ສປ ຈີນ ຂັບເຄື່ອນເສດຖະກິດໃຫ້ເຕີບໂຕລະດັບ 5,4%

29/04/2025 17:46
Email Print 196
ຂປລ ເສດຖະກິດ ຂອງ ສປ ຈີນ ໄດ້ເລີ່ມຕົ້ນປີ 2025 ດ້ວຍຄວາມເຂັ້ມແຂງ ເພາະ​ໄຕ​ມາດ​ທີ 1 ລວມຍອດ ຜະລິດຕະພັນ ພາຍໃນ (GDP) ​​ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ ປີກາຍ ບັນລຸ 31,88 ພັນຕື້ຢວນ, ສູງກວ່າ ການຄາດຄະເນ ຂອງນັກເສດຖະສາດ 57 ຄົນ ທີ່ສໍານັກຂ່າວ Reuters ໄດ້ສໍາຫລວດໃ ນກ່ອນໜ້ານີ້ ທີ່ຄາດຄະເນໄວ້ 5,1%, ​ເພີ່ມ​ຂຶ້ນ 1,2% ເມື່ອ​ທຽບ​ໃສ່​ ໄຕ​ມາດ​ທີ 4 ຂອງ​ປີ 2024, ທັງ​ສູງກວ່າ​ ການ​ເຕີບ​ໂຕ​ ຂອງ​ໝົດ​ປີ 2024 ​ທີ່​ເຕີບ​ໂຕ 5%

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເສດຖະກິດ ຂອງ ສປ ຈີນ ໄດ້ເລີ່ມຕົ້ນປີ 2025 ດ້ວຍຄວາມເຂັ້ມແຂງ ເພາະ​ໄຕ​ມາດ​ທີ 1 ລວມຍອດ ຜະລິດຕະພັນ ພາຍໃນ (GDP) ​​ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ ປີກາຍ ບັນລຸ 31,88 ພັນຕື້ຢວນ, ສູງກວ່າ ການຄາດຄະເນ ຂອງນັກເສດຖະສາດ 57 ຄົນ ທີ່ສໍານັກຂ່າວ Reuters ໄດ້ສໍາຫລວດໃ ນກ່ອນໜ້ານີ້ທີ່ຄາດຄະເນໄວ້ 5,1%, ​ເພີ່ມ​ຂຶ້ນ 1,2% ເມື່ອ​ທຽບ​ໃສ່​ ໄຕ​ມາດ​ທີ 4 ຂອງ​ປີ 2024, ທັງ​ສູງກວ່າ​ ການ​ເຕີບ​ໂຕ​ ຂອງ​ໝົດ​ປີ 2024 ​ທີ່​ເຕີບ​ໂຕ 5%. ຜົນສໍາເລັດ ດັ່ງກ່າວ ແມ່ນກົງກັນຂ້າມ ຢ່າງຈະແຈ້ງ ກັບສະພາບ ເສດຖະກິດໂລກ ທີ່ກໍາລັງຊຸດໂຊມ. ກ່ອນໜ້ານີ້ ກອງທຶນ ການເງິນ ສາກົນ (IMF) ໄດ້ຫລຸດການຄາດຄະເນການເຕີບໂຕ ຂອງເສດຖະກິດໂລກປີ 2025 ລົງເຫລືອ 2,8% ເນື່ອງຈາກ ຄວາມບໍ່ແນ່ນອນ ຈາກສົງຄາມການຄ້າ ທີ່ເພີ່ມສູງຂຶ້ນ ແລະ ນະໂຍບາຍ ບໍ່ມີທິດທາງທີ່ລະອຽດ. ກຳລັງຂັບເຄື່ອນສໍາຄັນຂອງ ສປ ຈີນ: ເມື່ອກ້າວສູ່ປີ 2025, ເສດຖະກິດຂອງ ສປ ຈີນ ໄດ້ສະແດງໃຫ້ເຫັນກໍາລັງແຫ່ງຄວາມກະຕືລືລົ້ນ ສອງຢ່າງ ທີ່ເພີ່ມຂຶ້ນໃນໄຕມາດທີ 1 ເຊິ່ງມາຈາກການຜະລິດ ອຸດສາຫະກຳ ແລະ ການບໍລິໂພກ ທີ່ເຕີບໂຕ ຢ່າງໜັກແໜ້ນ. ຜົນຜະລິດ ອຸດສາຫະກຳ ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ ປີກາຍ, ຂະນະທີ່ ຍອດຂາຍຍ່ອຍ (ການຊື້ສິນຄ້າຂອງຜູ້ບໍລິ ໂພກ) ມີມູນຄ່າສູງເຖິງ 12,47 ພັນຕື້ຢວນ, ເພີ່ມຂຶ້ນ 4,6%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.ໄຕມາດທີ 1 ປີ 2025 ມູນຄ່າຜົນຜະລິດ ອຸປະກອນຂອງ ສປ ຈີນ ເພີ່ມຂຶ້ນ 10,9%, ສ່ວນອຸດສາຫະກໍາ ເຕັກໂນໂລຊີ ລະດັບສູງ ເພີ່ມຂຶ້ນ 9,7% ສະແດງ ໃຫ້ເຫັນ ທິດທາງຍຸດທະສາດ ທີ່ເນັ້ນໃສ່ ດ້ານນະວັດຕະກຳ ໂດຍສະເພາະແມ່ນ ຊິບຄອມພິວເຕີ, ຫຸ່ນຍົນ ປັນຍາປະດິດ (AI) ແລະ ເຕັກໂນໂລຊີ ພະລັງງານ ສະອາດ ທີ່ກຳລັງເປັນແຮງຂັບເຄື່ອນຕົ້ນຕໍ ດ້ານການລົງທຶນ ໃນສິ່ງກໍ່ສ້າງຄົງທີ່ ເພີ່ມຂຶ້ນ 4,2% ໂດຍມີ ໂຄງລ່າງພື້ນຖານ ແລະ ເຕັກໂນໂລຊີ ລະດັບສູງເປັນແຮງ ຂັບເຄື່ອນຕົ້ນຕໍ.  ສໍາລັບ ຄວາມທົນທານ ຕໍ່ຄວາມກົດດັນ ພາຍນອກ, ຂະແໜງການຄ້າຂອງ ສປ ຈີນ ໄດ້ສະແດງ ໃຫ້ເຫັນຄວາມໝັ້ນຄົງ ທີ່ສັງເກດເຫັນໄດ້. ອີງຕາມ ຂໍ້ມູນທາງດ້ານພາສີ ຂອງ ສປ ຈີນ ໃຫ້ຮູ້ວ່າ:  ການສົ່ງອອກ (ຄິດໄລ່ເປັນເງິນຢວນ) ເພີ່ມຂຶ້ນ 6,9% ໃນໄຕມາດທີ 1 ເຊິ່ງສະແດງ ໃຫ້ເຫັນ ຄວາມຕ້ອງການ ຈາກຕ່າງປະເທດ ຍັງຄົງເຂັ້ມແຂງ. ເສດຖະກິດໂລກ ຂະຫຍາຍຕົວຊ້າລົງ: ເມື່ອເບິ່ງອ້ອມຮອບແລ້ວ, ຕົວຊີ້ບອກທາງເສດຖະກິດ ໃນເດືອນເມສາປີ 2025 ສະແດງໃຫ້ເຫັນ ການຂະຫຍາຍຕົວ ທີ່ຊ້າລົງ ໃນເສດຖະກິດ ຕົ້ນຕໍ. ອີງຕາມຂໍ້ມູນ ທີ່ປະກາດ ເມື່ອບໍ່ດົນມານີ້, ດັດຊະນີ PMI ຂອງ ສ.ອາເມລິກາ (S&P Global Flash US Composite PMI) ໃນເດືອນເມສາ 2025 ຫລຸດລົງເຫລືອ 51,2 ເຊິ່ງເປັນ ອັດຕາ ການຂະຫຍາຍຕົວ ຕໍ່າສຸດ ໃນຮອບ 16 ເດືອນຜ່ານມາ ເນື່ອງຈາກ ບັນດາບໍລິສັດຕ້ອງຮັບມື ກັບພາສີ ແລະ ແຮງກົດດັນ ດ້ານຕົ້ນທຶນ ທີ່ເພີ່ມຂຶ້ນ.ໃນເຂດເອີລົບ: ດັດຊະນີຜູ້ຈັດການຝ່າຍຊື້ຂອງເຂດເອີລົບ ແບບລວມເບື້ອງຕົ້ນ ຂອງທະນາ ຄານການຄ້າຮຳບວກ (HCOB) ປະຈໍາເດືອນເມສາຢູ່ທີ່ 50,1 ເຊິ່ງສູງກວ່າ ເກນຄວາມຕົກຕໍ່າ ພຽງເລັກນ້ອຍ.  ໃນຂະນະທີ່ຂະແໜງບໍລິການຫຼຸດລົງ 49,7 ໄດ້ສະແດງ ໃຫ້ເຫັນເຖິງ ຄວາມຕ້ອງການພາຍໃນ ທີ່ອ່ອນແອລົງ  ແລະ ຄວາມກັງວົນ ຈາກຄວາມບໍ່ແນ່ນອນ ທີ່ກ່ຽວຂ້ອງ ໃນດ້ານການຄ້າ. ທະນາຄານໂລກ  ແລະ ກອງທຶນ ເງິນຕາສາກົນ ໄດ້ປັບຫລຸດ ການຄາດຄະເນ ການເຕີບໂຕ ຂອງເສດຖະກິດ ອິນເດຍ ລົງເຫລືອ ປະມານ 6,2-6,3% ເນື່ອງຈາກ ຄວາມບໍ່ແນ່ນອນ ຂອງນະໂຍບາຍ ທົ່ວໂລກ ແລະ ພາສີຂອງ ສ.ອາເມລິກາ ທີ່ເຂັ້ມງວດຂຶ້ນ ເຮັດໃຫ້ສົ່ງຜົນກະທົບ ຕໍ່ການລົງທຶນ ຂອງພາກເອກະຊົນ. ອີງຕາມຂໍ້ມູນ ຢ່າງເປັນທາງການຂອງ ສ.ເກົາຫລີ ສະແດງໃຫ້ເຫັນວ່າ:  ການເຕີບໃຫຍ່ ຂອງເສດຖະກິດ ສ.ເກົາຫລີ ໃນໄຕມາດທີ 1 ຫລຸດລົງ 0,2% ເມື່ອທຽບໃສ່ ໄຕມາດກ່ອນ ເຊິ່ງເປັນການຫລຸດລົງ ຄັ້ງທໍາອິດ ນັບຕັ້ງແຕ່ ໄຕມາດທີ 2 ຂອງປີ 2024 ຍ້ອນໄດ້ຮັບ ຜົນກະທົບ ມາຈາກ ການສົ່ງອອກ ທີ່ອ່ອນແອລົງ ແລະ ການບໍລິໂພກ ທີ່ຊຸດໂຊມລົງ ຍ້ອນມາດຕະການ ເພີ່ມພາສີຂອງ ສ.ອາເມລິກາ ເຮັດໃຫ້ທະນາຄານ ແຫ່ງ ສ.ເກົາຫລີ (BOK) ຕ້ອງຜ່ອນຜັນ ລະດັບ ນະໂຍບາຍ ເງິນຕາຕໍ່ໄປ. ອຸປະສັກ ທາງດ້ານການຄ້າ: ສໍາລັບ ການເຕີບໂຕຂອງເສດຖະກິດຈີນ ກໍບໍ່ໄດ້ປາສະຈາກຂໍ້ ຈໍາກັດ. ກອງທຶນ ເງິນຕາສາກົນ ໄດ້ປັບການຄາດຄະເນ ການເຕີບໂຕ ຂອງເສດຖະກິດຈີນໃນປີ 2025 ໃຫ້ຫລຸດລົງເຫລືອ 4%, ພ້ອມທັງ ເຕືອນກ່ຽວກັບ ທ່າອ່ຽງ ທີ່ກໍາລັງຊຸດໂຊມລົງ, ເຊິ່ງມີບາງຄວາມສ່ຽງດ້ານລົບ, ນີ້ແມ່ນ ການປັບຫລຸດຈາກ 4,6% ທີ່ຄາດຄະເນໄວ້ ໃນເດືອນມັງກອນປີນີ້. ຂະນະທີ່ ການເພີ່ມພາສີຂອງ ສ.ອາເມລິກາ ອາດຈະເກີດຂຶ້ນອີກ ໃນອະນາຄົດ ແລະ ອື່ນໆ ເຊິ່ງຈະກາຍ ເປັນສິ່ງທ້າທາຍສຳຄັນທີ່ ສປ ຈີນຕ້ອງມີມາດຕະການແກ້ໄຂ ແລະ ຮັບມືໃຫ້ດີທີ່ສຸດ. ການຕອບສະໜອງ ນະໂຍບາຍ: ສປ ຈີນ ຈະສາມາດ ບັນລຸເປົ້າໝາຍ GDP ທີ່ເປັນໄປບໍ່ໄດ້ໃນ 3 ໄຕມາດຕໍ່ໄປ ຫລື ບໍ? ນີ້ຄືສິ່ງທີ່ຫລາຍປະເທດ ໃຫ້ຄວາມສົນໃຈ. ເພື່ອຮັບມືກັບ ສິ່ງທ້າທາຍທີ່ເພີ່ມຂຶ້ນ, ນະໂຍບາຍດ້ານການເງິນ ຂອງ ສປ ຈີນ ສຳລັບປີ 2025 ໄດ້ຖືກອອກແບບມາ ເພື່ອແກ້ໄຂສິ່ງທ້າທາຍ ແລະ ຂໍ້ຈຳກັດ ດ້ານການພັດທະນາ ທີ່ພວມຜະເຊີນຢູ່. ນະໂຍບາຍເງິນຕາ ຍັງຄົງມີຄວາມສະດວກ ສະບາຍ ເນື່ອງຈາກທະນາຄານ ປະຊາຊົນຈີນ (PBOC) ໄດ້ຮັກສາ ອັດຕາດອກເບ້ຍເງິນກູ້ ມາດຕະຖານ ໃຫ້ຄົງທີ່ເປັນເວລາ 6 ເດືອນຕິດຕໍ່ກັນ. ໃນເດືອນເມສາ, ອັດຕາດອກເບ້ຍຫຼັກສຳລັບໄລຍະ 1 ປີ ແລະ 5 ປີ ຍັງຄົງຢູ່ທີ່ 3,1% ແລະ 3,6% ຕາມລຳດັບ. ເພື່ອເລັ່ງການຕອບສະໜອງ ທາງດ້ານນະໂຍບາຍ, ລັດຖະບານຈີນ ໄດ້ເພີ່ມເປົ້າຫມາຍຫລຸດການຂາດດຸນງົບປະມານ ແລະ ການອອກພັນທະບັດ. ລັດຖະບານຈີນ ໄດ້ຕັ້ງເປົ້າການຂາດດຸນ ໃນປີ 2025 ປະມານ 4% ຂອງ GDP ແລະ ວາງແຜນທີ່ຈະອອກພັນທະບັດ ໄລຍະຍາວ 1,3 ພັນຕື້ຢວນ, ເພີ່ມຂຶ້ນ 300 ຕື້ຢວນ ເມື່ອທຽບໃສ່ປີ 2024. ດ້ວຍຄວາມປາຖະໜາ ທີ່ຈະເຕີບໂຕ ແບບຍືນຍົງ, ປະເທດຈີນ ຮັບຮູ້ດີ ເຖິງໂອກາດ ໃນການເລັ່ງ ການປ່ຽນແປງ ແບບສີຂຽວ, ການປັບປຸງ ເສດຖະກິດ ດິຈິຕອນ ຢ່າງເລິກເຊິ່ງ, ແລະ ຊຸກຍູ້ ການດໍາເນີນງານ ຂອງລັດວິສາຫະກິດ ແລະ ການເງິນ ເພື່ອເປີດໂອກາດ ໃຫ້ມີການລົງທຶນ ແລະ ຜົນຜະລິດ ຂອງພາກເອກະຊົນ.ເວົ້າລວມແລ້ວ, ການເຕີບໂຕ 5,4% ຂອງເສດຖະກິດຈີນ ໃນໄຕມາດທີ 1 ປີ 2025 ໄດ້ສະແດງໃຫ້ເຫັນ ຄວາມສາມາດ ໃນການພັດທະນາ ປະເທດ ທີ່ເຂັ້ມແຂງ ຂອງ ສປ ຈີນ ໃນທ່າມກາງເສດຖະ ກິດໂລກ ທີ່ຂະຫຍາຍຕົວຊ້າລົງ. ດັ່ງນັ້ນ, ເພື່ອເຮັດໃຫ້ ເສດຖະກິດຈີນສືບຕໍ່ເຕີບໂຕ ຢ່າງຕໍ່ເນື່ອງ ແລະ ເຕີບໂຕ 5% ໃນປີ 2025 ຕາມທີ່ວາງເປົ້າໝາຍ ເອົາໄວ້. ສປ ຈີນ ຍັງມີບາງດ້ານທີ່ເປັນຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຕ້ອງໄດ້ຮີບຮ້ອນ ແກ້ໄຂໃຫ້ດີຂຶ້ນ ໂດຍ ການປັບຈຸດສົມດຸນ ຢ່າງລະມັດລະວັງ, ມີການຊຸກຍູ້ພຽງພໍ ເພື່ອສະໜັບ ສະໜູນ ຄວາມຕ້ອງການ, ແຕ່ກໍຕ້ອງມີການຄວບຄຸມ ເພື່ອປ້ອງກັນ ບັນຫາໜີ້ສິນໃໝ່ ແລະ ຄວາມສ່ຽງ ດ້ານຊັບສິນ ແລະ ອື່ນໆ.ຢ່າງໃດກໍຕາມ, ຍ້ອນ​ຈີນ ມີ​ພື້ນ​ຖານ​ທີ່​ໜັກ​ແໜ້ນ, ມີ​ພະ​ລັງ​ຂັບ​ເຄື່ອນ​ຢ່າງ​ພຽງ​ພໍ ​ແລະ​ການ​ນຳໃຊ້​ມາດ​ຕະ​ການ ​ທີ່​ມີ​ປະ​ສິດ​ທິ​ຜົນ​ຕົວ​ຈິງ, ບ​ວກ​ກັບ ການ​ເປີດກວ້າງ ​ການ​ເປີດ​ປະ​ຕູ ​ສູ່​ພາຍນອກ​ ຢ່າງ​ຕໍ່​ເນື່ອງ ແລະວົງ​ເພື່ອນ​ມິດ” ດ້ານ​ການ​ຄ້າກວ້າງ​ຂວາງ​ອອກ ເຮັດໃຫ້ຫລາຍປະເທດ ເຊື່ອໝັ້ນວ່າ, ເຖິງວ່າສະ​ພາບ​ແວດ​ລ້ອມ​ພາຍນອກ​ມີ​ຄວາມ​ສັບ​ສົນ ແລະ ຂ້ຽວ​ຂາດກວ່າ​ເກົ່າ, ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ ຮຸນ​ແຮງ​ຂຶ້ນ ແລະ ການສ້າງກໍາແພງພາສີໃນ​ລະ​ດັ​ບ​ສູງ ​ໄດ້​ສ້າງ​ຄວາມ​ກົດ​ດັນ​ ໃນ​ລະ​ດັບ​ໃດ​ໜຶ່ງ ​ຕໍ່​ເສດ​ຖະ​ກິດ​ຈີນ, ແຕ່ຈະ​ບໍ່​ສາ​ມາດ ​ປ່ຽ​ນ​ແປງ​ທ່າ​ອ່ຽງ​ລວມ​ທີ່​ເສດ​ຖະ​ກິດ​ຈີນ ໄດ້​ຮັບ​ການ​ພັດ​ທະ​ນາ​ດີ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ​ ໃນ​ໄລ​ຍະ​ຍາວ ແລະ ຈະບັນ​ລຸ​ເປົ້າ​ໝາຍ ​ການ​ພັ​ດ​ທະ​ນາ ​ທີ່​ກຳ​ນົດ​ໄວ້, ທັງປະກອບສ່ວນ ສໍາຄັນ ຕໍ່ການເຕີບໂຕ ຂອງເສດຖະກິດໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top