ພຽງ 3 ເດືອນ ຫລວງພະບາງເກັບລາຍໄດ້ 584 ລ້ານໂດລາ ຈາກການທ່ອງທ່ຽວ

25/04/2025 09:29
Email Print 2072
ຂປລ ດັ່ງທີ່ຮູ້ນຳກັນວ່າ ຫລວງພະບາງ ແມ່ນເມືອງແຫ່ງມົນສະເໜ່, ມີຮີດຄອງປະເພນີ, ມີວັດທະນະທຳສວຍງາມ ແລະ ມີສະຖານທີ່ທ່ອງທ່ອງທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳເປັນຕົ້ນ ພະທາດພູສີ, ວັດຊຽງທອງ, ຫໍພິພິທະພັນຫລວງພະບາງ (ພະຣາຊະວັງເກົ່າ), ຕາດກວາງຊີ, ຕະຫລາດກາງຄືນ, ຖ້ຳຕິ່ງ....

    *ດັ່ງທີ່ຮູ້ນຳກັນວ່າ ຫລວງພະບາງ ແມ່ນເມືອງແຫ່ງມົນສະເໜ່, ມີຮີດຄອງປະເພນີ, ມີວັດທະນະທຳສວຍງາມ ແລະ ມີສະຖານທີ່ທ່ອງທ່ອງທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳເປັນຕົ້ນ ພະທາດພູສີ, ວັດຊຽງທອງ, ຫໍພິພິທະພັນຫລວງພະບາງ (ພະຣາຊະວັງເກົ່າ), ຕາດກວາງຊີ, ຕະຫລາດກາງຄືນ, ຖ້ຳຕິ່ງ....ທີ່ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຍົກໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວ, ບໍ່ພຽງແຕ່ເທົ່ານັ້ນສິ່ງທີ່ດຶງດູດຈິດໃຈອີກຢ່າງໜຶ່ງທີ່ນັກທ່ອງທ່ຽວບໍ່ຄວນພາດນ້ັນຄື: ການໃສ່ບາດ, ການນຸ່ງເຄື່ອງແບບບູຮານ, ອາຫານການກິນ, ວິຖີຊີວິດຂອງປະຊາຊົນທ້ອງຖິ່ນ ແລະ ສິ່ງທີ່ເຮັດໃຫ້ຫລວງພະບາງແຕກຕ່າງຈາກບ່ອນອື່ນ ແມ່ນປະເພນີ, ວັດທະນະທຳ ແລະ ວິຖີດຳລົງຊີວິດແບບດັ້ງເດີມຂອງຊາວເມືອງຫລວງພະບາງ ລວມທັງສະຖາປັດ ຕະຍະກຳອັນເກົ່າແກ່ທີ່ຖືກປົກປັກຮັກສາໄວ້ຢ່າງດີ.

    ອີງຕາມຂໍ້ມູນຈາກ ທ່ານນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖວທ ແຂວງໃຫ້ຮູ້ວ່າ: 3 ເດືອນ ປີ 2025 ທີ່ຜ່ານມາ, ມີນັກທ່ອງທ່ຽວເດີນທາງເຂົ້າມາທ່ຽວຊົມແຂວງຫລວງພະບາງ ທັງໝົດ 1.167.581 ເທື່ອຄົນ,ຖ້າທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 722.679 ເທື່ອຄົນ, ເທົ່າກັບ 162%; ນັກທ່ອງທ່ຽວພາຍໃນ 459.091 ເທື່ອຄົນ, ຖ້າທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 297.081 ເທື່ອ ຄົນ, ເທົ່າກັບ 183%, ນັກທ່ອງທ່ຽວສາກົນ 708.490 ເທື່ອຄົນ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 425.661 ເທື່ອຄົນ, ເທົ່າກັບ 232%, ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວ 584.665.369 ໂດລາສາຫະລັດ.

    ໃນປີ 2024 ມີນັກທ່ອງທ່ຽວເດີນທາງເຂົ້າມາທ່ຽວຊົມແຂວງ ຫລວງພະບາງ ທັງໝົດ 2.326.758  ເທ່ືອຄົນລ່ືນຄາດໝາຍ 30,8% ຂອງແຜນປີທີ່ກໍານົດໄວ້ 1.778.758  ເທື່ອຄົນ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 1.297.060 ເທື່ອຄົນ ຫລື ເທົ່າກັບ 125,96%. ໃນນີ້ມີນັກທ່ອງທ່ຽວພາຍໃນ 775.424 ເທື່ອຄົນລື່ນຄາດໝາຍ 108% ຂອງແຜນການ (373.259  ເທື່ອຄົນ) ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ  510.322 ເທື່ອຄົນເທົ່າກັບ 192,5%; ນັກທ່ອງທ່ຽວສາກົນ 1.551.334 ເທື່ອຄົນ ລື່ນຄາດໝາຍ 10% ຂອງແຜນການ ເທົ່າກັບ 1.405.499 ເທື່ອຄົນທຽບໃສ່ປີຜ່ານມາເພີ່ມຂຶ້ນ 786.798 ເທື່ອຄົນ, ເທົ່າກັບ 102,89%; ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວ 1.209.189.549 ໂດລາສະຫະລັດ.

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top