ຮວຜທ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມ

24/04/2025 14:42
Email Print 796
ຂປລ ຂປລ. ພະແນກຊາວໜຸ່ມ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ(ຮວຜທ) ຈັດພິທີຮັບເອົາມະ ຫາຊົນ ເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ​ໃນວັນທີ 23 ເມສາ 2025 ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອຸໄລກອນ ກົມມະເມືອງ ຮອງຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຊາວໜຸ່ມ 4 ຫ້ອງ 4 ຫ້ອງ, 2 ກອງພັນ, ສະມາຊິກຊາວໜຸ່ມ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ພະແນກຊາວໜຸ່ມ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ(ຮວຜທ) ຈັດພິທີຮັບເອົາມະ ຫາຊົນ ເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ​ໃນວັນທີ
23 ເມສາ 2025 ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອຸໄລກອນ ກົມມະເມືອງ ຮອງຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຊາວໜຸ່ມ 4 ຫ້ອງ 4 ຫ້ອງ, 2 ກອງພັນ, ສະມາຊິກຊາວໜຸ່ມ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.




ສະຫາຍ ພັນໂທ ພອນວິໄລ ເຮືອງຄຳທີ ຫົວໜ້າພະແນກຊາວໜຸ່ມ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດຮັບເອົາສະມາຊິກຊາວໜຸ່ມໃໝ່ ໂດຍອີງຕາມກົດລະບຽບຂອງ ຊາວໜຸ່ມປະຊາຊົນປະຕິ ວັດລາວ ສະໄໝທີ
VIII ໝວດທີ II, ມາດຕາ 8, ວ່າດ້ວຍລະບຽບການຮັບເອົາ ມະຫາຊົນເຂົ້າເປັນສະມາຊິກຊາວໜຸ່ມ, ອີງຕາມ ໜັງສືສະເໜີຂອງພະແນກຊາວໜຸ່ມຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະບັບເລກທີ 173/ພຊໜ, ລົງວັນທີ 05 ກຸມພາ 202. ໃນນັ້ນ, ໄດ້ຮັບເອົາມະຫາ ຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ທັງໝົດ 18 ສະຫາຍ.




ໂອກາດນີ້, ສະຫາຍ ພັນໂທ ອຸໄລກອນ ກົມມະເມືອງ ກໍໄດ້ສະ​ແດງ​ຄວາມຊົມເຊີຍຕໍ່ຜົນງານການປະກອບສ່ວນ ເຂົ້າໃນການເຄື່ອນໄຫວວຽກງານ ສະມາຊິກຊາວໜຸ່ມໃນໄລຍະຜ່ານມາ, ພ້ອມທັງອະທິບາຍໃຫ້ສະມາຊິກຊາວໜຸ່ມ ຮັບຮູ້ເຂົ້າໃຈເຖິງສິດ ແລະ ພາລະບົດບາດຂອງ ສະມາຊິກຊາວໜຸ່ມ
, ຮັບຮູ້ເຖິງພັນທະຂອງສະມາຊິກຊາວໜຸ່ມ. ນອກນັ້ນ, ສະຫາຍ ຍັງເນັ້ນໃຫ້ຊາວໜຸ່ມຮັບຮູ້ເຂົ້າໃຈ ກ່ຽວກັບບັນດາປະກົດການຫຍໍ້ທໍ້ ທີເກີດຂຶ້ນກັບຊາວໜຸ່ມລາວຂອງພວກເຮົາ ທີ່ຜະເຊີນຢູ່ເປັນຕົ້ນ ບັນຫາຢາເສບຕິດ, ໄພສັງຄົມ, ການຫລິ້ນກິນຟູມເຟືອຍ ແລະ ວິທີການຕ້ານ, ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ໃຫ້ຊາວໜຸ່ມໄດ້ຮັບຮູ້ ແລະ ເຂົ້າໃຈ ຕື່ມອີກ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

ads
ads

Top