ຂປລ
ອີງຕາມກົດໝາຍ ວ່າດ້ວຍຊາວໜຸ່ມເລກທີ 86/ສພຊ ນະຄອນຫລວງວຽງຈັນ, ວັນທີ 10 ພະຈິກ 2020 ໂດຍຈຸດປະສົງຂອງກົດໝາຍສະບັບນີ້ ແມ່ນກຳນົດຫລັກການ, ລະບຽບການ, ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດຕາມ, ກວດກາ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາຊາວໜຸ່ມບັນດາເຜົ່າເພື່ອເຕ້ົາໂຮມຊາວໜຸ່ມລາວເຂ້ົາການຈັດຕັ້ງ.
*ອີງຕາມກົດໝາຍ ວ່າດ້ວຍຊາວໜຸ່ມເລກທີ 86/ສພຊ ນະຄອນຫລວງວຽງຈັນ, ວັນທີ 10 ພະຈິກ 2020 ໂດຍຈຸດປະສົງຂອງກົດໝາຍສະບັບນີ້ ແມ່ນກຳນົດຫລັກການ, ລະບຽບການ, ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດຕາມ, ກວດກາ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາຊາວໜຸ່ມບັນດາເຜົ່າເພື່ອເຕ້ົາໂຮມຊາວໜຸ່ມລາວເຂ້ົາການຈັດຕັ້ງ, ສຶກສາອົບຮົມໃຫ້ມີຄຸນສົມບັດ, ມີຈາລິຍະທຳ, ມີຄ່ານິຍົມທີ່ຖືກຕ້ອງ ແລະ ມີລະບຽບວິໄນກາຍເປັນກຳລັງແຮງ, ເປັນຜູ້ສືບທອດພາລະກິດຂອງຊາດ ແນໃສ່ສ້າງຄວາມສາມັກຄີ, ຍົກສູງນ້ຳໃຈຮັກຊາດ, ມີຄວາມຕື່ນຕົວຫ້າວຫັນຂອງຊາວໜຸ່ມປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນມາດຕາ 4 ນະໂຍບາຍຂອງ ລັດກ່ຽວກັບຊາວໜຸ່ມ. ລັດວາງນະໂຍບາຍ ແລະ ກົນໄກກ່ຽວກັບການຄຸ້ມຄອງ, ການພັດທະນາ, ປົກປ້ອງສິດ ແລະ ຜົນປະໂຫຍດຊອບທຳຂອງຊາວໜຸ່ມລາວ. ລັດສ້າງໂຄງລ່າງພື້ນຖານ, ສະໜອງງົບປະມານ, ວັດຖຸອຸປະກອນ, ເຕັກນິກທີ່ຈຳເປັນໃຫ້ຊາວໜຸ່ມລາວ ໄດ້ຍົກລະດັບຄວາມຮູ້, ຄວາມສາມາດ, ຄວາມສຳນານງານ ແລະ ໄດ້ເຄື່ອນໄຫວກິດຈະກຳທີ່ຖືກຕ້ອງຕາມກົດໝາຍ.
ລັດໄດ້ຊຸກຍູ້ສົ່ງເສີມຊາວໜຸ່ມລາວ ໃຫ້ໄດ້ຮັບການສຶກສາ, ຝຶກອົບຮົມ, ມີວຽກເຮັດງານທຳ, ໄດ້ຮັບຂໍ້ມູນຂ່າວສານ, ເຂົ້າເຖິງການບໍລິການທີ່ຖືກຕ້ອງຕາມກົດໝາຍ. ລັດຊຸກຍູ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງເຂົ້າຮ່ວມ ແລະ ປະກອບສ່ວນໃນການປົກປ້ອງ, ສົ່ງເສີມ ແລະ ພັດທະນາຊາວໜຸ່ມ.
ມາດຕາ 5 ຫລັກການກ່ຽວກັບການເຄື່ອນໄຫວຂອງຊາວໜຸ່ມລາວ. ຊາວໜຸ່ມລາວໃຫ້ເຄື່ອນໄຫວຕາມຫລັກການດັ່ງນີ້:
1. ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ວັດທະນະທຳຮີດຄອງປະເພດນີອັນດີງາມຂອງຊາດ, ຂອງເຜົ່າ;
2. ສອດຄ່ອງກັບແຜນພັດທະນາຊາວໜຸ່ມໃນແຕ່ລະໄລຍະ;
3. ຮັບປະກັນສິດສະເໝີພາບທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ;
4, ສອດຄ່ອງກັບໄລຍະຂະຫຍາຍຕົວທາງດ້ານຮ່າງກາຍ ແລະ ຈິດໃຈຂອງຊາວໜຸ່ມ;
5. ປະສານສົມທົບກັບຂະແໜງການອື່ນ;
6. ສອດ ຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
ມາດຕາ 7 ການຮ່ວມມືກັບສາກົນ ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຊາວໜຸ່ມ ບົນພ້ືນຖານແນວທາງນະໂຍບາຍການຕ່າງປະເທດຂອງ ສປປ ລາວ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ກິລາ, ສິລະປະ, ວັດທະນະທຳ, ການຄົ້ນຄວ້າວິທະຍາສາດ-ເຕັກນິກ, ເຕັກໂນໂລຊີ, ການຊ່ວຍເຫລືອ, ການຝຶກອົບຮົມ ແລະ ການຍົກລະດັບຄວາມຮູ້ວິຊາການ, ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ.
ສຳລັບພາກທີ II ມາດຕາ 8 ຄວາມສຳຄັນຂອງຊາວໜຸ່ມລາວ ລະບຸວ່າຊາວໜຸ່ມລາວ ເປັນກຳລັງແຮງອັນໃຫຍ່ຫລວງ, ເປັນຜູ້ສືບທອດພາລະກິດຂອງຊາດ, ເປັນກຳລັງປະຈັນບານເຂົ້າໃນທຸກຂົງເຂດວຽກງານຂອງຂະແໜງການ ແລະ ທ້ອງຖິ່ນ, ເປັນຜູ້ມີຫົວຄິດປະດິດສ້າງ ແລະ ນຳໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາປະເທດຊາດຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງຊາວໜຸ່ມແຕ່ລະປະເພດ. ມາດຕາ 10 ຊາວໜຸ່ມທີ່ບໍ່ບັນລຸນິຕິພາວະແມ່ນຜູ້ທີ່ມີອາຍຸສິບຫ້າປີຂຶ້ນໄປ ແຕ່ບໍ່ທັນເຖິງສິບແປດປີ. ມາດຕາ 11 ຊາວໜຸ່ມນັກຮຽນນັກສຶກສາ ແມ່ນຜູ້ກຳລັງຮຽນ, ສຶກສາຄົ້ນຄວ້າຢູ່ສະຖາບັນການສຶກສາໃນລະດັບຕ່າງໆ, ຝືກງານທັງພາຍໃນ ແລະ ຕ່າງປະເທດ. ມາດຕາ 12 ຊາວໜຸ່ມທີ່ມີພອນສະຫວັນ ແລະ ມີຫົວຄິດປະດິດສ້າງ ແມ່ນຜູ້ທ່ີມີຄວາມຮູ້ຄວາມສາມາດພິເສດ ໃນການສຶກສາ, ຄົ້ນຄວ້າ, ການປະດິດສ້າງ ແລະການປະຕິບັດຕົວຈິງ. ໃນມາດຕາ 13 ຊາວໜຸ່ມລັດຖະກອນ ແມ່ນຜູ້ໄດ້ຮັບບັນຈຸເຂົ້າເຮັດວຽກ, ເລືືອກຕັ້ງ ຫລື ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃດໜຶ່ງ ໃນອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ຫລື ໄປປະຈຳການຢູ່ສຳນັກງານຜູ້ຕາງໜ້າ ສປປ ລາວ ຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຊຶ່ງໄດ້ຮັບເງິນເດືອນ ແລະ ເງິນອຸດໜູນຈາກງົບປະມານແຫ່ງລັດ. ມາດຕາ 14 ຊາວໜຸ່ມໃນກຳລັງປະກອບອາວຸດ ແມ່ນຜູ້ສັງກັດໃນການຈັດຕັ້ງ, ການເຄື່ອນໄຫວ, ຊີ້ນຳບັນຊາ, ຄຸ້ມຄອງ, ກວດກາຂອງກຳລັງປະກອບອາວຸດປະຊາຊົນ. ມາດຕາ 15 ຊາວໜຸ່ມກຳມະກອນ, ກະສິກອນ ແລະ ຊ່າງຫັດຖະກຳແມ່ນຜູ້ທີ່ເຮັດວຽກໃນໂຮງຈັກ, ໂຮງງານ, ຫົວໜ່ວຍທຸລະກິດ, ຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ຮັບຄ່າຕອບແທນ ຕາມສັນຍາແຮງງານ ແລະ ກົດໝາຍ.
ຊາວໜຸ່ມກະສິກອນ ແມ່ນຜູ້ເຮັດວຽກກ່ຽວກັບກະສິກຳເປັນຕົ້ນການປູກຝັງ, ລ້ຽງສັດ ແລະ ການປະມົງ. ຊາວໜຸ່ມຊ່າງຫັດຖະກຳ ແມ່ນຜູ້ເຮັດວຽກກ່ຽວກັບຫັດຖະກຳເປັນຕົ້ນຈັກສານ, ຄວັດ, ແກະສະຫລັກ, ປັ້ນ, ຫລໍ່, ຫຍິບ, ປັກ, ຖັກແສ່ວ, ຕ່ຳຫູກ, ຕີເຫລັກ, ຕີເງິນ, ຕີຄຳ.
ມາດຕາ 16. ຊາວໜຸ່ມໃນຂົງເຂດທຸລະກິດ ແມ່ນຜູ້ເປັນເຈົ້າຂອງກິດຈະການ, ວິສາຫະກິດ ແລະ ຜູ້ເຮັດວຽກຢູ່ຫົວໜ່ວຍທຸລະກິດ ເປັນ ຕົ້ນ ການຜະລິດ, ການຄ້າ, ການຄ້າ, ການບໍລິການ, ການທ່ອງທ່ຽວ, ທຸລະກິດການເງິນ, ຮ້ານສ້ອມແປງ, ຮ້ານເສີມຄວາມງາມ, ຮ້ານຮົມຢາ ແລະ ນວນແຜນບູຮານ ແລະ ຍັງມີອີກຫລາຍໆມາດຕາຂອງກົດໝາຍວ່າດ້ວຍຊາວໜຸ່ມລາວ, ແຕ່ຄໍລຳກົດໝາຍຂໍຍົກມາບາງມາດຕາແຕ່ພຽງເທົ່ານີ້.
KPL