ຂປລ
ຂປລ. ໂຮງງານມິດຕະພາບລາວ-ຫວຽດນາມ ເປັນໂຮງງານໜຶ່ງ ຂອງກະຊວງປ້ອງກັນປະເທດ ພາຍໃຕ້ການຊີ້ນໍາລວມຂອງກົມໃຫຍ່ເຕັກນິກກອງທັບ, ຊີ້ນໍາໂດຍກົມອຸດສາຫະກຳປ້ອງກັນຊາດ, ມີພາ ລະບົດບາດໜ້າທີສ້ອມແປງຟື້ນຟູພາຫະນະເຕັກນິກລົດ ແລະ ຜະລິດບັນດາຜະລິດຕະພັນຕ່າງໆ ຮັບໃຊ້ໃຫ້ແກ່ກອງທັບ, ເປັນບ່ອນຝຶກງານ, ຝຶກອົບຮົມວິຊາການ-ນາຍຊ່າງ ໃຫ້ແກ່ນັກຮຽນ, ນັກສຶກສາ ພາຍໃນກອງທັບ ແລະ ພາກລັດ, ທັງເປັນບ່ອນຝຶກຝົນຫລໍ່ຫລອມພະນັກງານນໍາພາ-ບັນຊາໃຫ້ກາຍເປັນພະ ນັກງານຫລັກແຫລ່ງ

ຂປລ. ໂຮງງານມິດຕະພາບລາວ-ຫວຽດນາມ ເປັນໂຮງງານໜຶ່ງ ຂອງກະຊວງປ້ອງກັນປະເທດ ພາຍໃຕ້ການຊີ້ນໍາລວມຂອງກົມໃຫຍ່ເຕັກນິກກອງທັບ, ຊີ້ນໍາໂດຍກົມອຸດສາຫະກຳປ້ອງກັນຊາດ, ມີພາ ລະບົດບາດໜ້າທີສ້ອມແປງຟື້ນຟູພາຫະນະເຕັກນິກລົດ ແລະ ຜະລິດບັນດາຜະລິດ ຕະພັນຕ່າງໆ ຮັບໃຊ້ໃຫ້ແກ່ກອງທັບ, ເປັນບ່ອນຝຶກງານ, ຝຶກອົບຮົມວິຊາການ-ນາຍຊ່າງ ໃຫ້ແກ່ນັກຮຽນ, ນັກສຶກສາພາຍໃນກອງທັບ ແລະ ພາກລັດ, ທັງເປັນບ່ອນຝຶກຝົນຫລໍ່ຫລອມ ພະນັກງານນໍາພາ-ບັນຊາໃຫ້ກາຍເປັນພະ ນັກງານຫລັກແຫລ່ງ ເພື່ອປະກອບເຂົ້າໃນຂະແໜງ ການອຸດສະຫະກໍາປ້ອງກັນຊາດ ເເລະ ນໍາໃຊ້ທ່າແຮງບົ່ມຊ້ອນ, ເຄື່ອງຈັກພາຫະນະເຕັກນິກ ແລະ ກຳລັງການຜະລິດບໍລິການ, ຜະລິດ ແລະ ສ້ອມແປງ, ສ້າງລາຍຮັບໃຫ້ແກ່ໂຮງງານ ເພື່ອປັບປຸງພັດທະນາໂຮງງານ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ພະນັກງານ-ນັກຮົບ ໃຫ້ມີຊິວິດ ນັບມື້ນັບດີຂຶ້ນ.

ສະຫາຍ ພັນໂທ ເເສງມະນີ ສີພອນໄຊ ຮອງອຳນວຍການໂຮງງານ ຮັບຜິດຊອບວຽກງານການເມືອງ-ບໍລິຫານ ໂຮງງານມິດຕະພາບລາວ-ຫວຽດນາມ ໃຫ້ສຳພາດໃນໂອກາດວັນສ້າງຕັ້ງວັນກຳ ມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ໃນວັນທີ 30 ເມສາ 2025 ຜ່ານມາວ່າ: ຕະຫລອດໄລຍະຜ່ານມາ ເຖິງປັດຈຸບັນ, ໂຮງງານມິດຕະພາບລາວ-ຫວຽດນາມ ມີຜົນງານອັນພົ້ນເດັ່ນຫລາຍດ້ານ ເປັນຕົ້ນ ວຽກງານວິຊາສະເພາະ ການຜະລິດ ເເລະ ສ້ອມເເປງ ໄດ້ສ້ອມເເປງລົດຊະນິດຕ່າງໆ ເຊັ່ນ: ສ້ອມເເປງບົວລະບັດລົດ, ຫົວຈັກ, ເຊັກປໍ້າເເຮງດັນສູງ, ຫົວສີດລົດ,ເຮັດສີລົດ, ຜະລິດຜ້າບັດປະເພດລົດຕ່າງໆ. ນອກນີ້, ປີຜ່າມມາໄດ້ນໍາພະຫະນະຊ່າງເເສງ ຮ່ວມຊ່າງຣັດເຊຍ 15 ຄັນ, ໄດ້ຜະລິດໜໍ້ອັບໜີບ, ພ້າດ້າມເລັກ, ຂວານ, ຊວ້ານ, ອຸປະກອນນໍ້າ ມັນເຊຶ້້ອໄຟ, ໂຕະຕຽງເລັກ, ຜະລິດອູ່ສ້ອມແປງພາກສະໝາມ ຊ້ອມຕ້ານໄພພິບັດທໍາມະຊາດ, ຜະລິດ ແລະ ຕົບແຕ່ງຕູ້ບັນຊາໂດຣນໃສ່ລົດ JAC, ຕໍ່ເຕີ່ມຄານຊີລົດ JAC, ຜະລິດເຄື່ອງປະກອບຄົບຊຸດໃສ່ລົດຊ່າງແສງຈໍານວນ 50 ຄັນ, ມອບ-ຮັບແລ້ວ ຈໍານວນ 12 ລາຍການ(720 ຊິ້ນນສ່ວນ ) ເເລະ ອື່ນໆ. ນອກນັ້ນ, ຍັງໄດ້ຜະລິດ ຊິ້ນສ່ວນ-ອາໄຫລ່ຮັບໃຊ້ວຽກງານຮ່ວມມື ກັບຄະນະຊ່ຽວຊານ ສ ຣັດເຊຍ, ສ້ອມແປງລົດຊ່າງແສງ. ຄຽງຄູ່ກັນນີ້, ຍັງໄດ້ບໍລິການທົ່ວໄປ ເປັນຕົ້ນ ເເມ່ນຜະລິດຕຽງ, ດັດເເປງຟື້ນຟູ-ຕໍ່ເຕີມລົດ ເເລະ ຜິດລິດສ້ອມເເປງລົດ ເເລະ ເຄື່ອງຕ່າງໆ ເພື່ອສ້າງລາຍໄດ້ເຂົ້າໃນກົມກອງ ຕື່ມອິກ.

ໃນໂອກາດວັນກຳມະກອນສາກົນ ຄົບຮອບ 139 ນີ້, ສະຫາຍ ພັນໂທ ເເສງມະນີ ສີພອນໄຊ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະອຳນວຍການ, ພະນັກງານ-ນົບຮົບ ທົ່ວໂຮງງານມິດຕະພາບລາວ-ຫວຽດນາມ ມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ໃນຄວາມໝາຍ, ຄວາມສໍາຄັນ ແລະ ຜົນງານການເຕີບໃຫຍ່ຂະຫຍາຍຕົວ ຂອງຊົນຊັ້ນກຳມະກອນ ໂດຍສະເພາະ ຊົນຊັ້ນກຳມະກອນລາວພວກເຮົາ ແມ່ນໄດ້ເອົາໃຈໃສ່ ໃນການສ້າງສາພັດທະນາປະເທດຊາດ, ເຮັດໃຫ້ປະເທດຊາດ ມີຄວາມຈະເລີນສີວິໄລ ແລະ ຂໍຝາກເຖິງກຳມະກອນຜູ້ອອກແຮງງານ ຈົ່ງພ້ອມກັນເຊີດຊູ ນໍ້າໃຈຮັກຊາດ, ຮັກລະບອບໃໝ່, ລະບອບປະຊາທິປະໄຕ ຂອງພວກເຮົາໄວ້ໃຫ້ຍືນຍົງຕະຫລອດໄປ.

ຂ່າວ: ຄຳໄຕ ຈັນນະຄອນ.
KPL