແສງ ຈ້ຽວແທັ່ງ, ເມືອງຈ້ຽວຟອງ, ແຂວງ ກ໋ວາງຈິ;

    • ສປ ຈີນ ຂັບເຄື່ອນເສດຖະກິດໃຫ້ເຕີບໂຕລະດັບ 5,4%ຂ່າວຕ່າງປະເທດ

      ສປ ຈີນ ຂັບເຄື່ອນເສດຖະກິດໃຫ້ເຕີບໂຕລະດັບ 5,4%

      4/29/2025 5:46:17 PM

      ເສດຖະກິດ ຂອງ ສປ ຈີນ ໄດ້ເລີ່ມຕົ້ນປີ 2025 ດ້ວຍຄວາມເຂັ້ມແຂງ ເພາະ​ໄຕ​ມາດ​ທີ 1 ລວມຍອດ ຜະລິດຕະພັນ ພາຍໃນ (GDP) ​​ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ ປີກາຍ ບັນລຸ 31,88 ພັນຕື້ຢວນ, ສູງກວ່າ ການຄາດຄະເນ ຂອງນັກເສດຖະສາດ 57 ຄົນ ທີ່ສໍານັກຂ່າວ Reuters ໄດ້ສໍາຫລວດໃ ນກ່ອນໜ້ານີ້ ທີ່ຄາດຄະເນໄວ້ 5,1%, ​ເພີ່ມ​ຂຶ້ນ 1,2% ເມື່ອ​ທຽບ​ໃສ່​ ໄຕ​ມາດ​ທີ 4 ຂອງ​ປີ 2024, ທັງ​ສູງກວ່າ​ ການ​ເຕີບ​ໂຕ​ ຂອງ​ໝົດ​ປີ 2024 ​ທີ່​ເຕີບ​ໂຕ 5%

    • ສປ ຈີນ ຈັດງານຕະຫລາດນັດສິນຄ້າຂາເຂົ້າ-ອອກ ຄັ້ງທີ 137ຂ່າວຕ່າງປະເທດ

      ສປ ຈີນ ຈັດງານຕະຫລາດນັດສິນຄ້າຂາເຂົ້າ-ອອກ ຄັ້ງທີ 137

      4/29/2025 5:10:37 PM

      ງານ​ຕະຫລາດ​ນັດ ​ສິນຄ້າ ຂາ​ເຂົ້າ-ຂາ​ອອກ​ ຂອງ ສປ ​ຈີນ ຄັ້ງ​ທີ 137 ໄລ​ຍະ​ທີ​ສອງ​ໄດ້​ສຳເລັດລົງ ເມື່ອບໍ່ດົນມານີ້, ​ຕາມ​ຂໍ້​ມູນ​ ຈາກ​ສູນ​ການ​ຄ້າ ​ກັບ​ຕ່າງ​ປະ​ເທດ​ຂອງ ສປ ​ຈີນ ເຊິ່ງ​ເປັນຝ່າຍ​ ຮັບ​ຜິດ​ຊອບ​ ຈັດ​ງານ​ດັ່ງ​ກ່າວ ສະ​ແດງ​ໃຫ້​ເຫັນ​ວ່າ: ຮອດທ້າຍເດືອນເມ​ສາ​ນີ້, ໄດ້​ມີ​ຜູ້​ຊື້​ຈາກ​ຕ່າງ​ປະ​ເທດ 224.372 ຄົນ ທີ່​ມາ​ຈາກ 219 ປະ​ເທດ ​ແລະ ​ເຂດ​ແຄວ້ນທົ່ວ​ໂລກ

ads
ads

Top