ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ພ້ອມໃຫ້ ບໍລິການ ແກ່ນັກທ່ອງທ່ຽວ ໄລຍະປີໃໜ່ລາວ

10/04/2025 11:32
Email Print 1719
ຂປລ ຂປລ. ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ເປັນແຫ່ງທ່ອງທ່ຽວ ທາງທໍາມະຊາດ ທີ່ສວຍງາມອີີກແຫ່ງໜຶ່ງ ຕັ້ງຢູ່ບ້ານຫົວຂົວເສັດ ເມືອງເລົ່າງາມ ແຂວງສາລະວັນ, ຫ່າງຈາກເທສະບານ ເມືອງສາລະວັນ 30 ກວ່າກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ



ຂປລ. ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ເປັນແຫ່ງທ່ອງທ່ຽວ ທາງທໍາມະຊາດ ທີ່ສວຍງາມອີີກແຫ່ງໜຶ່ງ ຕັ້ງຢູ່ບ້ານຫົວຂົວເສັດ ເມືອງເລົ່າງາມ ແຂວງສາລະວັນ
, ຫ່າງຈາກເທສະບານ ເມືອງສາລະວັນ 30 ກວ່າກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມເປັນຈຳນວນຫລາຍ ໂດຍສະເພາະ ໃນໄລຍະສະ ຫລອງປີໃໝ່ລາວ ພສ 2568 ທີ່ຈະມາເຖິງນີ້, ຜູ້ພັດທະນາສະຖານທີ່ທ່ອງທ່ຽວແຫ່ງນີ້ ໄດ້ກຽມຄວາມພ້ອມດ້ານຕ່າງໆ ເພື່ອຕ້ອນຮັບນັກທ່ອງທ່ຽວ ທີ່ຈະເຂົ້າມາທ່ຽວຊົມ.




ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດພັດທະນາ ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ ຈໍາກັດ ໄດ້ໃຫ້ສໍາພາດເມື່ອບໍ່ດົນນີ້ວ່າ: ປັດຈຸບັນ, ສະຖານທີ່ທ່ອງທ່ຽວ ຕາດເລາະ-ຕາດຮັງ ມີຄວາມພ້ອມຮອບດ້ານ ເພື່ອຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາທ່ຽວໃນໄລຍະບຸນປີໃໜ່ລາວ ພສ
2568 ນີ້. ໃນສະຖານທີ່ທ່ອງທ່ຽວ, ນອກຈາກ ມີທຳມະຊາດ, ມີນ້ຳຕົກ ທີ່ສວຍງາມແລ້ວ, ຍັງມີສິ່ງອຳນວຍຄວາມສະດວກຕ່າງໆ ໄວ້ໃຫ້ບໍລິການແກ່ນັກທ່ອງທ່ຽວ ເປັນຕົ້ນ ມີຮ້ານອາຫານ, ມີຈຸດຊົມວິວ, ມີສະຖານທີ່ພັກຜ່ອນ ແລະ ອື່ນໆ. ນອກນັ້ນ, ຍັງມີຮ້ານວາງສະແດງສິນຄ້າໜຶ່ງ​ເມືອງ ໜຶ່ງ​ຜະລິດ​ຕະພັນ ສຳລັບບັນດາເມືອງ ພາຍໃນແຂວງສາລະວັນ ແລະ ຍັງມີຮ້ານວາງ ສະແດງ ຫລື ງານຕະຫລາດນັດ ໃຫ້ຊຸມຊົນທີ່ຢູ່ໃກ້ຄຽງ ຫລື ຕິດກັບແຫລ່ງທ່ອງທ່ຽວ ​ແລະ ມວນຊົນ ຊາວຄ້າ-ຂາຍໄດ້ນຳເອົາສິນຄ້າປະເພດຕ່າງໆ ​ເປັນ​ຕົ້ນ ພືດຜັກ, ອາຫານການກິນ ທີ່ຫາໄດ້ຕາມທ້ອງຖິ່ນ, ຕາມທຳມະຊາດ ໂດຍສະເພາະ ເຂົ້າຫລາມ ແລະ ປິ້ງໄກນາປົ່ງ ມາຂາຍ ໃຫ້ກັບນັກທ່ອງທ່ຽວ ເປັນການສ້າງສີສັນ ໃຫ້ແກ່ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຕື່ມ​ອີກ.




ພິເສດ ສຳລັບ ສິນຄ້າທີ່ເປັນເອກະລັກຂອງບັນດາເມືອງ ພາຍໃນແຂວງສາລະວັນ
ໂດຍສະເພາະ ສິນຄ້າຜະລິດຕະພັນ ທີ່ເປັນໂອດັອບ ທີ່ນຳເຂົ້າມາວາງຈຳໜ່າຍ ເປັນຕົ້ນ ສິນຄ້າປະເພດ ເຄື່ອງຫັດຖະກຳຕຳແຜ່ນແພ, ເຄື່ອງຈັກສານ, ເຄື່ອງທີ່ລະນຶກ ແລະ ຜະລິດຕະພັນອື່ນໆ ຈະບໍ່ໄດ້ເສຍຄ່າເຊົ່່າສະຖານທີ່ ແນໃສ່ຊຸກຍູ້ສົ່ງເສີມ, ໂຄສະນາຜະລິດຕະພັນ ທີ່ເປັນເອກະລັກ ຂອງບັນດາເມືອງ ໃຫ້ເປັນທີ່ຮູ້ຈັກ ຂອງມວນຊົນ ກໍຄື ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງທົ່ວເຖິງ, ທັງເປັນການຊຸກຍູ້ການຊື້-ຂາຍສິນຄ້າ ໃຫ້ມີບັນຍາກາດຄຶກຄື້ນ.




ປັດຈຸບັນ, ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ພວມໄດ້ຮັບການພັດທະນາຄືນໃໝ່ ໃຫ້ມີຄວາມສວຍງາມ ແລະ ໂດດເດັ່ນຂຶ້ນກວ່າເກົ່າ, ຄາດວ່າຈະໃຫ້ສໍາເລັດ
100% ແລະ ເປີດໃຫ້ບໍລິການ ທ່ອງທ່ຽວເຕັມຮູບແບບ ແລະ ເປັນທາງການ ໃນທ້າຍປີ 2025 ນີ້, ເພື່ອດຶງດູດເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄື ຕາດເລາະ-ຕາດຮັງ ​ໃຫ້ຫລາຍຂຶ້ນໃນແຕ່ລະປີ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top