ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານ ແຂວງສະຫວັນນະເຂດ ຈະສ້າງຜົນປະໂຫຍດໃຫ້ປະຊາຊົນ

21/04/2025 09:58
Email Print 418
ຂປລ ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານແຂວງສະຫວັນນະເຂດ ເປັນໂຄງການທໍາອິດທ່ີໄດ້ຮັບທຶນອະນຸມັດຈາກກອງທຶນພັດທະນາ ເສດຖະກິດ ແລະ ການຮ່ວມມື (EDCF), ທະນາຄານຂາອອກ-ຂາເຂົ້າ ສ.ເກົາຫລີ ໃຫ້ແກ່ກະຊວງກະສິກໍາ ແລະ ປ່າໄມ້, ໃນ ມູນຄ່າ 53.285.000 ໂດລາສະຫະລັດ.

   *ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານແຂວງສະຫວັນນະເຂດ ເປັນໂຄງການທໍາອິດທ່ີໄດ້ຮັບທຶນອະນຸມັດຈາກກອງທຶນພັດທະນາ ເສດຖະກິດ ແລະ ການຮ່ວມມື (EDCF), ທະນາຄານຂາອອກ-ຂາເຂົ້າ ສ.ເກົາຫລີ ໃຫ້ແກ່ກະຊວງກະສິກໍາ ແລະ ປ່າໄມ້, ໃນ ມູນຄ່າ 53.285.000 ໂດລາສະຫະລັດ. ໃນນັ້ນ, ມູນຄ່າກູ້ຢືມ 46.000.000 ໂດລາສະຫະລັດ ແລະ ມູນຄ່າສົມທົບ 7.285.000 ໂດລາສະຫະລັດ. ເພື່ອກໍ່ສ້າງພື້ນຖານໂຄງລ່າງຊົນລະກະເສດ, ຍົກລະດັບປັບປຸງຊີວິດການເປັນຢູ່ ແລະ ເສດຖະກິດ-ສັງຄົມ ໃນການພັດທະນາຊົນນະບົດຂອງເມືອງຈໍາພອນ ແລະ ເມືອງສອງຄອນແຂວງ ສະຫວັນນະເຂດ ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນມີນາ ປີ 2020 ແລະ ປັດຈຸບັນ ແມ່ນໄດ້ສໍາເລັດການກໍ່ສ້າງແລ້ວໂດຍໂຄງການໄດ້ຟື້ນຟູປັບປຸງອ່າງເກັບນໍ້າສຸຍ 6 ແຫ່ງ ຢູ່ເມືອງຈໍາພອນ, ກໍ່ສ້າງລະບົບຫົວງານຈັກສູບນໍ້າ, ກໍ່ສ້າງລະບົບສົ່ງນ້ໍາພ້ອມດ້ວຍອາຄານຕາມຄອງເໝືອງ ແລະ ລະບົບຄອງລະບາຍໂຄງການຈັກສູບນໍ້າລະຫານໍ້າ ແລະ ໂພນມ່ວງ ເພື່ອຮັບປະກັນການສະໜອງນ້ໍາໃຫ້ແກ່ການຜະລິດທັງ 2 ລະດູໃນເນື້ອທີ່ທັງໝົດ 2.900 ເຮັກຕາ (ເມືອງຈໍາພອນ 1.700 ເຮັກຕາ ແລະ ເມືອງສອງຄອນ 1.200 ເຮັກຕາ), ກໍ່ສ້າງເສັ້ນທາງຂົນສົ່ງສິນຄ້າກະສິກໍາລຽບຕາມຄອງເໝືອງ ຍາວ 44 ກິໂລແມັດ, ບຸກເບີກ ແລະ ກໍ່ສ້າງລະບົບນາໄຮ່ໃຫຍ່ໃນເນື້ອທີ່ 100 ເຮັກຕາ ເມືອງລະ 50 ເຮັກຕາ. ນອກຈາກນີ້, ໄດ້ປັບປຸງເສັ້ນທາງຊົນນະບົດທີ່ມີຢູ່ແລ້ວພາຍໃນຂອບເຂດຂອງໂຄງການຍ່ອຍຢູ່ເມືອງຈໍາພອນ 3.5 ກິໂລ ແມັດ, ກໍ່ສ້າງສູນພັດທະນາເຕັກນິກກະສິກໍາຊຸມຊົນ (CDC) ຢູ່ເມືອງລະ 1 ແຫ່ງ ຢູ່ບ້ານໂພນສະອາດເມືອງຈໍາພອນ ແລະ ບ້ານແບ່ງຄໍາໄຫລ ເມືອງສອງຄອນ, ກໍ່ສ້າງໂຮງສີເຂົ້າທັນສະໄໝ ແລະ ສາງເກັບມ້ຽນທີ່ອົບແຫ້ງ 1 ແຫ່ງຢູ່ເມືອງ ສອງຄອນ, ສະໜອງກົນຈັກກະສິກໍາ 4 ຊຸດ ແລະ ກໍ່ສ້າງສາງເກັບມ້ຽນ 2 ແຫ່ງ (ເມືອງລະ 1 ແຫ່ງ). 

    ໃນຕົ້ນເດືອນເມສາ 2025 ນີ້, ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານແຂວງ ສະຫວັນນະເຂດ ໄດ້ຈັດພິທີມອບ- ຮັບ ໂຄງການຂຶ້ນທີ່ເມືອງສອງຄອນ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງໆສະຫວັນນະເຂດ, ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຈົງ ຢັອງ ຊູ ເອກອັກ ຄະລັດຖະທູດ ສ.ເກົາຫລີ ປະຈໍາ ສປປ ລາວ, ທ່ານ ຄໍາພະຈັນ ວົງ ຊະນະ ຫົວໜ້າກົມຊົນລະປະທານ, ທ່ານ ນ. ຈຸງ ກີ ຢຸງ ຫົວໜ້າກອງ ທຶນພັດທະນາເສດຖະກິດ ແລະ ການຮ່ວມມື (EDCF) ປະຈໍາ ສປປ ລາວ, ທ່ານ ລີຊັງ ຮຸນຕາງ ໜ້າບໍລິສັດຮັບເໝົາກໍ່ສ້າງ ອຽວຊັງ-ດົງບູ ສ.ເກົາຫລີ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ. 

    ໃນພິທີ ໄດ້ຮັບຟັງການລາຍງານຫຍໍ້ປະຫວັດຄວາມເປັນມາ ແລະ ການຈັດຕັ້ງປະຕິບັດວຽກງານຂອງໂຄງການ, ຫລັງຈາກນັ້ນ ກໍ່ໄດ້ມີພິທີຕັດແຖບຜ້າ ເພື່ອເປັນການມອບ- ຮັບໂຄງການ ແລະ ເປີດນໍາໃຊ້ຢ່າງເປັນທາງການ. 

ແຫລ່ງຂ່າວຈາກ: ຂ່າວສານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ.

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top