ສະຫລອງວັນສ້າງຕັ້ງກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ

02/05/2025 19:27
Email Print 688
ຂປລ ຂປລ. ພິທີສະເຫລີມສະຫລອງ ວັນສ້າງຕັ້ງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ (3 ພຶດສະພາ 1965-3 ພຶດສະພາ 2025) ຈັດຂຶ້ນໃນວັນທີ 2 ພຶດສະພາ 2025 ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງ ປກສ, ມີການນຳກົມໃຫຍ່, ພະນັກງານປະຕິວັດອາວຸໂສບຳນານ, ນາຍຕຳຫລວດກົມກອງອ້ອມຂ້າງກົມໃຫຍ່ການເມືອງ ເຂົ້າຮ່ວມ.



ຂປລ. ພິທີສະເຫລີມສະຫລອງ ວັນສ້າງຕັ້ງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຄົບຮອບ
60 ປີ (3 ພຶດສະພາ 1965-3 ພຶດສະພາ 2025) ຈັດຂຶ້ນໃນວັນທີ 2 ພຶດສະພາ 2025 ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງ ປກສ, ມີການນຳກົມໃຫຍ່, ພະນັກງານປະຕິວັດອາວຸໂສບຳນານ, ນາຍຕຳຫລວດກົມກອງອ້ອມຂ້າງກົມໃຫຍ່ການເມືອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ພົຕ ສຸວັນນີ ສີສຸພາບມີໄຊ ຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້​ໃຫ້​ຮູ້ວ່າ: ວັນທີ 3 ພຶດສະພາ ເປັນວັນໜຶ່ງທີ່ສໍາຄັນ ແລະ ມີຄວາມໝາຍໃນປະຫວັດສາດຂອງຊາດ, ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ເປັນວັນແຫ່ງການກຳເນີດ ກໍຄື ວັນສ້າງຕັ້ງກົມໃຫຍ່ການເມືອງປ້ອງ ກັນຄວາມສະຫງົບຂອງພວກເຮົາ ປີ​ນີ້ແມ່ນຄົບຮອບ 60 ປີ. ກົມໃຫຍ່ການ ເມືອງປ້ອງກັນຄວາມສະຫງົບ ບໍ່ວ່າເວລາໃດກໍເປັນກໍາລັງທີ່ມີພາລະບົດບາດ ທີ່ສໍາຄັນທີ່ສຸດ ເຊິ່ງເຮັດໜ້າທີ່ເປັນເສນາທິການໃຫ້ແກ່ ກະຊວງປ້ອງກັນຄວາມສະຫງົບ ໃນຂົງເຂດວຽກງານໂຄສະນາອົບຮົມ, ວຽກງານພັກ-ພະນັກງານ, ວຽກງານການເມືອງ ແນໃສ່ຮັບປະກັນການປັບປຸງ-ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ມີລະບຽບແບບແຜນທັນສະໄໝ.

ພາລະບົດບາດ, ໜ້າທີ່ ແລະ ຜົນງານຂອງກົມໃຫຍ່ ການເມືອງປ້ອງກັນຄວາມສະຫງົບ ເວລາໃດກໍຕິດພັນກັບການນໍາພາ-ຊີ້ນໍາໂດຍກົງ, ເດັດຂາດ, ຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ ກໍຄືອົງ ຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໃນແຕ່ລະໄລຍະຂອງການປະຕິວັດ, ໃນການຕໍ່ສູ້ປົດປ່ອຍຊາດ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ມີບົດບາດໜ້າທີ່ສໍາຄັນ ໃນການເປັນເສນາທິການດ້ານການເມືອງຢ່າງໜັກແໜ້ນ, ການນໍາພາອັນສະຫລາດສ່ອງໃສ ແລະ ປີຊາສາມາດ ຂອງພັກປະຊາ ຊົນປະຕິວັດລາວ ແລະ ເດັດດ່ຽວ-ເດັດຂາດ ປະຕິບັດໜ້າທີ່ມີຜົນສໍາເລັດ ດ້ວຍຄວາມເອກອ້າງທະນົງໃຈ, ສັດຊື່ບໍລິສຸດຕໍ່ພັກ, ຕໍ່ຊາດ, ຕໍ່ປະຊາຊົນຢ່າງສຸດໃຈ.




ໃນທ່າມກາງການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕົວຈິງ ຕະຫລອດໄລຍະຜ່ານມາ, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະ ເຕັມໄປ ດ້ວຍນໍ້າໃຈເສຍສະລະະອັນສູງສົ່ງ
ຍ້ອນເຫັນໄດ້ຜົນງານ-ໄຊຊະນະ ແລະ ການເຄື່ອນໄຫວນັ້ນການຈັດຕັ້ງຂັ້ນເທິງໄດ້ຍ້ອງຍໍສັນລະເສີນ ແລະ ຊົມເຊີຍຕໍ່ກົມກອງລວມໝູ່ ແລະ ບຸກຄົນດ້ວຍຮູບການຕ່າງໆ ເປັນຕົ້ນ ຍ້ອງຍໍກົມກອງລວມໝູ່ມີ: ຫລຽນໄຊອິດສະຫລະ ຊັ້ນ II ຈໍານວນ 2 ໜ່ວຍ, ຫລຽນໄຊພິລະອາດຫານຊັ້ນ II ຈໍານວນ 2 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ I ຈໍານວນ 1 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 3 ໜ່ວຍ, ຫລຽນໄຊແຮງງານ ຊັ້ນ III ຈໍານວນ 1 ໜ່ວຍ, ຍ້ອງຍໍຂັ້ນຕ່າງໆຈຳນວນໜຶ່ງ. ຍ້ອງຍໍບຸກຄົນມີຄື: ໄດ້ນາມມະຍົດເປັນວິລະຊົນແຫ່ງຊາດ 1 ທ່ານ, ຫລຽນໄຊພິລະອາດຫານ ຊັ້ນ III ຈໍານວນ 7 ໜ່ວຍ, ຫລຽນໄຊອິດສະຫລະຊັ້ນ II ຈໍານວນ 7 ໜ່ວຍ, ຫລຽນໄຊອິດສະ ຫລະ ຊັ້ນ III ຈໍານວນ 14 ໜ່ວຍ, ຫລຽນໄຊແຮງງານ ຊັ້ນ I ຈໍານວນ 10 ໜ່ວຍ, ຫລຽນໄຊແຮງງານ ຊັ້ນ II ຈໍານວນ 239 ໜ່ວຍ, ຫລຽນໄຊແຮງງານ ຊັ້ນ III ຈໍານວນ 305 ໜ່ວຍ, ຫລຽນກາແຮງງານ ຈໍານວນ 655 ໜ່ວຍ, ຫລຽນກາລະນຶກກອງທັບ ຈໍານວນ 258 ໜ່ວຍ, ຫລຽນກາລະນຶກ ປກສ ຈໍານວນ 750 ໜ່ວຍ, ໃບຍ້ອງຍໍຂັ້ນຕ່າງໆ ຈໍານວນ 1.420 ໃບ.

ເພື່ອເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ກົມໃຫຍ່ການ ເມືອງປ້ອງກັນຄວາມສະຫງົບ ຈະສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ໃນການຕັ້ງໜ້າເຮັດວຽກງານ ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫລວດ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ, ສຸມໃສ່ປັບປຸງເນື້ອໃນ, ວິທີການ, ຂັ້ນຕອນສຶກສາອົບຮົມ ໃຫ້ແທດເໝາະກັບໜ້າທີ່ການເມືອງໃນແຕ່ລະໄລຍະ, ສ້າງເງື່ອນໄຂໃຫ້ພະນັກງານນໍາພາຂັ້ນຍຸດທະສາດ, ພະນັກງານຫລັກແຫລ່ງ ແຕ່ລະຂັ້ນໄປບຳລຸງ-ກໍ່ສ້າງ ທາງດ້ານທິດສະດີການເມືອງ, ຮັບຮູ້-ກຳແໜ້ນພື້ນຖານທິດສະດີປະຕິວັດ, ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອຂອງກໍາລັງປ້ອງກັນຄວາມສະຫງົບ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນຮັບໃຊ້ພັກ, ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ; ປັບປຸງກໍ່ສ້າງພັກ ໃນກຳລັງປ້ອງກັນ ຄວາມສະຫງົບໃຫ້ມີ ຄວາມເຂັ້ມແຂງໜັກແໜ້ນ, ກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບສູງ, ສ້າງສະມາຊິກພັກໃຫ້ໄດ້ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ; ປັບປຸງແບບແຜນການນໍາພາ, ແບບແຜນວິທີເຮັດວຽກ ຂອງຄະນະພັກ-ຄະນະບັນຊາ ແຕ່ສູນກາງຮອດທ້ອງຖິ່ນ ໃຫ້ເຂົ້າສູ່ລະບົບກົນໄກທັນສະໄໝຢ່າງມີວິທະຍາສາດ.

ຂ່າວ-ພາບ: ໜັງສືພິມ​ຄວາມ​ສະຫງົບ
KPL

ຂ່າວອື່ນໆ

    • ເລຂາທິການໃຫຍ່, ປະທານປະເທດ ເຂົ້າຮ່ວມພິທີສະຫລອງ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ການເມືອງ

      ເລຂາທິການໃຫຍ່, ປະທານປະເທດ ເຂົ້າຮ່ວມພິທີສະຫລອງ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ

      4/30/2025 5:28:15 PM

      ຂປລ. ໃນຕອນເຊົ້າວັນທີ 30 ເມສາ 2025 ນີ້, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ (30/4/1975-30/4/2025) ຢູ່ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ

    • ເປີດວາງສະແດງຮູບພາບ  ສະຫລອງວັນ ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມການເມືອງ

      ເປີດວາງສະແດງຮູບພາບ ສະຫລອງວັນ ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ

      4/30/2025 5:17:45 PM

      ຂປລ. ກະ​ຊວງ ຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ຈັດງານວາງສະແດງຮູບພາບ ເນື່ອງໃນໂອກາດສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ ຄົບຮອບ 50 ປີ (30/4/1957-30/4/2025) ໃນວັນທີ 30 ເມສາ ຫາ 2 ພຶດສະພາ 2025 ທີ່ຫໍວັດທະນະທຳແຫ່ງຊາດ ເພື່ອໃຫ້ບັນດາມວນຊົນ, ນັກທ່ອງທ່ຽວ ສາມາດເຂົ້າມາຢ້ຽມຊົມ, ສຶກສາເຖິງປະຫວັດຄວາມໝາຍສຳຄັນຂອງວັນດັ່ງກ່າວ.

    • ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ລົມໂທລະສັບ ຮັດແໜ້ນການຮ່ວມມືການເມືອງ

      ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ລົມໂທລະສັບ ຮັດແໜ້ນການຮ່ວມມື

      4/30/2025 5:01:49 PM

      ຂປລ. ໃນວັນທີ 30 ເມສາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລົມໂທລະສັບ ກັບ ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ປະທານອາຊຽນ ປີ 2025. ການລົມໂທລະສັບດັ່ງກ່າວ, ເພື່ອປຶກສາຫາລືການຮ່ວມມືລະຫວ່າງ ສປປ ລາວ ແລະ ມາເລເຊຍ

    • ອອປສ ເຊື່ອມຊຶມ ມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ສະໄໜທີ XIການເມືອງ

      ອອປສ ເຊື່ອມຊຶມ ມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ສະໄໜທີ XI

      4/30/2025 2:08:32 PM

      ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະໄໜສາມັນຂອງຄະນະບໍລິຫານງານພັກສະໄໜທີ XI ແລະ ມະຕິຂອງຄະນະບໍລິຫານງານພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໃນວັນທີ 30 ເມສາ 2025

    • ຖວທ ປະດັບຫລຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວການເມືອງ

      ຖວທ ປະດັບຫລຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ

      4/30/2025 1:49:55 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດພິທີປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ​ປະຕິວັດ​ລາວ ໃນວັນທີ 29 ເມສາ 2025 ຢູ່ຫໍວັດທະນະ ທຳແຫ່ງຊາດ ໂດຍການເປັນປະທານຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີສະມາຊິກພັກປະຈຳການ ແລະ ບຳນານ ເຂົ້າຮ່ວມຮັບຫລຽນກາລະນຶກ ຈຳນວນ 79 ສະຫາຍ.

ads
ads

Top