ຂປລ
ຂປລ. ໃນວັນທີ 28 ເມສາ 2025 ນີ້, ຄະນະຜູ້ແທນຂັ້ນສູງ ພັກ, ລັດ ສປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງໄປເຄື່ອນໄຫວຢູ່ ແຂວງຮ່າຕິງ ສສ ຫວຽດນາມ ເພື່ອຮ່ວມກັບ ສະຫາຍ ເລືອງເກືອງ ກໍາມະການກົມການເມືອງສູນກາງພັກ, ປະທານ ປະເທດ ແຫ່ງ ສສ ຫວຽດນາມ

ຂປລ. ໃນວັນທີ 28 ເມສາ 2025 ນີ້, ຄະນະຜູ້ແທນຂັ້ນສູງ ພັກ, ລັດ ສປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງໄປເຄື່ອນໄຫວຢູ່ ແຂວງຮ່າຕິງ ສສ ຫວຽດນາມ ເພື່ອຮ່ວມກັບ ສະຫາຍ ເລືອງເກືອງ ກໍາມະການກົມການເມືອງສູນກາງພັກ, ປະທານ ປະເທດ ແຫ່ງ ສສ ຫວຽດນາມ ເປັນສັກຂີພິຍານໃນພິທີ ເປີດນໍາໃຊ້ທ່າທຽບເຮືອເລກ 3, ທ່າເຮືອສາກົນ ລາວ-ຫວຽດນາມ ຢູ່ແຂວງຮ່າຕິງ ຢ່າງເປັນທາງການ.

ພິທີດັ່ງກ່າວ, ເປັນເຫດການທີ່ມີຄວາມໝາຍທາງ ປະຫວັດສາດອັນສຳຄັນຍິ່ງສຳລັບ ສປປ ລາວ, ເປັນສັນຍາລັກທາງປະຫວັດສາດທີ່ສຳຄັນໃຫ້ແກ່ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃນໄລຍະໃໝ່ ແລະ ເປັນຂອງຂວັນອັນລ້ຳຄ່າທີ່ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ມອບໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ຊຶ່ງເປັນການຢືນຢັນໃຫ້ເຫັນເຖິງນໍ້າໃຈ ແລະ ໄມຕີຈິດແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ອັນສະເໝີ ຕົ້ນສະເໝີປາຍ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ບໍ່ມີຍາມເສື່ອມຄາຍ, ນັບມື້ນັບໜັກແໜ້ນ, ເຂັ້ມແຂງ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.

ໂຄງການທ່າເຮືອສາກົນ ລາວ-ຫວຽດນາມ ເປັນໂຄງການຮ່ວມມືທາງດ້ານຍຸດທະສາດ ທີ່ສໍາຄັນໃນການພັດທະນາ ເສດຖະກິດ-ສັງຄົມຂອງສອງປະເທດ ແລະ ເປັນກຳລັງແຮງ ອັນສຳຄັນໃຫ້ແກ່ ສປປ ລາວ ໃນການບັນລຸຍຸດທະສາດ “ຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ການເປັນປະ ເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ” ໃຫ້ປະກົດຜົນເປັນຈິງ ເຊິ່ງຈະຊ່ວຍໃຫ້ ສປປ ລາວ ຍົກສູງຂີດຄວາມສາມາດໃນຂະແໜງ ຄົມມະນາຄົມ-ຂົນສົ່ງຂອງຕົນ ໃຫ້ມີຄຸນນະພາບໃໝ່ ໂດຍສະເພາະ ການຂົນສົ່ງສິນຄ້າຜ່ານທາງ ທະເລຂອງລາວ ໃຫ້ມີການເຊື່ອມໂຍງເຊື່ອມຈອດ ກັບພາກພື້ນ ແລະ ສາກົນ ແນໃສ່ຊຸກຍູ້ສົ່ງເສີມການຄ້າ-ການລົງທຶນ ກັບຕ່າງປະເທດໃຫ້ນັບມື້ຫລາຍຂຶ້ນໃນຕໍ່ໜ້າ.
ທ່າເຮືອສາກົນ ລາວ-ຫວຽດ ລວມມີ ທ່າທຽບ ເຮືອ 1, 2 ແລະ 3, ຕັ້ງຢູ່ໃນເຂດເສດຖະກິດ ຫວຸ້ງອາງ ຕາແສງກີ່ແອງ ແຂວງຮ່າຕິງ ສສ ຫວຽດນາມ ເຊິ່ງຄຸ້ມຄອງບໍລິຫານ ແລະ ພັດທະນາໂດຍ ບໍລິສັດຫຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ. ໃນນັ້ນ, ລັດວິສາຫະກິດ ລາວເອເຊຍ ໂທລະຄົມ ໃນນາມຕາງໜ້າລັດຖະບານລາວ ຖືຫຸ້ນຮ່ວມກັບ ຝ່າຍຫວຽດນາມ (ຝ່າຍລາວຖືອັດຕາຮຸ້ນ 60% ແລະ ຝ່າຍຫວຽດນາມ ຖືອັດຕາຮຸ້ນ 40%).

ໂອກາດນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະ ແດງຄວາມຮູ້ບຸນຄຸນ ແລະ ຈົດຈຳລໍາລຶກຢ່າງສຸດຊຶ້ງຕໍ່ ປະທານ ໂຮ່ຈີ່ມິງ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ເຊິ່ງເປັນຜູ້ໃຫ້ກຳເນີດ ແລະ ໄດ້ເປັນແບບຢ່າງອັນໃສແຈ້ງ ແຫ່ງການຖະນຸຖະໜອມ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ກາຍເປັນສາຍພົວພັນທີ່ບໍລິສຸດຜຸດຜ່ອງ ແລະ ຫາຍາກໃນການ ພົວພັນສາກົນ ເຊິ່ງໃນເງື່ອນໄຂທີ່ສະພາບການຂອງພາກພື້ນ ແລະ ສາກົນ ທີ່ພວມສືບຕໍ່ຜັນແປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກໃນປັດຈຸບັນນີ້ ສອງປະເທດຍິ່ງຕ້ອງໄດ້ສືບຕໍ່ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ, ຮັກສາໄວ້ໃຫ້ເປັນມໍລະດົກ ໃຫ້ຄົນຮຸ່ນໃໝ່ຂອງສອງປະເທດ ແລະ ຖືເອົາການປົກປັກຮັກສາ ສາຍພົວພັນດັ່ງກ່າວ ເປັນຄວາມຮັບຜິດຊອບ ແລະ ພັນທະອັນສູງສົ່ງຂອງຄົນຮຸ່ນໃໝ່ ເພື່ອໃຫ້ສົມກັບການເສຍສະລະອັນໃຫຍ່ຫລວງ ແລະ ຄວາມມຸ່ງມາດ ປາຖະໜາອັນແຮງກ້າຂອງບັນພະ ບູລຸດຂອງສອງປະເທດ ແລະ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມທັງ, ຕີລາຄາສູງຕໍ່ການເປີດນຳໃຊ້ ທ່າທຽບທ່າເຮືອເລກ 3 ໃນຄັ້ງນີ້ ເຊິ່ງເປັນຄວາມເອກອ້າງທະນົງໃຈຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ສາມາດເຮັດໃຫ້ຄວາມປາຖະໜາອັນແຮງກ້າ ແລະ ຄວາມຄອງຄອຍຂອງຕົນທີ່ຢາກ ມີທາງອອກສູ່ທະເລ ປະກົດຜົນເປັນຈິງ, ພ້ອມທັງສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານຫວຽດ ນາມ ກໍຄື ອໍານາດການປົກຄອງແຂວງຮ່າຕິງ ທຸກຂັ້ນ ທີ່ໄດ້ໃຫ້ການສະໜັບ ສະໜູນຊ່ວຍເຫລືອ ໃຫ້ບຸລິ ມະສິດ ແລະ ອໍານວຍຄວາມສະດວກແກ່ ໂຄງການທ່າເຮືອສາກົນ ລາວ-ຫວຽດນາມ ອັນມີຄວາມ ໝາຍປະຫວັດສາດ, ທັງເປັນຂອງຂວັນອັນລໍ້າຄ່າທີ່ສຸດຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ. ພ້ອມນັ້ນ, ຍັງໄດ້ຢືນຢັນວ່າຈະຮ່ວມກັບ ສະຫາຍຫວຽດນາມ ນໍາໃຊ້ທ່າເຮືອແຫ່ງນີ້ໃຫ້ມີ ປະສິດທິຜົນທີ່ສຸດ, ນຳເອົາຜົນປະໂຫຍດຕົວຈິງ ມາໃຫ້ປະຊາຊົນສອງຊາດ ລາວ-ຫວຽດນາມ, ພ້ອມກັນສືບຕໍ່ການເສີມຂະຫຍາຍມູນເຊື້ອ ແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ນັບມື້ໄດ້ຮັບການພັດ ທະນາ ແລະ ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.

ໂອກາດດັ່ງກ່າວ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດລາວ ຍັງໄດ້ເຄື່ອນໄຫວຢ້ຽມຢາມ ກອງບັນຊາການທະຫານເຂດ 4 ຢູ່ນະຄອນວິງ ແຂວງເຫງະອານ; ພົບປະກັບຄະນະພັກ, ອໍານາດການປົກຄອງແຂວງຮ່າຕິງ ແລະ ສືບຕໍ່ນໍາພາຄະນະ ທີ່ເດີນທາງເຂົ້າຮ່ວມພິທີ ສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ ຢູ່ ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ ຕື່ມອີກ.
ຂ່າວ-ພາບ: ຄຕພ
KPL