ສປ ຈີນ ສົ່ງດາວທຽມທ່ຽນລ້ຽນ 2-05 ເຂົ້າສູ່ວົງໂຄຈອນ ສຳເລັດ

28/04/2025 16:55
Email Print 138
ຂປລ ສປ ຈີນ​ ໄດ້​ສົ່ງ​ດາວ​ທຽມ​ ທ່ຽນ​ລ້ຽນ 2-05 ຂຶ້ນ​ສູ່​ ອະ​ວະ​ກາດ ​ຢ່າງ​ສຳ​ເລັດ​ຜົນ ດ້ວຍ​ຈະ​ຫລວດ​ ສົ່ງ​ຍານ​ອະ​ວະ​ກາດ​ ຊາງ​ເຈິ່ງ 3B ຢູ່​ສູນ​ສົ່ງ​ດາວ​ທຽມ ​ຊີ່​ຊ່າງ ທີ່​ຕັ້ງ​ຢູ່ ແຂວງ​ເສ​ສວນ​ ຂອງ ສປ ຈີນ, ດາວ​ທຽມ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ ​ທີ່​ກຳ​ນົດ​ໄວ້ ​ຢ່າງ​ສະ​ດວກ, ເຮັດ​ໃຫ້ພາ​ລະ​ກິດ ​ຍິງ​ສົ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ ​ຢ່າງ​ຈົບ​ງາມ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ສປ  ຈີນ​ ໄດ້​ສົ່ງ​ດາວ​ທຽມ​ ທ່ຽນ​ລ້ຽນ 2-05 ຂຶ້ນ​ສູ່​ ອະ​ວະ​ກາດ ​ຢ່າງ​ສຳ​ເລັດ​ຜົນ ດ້ວຍ​ຈະ​ຫລວດ​ ສົ່ງ​ຍານ​ອະ​ວະ​ກາດ​ ຊາງ​ເຈິ່ງ 3B ຢູ່​ສູນ​ສົ່ງ​ດາວ​ທຽມ ​ຊີ່​ຊ່າງ ທີ່​ຕັ້ງ​ຢູ່ ແຂວງ​ເສ​ສວນ​ ຂອງ ສປ ຈີນ, ດາວ​ທຽມ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ ​ທີ່​ກຳ​ນົດ​ໄວ້ ​ຢ່າງ​ສະ​ດວກ, ເຮັດ​ໃຫ້ພາ​ລະ​ກິດ ​ຍິງ​ສົ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ ​ຢ່າງ​ຈົບ​ງາມ.ດາວ​ທຽມ​ທ່ຽນ​ລ້ຽນ 2-05 ແມ່ນ​ດາວ​ທຽມ​ ສົ່ງ​ຕໍ່​ຂໍ້​ມູນ ໃນ​ວົງ​ໂຄ​ຈອນ ​ຮ່ວມ​ກັບ ​ໂລກ​ລຸ້ນ​ທີສອງ ຂອງ​ ສປ ຈີນ, ຕົ້ນ​ຕໍ ​ແມ່ນ​ຖືກ​ນຳ​ໃຊ້​ ເຂົ້າ​ໃນການ​ສະ​ໜອງ ​ການ​ບໍ​ລິ​ການ ​ສົ່ງ​ຕໍ່ ​ຂໍ້​ມູນ ແລະ ວັດ​ແທກ ຄວບ​ຄຸ​ມ​ທາງ​ໄກ ​ໃຫ້​ແກ່ ​​ເຮືອ​ບິນອະ​ວະ​ກາດ ​ບັນ​ທຸກ​ຄົນ ເຊັ່ນ: ຍານ​ອະ​ວະ​ກາດ ສະ​ຖາ​ນີ​ ອະ​ວະ​ກາດ ແລະ ​ອື່ນໆ ພ້ອມ​ທັງ​ ສະ​ໜອງ​ ການ​ບໍ​ລິ​ການ​ ສົ່ງ​ຕໍ່​ຂໍ້​ມູນ ແລະ ວັດ​ແທກ ຄວບ​ຄຸ​ມ​ທາງ​ໄກ​ ໃຫ້​ແກ່​​ ດາວ​ທຽມ​ ຊັບ​ພະ​ຍາ​ກອ​ນ​ ໃນ​ວົງ​ໂຄ​ຈອນ​ ລະ​ດັບ​ກາງ ແລະ ລະ​ດັບ​ຕ່ຳ, ນອກ​ຈາກນັ້ນ, ຍັງ​ສາ​ມາດ​ ໃຫ້​ການ​ສະ​ໜັບ ​ສະ​ໜູນ​ ດ້ານ​ການ​ວັດ​ແທກ​ ຄວບ​ຄຸມ​ ທາງ​ໄກ​ໃຫ້​ແກ່​ ການ​ຍິງ​ສົ່ງ ​ເຮືອບິນ ​ອະ​ວະ​ກາດ./.

ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ເລີ່ມການຂົນສົ່ງທາງບົກໂດຍກົງຂ້າມຊາຍແດນຈີນ-ລາວ-ກຳປູເຈຍຂ່າວຕ່າງປະເທດ

      ເລີ່ມການຂົນສົ່ງທາງບົກໂດຍກົງຂ້າມຊາຍແດນຈີນ-ລາວ-ກຳປູເຈຍ

      4/29/2025 6:00:31 PM

      ການຂົນສົ່ງ ທາງບົກ ໂດຍກົງ ຂ້າມຊາຍແດນ ລະຫວ່າງ ສປ ຈີນ-ສປປ ລາວ-ກຳປູເຈຍ ໃນເຂດອະນຸພາກພື້ນ ແມ່ນ້ຳຂອງ ໄດ້ເລີ່ມດຳເນີນການ ເມື່ອບໍ່ດົນມານີ້, ລົດຂົນສົ່ງ ສິນຄ້າ ທີ່ບັນຈຸ ພັດລົມ ແຂວນເພດານ, ຖັງນ້ຳຢາງ(ປຼາສະຕິກ) ແລະ ເຄື່ອງໃຊ້ ປະຈຳວັນອື່ນໆ ເລີ່ມແລ່ນອອກຈາກ ນະຄອນຄຸນໝິງ ຂອງ ສປ ຈີນ, ມີແຜນການຜ່ານນະຄອນ ຫລວງວຽງຈັນ ຂອງ ສປປ ລາວ, ສຸດທ້າຍໄປຮອດນະຄອນຫລວງ ພະນົມເປັນ ຂອງກຳປູເຈຍ.

    • ສປ ຈີນ ຂັບເຄື່ອນເສດຖະກິດໃຫ້ເຕີບໂຕລະດັບ 5,4%ຂ່າວຕ່າງປະເທດ

      ສປ ຈີນ ຂັບເຄື່ອນເສດຖະກິດໃຫ້ເຕີບໂຕລະດັບ 5,4%

      4/29/2025 5:46:17 PM

      ເສດຖະກິດ ຂອງ ສປ ຈີນ ໄດ້ເລີ່ມຕົ້ນປີ 2025 ດ້ວຍຄວາມເຂັ້ມແຂງ ເພາະ​ໄຕ​ມາດ​ທີ 1 ລວມຍອດ ຜະລິດຕະພັນ ພາຍໃນ (GDP) ​​ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ ປີກາຍ ບັນລຸ 31,88 ພັນຕື້ຢວນ, ສູງກວ່າ ການຄາດຄະເນ ຂອງນັກເສດຖະສາດ 57 ຄົນ ທີ່ສໍານັກຂ່າວ Reuters ໄດ້ສໍາຫລວດໃ ນກ່ອນໜ້ານີ້ ທີ່ຄາດຄະເນໄວ້ 5,1%, ​ເພີ່ມ​ຂຶ້ນ 1,2% ເມື່ອ​ທຽບ​ໃສ່​ ໄຕ​ມາດ​ທີ 4 ຂອງ​ປີ 2024, ທັງ​ສູງກວ່າ​ ການ​ເຕີບ​ໂຕ​ ຂອງ​ໝົດ​ປີ 2024 ​ທີ່​ເຕີບ​ໂຕ 5%

    • ສປ ຈີນ ຈັດງານຕະຫລາດນັດສິນຄ້າຂາເຂົ້າ-ອອກ ຄັ້ງທີ 137ຂ່າວຕ່າງປະເທດ

      ສປ ຈີນ ຈັດງານຕະຫລາດນັດສິນຄ້າຂາເຂົ້າ-ອອກ ຄັ້ງທີ 137

      4/29/2025 5:10:37 PM

      ງານ​ຕະຫລາດ​ນັດ ​ສິນຄ້າ ຂາ​ເຂົ້າ-ຂາ​ອອກ​ ຂອງ ສປ ​ຈີນ ຄັ້ງ​ທີ 137 ໄລ​ຍະ​ທີ​ສອງ​ໄດ້​ສຳເລັດລົງ ເມື່ອບໍ່ດົນມານີ້, ​ຕາມ​ຂໍ້​ມູນ​ ຈາກ​ສູນ​ການ​ຄ້າ ​ກັບ​ຕ່າງ​ປະ​ເທດ​ຂອງ ສປ ​ຈີນ ເຊິ່ງ​ເປັນຝ່າຍ​ ຮັບ​ຜິດ​ຊອບ​ ຈັດ​ງານ​ດັ່ງ​ກ່າວ ສະ​ແດງ​ໃຫ້​ເຫັນ​ວ່າ: ຮອດທ້າຍເດືອນເມ​ສາ​ນີ້, ໄດ້​ມີ​ຜູ້​ຊື້​ຈາກ​ຕ່າງ​ປະ​ເທດ 224.372 ຄົນ ທີ່​ມາ​ຈາກ 219 ປະ​ເທດ ​ແລະ ​ເຂດ​ແຄວ້ນທົ່ວ​ໂລກ

    • ກອງປະຊຸມສະເຫລີມສະຫລອງ ການສ້າງຕັ້ງສະຫະພັນກຳມະບານ ທົ່ວປະເທດຈີນ ຄົບຮອບ 100 ປີຂ່າວຕ່າງປະເທດ

      ກອງປະຊຸມສະເຫລີມສະຫລອງ ການສ້າງຕັ້ງສະຫະພັນກຳມະບານ ທົ່ວປະເທດຈີນ ຄົບຮອບ 100 ປີ

      4/29/2025 4:56:38 PM

      ກອງ​ປະ​ຊຸມ ສະ​ເຫລີມ ​ສະ​ຫລອງ ການ​ສ້າງ​ຕັ້ງ ​ສະ​ຫະ​ພັນ​ ກຳ​ມະ​ບານ​ ທົ່ວ​ປະ​ເທດ​ຈີນ ຄົບ​ຮອບ 100 ປີ ​ກໍ​ຄື ​ກອ​ງ​ປະ​ຊຸມ ​ຍ້ອງ​ຍໍ ​ສັນ​ລະ​ເສີນ ​ແບບ​ຢ່າງ​ ຜູ້ອອກ​ແຮງ​ງານ ແລະ ພະ​ນັກ​ງານ ​ຜູ້​ດີ​ເດັ່ນ ​ທົ່ວ​ປະ​ເທດຈີນ​ ໄດ້​ຈັດ​ຂຶ້ນ ​ຢູ່​ຫໍ​ສະ​ພາ ​ປະ​ຊາ​ຊົນ ​ທີ່​ນະ​ຄອນ​ຫລວງ ​ປັກ​ກິ່ງ​ ຢ່າງ​ຄຶກ​ຄື້ນ​

    • ສປ ຈີນ ຍິງສົ່ງດາວທຽມສົ່ງສັນຍານອິນເຕີເນັດທີ່ໝູນເດີນຢູ່ວົງໂຄຈອນຕ່ຳສຳເລັດຂ່າວຕ່າງປະເທດ

      ສປ ຈີນ ຍິງສົ່ງດາວທຽມສົ່ງສັນຍານອິນເຕີເນັດທີ່ໝູນເດີນຢູ່ວົງໂຄຈອນຕ່ຳສຳເລັດ

      4/29/2025 4:39:27 PM

      ສປ ຈີນ​ ໄດ້​ຍິງ​ສົ່ງ​ ດາວ​ທຽມ​ຈຸ 03 ​ສຳ​ລັບ ​ການ​ສົ່ງ​ສັນ​ຍານ ​ອິນ​ເຕີ​ເນັດ ທີ່​ໝູ​ນ​ເດີນ​ຢູ່ ວົງ​ໂຄ​ຈອນ​ຕ່ຳ ດ້ວຍ​ຈະ​ຫລວດ ​ສົ່ງ​ຍານ​ ຊາງ​ເຈີ່ງ 5B ​ຂຶ້ນ​ສູ່​ ອະ​ວະ​ກາດ​ ຢ່າງ​ສຳ​ເລັດ​ຜົນ

ads
ads

Top