ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

29/04/2025 12:55
Email Print 172
ຂປລ ຂປລ. ອົງການປົກຄອງນະຄອນຫລວງວຽງຈັນ ສປປ ລາວ ຮ່ວມກັບ ອົງການປົກຄອງແຂວງ ເສສວນ ສປ ຈີນ ຈັດກອງປະຊຸມເພື່ອປຶກສາຫາລື ສົ່ງເສີມ ແລະ ແລກປ່ຽນການສຶກສາ, ເສດຖະກິດ-ການຄ້າ ຢູ່ນະຄອນຫລວງວຽງຈັນ



ຂປລ. ອົງການປົກຄອງນະຄອນຫລວງວຽງຈັນ ສປປ ລາວ ຮ່ວມກັບ ອົງການປົກຄອງແຂວງ ເສສວນ ສປ ຈີນ ຈັດກອງປະຊຸມເພື່ອປຶກສາຫາລື ສົ່ງເສີມ ແລະ ແລກປ່ຽນການສຶກສາ
, ເສດຖະກິດ-ການຄ້າ ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ນາງ ຊື ສຽວຫລິນ ເຈົ້າແຂວງເສສວນ, ມີຜູ້ຕາງໜ້າຈາກກະຊວງ ທີ່ກ່ຽວຂ້ອງ ຂອງ ສປປ ລາວ, ພ້ອມດ້ວຍ ຄະນະກໍາມະການຮ່ວມມື ລາວ-ຈີນ ແຂວງເສສວນ, ນະຄອນຫລວງວຽງຈັນ ແລະ ຜູ້ປະກອບການ, ນັກທຸລະກິດລາວ-ຈີນ ເຂົ້າຮ່ວມ.


ໂອກາດດັ່ງກ່າວ, ທ່ານ ສີລິລາດທົງສິນ ທອງເພັງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ເປັນຂີດໝາຍສໍາຄັນ ໃນການເຕົ້າໂຮມກໍາລັງແຮງ ເພື່ອຮ່ວມກັນຊຸກຍູ້ ແລະ ລົງເລິກການຮ່ວມມື ພັດທະນາວຽກງານດ້ານການສຶກສາ, ເສດຖະກິດ-ການຄ້າແບບຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍຄື ນະຄອນຫລວງວຽງຈັນ ແລະ ແຂວງເສສວນ ເຊິ່ງມີເປົ້າໝາຍ ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍ ການຮ່ວມມືຮອບດ້ານ ໃນຂົງເຂດການສຶກສາ ແລະ ຂົງເຂດເສດຖະກິດ-ການຄ້າ ໃຫ້ໄດ້ຮັບການຂະຫຍາຍຕົວ ເປັນແຕ່ລະໄລຍະ. ພ້ອມນີ້, ກອງປະຊຸມຍັງໄດ້ພ້ອມກັນສົນທະນາ, ປຶກສາຫາລື, ແລກປ່ຽນບົດຮຽນຮ່ວມກັນ, ຖືເປັນອີກໂອກາດໜຶ່ງ ເພື່ອສ້າງເວທີໃຫ້ພາກລັດ, ພາກເອກະຊົນ ກໍຄື ບັນດານັກທຸລະກິດ ຂອງນະຄອນຫລວງວຽງຈັນ ແລະ ແຂວງເສສວນ ໄດ້ມີໂອກາດ ພົບປະ ສ້າງສາຍພົວພັນອັນສະໜິດສະໜົມ ກໍຄື ການສ້າງຄູ່ຮ່ວມຍຸດທະສາດ ດ້ານການສຶກສາ, ດ້ານເສດຖະກິດ-ການຄ້າ ຮ່ວມກັນ ເພື່ອປະກອບສ່ວນເຮັດໃຫ້ ການພັດທະນາ ເສດຖະກິດ-ສັງຄົມ ຂອງສອງພັກສອງລັດ ໂດຍສະເພາະ ກໍແມ່ນ ນະຄອນຫລວງວຽງຈັນ ແລະ ແຂວງເສສວນ ໃຫ້ມີຄວາມເຂັ້ມແຂງ, ຍືນຍົງ ຕໍ່ໄປພ້ອມກັນ ແນໃສ່ເຮັດໃຫ້ປະຊາຊົນ ຂອງສອງປະເທດ ໄດ້ມີການພັດທະນາ ໃນຮູບແບບທີ່ທັນສະໄໝ ຂຶ້ນເປັນກ້າວໆ.

ທ່ານ ສີລິລາດທົງສິນ ທອງເພັງ ໄດ້ໃຫ້ຮູ້ອີກວ່າ: ສຳລັບ ສປປ ລາວ ທັດສະນະໃນການພັດທະນາ ນະຄອນຫລວງວຽງຈັນ ໃນໄລຍະໃໝ່ ແມ່ນສ້າງໃຫ້ເປັນຫົວໜ່ວຍ ຍຸດທະສາດໜຶ່ງທີ່ ເຂັ້ມແຂງຂອງປະເທດເປັນສູນກາງທາງ ດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ການສຶກສາ, ຄວາມອັດສະລິຍະວິທະຍາສາດ-ເຕັກໂນໂລຊີ ແລະ ການເຊື່ອມໂຍງກັບ ພາກພື້ນ-ສາກົນ, ສ້າງ 9 ຕົວເມືອງໃນນະຄອນຫລວງວຽງຈັນ ໃຫ້ເຂັ້ມແຂງຮອບດ້ານ ແລະ ສ້າງທຸກບ້ານໃຫ້ເປັນບ້ານພັດທະນາ.

ພ້ອມນີ້, ນະຄອນຫລວງວຽງຈັນ ໄດ້ສ້າງທຸກເງື່ອນໄຂທີ່ເອື້ອອຳນວຍ ແລະ ເປີດໃຫ້ນັກລົງທຶນທີ່ເປັນບຸກຄົນ ຫລື ນິຕິບຸກຄົນຕ່າງປະເທດ ສາມາດລົງທຶນເຂົ້າໃນປະເພດ ກິດຈະການຕ່າງໆ ເພີ່ມຂຶ້ນໂດຍສະເພາະແມ່ນທຸລະກິດ ທີ່ໄດ້ສະຫງວນໄວ້ ສຳລັບພົນລະເມືອງລາວ ເຊິ່ງແຕ່ກ່ອນບໍ່ອະນຸຍາດໃຫ້ນັກລົງທຶນ ຕ່າງປະເທດເຮັດໄດ້,ປັດຈຸບັນບຸກຄົນ ຫລື ນິຕິບຸກຄົນຕ່າງ ປະເທດສາມາດລົງທຶນໄດ້ ແຕ່ຕ້ອງປະຕິບັດໃຫ້ສອດຄ່ອງກັບເງື່ອນໄຂສະ ເພາະ ຕາມທີ່ໄດ້ກຳນົດໄວ້ໃນລະບຽບ ແລະ ກົດໝາຍ ທີ່ກ່ຽວຂ້ອງເຊັ່ນ: ທຸລະກິດການຄ້າຂາຍ ຍົກ-ຂາຍຍ່ອຍ; ສູນການຄ້າ, ຮ້ານສັບພະສິນຄ້າ ແລະ ອຸດສາຫະກຳປຸງແຕ່ງ; ການຜະລິດຢາປົວພະຍາດ, ຜະລິດເຄມີ ເພື່ອໃຊ້ປຸງແຕ່ງຢາ ແລະ ຜະລິດຕະພັນການຢາຈາກພືດ, ທຶນຈົດທະບຽນ ວິສາຫະກິດ ແຕ່ 1 ຕື້ກີບຂຶ້ນໄປ ສາມາດຖືຮຸ້ນໄດ້ 49%. ນອກຈາກນັ້ນ, ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມການສົ່ງອອກຢ່າງແຂງແຮງ ຂອງຂະແໜງອຸດສາຫະກຳ ແລະ ການຄ້າຍັງໄດ້ ປັບປຸງຂອດ ການບໍລິການ ໃຫ້ກະທັດຮັດວ່ອງໄວ ເປັນຕົ້ນ ແມ່ນການນຳເຂົ້າ-ສົ່ງອອກ, ການຄ້າຊາຍແດນ ແລະ ຜ່ານແດນຕ່າງໆ.


ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top