ສາຍການບິນຫວຽດເຈັດ ມອບສ່ວນຫລຸດ 50% ທຸກເສັ້ນທາງ

19/04/2025 09:14
Email Print 1502
ຂປລ ຂປລ. ເພື່ອສະເຫລີມສະຫລອງວັນການທ້ອນໂຮມປະເທດຊາດຫວຽດນາມ ສາຍການບິນຫວຽດເຈັດ (VietJet) ໄດ້ມອບສ່ວນຫລຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທຸກຖ້ຽວບິນຮອດວັນທີ 18 ເມສາ 2025.

ຂປລ. ເພື່ອສະເຫລີມສະຫລອງວັນການທ້ອນໂຮມປະເທດຊາດຫວຽດນາມ ສາຍການບິນຫວຽດເຈັດ (VietJet) ໄດ້ມອບສ່ວນຫລຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທຸກຖ້ຽວບິນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ນັບ​ແຕ່​ຕົ້ນ​ປີ 2025, VietJet ​ໄດ້​ປະກາດ​ເສັ້ນທາງ​ສາກົນ​ໃໝ່ 10 ​ເສັ້ນທາງ​ທີ່​ເຊື່ອມ​ຕໍ່ກັບ​ບັນດາ​ນະຄອນ​ຫລວງໃຫຍ່​ຂອງ​ຫວຽດນາມ ​ໄປ​ທີ່​ບັນດາ​ຈຸດໝາຍ​ທີ່​ນິຍົມ ​ບໍ່ວ່າຈະແມ່ນ ​ຈີນ, ອິນ​ເດຍ, ຍີ່ປຸ່ນ ​ແລະ ສິງກະ​ໂປ ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທົ່ວ​ໂລກ. ສຳລັບນັກເດີນທາງຈາກລາວ VietJet ໃຫ້ບໍລິການຖ້ຽວບິນໂດຍກົງຈາກນະຄອນຫລວງວຽງຈັນໄປຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງຫວຽດນາມ. ນອກຈາກ​ນັ້ນ, ນັກທ່ອງທ່ຽວ​ສາມາດ​ໃຊ້ປະໂຫຍດນີ້ຈາກ​ການ​ເຊື່ອມ​ຕໍ່​​ຂອງ VietJet ​ເພື່ອ​ສຳ​ຫລວດປະເທດຫວຽດນາມ ​ແລະ ບັນດາ​ຈຸດ​ທ່ອງ​ທ່ຽວ​ອື່ນໆ​ໃນ​ທົ່ວ​ອາຊີ - ປາຊີ​ຟິກ. ປະເທດຫວຽດ​ນາມ ຍັງສືບ​ຕໍ່​ດຶງ​ດູດ​​ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ ດ້ວຍ​ທິວ​ທັດ​ທີ່​ສວຍ​ງາມ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ອັນ​ລ້ຳ​ຄ່າ, ອາ​ຫານ​ລະ​ດັບ​ໂລກ ແລະ ການ​ຕ້ອນ​ຮັບ​ທີ່​ອົບ​ອຸ່ນ ຈາກຫາດຊາຍອັນເກົ່າແກ່ຂອງນະຄອນດານັງ, ຍາຈາງ, ຝູ໋ກວກ, ໄປເຖິງເຂດມໍລະດົກໂລກຂອງອົງການ UNESCO ຂອງອ່າວຮ່າລອງ, ນິງບິ່ງ, ໂຮ້ຍອານ ແລະ ເຫວ້; ຕະຫລອດເຖິງ​ຄວາມ​ສະຫງ່າ​ງາມ​ທີ່​ບໍ່​ສິ້ນສຸດໃນນະຄອນ​ຮ່າ​ໂນ້ຍ ​ລວມໄປເຖິງ​ເມືອງທີ່ມີ​ຊີວິດຊີວາ​ຂອງ​ນະຄອນ​ໂຮ່ຈີ່​ມິງ ປະເທດຫວຽດນາມ ​ທີ່ໄດ້​ສະ​ເໜີ​ບາງ​ສິ່ງ​ບາງ​ຢ່າງ​ທີ່ໜ້າສົນໃຈໃຫ້​ນັກ​ທ່ອງ​ທ່ຽວ​ທຸກ​ປະ​ເພດ.

ສາຍການບິນມີຄວາມມຸ່ງໝັ້ນເພື່ອໃຫ້ບໍລິການຖ້ຽວບິນທີ່ປອດໄພ, ມ່ວນຊື່ນກັບເຮືອທີ່ທັນສະໄໝ, ການບໍລິການທີ່ເປັນມືອາຊີບ ແລະ ການບໍລິການດ້ວຍໃຈ. ຜູ້​ໂດຍ​ສານ​ຍັງ​ໄດ້​ກິນອາ​ຫານ​ທີ່​ເປັນ​ເອກະ​ລັກ​ຂອງ​ຫວຽດ​ນາມ​ເຊັ່ນ: ເຝີ, ເຂົ້າຈີ່ປາເຕ້ ແລະ ກາ​ເຟ​ນົມ​ເຢັນ, ລວມ​ເຖິງ​ຍັງໄດ້ຮັບຊົມ​ກັບ​ການ​ສະ​ແດງ​ສິີລະ​ປະ​ຢູ່​ເທິງ​ທ້ອງ​ຟ້າ​ສູງ 10.000 ແມັດ.

KPL

ຂ່າວອື່ນໆ

    • ຝຶກອົບຮົມ ທັກສະການນຳໃຊ້ ເອໄອ ເຂົ້າໃນວຽກສື່ມວນຊົນຫລາຍຮູບແບບ-ຫລາຍຊ່ອງທາງວັດທະນະທຳ-ສັງຄົມ

      ຝຶກອົບຮົມ ທັກສະການນຳໃຊ້ ເອໄອ ເຂົ້າໃນວຽກສື່ມວນຊົນຫລາຍຮູບແບບ-ຫລາຍຊ່ອງທາງ

      6/23/2026 10:33:58 AM

      ຂປລ. ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ຮ່ວມກັບ ກະຊວງວັດທະ ນະທຳ, ກິລາ ແລະ ການທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດພິທີເປີດຊຸດຝຶກອົບຮົມວຽກງານສື່ມວນຊົນ ພາຍໃຕ້ຫົວຂໍ້ “ທັກສະການນຳໃຊ້ເຄື່ອງມືປັນຍາປະດິດ (AI) ເຂົ້າໃນວຽກງານສື່ມວນຊົນຫລາຍຮູບແບບ-ຫລາຍຊ່ອງທາງ” ແລະ “ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ ຜ່ານໂທລະ ສັບມືຖື”

    • ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍວັດທະນະທຳ-ສັງຄົມ

      ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ

      5/13/2026 10:47:45 AM

      ພິທີພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ,

    • ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1ວັດທະນະທຳ-ສັງຄົມ

      ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

      4/9/2026 9:37:49 PM

      ຂປລ. ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດ ນາມ ແລະ ສປປ ລາວ, ຮອງປະທານບໍລິຫານ ກຸ່ມບໍລິສັດ ຄາສເບີກ ພາກພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    •  ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບວັດທະນະທຳ-ສັງຄົມ

      ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບ

      3/5/2026 2:22:12 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກທ່ອງທ່ຽວຈາກປະເທດລາວ ສໍາຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.

    • ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ ວັດທະນະທຳ-ສັງຄົມ

      ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ

      1/26/2026 1:11:12 PM

      ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ແລະ ກໍຄ້າຍຄືກັນກັບບັນດາຊົນເຜົ່າມີເຊື້ອສາຍພົວພັນກັບຊົນຊາດຂອມ ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງຊີວິດຢູ່ບັນດາແຂວງພາກເໜືອລົງຮອດແຂວງຄໍາມວນ, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນເຕ້ຍນືມເປັນບຸນປົດປີ

ads
ads

Top