ຜາພະເຈົ້າ ຈຸດຊົມທີວທັດຄວາມສວຍງາມຂອງຕົວເມືອງອະນຸວົງ

07/04/2025 10:23
Email Print 1957
ຂປລ ຜາພະເຈົ້າ ອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ສວຍງາມເໝາະສຳລັບນັັັກທ່ອງທ່ຽວທີ່ມີຄວາມສົນໃຈ ໃນການທ້າທາຍ ແລະ ຜະຈົນໄພ ຕັ້ງຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ຫ່າງຈາກເທສະບານເມືອງ ໄປທາງທິດເໜືອ ປະມານ 500 ແມັດ.

     *ຜາພະເຈົ້າ ອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ສວຍງາມເໝາະສຳລັບນັັັກທ່ອງທ່ຽວທີ່ມີຄວາມສົນໃຈ ໃນການທ້າທາຍ ແລະ ຜະຈົນໄພ ຕັ້ງຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ຫ່າງຈາກເທສະບານເມືອງ ໄປທາງທິດເໜືອ ປະມານ 500 ແມັດ (ໄປທາງພູເບ້ຍ ເຈີສີແຍກແລ້ວລ້ຽວຂວາເຂົ້າໄປ ປະມານ 50 ແມັດ), ເປັນຜາຫີນ ທ່ີເກີດຈາກທຳມະຊາດທ່ີສວຍງາມຢ່າງສະຫລັບຊັບຊ້ອນ, ລັກສະນະຂອງຜາ ແມ່ນເປັນຜາຫີນປູນທີ່ຕິດຈອດເກາະກ່າຍກັນ, ຕີນຜາກວ້າງ, ມີຖ້ຳຂະໜາດໜ້ອຍລອດພື້ນ ແລະ ຈອມຜາເຈີ້ຍສູງຊັນຄ້າຍຄືກັບທາດ ເຊິ່ງມີຄວາມສູງປະມານ 300 ແມັດ, ມີລວງຮອບປະມານ 400 ແມັດ ແລະ ນອນຢູ່ໃນເນື້ອທີ່ 4 ເຮັກຕາ.

     ຜາພະເຈົ້າ ເປັນແຫລ່ງທ່ອງທ່ຽວໜຶ່ງທີ່ມີຊື່ສຽງຢູ່ໃນເມືອງ ອະນຸວົງ ແລະ ເປັນທີ່ໜ້າສົນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ມີຄວາມສົນໃຈໃນການທ້າທາຍ ແລະ ຜະຈົນໄພ, ຖືໄດ້ວ່າແຂກໄປໄທມາຖ້າບໍ່ໄດ້ໄປປິນຜາພະເຈົ້າເບິ່ງທັດສະນີ ຍະ ພາບຄວາມສວຍງາມຂອງຕົວເມືອງອະນຸວົງ ກໍຖືໄດ້ວ່າສຳກັບບໍ່ໄດ້ມາຢ້ຽມຢາມແຂວງໄຊສົມບູນ. ໃນເມື່ອກ່ອນຊ່ວງທີ່ມີເທສະການບຸນກິນຈຽງ ຂອງຊົນເຜົ່າມົ້ງ ແລະ ບຸນເກີຣຂອງຊົນເຜົ່າກຶມມຸມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຜາພະເຈົ້າເປັນຈຳນວນຫລວງຫລາຍ, ດັ່ງນັ້ນ, ທ່ານ ເນັ່ງເຢລໍ ໜາວເຮີ, ພະນັກງານບຳນານ ຈຶ່ງໄດ້ເຫັນເຖິງຄວາມສຳຄັນຂອງວຽກງານການທ່ອງທ່ຽວ ແລະ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງນັກທ່ອງທ່ຽວ ຈຶ່ງໄດ້ເຂົ້າມາພັດທະນາຜາພະເຈົ້າໃຫ້ກາຍເປັນແຫລ່ງທ່ອງທ່ຽວເພ່ືອໃຫ້ສາມາດຮອງຮັບ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກ ທ່ອງທ່ຽວທີ່ເຂົ້າມາຢ້ຽມຊົມຜາພະເຈົ້າ ໂດຍການສ້າງເສັ້ນທາງ, ສ້າງຂັ້ນໄດຂຶ້ນຜາ ແລະ ສ້າງສະຖານທີ່ນັ່ງພັກຜ່ອນຢູ່ເທິງຜາພະເຈົ້າ ແລະ ເປີດບໍລິການແກ່ນັກທ່ອງທ່ຽວເລີ່ມແຕ່ປີ 1996 ເປັນຕົ້ນມາ ຈົນເຖິງປັດຈຸບັນນີ້.

    ຜາພະເຈົ້າໃນສະໄໝກ່ອນ ແມ່ນ ເປັນອີກສະຖານທີ່ໜຶ່ງທີ່ເຈົ້າອະນຸວົງ ໄດ້ໃຊ້ເປັນກຳບັງລີ້ຊ້ອນ ຫລື ບ່ອນລົບໄພ ໃນການເຮັດເສິກກັບະຫຍາມໃນສະໄໝນັ້ນ. ອີກຢ່າງໜຶ່ງຄົນສະໄໝກ່ອນມີຄວາມເຊື່ອກັນສະຖານທີ່ຜາພະເຈົ້າແຫ່ງນີ້ ເປັນສະຖານທີ່ສັກສິກ ແລະ ເປັນສະຖານທີ່ສັກກະລະບູຊາທາງພຸດທະສາສະໜາ, ເປັນສະຖານທີ່ບວງສວງຜີຟ້າ, ຜີແຖນ, ຜີປ່າ ແລະ ຜີດົງຂອງປະຊາຊົນບັນດາເຜົ່າໃນຂົງເຂດດັ່ງກ່າວ. ນອກນັ້ນ, ປະຊາຊົນ ຍັງເຊື່ອຖືກັນວ່າຖ້າຜູ້ໃດຫາກມາລົບລີ້ຢູ່ຜາແຫ່ງນີ້ຈະຖືກຜີຟ້າ, ຜີແຖນປິດບັງ ແລະ ປົກປ້ອງຈົນບໍ່ມີຜູ້ໃດຊອກເຫັນ. ຍ້ອນຄວາມເຊື່ອຖືດັ່ງກ່າວ ບວກກັບຄວາມສັກສິດຂອງຜາພະເຈ້ົາ ເຖ້ົາແກ່ອະວຸໂສ ແລະ ປະຊາຊົນບ້ານດັ່ງກ່າວ ຈຶ່ງໃສ່ຊື່ຜາແຫ່ງນີ້ວ່າ: “ຜາພະເຈົ້າ” ຈົນເຖິງທຸກວັນນີ້.

ໂດຍ: ແສງສະຫວັນ
ແຫລ່ງ່ຂໍໍ້ມູນຈາກ: ອົງການທ່ອງທ່ຽວແຫ່ງຊາດ

KPL

ຂ່າວອື່ນໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

    • ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນທ່ອງທ່ຽວ

      ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນ

      7/8/2025 2:26:32 PM

      ຂປລ. ໃນລະຫວ່າງ ວັນທີ 29 ມີຖຸນາ ຫາ 3 ກໍລະກົດ 2025 ຢູ່ແຂວງກຸຍໂຈວ ສປ ຈີນ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ ສປປ ລາວ, ໄທ ແລະ ມາເລເຊຍ

    • ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟທ່ອງທ່ຽວ

      ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟ

      7/7/2025 12:19:25 PM

      ຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳນີ້ບໍ່ຕັ້ງຢູ່ເມືອງເຊບັ້ງໄຟຕາມຊ່ື່ເລີຍ ແລະ ກໍບໍ່ແມ່ນຕົ້ນກຳເນີດຂອງນ້ຳເຊບັ້ງໄຟ ເພາະຄວາມຈິງແລ້ວຖ້ຳແຫ່ງນີ້ຕັ້ງຢູ່ບ້ານໜອງປີງ ເມືອງບົວລະພາ ແຂວງຄຳມ່ວນ ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກສຽງເໜືອປະມານ 15 ກິໂລແມັດ.

    • 6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບທ່ອງທ່ຽວ

      6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບ

      6/30/2025 1:22:05 PM

      ຂປລ. ໄລຍະ 6 ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງ ການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 1,2 ຕື້ກວ່າກີບ, ເທົ່າກັບ 61,79% ເຊິ່ງທ່າແຮງພື້ນຖານ ໃນການສ້າງລາຍຮັບຫລັກ ແມ່ນການບໍລິການດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ.

ads
ads

Top