ຂປລ. ກອງປະຊຸມສໍາມະນາ ລະດົມຄວາມຄິດເຫັນຕໍ່ຮ່າງລາຍ ງານການເມືອງຄັ້ງທີ XII ຂອງ ພັກ ຂົງເຂດຕ່າງປະເທດ ຈັດຂຶ້ນ ໃນວັນທີ 25 ເມສາ 2025 ຜ່ານ dP,s]kpdy f9tdelts]v' ;a ode,tdvolkdq o 7q [Iv[ 139 xu ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 29.04.2025 ປີທີ 24 ສະບັບທີ 6.172 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q q ,g-u p;a omu 1 rb fltrk 7q [Iv[ 139 xu 1j k'l5 f.9K ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 7totz6h cmo]k; g0Q kIj ;,dv'xt-5 , ltrkxt-k7q,;a fmtotme{la '7q ,vk-Po 7A 'mu 33 rq [xtc]dxj Po ;Pd'kodko9a f8A 'la '7q , ອ່ານຕໍ່ໜ້າ 4 Ia dlkdkosq ;|h k 78r g0Q kv;prvom6 fs;Pfok, xt9e]k; gxu fdkoc0j '0a o lu ,n cI''kocsj '-kf 7A 'mu 4 dv'xt-5 ,xtlko'kop5 fmtlkf xt9erkdrN ovk-u 8kg;a ovvdlP'.8h 7A 'mu 24 gxu foe.-h mj kmP[gIn vg]d 3 mj kgIn vlkdq o ]k;{s;Pfok, ອ່ານຕໍ່ໜ້າ 2 dtly dvoc0;'7e,j ;o gda [dj P;g0Q kokc-'leg]a f 674 gIa d8k ຂປລ. ໃນລະຫວ່າງວັນທີ 2226 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລ ເຊຍ, ທ່ານ ວັນສີ ກົວມົວ ຮອງລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ຜູ້ແທນເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 33 ພາຍໃຕ້ຫົວ ຂໍ້: “ການມີສ່ວນຮ່ວມຢ່າງທົ່ວ ເຖິງ ແລະ ຍືນຍົງ” ໂດຍການເປັນ ປະທານຂອງທ່ານ ດາໂຕະ ສຣິ ຕິ ຢອງ ຄິງ ຊິງ ລັດຖະມົນຕີກະຊວງ ທ່ອງທ່ຽວ, ສິລະປະ ແລະ ວັດທະ ນະທຳ ແຫ່ງ ມາເລເຊຍ. ຈຸດປະສົງຂອງກອງປະຊຸມ ]tfq ,7;k,7y fgsa o8Ij k']kp'kodkog,n v' 7A 'mu XII 0v'ra d .o0q 'g0f8j k'xtgmf + lts]v' 30 xu csj '7;k,9tg]u oI5j 'gIn v' .orkdrN oc,j oE0v' ອ່ານຕໍ່ໜ້າ 4 ຂປລ. ໃນວັນທີ 25 ເມສາ 2025 ຜ່ານມາ, ຄະນະກໍາມາທິການ ແມ່ນໍ້າຂອງສາກົນ (ຄມສ) ໄດ້ ຈັດງານວັນແມ່ນໍ້າຂອງ 2025 ຢູ່ ນະຄອນຫລວງວຽງຈັນ ເຊິ່ງເປັນ ງານສະຫລອງ ຄົບຮອບ 30 ປີ ຂອງຂໍ້ຕົກລົງແມ່ນ້ຳຂອງປີ 1995 ກໍຄື 30 ປີແຫ່ງຄວາມວັດທະນາ ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ຂປລ. ໃນໂອກາດສະເຫລີມ ສະຫລອງວັນກໍາມະກອນສາກົນ 1 ພຶດສະພາ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ສູນກາງສະຫະພັນກໍາມະ ມາ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພູວົງ ອຸ່ນຄໍາແສນ ກໍາມະ ການສູນກາງພັກ, ຫົວໜ້າສະຖາບັນ ການເມືອງ ແລະ ການປົກຄອງ ແຫ່ງຊາດ, ຄະນະຮັບຜິດຊອບສຳ ມະນາຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ ຂົງເຂດຕ່າງ ປະເທດ, ມີບັນດາສະຫາຍຮອງ ເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການຄະນະພັກ ແລະ ພະນັກ ງານຫລັກແຫລ່ງໃນຂົງເຂດວຽກ ງານການຕ່າງປະເທດທັງໝົດ 17 ພາກສ່ວນເຂົ້າຮ່ວມ ເພື່ອລະດົມ ຄວາມຄິດຄວາມເຫັນ ແນ່ໃສ່ສືບຕໍ່ ບານລາວ ໄດ້ກະກຽມຫລາຍກິດ ຈະກຳ ເພື່ອສະເຫລີມສະຫລອງວັນ ສໍາຄັນດັ່ງກ່າວ ໃຫ້ມີຄວາມໝາຍ ສຳຄັນ, ມີເນື້ອໃນເລິກເຊິ່ງ ແລະ ກວ້າງຂວາງ, ພ້ອມກັນຫວນຄືນ ມູນເຊື້ອປະຫວັດຄວາມເປັນມາຂອງ ວັນກໍາມະກອນສາກົນ ຊຶ່ງເປັນວັນ ທີ່ມີຄວາມໝາຍຄວາມສຳຄັນຂອງ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກ ແຮງງານໃນທົ່ວໂລກໄດ້ລຸກຮືຂຶ້ນ ເພື່ອຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ ພວກນາຍທຶນເພີ່ມເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກລົງ. ທ່ານ ພອນສານ ວິໄລເມັ້ງ ຮອງ ສູນກາງສະຫະພັນກໍາມະບານລາວ ແລະ ສະພາການຄ້າ ແລະ ອຸດສາ ຫະກໍາແຫ່ງຊາດລາວ ຈັດການແຂ່ງ ຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ “ສີມືແຮງງານ ລາວ ກ້າວສູ່ພາກພື້ນ ແລະ ສາກົນ” ຈັດຂຶ້ນລະຫວ່າງວັນທີ 28-30 ເມສາ 2025 ທີ່ນະຄອນຫລວງ ວຽງຈັນ ເຊິ່ງຈະມີ 5 ສາຂາຊ່າງ ທີ່ມາຈາກສະຖານພັດທະນາສີມື ແຮງງານ, ສະຖານອາຊີວະສຶກສາ ຂປລ. ສູນກາງແນວລາວສ້າງ ຊາດ ຈັດກອງປະຊຸມພົບປະແລກ ປ່ຽນວຽກງານການຈັດຕັ້ງສັງຄົມ ໃນວັນທີ 28 ເມສາ 2025 ໂດຍການ ເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການ ເມືອງສູນກາງພັກ, ປະທານສູນກາງ ແນວລາວສ້າງຊາດ, ມີຮອງປະທານ ສູນກາງແນວລາວສ້າງຊາດ, ຮອງ ລັດຖະມົນຕີຈາກກະຊວງ-ອົງການ ພ້ອມດ້ວຍພະນັກງານວິຊາການທີ່ ກ່ຽວຂ້ອງເຂົ້າຮ່ວມ ເພື່ອຕີລາຄາຄືນ ຄວາມຮັບຮູ້, ເຂົ້າໃຈຕໍ່ພາລະບົດບາດ ແລະ ມີຄວາມເປັນເອກະພາບລະ ຫວ່າງສູນກາງແນວລາວສ້າງຊາດ ກັບກະຊວງ-ອົງການຕ່າງໆ ທີ່ກ່ຽວ ຂ້ອງກ່ຽວກັບໜ້າທີ່ຄວາມຮັບຜິດ ເ ພື່ອທົບທວນຄືນຜົນສຳ ເ ລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງ ປະຕິບັດ, ລວມທັງການປະເມີນ ຜົນທ້າຍສະໄໝແຜນແມ່ບົດປະຊາ ຄົມວັດທະນະທຳ-ສັງຄົມອາຊຽນ 2025, ປະກອບຄໍາຄິດຄວາມ ຊອບຂອງບັນດາກະຊວງ-ອົງການ ຕໍ່ກັບການເຄື່ອນໄຫວຂອງບັນດາ ອົງການຈັດຕັ້ງສັງຄົມ, ພ້ອມທັງ ຈັດຕັ້ງປະຕິບັດນຳພາ, ຄຸ້ມຄອງ, ຊ່ວຍເຫລືອ ແລະ ສ້າງເງື່ອນໄຂ ອຳນວຍຄວາມສະດວກໃຫ້ອົງການ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 29/04/2025 xtgmf]k; ຄະນະຜູ້ແທນລາວ... ເປີດການແຂ່ງຂັນ... ເປີດນໍາໃຊ້ທ່າທຽບເຮືອ... ພົບປະແລກປ່ຽນ... ເຫັນຕໍ່ຮ່າງແຜນຍຸດທະສາດປະຊາ ຄົມວັດທະນະທຳ-ສັງຄົມອາຊຽນ ຫລັງປີ 2025 ແລະ ປຶກສາຫາລື ບັນຫາສຳຄັນອື່ນໆ ຈໍານວນໜຶ່ງ ທີ່ເປັນວຽກຈຸດສຸມຂອງວຽກງານ ວັດທະນະທຳ-ສັງຄົມອາຊຽນ ເປັນ ຕົ້ນການສ້າງຄຸນຄ່າດ້ານມໍລະດົກ ແລະ ວັດທະນະທໍາ; ການສົ່ງເສີມ ວຽກງານປັນຍາປະດິດ, ການຫັນ ເປັນດີຈິຕອນ ແລະ ວຽກງານສີ ຂຽວ ເພື່ອເສີມສ້າງທັກສະ ແລະ ຄວາມສາມາດໃຫ້ແກ່ອາຊຽນ ໃນ ອະນາຄົດ; ຂໍ້ລິເລີ່ມດ້ານສາທາ ລະນະສຸກ ເພື່ອຄວາມສົມບູນພູນ ສຸກຂອງອາຊຽນ; ການສົ່ງເສີມ ທ່າແຮງຂອງຊາວໜຸ່ມ ແລະ ກິລາ ເພື່ອສົ່ງເສີມການເຕີບໂຕ, ຄວາມ ສາມັກຄີ ແລະ ຄວາມເປັນເລີດ; ການສົ່ງເສີມມາດຕະການດ້ານສະ ພາບອາກາດເພື່ອການຄຸ້ມຄອງ, ການເປັນຄູ່ຮ່ວມ ແລະ ການເປັນ ເຈົ້າການ. ຫລັງຈາກນັ້ນ, ກອງປະ ຊຸມໄດ້ພ້ອມກັນຕົກລົງເຫັນດີຮັບ ຮອງເອົາເອກະສານສໍາຄັນ ຈຳນວນ 4 ສະບັບຂອງເສົາຄ້ຳວັດທະນະທໍາສັງຄົມອາຊຽນ ເພື່ອນໍາສະເໜີຕໍ່ຜູ້ ນຳອາຊຽນພິຈາລະນາຮັບຮອງ ແລະ ຮັບຊາບໃນກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 46. ໃນກອງປະຊຸມຄັ້ງນີ້, ທ່ານ ວັນສີ ກົວມົວ ໄດ້ຍົກໃຫ້ເຫັນເຖິງ ຈາກສູນກາງ ແລະ ທ້ອງຖິ່ນ ໃນ ທົ່ວປະເທດເຂົ້າຮ່ວມ, ປະກອບມີ ສາຂາວິຊາເວັບເຕັກໂນໂລຊີ, ສາຂາ ວິຊາ ການຕິດຕັ້ງໄຟຟ້າ, ສາຂາວິຊາ ປຸງແຕ່ງອາຫານ, ສາຂາວິຊາ ກລາບ ຟຣິກດີຊາຍ ແລະ ສາຂາວິຊາ ໄມ້ ເຄື່ອງເຮືອນ. ທ່ານ ບຸນມາ ສິດທິໂສມ ຫົວໜ້າ ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ ໄດ້ກ່າວວ່າ: ການແຂ່ງ ຂັນສີມືແຮງງານແຫ່ງຊາດ ເປັນ ກິດຈະກຳໜຶ່ງທີ່ຖືກຈັດທຸກໆປີ ເພື່ອ ສົ່ງເສີມການພັດທະນາສີມືແຮງງານ ໃຫ້ແກ່ບັນດາຊາວໜຸ່ມ, ນັກຮຽນ ແລະ ນັກສຶກສາທີ່ເປັນກຳລັງແຮງ ຂອງຊາດ, ເປັນເວທີແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ທາງດ້ານບົດຮຽນອັນພົ້ນ ເດັ່ນ, ນະວັດຕະກຳ ແລະ ເຕັກໂນໂລ ຊີຕ່າງໆ ທີ່ມີການປ່ຽນແປງໄປຕາມ ຍຸກການຫັນເປັນອຸດສາຫະກຳ 4.0. ນອກຈາກນັ້ນ, ຍັງເປັນການຊຸກຍູ້ ສົ່ງເສີມໃຫ້ມີການຮ່ວມມືລະຫວ່າງ ພາກລັດ ແລະ ພາກເອກະຊົນຫລາຍ ຂຶ້ນ, ເປັນວຽກງານໜຶ່ງທີ່ນອນ ຢູ່ໃນວຽກພັດທະນາຊັບພະຍາກອນ ຂປລ. ໃນວັນທີ 28 ເມສາ 2025 ນີ້, ຄະນະຜູ້ແທນຂັ້ນສູງ ພັກ, ລັດ ສປປ ລາວ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງ ພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປເຄື່ອນໄຫວ ຢູ່ແຂວງຮ່າຕິງ ສສ ຫວຽດນາມ ເພື່ອຮ່ວມກັບສະຫາຍ ເລືອງ ເກືອງ ກໍາມະການກົມການເມືອງສູນກາງ ພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ເປັນສັກຂີພິຍານໃນ ພິທີເປີດນໍາໃຊ້ທ່າທຽບເຮືອເລກ 3, ທ່າເຮືອສາກົນ ລາວ-ຫວຽດນາມ ຢູ່ ແຂວງຮ່າຕິງ ຢ່າງເປັນທາງການ. ພິທີດັ່ງກ່າວ, ເປັນເຫດການທີ່ມີ ຄວາມໝາຍທາງປະຫວັດສາດ ອັນສຳຄັນຍິ່ງສຳລັບ ສປປ ລາວ, ເປັນສັນຍະລັກທາງປະຫວັດສາດທີ່ ສຳຄັນໃຫ້ແກ່ການຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃນ ໄລຍະໃໝ່ ແລະ ເປັນຂອງຂວັນອັນ ລ້ຳຄ່າທີ່ ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ມອບໃຫ້ ແກ່ພັກ, ລັດ ແລະ ປະຊາຊົນລາວ ຊຶ່ງເປັນການຢືນຢັນໃຫ້ເຫັນເຖິງ ນໍ້າໃຈ ແລະ ໄມຕີຈິດແຫ່ງສາຍ ພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານອັນສະເໝີຕົ້ນ ສະເໝີປາຍລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ບໍ່ມີຍາມເສື່ອມ ຄາຍ, ນັບມື້ນັບໜັກແໜ້ນ, ເຂັ້ມແຂງ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວຫວຽດນາມ. ໂຄງການທ່າເຮືອສາກົນ ລາວຫວຽດນາມ ເປັນໂຄງການຮ່ວມມື ທາງດ້ານຍຸດທະສາດທີ່ສໍາຄັນໃນ ການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ແລະ ເປັນກຳລັງ ແຮງອັນສຳຄັນໃຫ້ແກ່ ສປປ ລາວ ໃນການບັນລຸຍຸດທະສາດ “ຫັນປະ ເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງ ເຊື່ອມຈອດໃນພາກພື້ນ” ໃຫ້ປະກົດ ຜົນເປັນຈິງເຊິ່ງຈະຊ່ວຍໃຫ້ ສປປ ລາວ ຍົກສູງຂີດຄວາມສາມາດ ໃນຂະແໜງຄົມມະນາຄົມ-ຂົນສົ່ງ ຂອງຕົນໃຫ້ມີຄຸນນະພາບໃໝ່ ໂດຍ ສະເພາະການຂົນສົ່ງສິນຄ້າຜ່ານ ທາງທະເລຂອງລາວ ໃຫ້ມີການ ເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ ແນໃສ່ຊຸກຍູ້ສົ່ງເສີມ ການຄ້າ-ການລົງທຶນ ກັບຕ່າງປະ ເທດໃຫ້ນັບມື້ຫລາຍຂຶ້ນໃນຕໍ່ໜ້າ. ທ່າເຮືອສາກົນ ລາວ-ຫວຽດນາມ ລວມມີ ທ່າທຽບເຮືອ 1, 2 ແລະ 3, ຕັ້ງຢູ່ໃນເຂດເສດຖະກິດ ຫວຸ້ງ ອາງ ຕາແສງກີ່ແອງ ແຂວງຮ່າ ຕິງ ສສ ຫວຽດນາມ ເຊິ່ງຄຸ້ມຄອງ ບໍລິຫານ ແລະ ພັດທະນາໂດຍບໍລິ ສັດຫຸ້ນສ່ວນທ່າເຮືອສາກົນ ລາວ- ຫວຽດນາມ. ໃນນັ້ນ, ລັດວິສາຫະ ກິດລາວເອເຊຍໂທລະຄົມ ໃນນາມ ຕາງໜ້າລັດຖະບານລາວ ຖືຫຸ້ນ ຮ່ວມກັບຝ່າຍຫວຽດນາມ (ຝ່າຍ ລາວຖືອັດຕາຮຸ້ນ 60% ແລະ ຝ່າຍ ຫວຽດນາມ ຖືອັດຕາຮຸ້ນ 40%). ໂອກາດນີ້, ສະຫາຍ ສະເຫລີມໄຊ ກົມມະສິດກໍາມະການກົມການເມືອງ ກະສິກອນ... ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ປັດຈຸບັນ, ກະສິ ກອນທົ່ວແຂວງຄຳມ່ວນ ເກັບກ່ຽວ ເຂົ້ານາແຊງ ໄດ້ 674 ເຮັກຕາ ເທົ່າກັບ 5,68% ຂອງເນື້ອທີ່ ເກັບກ່ຽວຕົວຈິງໃນທົ່ວແຂວງໃນ ນີ້, ເຂົ້າທີ່ເປັນສະບຽງອາຫານ ເກັບກ່ຽວກັບໄດ້ 231 ເຮັກຕາ ເທົ່າກັບ 5,96%; ເຂົ້າທີ່ເປັນສິນຄ້າ ເກັບກ່ຽວໄດ້ 443 ເຮັກຕາ ເທົ່າກັບ 5,55%. ພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນລະດູ ການຜະລິດເຂົ້ານາແຊງ ສົກປີ ຈັດຕັ້ງສັງຄົມໄດ້ມີການເຄື່ອນໄຫວ ທີ່ແຂງແຮງ, ມີບັນຍາກາດຟົດຟື້ນໄດ້ ຕາມຈຸດປະສົງ ແລະ ຖືກຕາມແນວ ທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ. ໃນກອງປະຊຸມ, ໄດ້ຮັບຟັງການ ຜ່ານຮ່າງບົດສະຫລຸບຕີລາຄາຄືນ ກ່ຽວກັບວຽກງານການຈັດຕັ້ງສັງ ຄົມໃນໄລຍະຜ່ານມາ ແລະ ທິດ ທາງແຜນການວຽກງານຈຸດສຸມ ໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ຢູ່ ສປປ ລາວ ມີອົງການຈັດຕັ້ງສັງຄົມ ທີ່ມີຊື່ເອີ້ນແຕກຕ່າງກັນຕາມແຕ່ລະ ຂະແໜງການວິຊາຊີບລວມທັງໝົດ 301 ອົງການ. ໃນນັ້ນ, ສະມາຄົມ 240 ອົງການ, ມູນນິທິ 61 ອົງການ ແລະ ໄດ້ເຄື່ອນໄຫວຕາມດຳລັດ 238/ລບ ລົງວັນທີ 11 ສິງຫາ 2017 ວ່າດ້ວຍສະມາຄົມ ໂດຍລັດ ຖະບານເປັນຜູ້ຄຸ້ມຄອງລວມສູນໃນ ຂອບເຂດທົ່ວປະເທດ ແລະ ແນວ ລາວສ້າງຊາດ ໄດ້ມີສ່ວນຮ່ວມນຳ ກັນແຕ່ສູນກາງລົງຮອດທ້ອງຖິ່ນ. ພ້ອມກັນນີ້, ຜູ້ເຂົ້າຮ່ວມໄດ້ມີການ ປະກອບຄຳຄິດເຫັນແລກປ່ຽນຕໍ່ ກັບວຽກງານດັ່ງກ່າວຢ່າງກົງໄປ ກົງມາຕື່ມອີກ. ຈາກນັ້ນ, ກອງປະ ຊຸມຍັງໄດ້ຮັບຟັງຄໍາເຫັນຊີີ້ນໍາຈາກ ທ່ານປະທານສູນກາງແນວລາວ ສ້າງຊາດ. ຂ່າວ-ພາບ: ເຢ້ ສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຈົດ ຈຳລໍາລຶກຢ່າງສຸດຊຶ້ງຕໍ່ປະທານ ໂຮ່ຈີ່ມິງ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ເຊິ່ງເປັນຜູ້ໃຫ້ກຳເນີດ ແລະ ໄດ້ເປັນ ແບບຢ່າງອັນໃສແຈ້ງແຫ່ງການ ຖະນຸຖະໜອມ, ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ໃຫ້ແໜ້ນ ແຟ້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດ ຢັ້ງ, ກາຍເປັນສາຍພົວພັນທີ່ບໍລິສຸດ ຜຸດຜ່ອງ ແລະ ຫາຍາກໃນການ ພົວພັນສາກົນ ເຊິ່ງໃນເງື່ອນໄຂທີ່ ສະພາບການຂອງພາກພື້ນ ແລະ ສາກົນ ທີ່ພວມສືບຕໍ່ຜັນແປຢ່າງ ສັບສົນ ແລະ ຄາດຄະເນໄດ້ຍາກ ໃນປັດຈຸບັນນີ້ ສອງປະເທດຍິ່ງຕ້ອງ ໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນ ແຟ້ນຂຶ້ນກວ່າເກົ່າ, ຮັກສາໄວ້ໃຫ້ ເປັນມໍລະດົກໃຫ້ຄົນຮຸ່ນໃໝ່ຂອງ ສອງປະເທດ ແລະ ຖືເອົາການປົກ ປັກຮັກສາສາຍພົວພັນດັ່ງກ່າວ ເປັນ ຄວາມຮັບຜິດຊອບ ແລະ ພັນທະອັນ ສູງສົ່ງຂອງຄົນຮຸ່ນໃໝ່ ເພື່ອໃຫ້ສົມ ກັບການເສຍສະລະອັນໃຫຍ່ຫລວງ ແລະ ຄວາມມຸ່ງມາດປາຖະໜາອັນ ແຮງກ້າຂອງບັນພະບູລຸດຂອງສອງ ປະເທດ ແລະ ໃຫ້ນັບມື້ຈະເລີນງອກ ງາມຍິ່ງໆຂຶ້ນ. ພ້ອມທັງ, ຕີລາຄາສູງ ຕໍ່ການເປີດນຳໃຊ້ທ່າທຽບທ່າເຮືອ ເລກ 3 ໃນຄັ້ງນີ້ ເຊິ່ງເປັນຄວາມ ເອກອ້າງທະນົງໃຈຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ ສາມາດເຮັດໃຫ້ຄວາມປາຖະໜາ ອັນແຮງກ້າ ແລະ ຄວາມຄອງຄອຍ ຂອງຕົນທີ່ຢາກມີທາງອອກສູ່ທະເລ ປະກົດຜົນເປັນຈິງ, ພ້ອມທັງສະແດງ ຄວາມຂອບໃຈຕໍ່ພັກ, ລັດຖະບານ ຫວຽດນາມ ກໍຄື ອໍານາດການປົກ ຄອງແຂວງຮ່າຕິງ ທຸກຂັ້ນທີ່ໄດ້ໃຫ້ ການສະໜັບສະໜູນຊ່ວຍເຫລືອໃຫ້ ບຸລິມະສິດ ແລະ ອໍານວຍຄວາມສະ ດວກແກ່ໂຄງການທ່າເຮືອສາກົນ ລາວ-ຫວຽດນາມ ອັນມີຄວາມ ໝາຍປະຫວັດສາດ, ທັງເປັນຂອງ ຂວັນອັນລໍ້າຄ່າທີ່ສຸດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນ ລາວບັນດາເຜົ່າ. ພ້ອມນັ້ນ, ຍັງ ໄດ້ຢືນຢັນວ່າຈະຮ່ວມກັບສະຫາຍ ຫວຽດນາມ ນໍາໃຊ້ທ່າເຮືອແຫ່ງນີ້ ໃຫ້ມີປະສິດທິຜົນທີ່ສຸດ, ນຳເອົາຜົນ ປະໂຫຍດຕົວຈິງມາໃຫ້ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ພ້ອມກັນສືບຕໍ່ການເສີມຂະຫຍາຍ ມູນເຊື້ອແຫ່ງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານໃຫ້ນັບມື້ ໄດ້ຮັບການພັດທະນາ ແລະ ເພີ່ມພູນ ຄູນສ້າງຍິ່ງໆຂຶ້ນ. ໂອກາດດັ່ງກ່າວ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງພັກ, ລັດລາວຍັງໄດ້ ເຄື່ອນໄຫວຢ້ຽມຢາມກອງບັນຊາ ການທະຫານເຂດ 4 ຢູ່ນະຄອນ ວິງ ແຂວງເຫງະອານ; ພົບປະກັບ ຄະນະພັກ, ອໍານາດການປົກຄອງ ແຂວງຮ່າຕິງ ແລະ ສືບຕໍ່ນໍາພາຄະ ນະທີ່ເດີນທາງເຂົ້າຮ່ວມພິທີສະເຫລີມ ສະຫລອງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ ຢູ່ ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ ຕື່ມອີກ. ຂ່າວ-ພາບ: ຄຕພ ຄວາມສໍາຄັນຂອງການເພີ່ມທະວີ ບັນດາຂໍ້ລິເລີ່ມຕ່າງໆໃນການເປັນ ປະທານອາຊຽນຂອງມາເລເຊຍ ປີ 2025 ແນໃສ່ຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດປະຊາຄົມວັດ ທະນະທໍາ-ສັງຄົມອາຊຽນ 2025 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ກໍຄື ການສ້າງແຜນຍຸດທະສາດ ປະຊາຄົມວັດທະນະທຳ-ສັງຄົມອາ ຊຽນ ຫລັງປີ 2025 ໃຫ້ມີຄວາມ ຮັດກຸມຄົບຖ້ວນ ແລະ ການປະ ເມີນຜົນທ້າຍສະໄໝແຜນແມ່ບົດ ປະຊາຄົມວັດທະນະທຳ-ສັງຄົມອາ ຊຽນ 2025 ໃຫ້ໄດ້ຮັບຜົນດີຢ່າງ ຈົບງາມ ເພື່ອປະກອບສ່ວນສ້າງ ປະຊາຄົມອາຊຽນ ໃຫ້ມີລັກສະນະ ກວມລວມ, ເຂັ້ມແຂງ ແລະ ເບິ່ງ ກວ້າງເຫັນໄກຫລາຍຍິ່ງໆຂຶ້ນ. ພ້ອມນີ້, ທ່ານຍັງໄດ້ຢໍ້າຄືນຄຳ ໝາຍໝັ້ນທີ່ແຂງແຮງໃນການເພີ່ມ ທະວີການຮ່ວມມືດ້ານວັດທະນະ ທຳ-ສັງຄົມອາຊຽນຢ່າງໜັກແໜ້ນ ແລະ ເຫັນດີສະໜັບສະໜູນບັນດາ ບຸລິມະສິດຂອງມາເລເຊຍ ໃນການ ຍົກສູງຄຸນນະພາບຊີວິດ ກໍຄື ການ ພັດທະນາແບບກວມລວມ ແລະ ຍືນຍົງ ພາຍໃຕ້ການເປັນປະທານ ກອງປະຊຸມສະພາປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ ປີນີ້ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມ ຢ່າງທົ່ວເຖິງ ແລະ ຍືນຍົງ” ພ້ອມ ທັງສະແດງຄວາມເຫັນດີເປັນເອກະ ພາບຕໍ່ບັນດາເອກະສານທີ່ປຶກສາ ຫາລືໃນກອງປະຊຸມ ເພື່ອສະເໜີ ໃຫ້ຜູ້ນຳອາຊຽນ ພິຈາລະນາຮັບ ຮອງ ແລະ ຮັບຊາບໃນກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 46. ນັບແຕ່ກອງປະຊຸມຄັ້ງຫລ້າສຸດທີ່ ນະຄອນຫລວງວຽງຈັນ ໃນເດືອນ ກັນຍາ 2024, ສປປ ລາວ ໄດ້ສືບ ຕໍ່ຈັດຕັ້ງປະຕິບັດບັນດາຍຸດທະສາດ ຂອງພາກພື້ນຢ່າງຕັ້ງໜ້າຫລາຍ ດ້ານເປັນຕົ້ນດ້ານວັດທະນະທໍາ, ການສຶກສາ, ສາທາລະນະສຸກ, ຄວາມຍືນຍົງດ້ານສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງ ດິນຟ້າອາກາດ, ບົດບາດຍິງ-ຊາຍ ແລະ ການປົກປ້ອງທາງສັງຄົມ ສຳລັບແຮງງານເຄື່ອນຍ້າຍຄຽງ ຄູ່ກັບການຊຸກຍູ້ສົ່ງເສີມສ້າງກາ ລະໂອກາດໃຫ້ແກ່ຊາວໜຸ່ມ ແລະ ກຸ່ມຄົນອ່ອນແອ ໂດຍສະເພາະກຸ່ມ ຄົນພິການ, ດ້ວຍການພັດທະນາທັກ ສະ ແລະ ການສ້າງວຽກເຮັດງານ ທຳໃຫ້ສອດຄ່ອງກັບຄວາມຮຽກ ຮ້ອງຕ້ອງການຂອງວຽກງານໃນ ອະນາຄົດ. ສປປ ລາວ ຍັງສືບຕໍ່ ຢຶດໝັ້ນຢ່າງໜັກແໜ້ນຕໍ່ເປົ້າໝາຍ ລວມໃນຂະບວນການພັດທະນາ ຂອງອາຊຽນ ທີ່ຈະບໍ່ປ່ອຍປະໃຜ ໄວ້ທາງຫລັງ. ໂອກາດດຽວກັນນີ້, ທ່ານຮອງ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຍັງ ໄດ້ຕີລາຄາສູງການຮັບຮອງຂອບ ວຽກການພັດທະນາແບບຍືນຍົງ ຂອງເສດຖະກິດສ້າງສັນອາຊຽນ ແລະ ບົດລາຍງານການປະເມີນ ຜົນກາງສະໄໝຂອງແຜນແມ່ບົດ ອາຊຽນ 2025: ການເຊື່ອມສານ ສິດທິຂອງຄົນພິການ, 2 ເອກະສານ ນີ້ ແມ່ນມີບົດບາດສໍາຄັນຫລາຍ ໃນການຂັບເຄື່ອນ ແລະ ຍູ້ດັນອາ ຊຽນ ໃຫ້ກ້າວໄປສູ່ປະຊາຄົມທີ່ມີ ຄວາມກວມລວມ ແລະ ປະຊາຊົນ ເປັນທິດ ແລະ ສະແດງຄວາມເຫັນ ດີສະໜັບສະໜູນການຮັບຮອງ ເອກະສານພາລະບົດບາດ ແລະ ໜ້າ ທີ່ຂອງພະນັກງານຂອງເສົາຄ້ຳວັດ ທະນະທຳ-ສັງຄົມ ທີ່ປະຈຳການ ຢູ່ສຳນັກງານຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ແລະ ການປັບປຸງ ຊື່ເອີ້ນຂອງຕົນຄືນໃໝ່ ໂດຍຮັບຮູ້ ແລະ ເຂົ້າໃຈເຖິງບົດບາດສໍາຄັນໃນ ການປະຕິບັດໜ້າທີ່ ເພື່ອກ້າວໄປສູ່ ເປົ້າໝາຍຂອງອາຊຽນ ໃນລະດັບ ພາກພື້ນ ແລະ ສາກົນ. ມະນຸດ ໂດຍສະເພາະແມ່ນການ ພັດທະນາສີມືແຮງງານ. ຜ່ານການ ແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4 ສໍາເລັດຈະໄດ້ນັກແຂ່ງຂັນ ສີມືແຮງງານ ສາຂາລະ 3 ທ່ານ ໂດຍແມ່ນຜູ້ທີ່ໄດ້ຫລຽນຄໍາ, ຫລຽນ ເງິນ ແລະ ຫລຽນທອງຂອງແຕ່ລະ ສາຂາຊ່າງ ເພື່ອນໍາໄປຝຶກຊ້ອນ ແລະ ຄັດເລືອກເອົາຜູ້ມີຄວາມຮູ້ຄວາມ ສາມາດ ແລະ ຄຸນສົມບັດດີເດັ່ນ ຈໍາ ນວນ 2 ທ່ານ ເປັນຕົວແທນທີມຊາດ ລາວ ເຂົ້າຮ່ວມການແຂ່ງຂັນສີມື ແຮງງານອາຊຽນ ຄັ້ງທີ14 (14th WorldSkills ASEAN ) ທີ່ຈະ ຈັດຂຶ້ນໃນລະຫວ່າງວັນທີ 22-25 ສິງຫາ 2025 ທີ່ສູນການຄ້າສາກົນ ມະນີລາ ປະເທດຟີລິບປິນ, ຄາດວ່າ ສປປ ລາວ ຈະສົ່ງເຂົ້າຮ່ວມແຂ່ງຂັນ ຄັ້ງນີ້ 5 ສາຂາຊ່າງ. ໂອກາດນີ້, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການ ສັງຄົມ ໄດ້ກ່າວວ່າ: ການແຂ່ງຂັນສີ ມືແຮງງານເປັນວຽກໜຶ່ງຂອງການ ສົ່ງເສີມການພັດທະນາສີມືແຮງງານ ໃຫ້ກ້າວສູ່ມາດຕະຖານຂອງພາກ ພື້ນ, ກະຕຸ້ນການພັດທະນາທ່າແຮງ ຄວາມສາມາດຂອງແຮງງານອັນ ນໍາໄປສູ່ການສ້າງມູນຄ່າເພີ່ມທາງ ດ້ານເສດຖະກິດ ແລະ ການແຂ່ງຂັນ ຂອງປະເທດບົນເວທີຂອງພາກພື້ນ ແລະ ສາກົນລວມທັງເປັນເວທີໃຫ້ໄວ ໜຸ່ມ, ນັກຮຽນວິຊາຊີບໄດ້ສະແດງ ຄວາມຮູ້ຄວາມສາມາດດ້ານສີມື ແຮງງານໃນເວທີການແຂ່ງຂັນ ເຊິ່ງ ການແຂ່ງຂັນສີມືແຮງງານຖືເປັນ ເວທີໃຫ້ຊາວໜຸ່ມ, ແຮງງານລາວ ບັນດາເຜົ່າໄດ້ສະແດງອອກທາງ ດ້ານຄວາມຮູ້, ຄວາມສາມາດ, ສີມື ແລະ ພ້ອມດຽວກັນກໍເປັນການຊຸກຍູ້ ສົ່ງເສີມໃຫ້ບັນດາຊາວໜຸ່ມເຫັນເຖິງ ຄວາມສຳຄັນໃນການຝຶກວິຊາຊີບ ແລະ ພັດທະນາສີມືແຮງງານໃຫ້ ຫລາຍຂຶ້ນ. ນອກຈາກນັ້ນ, ພັກ ແລະ ລັດຖະບານລາວ ຍາມໃດກໍຖື ເອົາການພັດທະນາຄົນເປັນບັນຫາ ສຳຄັນ ແລະ ເປັນໃຈກາງຂອງທຸກ ວຽກງານ ເຊິ່ງການພັດທະນາເສດ ຖະກິດ-ສັງຄົມ ຈະປະສົບຜົນສຳເລັດ ໄດ້ນັ້ນແມ່ນປະກອບດ້ວຍຫລາຍ ປັດໄຈ, ແຕ່ປັດໄຈທີ່ຕັດສິນກວ່າໝູ່ ແມ່ນຄົນທີ່ມີຄວາມຮູ້, ຄວາມສາ ມາດ, ສີມື, ມີລະບຽບວິໄນການ ອອກແຮງງານຢ່າງເຂັ້ມງວດ ແລະ ມີຄຸນສົມບັດສິນທຳປະຕິວັດບວກ ກັບຫົວຄິດປະດິດສ້າງ, ກ້າເຮັດ, ກ້າ ຮັບຜິດຊອບ. ຂ່າວ-ພາບ: ກິດຕາ 2024-2025 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການປູກເຂົ້າ 14.186 ເຮັກຕາ, ຄາດຄະເນຜົນຜະລິດ 78.896 ໂຕນ ໃນນີ້, ແຜນການ ປູກເຂົ້າ ເພື່ອເປັນສະບຽງອາຫານ 4.696 ເຮັກຕາ, ຄາດຄະເນຜົນ ຜະລິດ 25.840 ໂຕນ; ແຜນການ ປູກເຂົ້າເພື່ອເປັນສິນຄ້າ 9.490 ເຮັກຕາ, ຄາດຄະເນຜົນຜະລິດ 53.056 ໂຕນ. ຜ່ານການຈັດຕັ້ງປະຕິບັດຕົວ ຈິງໄດ້ 11.865 ເຮັກຕາ (ຫລຸດ ແຜນການປີທີ່ວາງໄວ້ 2.321 ເຮັກ ຕາ)ເທົ່າກັບ 83,63% ຂອງເນື້ອທີ່ ແຜນການທັງໝົດ ໃນນີ້, ນາຫວ່ານ ປະຕິບັດໄດ້ 5.570 ເຮັກຕາ, ນາດໍາ ປະຕິບັດໄດ້ 6.295 ເຮັກຕາ, ເນື້ອ ທີ່ປູກເຂົ້າເພື່ອເປັນສະບຽງອາຫານ ປະຕິບັດໄດ້ 3.877 ເຮັກຕາ (ຫລຸດ ແຜນການທີ່ວາງໄວ້ 819 ເຮັກຕາ) ເທົ່າກັບ 82,55% ຂອງເນື້ອທີ່ ແຜນການ ແລະ ເນື້ອທີ່ປູກເຂົ້າ ເພື່ອ ເປັນສິນຄ້າ ປະຕິບັດໄດ້ 7.988 ເຮັກຕາ (ຫລຸດແຜນການທີ່ວາງໄວ້ 1.502 ເຮັກຕາ) ເທົ່າກັບ 84,17% ຂອງເນື້ອທີ່ແຜນການ. ສ່ວນສາເຫດທີ່ພາໃຫ້ເນື້ອທີ່ການ ປູກເຂົ້າບໍ່ໄດ້ຕາມແຜນການທີ່ວາງ ໄວ້ເນື່ອງຈາກລະບົບນໍ້າບໍ່ທົ່ວເຖິງ ເຊິ່ງເກີດມາຈາກການເປ່ເພຂອງ ລະບົບຫົວງານຊົນລະປະທານເຮັດ ໃຫ້ເນື້ອທີ່ການປູກເຂົ້າຫລຸດລົງ. ຂ່າວ-ພາບ: ແດງສະຫວັດ ແສນພານິດ
xtgmf]k; 3 29/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me Ê ¤§ໜÇ © ¨¤ Å ນ © າÃÇ າ າ Å ນ« lkprq ;ra o dkoIj ;,,n ]k;{9u o oa [,N gru u j ,r6 o76 olh k' s;o7n o,6 og-N v;a ode,tdvo lkdq o 7q [Iv[ 139 xu (ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 64 ປີ, ວັນທີ 25 ເມສາ 1961-25 ເມສາ 2025) ເພື່ອຫວນຄືນຂະບວນການ ຕໍ່ສູ້ ຂອງຊົນຊັ້ນກໍາມະກອນສາກົນ ແລະ ຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະ ກອນແລະຜູ້ອອກແຮງງານລາວ.ຄືດັ່ງ ພວກເຮົາຮັບຮູ້ນໍາກັນແລ້ວວ່າ ສະພາບ ແວດລ້ອມທີ່ຊົນຊັ້ນ ກຳມະກອນສາ ກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍ ສັດຕະວັດ ທີ X7III ຫາຕົ້ນສັດຕະວັດ ທີXIXຫລາຍປະເທດໃນທະວີບເອີລົບ ແລະ ອາເມລິກາ ໄດ້ສຳເລັດການໂຄ້ນ ລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະ ບອບນາຍທຶນຂຶ້ນແທນ. ຍ້ອນຄວາມ ຮຽກຮ້ອງຕ້ອງການ ຂອງສັງຄົມ ໃນ ການຕອບສະໜອງວັດຖຸ ແລະ ສິ່ງ ຂອງຕ່າງໆ ເຂົ້າໃນການຮັບໃຊ້ຊີວິດ ປະຈຳວັນນັບມື້ສູງຂຶ້ນ ແລະ ບໍ່ສາມາດ ຕອບສະໜອງຕາມຄວາມຮຽກຮ້ອງ ຕ້ອງການຂອງສັງຄົມໄດ້, ຈຳນວນກຳ ມະກອນກໍມີການເຕີບໃຫຍ່ຂະຫຍາຍ ຕົວ ໄປພ້ອມໆກັບການຂະຫຍາຍຕົວ ຂອງການຜະລິດ. ພາຍໃຕ້ການປົກ ຄອງຂອງພວກນາຍທຶນ, ຊົນຊັ້ນກຳ ມະກອນຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກ ໜ່ວງ, ອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງ ຈາກລະບົບປ້ອງກັນໄພຂອງເຄື່ອງຈັກ ໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບ ມື້ເພີ່ມທະວີການກົດຂີ່ຂູດຮີດ, ບັງຄັບ ຂົ່ມເຫັງໃຫ້ກຳມະກອນອອກແຮງ ງານ ໂດຍບໍ່ມີເວລາພັກຜ່ອນມື້ໜຶ່ງ ເຮັດວຽກ 14-15 ຊົ່ວໂມງ, ອອກ ແຮງງານໜັກແຕ່ໄດ້ຮັບຄ່າແຮງງານ ຂປລ. ສປປ ລາວ ແລະ ສປ ຈີນ ເປັນເພື່ອນມິດຍຸດທະສາດ, ທີ່ມີມູນ ເຊື້ອສາຍພົວພັນມິດຕະພາບອັນ ແໜ້ນແກ່ນມາແຕ່ຍາວນານ, ທັງ ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ດີ ແລະ ສິ່ງສໍາຄັນສອງປະເທດ ລ້ວນແຕ່ເດີນຕາມເສັ້ນທາງສັງ ຄົມນິຍົມ. ສາຍພັວພັນ ແລະ ການ ຮ່ວມມື ລາວ-ຈີນ ແມ່ນພື້ນຖານ ຄວາມເຫັນອົກເຫັນໃຈ ແລະ ໃຫ້ ການສະໜັບສະໜູນຊ່ວຍເຫລືອເຊິ່ງ ກັນແລະ ກັນມາໂດຍຕະຫລອດ, ໄດ້ ມີການປະສານສົມທົບກັນຢ່າງສະ ໜິດແໜ້ນ, ໄດ້ກຳນົດຈຸດສຸມການ ຮ່ວມມື ເພື່ອຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນຮ່ວມມື ໃຫ້ກ້າວ ເຂົ້າສູ່ລວງເລິກໃນແຕ່ລະໄລຍະ ຢ່າງມີແບບແຜນ. ຕະຫລອດ 64 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດ ມີຄວາມສະຫງ່າງາມທີ່ ສຸດ, ໃນນັ້ນ ມີທັງການເຕົ້າໂຮມກຳ ລັງແຮງຢ່າງພິລະອາດຫານໃນ ການຕໍ່ສູ້ຕ້ານການຮຸກຮານຂອງ ຈັກກະພັດຕ່າງດ້າວ, ມີທັງຮ່ວມມື ກັນຢ່າງສະໜິດແໜ້ນ ໃນການຊຸກຍູ້ ພັດທະນາເສດຖະກິດ-ສັງຄົມ ເຊິ່ງ ໄດ້ກາຍເປັນຕົວແບບຂອງການ ພັດທະນາ ລະຫວ່າງພັກການເມືອງ ແລະ ລະຫວ່າງປະເທດ. ທ່ານ ນາງ ຟ່າງຫົງ ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ໄດ້ໃຫ້ ສໍາພາດຕໍ່ສື່ມວນຊົນ ລາວ ແລະ ຈີນ ໃນວັນທີ 24 ເມສາ 2025 ທີ່ນະ ຄອນຫລວງວຽງຈັນນີ້ວ່າ:ສປຈີນ- ສປປ ລາວ ແມ່ນສະຫາຍອ້າຍນ້ອງ ທີ່ພິເສດນໍາກັນ, ວັນທີ 25 ເມສາ ແມ່ນວັນຄົບຮອບ 64 ປີ (ວັນທີ 25 ເມສາ 1961-25 ເມສາ 2025) ແຫ່ງການສ້າງຕັ້ງສາຍພົວພັນທາງ ການທູດ ຈີນ-ລາວ. ພາຍຫລັງສະ ຫາຍເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ສະເໜີອອກແນວຄິດວ່າດ້ວຍ ການສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດແລ້ວ, ສອງປະ ເທດ ຈີນ-ລາວ ກໍ່ໄດ້ເປັນເອກະພາບ ຮ່ວມກັນ ທາງດ້ານການເມືອງ ໃນ ການສ້າງເປັນຄູ່ຮ່ວມຊາຕາກຳ ສອງຝ່າຍກ່ອນໝູ່. ໃນປີ 2019 ແລະ ປີ 2023, ສະຫາຍເລຂາທິ ການໃຫຍ່ ສີຈິ້ນຜິງ ໄດ້ລົງນາມ ໃນແຜນແມ່ບົດວ່າດ້ວຍການສ້າງຄູ່ ຮ່ວມຊາຕາກຳ ຈີນ-ລາວ ກັບການ ນໍາສູງສຸດຂອງປະເທດລາວ 2 ຄັ້ງ ເຊິ່ງໄດ້ກາຍເປັນບ່ອນອີງໃນການ ເປັນຄູ່ຮ່ວມມືຍຸດທະສາດຮອບ ດ້ານ ແລະ ການເປັນຄູ່ຮ່ວມຊາຕາ ກໍາ ລະຫວ່າງ ສອງປະເທດ ລາວ- ຈີນ ໃນໄລຍະໃໝ່. ການຮ່ວມມືຮູບ ປະທຳລະຫວ່າງສອງປະເທດຈີນ- ລາວ ສາມາດຍາດໄດ້ຜົນສຳເລັດ ອັນ ມີລັກສະນະບຸກທະລຸຢ່າງ ບໍ່ຢຸດ ຢັ້ງ. ປະເທດຈີນ ໄດ້ກາຍເປັນປະ ເທດທີ່ລົງທຶນຫລາຍທີ່ສຸດແລະ ເປັນ ຄູ່ຮ່ວມມືການຄ້າທີ່ສຳຄັນຂອງປະ ເທດຫລາຍປີລຽນຕິດ. ຜະລິດຕະ ພັນກະສິກໍາຂອງລາວ ຈຳນວນ ຫລາຍກວ່າ 80 ເປີເຊັນ ໄດ້ສົ່ງອອກ ໄປຈໍາໜ່າຍ ຢູ່ປະເທດຈີນ, ມູນຄ່າ ການຄ້າສອງຝ່າຍ ຈີນ-ລາວ ໃນປີ 2024 ບັນລຸໄດ້ 8.231 ຕື້ໂດລາ ສະຫະລັດ, ທຽບກັບໄລຍະດຽວ ຜ່ານມາເພີ່ມຂຶ້ນ 15,9 ເປີເຊັນ ເຊິ່ງໄດ້ສ້າງສະຖິຕິສູງອັນໃໝ່ອີກ ຄັ້ງໜຶ່ງ. ເສັ້ນທາງລົດໄຟ ລາວ-ຈີນ ໄດ້ ຊ່ວຍຍູ້ໜູນໃຫ້ປະເທດລາວ ຫັນ ປ່ຽນຈາກປະເທດບໍ່ມີຊາຍ ແດນຕິດ ຈອດ ກັບທະເລ ມາເປັນປະເທດ ເຊື່ອມໂຍງເຊື່ອມຈອດກັບ ພາກພື້ນ ເຊິ່ງ ໄດ້ກວມເອົາການເຊື່ອມຈອດ ກັບປະເທດໄທ, ສິງກະໂປ ແລະ ອື່ນໆ ອີກ 18 ປະເທດ ແລະ ເຂດ ແຄວ້ນ. ການຂົນສົ່ງຜູ້ໂດຍສານ ແລະ ການ ຂົນສົ່ງ ສິນຄ້າລ້ວນແຕ່ສາມາດ ບັນລຸໄດ້ຫລາຍກວ່າຈຳນວນ 50 ລ້ານໂຕນ ເຊິ່ງໄດ້ກາຍເປັນ “ເສັ້ນ ທາງທອງຄໍາ”ຂອງການຂົນສົ່ງໂລ ຈິສຕິກສາກົນ ທີ່ມີປະສິດທິຜົນສູງ ແລະ ມີຄວາມສະດວກ. ເພື່ອນມິດ ນັກຂ່າວທັງ ຫລາຍ ກໍ່ມັກເດີນທາງ ໄປວຽກຕ່າງແຂວງເລື້ອຍໆອາດ ຈະເຫັນເຖິງການປ່ຽນແປງທີ່ມາ ຈາກທາງລົດໄຟຢ່າງເລິກເຊິ່ງ. ການຮ່ວມມືໃນຂົງເຂດເສັ້ນທາງ ດ່ວນລາວ-ຈີນ(ເສັ້ນທາງດ່ວນນະ ຄອນຫລວງວຽງຈັນ-ວັງວຽງ), ໄຟຟ້າ, ພະລັງງານ, ບໍ່ແຮ່ ແລະ ຂົງເຂດອື່ນໆ, ໂຄງການໂຮງໝໍ ຫລວງພະບາງ, ມະໂຫສົດ, ໂຮງ ຮຽນວິຊາຊີບທາງລົດໄຟ ແລະ ໂຄງການປັບປຸງຊີວິດການເປັນ ຢູ່ ຂອງປະຊາຊົນຈຳນວນໜຶ່ງກໍ່ໄດ້ ສຳເລັດການກໍ່ສ້າງ ແລະ ນໍາໃຊ້ ແລ້ວ, ທັງໄດ້ມີບົດບາດອັນຕັ້ງໜ້າ ໃຫ້ແກ່ການສືບຕໍ່ມິດຕະພາບຈີນລາວ ແລະ ນໍາ ເອົາຄວາມຜາສຸກມາ ສູ່ປະຊາຊົນສອງຊາດ ຈີນ-ລາວ ອີກດ້ວຍ. ການໄປມາຫາສູ່ລະ ຫວ່າງປະຊາຊົນ ແລະ ການແລກ ປ່ຽນລະຫວ່າງສອງປະເທດ ຈີນ- ລາວ ນັບມື້ສະໜິດແໜ້ນ, ໂດຍສະ ເພາະພາຍຫລັງເປີດນໍາໃຊ້ເສັ້ນ ທາງ ລົດໄຟ ລາວ-ຈີນແລ້ວ, ນັກ ທ່ອງທ່ຽວທີ່ເດີນທາງເຂົ້າມາລາວ ກໍ່ສາມາດ ໄປຢາມພີ່ຢາມນ້ອງຢາມ ໝູ່ເພື່ອນໄດ້. ຊາວໜຸ່ມຂອງສອງ ປະເທດ ກໍ່ນັບມື້ໃກ້ຊິດກັນຫລາຍ ຂຶ້ນ, ມີນັກສຶກສາຈີນຫລາຍຮ້ອຍ ຄົນມາຮຽນຢູ່ປະເທດລາວ ແລະ ມີນັກສຶກສາລາວຫລາຍພັນຄົນກໍ່ ສຶກສາຮໍ່າຮຽນຢູ່ປະເທດຈີນ, ມີ ຊາວໜຸ່ມລາວຫລາຍຄົນມັກຮັກ ການຮຽນພາສາຈີນ, ເວລາຂ້າ ພະເຈົ້າ ຍ່າງໄປຕາມທາງກໍ່ມັກພົບ ເຫັນເພື່ອນມິດລາວເວົ້າພາສາຈີນ ກັບຂ້າພະເຈົ້າ, ຂ້າພະເຈົ້າກໍ່ເຊື່ອ ວ່າ ຢູ່ອ້ອມຂ້າງຂອງພວກ ທ່ານກໍ່ມີ ເພື່ອນມິດ ຫລາຍຄົນເຄີຍໄປຮຽນ ຢູ່ປະເທດຈີນ ແລະ ສາມາດເວົ້າ ພາສາຈີນໄດ້. ທ່ານ ນາງ ຟ່າງຫົງ ກ່າວຕື່ມ ວ່າ: ສາຍພົວພັນ ສອງປະເທດທີ່ ກຽມເຂົ້າສູ່ປີທີ 65, ມິດຕະພາບ ຈີນ-ລາວ ຈະນັບມື້ນັບແໜ້ນແຟ້ນ ແໜ້ນແກ່ນ, ຍາວນານ, ມີຄວາມ ສົດຊື່ນຢູ່ຕະຫລອດເວລາ ແລະ ນັບ ມື້ຈະເລີນງອກງາມຂຶ້ນເລື້ອຍໆ, ຂໍພຽງແຕ່ພວກເຮົາຈັບມືຮ່ວມກັນ, ຍຶດໝັ້ນແນວຄິດຮ່ວມກັສ້າງຮ່ວມ ກັນຊົມໃຊ້, ຮ່ວມມືກັນ ແລະ ຮັບ ຜົນປະໂຫຍດຮ່ວມກັນ ແນ່ນອນຈະ ບຸກເບີກໃຫ້ສອງປະເທດ ຈີນ-ລາວ ໄດ້ມີອະນາຄົດອັນດີງາມຍິ່ງຂຶ້ນ. © §Ê້ າານນ້¦ ເມື່ອມໍ່ໆມານີ້, ແຂວງໄຊສົມບູນ ໄດ້ສະຫລຸບຕີລາຄາວຽກງານກໍ່ສ້າງ ຮາກຖານການເມືອງ ຕິດພັນກັບວຽກ ງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈໍາປີ 2024 ແລະ ວາງ ທິດທາງແຜນການ ປະຈໍາປີ 2025 ໂດຍການເປັນປະທານ ຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະ ບໍລິຫານງານພັກແຂວງ ເຈົ້າແຂວງໄຊ ສົມບູນ ມີຮອງເລຂາພັກແຂວງ, ຮອງ ເຈົ້າແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ພ້ອມດ້ວຍເລຂາ ໜ່ວຍພັກ ຫົວໜ້າພະແນກ, ກົມກອງ ອ້ອມຂ້າງແຂວງ, ເລຂາພັກເມືອງ 5 ເມືອງເຂົ້າຮ່ວມ. ສະຫາຍ ອຸດອນ ສິງດາລາ, ກໍາມະ ການພັກແຂວງ ຫົວໜ້າຫ້ອງວ່າການ ແຂວງ ກ່າວວ່າ: ໃນໄລຍະໜຶ່ງປີຜ່ານ ມາ ຄະນະປະຈໍາພັກແຂວງ, ຄະນະພັກ ແຕ່ລະຂັ້ນ ໄດ້ຖືສໍາຄັນວຽກງານການ c0;'w-lq ,[6 o lts]5 [s]kp;Pdxu 2024 c]t ;k'my fmk'czodkoxu 2025 ເມືອງ-ແນວຄິດເປັນກົກ, ໂດຍຫັນເອົາ ແນວທາງນະໂຍບາຍຂອງພັກ, ລະ ບຽບ, ກົດໝາຍແລະ ບັນດາເອກະສານ ຕ່າງໆຂອງສູນກາງ, ແຂວງ, ເມືອງ ລົງເຜີຍແຜ່, ເຊື່ອມຊຶມໃຫ້ແກ່ສະມາຊິກ ພັກ, ພະນັກງານລັດຖະກອນ, ກໍາລັງ ປະກອບອາວຸດ, ນັກທຸລະກິດ ແລະ ປະ ຊາຊົນບັນດາເຜົ່າ ເປັນປົກກະຕິໂດຍປະ ຕິບັດຕາມ 5 ຫລັກການ ແລະ 3 ທິດນໍາ ຂອງພັກ ເຮັດໃຫ້ລະບົບການເມືອງຢູ່ ຂັ້ນຮາກຖານໄດ້ຮັບການປັບປຸງ ແລະ ມີຄວາມໜັກແໜ້ນ, ເຂັ້ມແຂງ ໂດຍຕິດ ພັນກັບການຂະຫຍາຍສະມາຊິກພັກ ເຊິ່ງຜ່ານການປັບປຸງເຮັດໃຫ້ກົງຈັກ ການຈັດຕັ້ງໃນລະບົບການເມືອງທົ່ວ ແຂວງ ມີການຈັດຕັ້ງຮາກຖານພັກ ທັງ ໝົດ 381ໜ່ວຍ. ນອກຈາກນັ້ນ, ຄະນະ ພັກ, ໜ່ວຍພັກແຕ່ລະຂັ້ນໄດ້ເອົາໃຈໃສ່ ນໍາພາວຽກງານກໍ່ສ້າງໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ, ເຊິ່ງສາມາດ ສ້າງໄດ້ 301 ໜ່ວຍພັກ. ພ້ອມນັ້ນ, ລະ ບົບການບໍລິຫານການປົກຄອງຢູ່ຂັ້ນ ຮາກຖານບ້ານ ໄດ້ປັບປຸງ ແລະ ປະຕິ ບັດຕາມ 5 ໜ່ວຍງານ, 15 ຕໍາແໜ່ງ ງານ, ອົງການຈັດຕັ້ງແນວລາວສ້າງ ຊາດ, ສະຫະພັນນັກຮົບເກົ່າ ແລະ ອົງ ການຈັດຕັ້ງມະຫາຊົນຢູ່ຂັ້ນຮາກຖານ ກໍ່ໄດ້ມີການຂະຫຍາຍ ແລະ ປັບປຸງ. ຄະນະບໍລິຫານງານພັກແຂວງ, ກໍຄື ຄະນະພັກ-ຄະນະບັນຊາໄດ້ຫັນເອົາກໍາ ລັງຂັ້ນແຂວງ, ຂັ້ນເມືອງສົມທົບກັບ ສອງກໍາລັງຂອງກະຊວງປ້ອງກັນປະ ເທດ, ກະຊວງປ້ອງກັນຄວາມສະຫງົບ ລົງປະຈໍາຢູ່ບັນດາບ້ານຈຸດສຸມ ເພື່ອ ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ ຕ່າງໆ. ໃນນີ້, ຢຶດອາວຸດເຖື່ອນ ອາວຸດ ລ່າເນື້ອໄດ້ 6 ກະບອກ, ປືນສັ້ນ 4 ກະ ບອກ, ລົດຈັກ10ຄັນ, ລົດກະບະ1ຄັນ, ເງິນກີບ 116,247,000 ກີບ, ມ້າງ ເປົ້າໝາຍຄ້າ-ຂາຍຢ່າເສບຕິດ ໄດ້ 28 ລາຍ, ກັກຕົວຜູ້ຕ້ອງຫາໄດ້ 577 ຄົນ, ຍິງ 38 ຄົນ. ສຳລັບວຽກງານທາງ ດ້ານວັດທະນະທໍາ-ສັງຄົມ ກໍ່ໄດ້ຈັດຕັ້ງ ປະຕິບັດສໍາເລັດຕາມຄາດ ໝາຍ. ໃນປີ 2024 ທົ່ວແຂວງມີຄອບຄົວ ພົ້ນທຸກ 13, 091 ຄອບຄົວ, ເທົ່າກັບ 84,11% ບ້ານພົ້ນທຸກມີ 68 ບ້ານ, ເທົ່າກັບ 76,40% ຄອບຄົວພັດທະ ນາ ມີ 10,850 ຄອບຄົວ ເທົ່າກັບ 69,71%, ບ້ານພັດທະນາມີ 19 ບ້ານ ເທົ່າກັບ 21,34%. ນອກຈາກນັ້ນ ຍັງ ສໍາເລັດການຈັດຕັ້ງປະຕິບັດແຜນການ ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍ ໃນຊົນນະບົດ 1 ບ້ານຄື: ບ້ານອ້ອມ ເມືອງອະນຸວົງ. ສ່ວນວຽກງານສາມ ສ້າງ ໂດຍກໍານົດເອົາ 5 ເມືອງ, 90 ບ້ານ ໃນທົ່ວແຂວງ ຜ່ານການຈັດຕັ້ງ ປະຕິບັດ ແລະ ປະເມີນຕາມເງື່ອນໄຂ ມາດຖານ ເຫັນວ່າ ແຂວງປະເມີນໄດ້ 7 ດ້ານ 66 ຕົວຊີ້ບອກ, ບັນລຸ 3 ດ້ານ 46 ຕົວຊີ້ບອກ ທຽບໃສ່ແຜນປີແມ່ນ ຈັດຕັ້ງປະຕິບັດໄດ້ 42%. ຂະນະທີ່ ສະຫາຍ ພອຍຄໍາ ຮຸ່ງ ບຸນຍວງ ໄດ້ເນັ້ນໃຫ້ສືບຕໍ່ສຶກສາອົບ ຮົມການເມືອງ-ນໍາພາແນວຄິດ ໃຫ້ຄະ ນະພັກ, ອົງການປົກຄອງແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະ ກອນ ແລະ ປະຊາຊົນບັນດາເຜົ່າ ຢ່າງ ເປັນປົກກະຕິຕໍ່ເນື່ອງ ແລະ ທົ່ວເຖິງທຸກ ເປົ້າໝາຍ, ສືບຕໍ່ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ຕິດພັນກັບ ການຈັດຕັ້ງປະຕິບັດສອງວາລະແຫ່ງ ຊາດຢ່າງເເຂງເເຮງ, ຂຸດຄົ້ນ ແລະ ນໍາ ໃຊ້ທຸກທ່າແຮງບົ່ມຊ້ອນຄຽງຄູ່ກັບ ການຊຸກຍູ້, ສົ່ງເສີມການຜະລິດເປັນສິນ ຄ້າ ໂດຍເລັ່ງໃສ່ການປູກ-ການລ້ຽງ, ການແປຮູບຜົນຜະລິດ ທີ່ຕິດພັນກັບ ການຕະຫລາດ ເພື່ອສ້າງມູນຄ່າເພີ່ມ ໃຫ້ແກ່ປະຊາຊົນ, ດຶງດູດການລົງທຶນ ຢ່າງມີການເລືອກເຟັ້ນ ເພື່ອພັດທະນາ ເຂດຈຸດສຸມທີ່ໄດ້ກໍານົດໄວ້. ເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກໃຫ້ ແຂງແຮງ ຕິດພັນກັບການພັດທະນາ ຊົນນະບົດ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ແລະ ຕິດແໜ້ນກັບການສ້າງ ບ້ານ ແລະ ກຸ່ມບ້ານພັດທະນາກ່ຽວ ກັບວຽກງານກໍ່ສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃຫ້ສອດຄ່ອງກັບສະພາບ ຄວາມເປັນຈິງຢູ່ແຕ່ລະຮາກຖານ, ແຕ່ ລະຈຸດສຸມໃຫ້ເກີດດອກອອກຜົນ ແລະ ມີຜົນສໍາເລັດໃຫຍ່ຫລວງກວ່າເກົ່າ. (ເນ່ືອງໃນໂອກາດວັນກຳມະກອນສາກົນຄົບຮອບ 139 ປີ 1 ພຶດສະພາ 1886-1 ພຶດສະພາ 2025) ໜ້ອຍ, ບໍ່ມີການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານ ໃນສະ ຖານທີ່ເຮັດວຽກ, ບໍ່ໄດ້ເອົາໃຈໃສ່ກ່ຽວ ກັບສະຫວັດດີການ-ສັງຄົມ, ເຮັດໃຫ້ ຊີວິດການເປັນຢູ່ທຸກຍາກລໍາບາກ, ຈຶ່ງ ພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ ຂັດແຍ່ງດັ່ງກ່າວນັບມື້ນັບຮຸນແຮງຂຶ້ນ ເລື້ອຍໆ, ຊົນຊັ້ນກຳມະກອນແລະ ຊາວ ຜູ້ອອກແຮງງານຈຳເປັນຈຶ່ງ ໄດ້ຈັດຕັ້ງ ກັນເປັນກຸ່ມ, ເປັນຂະບວນເພື່ອລຸກຮື ຂຶ້ນ ຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ ພວກນາຍທຶນເພີ່ມເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກລົງ. ຂະ ບວນການຕໍ່ສູ້ຄັ້ງທຳອິດ ແມ່ນຢູ່ປະ ເທດອັງກິດໃນປີ 1764 ເພາະປະເທດ ອັງກິດ ໃນເວລານັ້ນເປັນປະເທດທີ່ ຂະຫຍາຍຕົວ ທາງດ້ານອຸດສາຫະກຳ ໄວກ່ວາໝູ່. ໃນເດືອນພະຈິກ1884 ຢູ່ ເມືອງຫລວງຊິກາໂກ ເປັນຈຸດໃຈກາງ ອຸດສາຫະກຳ ຂອງປະເທດອາເມລິກາ, ຂະບວນກຳມະກອນໄດ້ມີການຕໍ່ສູ້ກັບ ພວກນາຍທຶນຢ່າງຮຸນແຮງ, ຮຽກ ຮ້ອງ ແລະ ປຸກລະດົມໃຫ້ກຳມະກອນ, ຊາວຜູ້ອອກແຮງງານທຸກທົ່ວໜ້າກຽມ ພ້ອມຕໍ່ສູ້ ເພື່ອທວງເອົາສິດຂອງຕົນ. ມາໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດ ທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນປະເທດ ອາເມລິກາ ຢູ່ເມືອງຫລວງຊິກາໂກ ໄດ້ ມີການຕໍ່ສູ້ໂດຍອີງໃສ່ເນື້ອໃນ ຂອງຖະ ແຫລງການຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີຂອງ ກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະ ກອນ ຜູ້ໃດເຮັດວຽກເກີນ 8 ຊົ່ວໂມງ ຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວ ໂມງຮໍ່າຮຽນ”ໃນມື້ນັ້ນໄດ້ມີກຳມະກອນ ນັດຢຸດງານເຖິງ 5.000 ແຫ່ງໃນຕົວ ເມືອງໃຫຍ່ ຂອງປະເທດອາເມລິກາ ເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນແລະ ອື່ນໆ, ມີຜູ້ເຂົ້າຮ່ວມເຖິງ 3 ແສນ 4ໝື່ນ ຄົນ ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍ ທຶນ ຕ້ອງຮັບຮອງເອົາສິດ ໃນການເຮັດ ວຽກຂອງກຳມະກອນ ໃນມື້ໜຶ່ງ 8 ຊົ່ວໂມງ. ອ່ານຕໍ່¤Å ໜ້າ
RkJQdWJsaXNoZXIy MTc3MTYxMQ==