ການໃຊ້ສານເຄມີໃນກະສິກຳ ເປັນອັນຕະລາຍຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ

19/07/2026 10:57
ຂປລ ຂປລ. ໃນ​ປັດຈຸບັນ​ ການ​ນຳ​ໃຊ້​ສານ​ເຄມີ​ເຂົ້າ​ໃນ​​ການ​ຜະລິດ​ກະສິກຳ​ ບໍ່ວ່າຈະເປັນການປູກພືດ ຫລື ການລ້ຽງສັດ ໄດ້ແຜ່ຫລາຍຂຶ້ນຢ່າງຕໍ່ເນື່ອງ.

ຂປລ. ໃນ​ປັດຈຸບັນ​ ການ​ນຳ​ໃຊ້​ສານ​ເຄມີ​ເຂົ້າ​ໃນ​​ການ​ຜະລິດ​ກະສິກຳ​ ບໍ່ວ່າຈະເປັນການປູກພືດ ຫລື ການລ້ຽງສັດ ໄດ້ແຜ່ຫລາຍຂຶ້ນຢ່າງຕໍ່ເນື່ອງ. ເຖິງແມ່ນ​ວ່າສານເຄມີຊ່ວຍເພີ່ມຜົນຜະລິດ ແລະ ຫລຸດຄວາມເສຍຫາຍຈາກສັດຕູພືດ ແຕ່ການໃຊ້ຢ່າງບໍ່ຖືກວິທີ ຫລື ເກີນປະລິມານ ໂດຍສະເພາະຢາຂ້າຫຍ້າ ແລະ ຢາປາບສັດຕູພືດ ກຳລັງກາຍເປັນບັນຫາທີ່ໜ້າເປັນຫວ່ງ ເນື່ອງຈາກສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບຂອງຜູ້ຜະລິດ,​ຜູ້ບໍລິໂພກ ແລະ ສິ່ງແວດລ້ອມ.

          ມື້​ນີ້ ຄໍ​ລຳ ​ສຶກສາ​ຫາ​ຄວາມ​ຮູ້​ຈຶ່ງ​ໄດ້​ເອົາ​ຂໍ້​ມູນ​ກ່ຽວ​ກັບ​ຜົນ​ກະທົບ ​ແລະ ຄວາມ​ອັນຕະລາຍ​ຂອງ​ການ​ນຳ​ໃຊ້​ສານ​ເຄມີ​ເຂົາ​ໃນ​ການ​ຜະລິດ​ກະສິກຳ​ມາ​ນຳ​ສະ​ເໜີ ​ຊຶ່ງທາງ​ອົງການ​ອາຫານ ​ແລະ ການ​ກະ​ເສດ ​ໄດ້​ໃຫ້ຮູ້ວ່າ: ການ​ນຳ​ໃຊ້​ສານ​ເຄມີ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ​ຫລາຍ​ເກີນ​ໄປ ​ໂດຍ​ສະ​ເພາະ​ແມ່ນ​ຢາຂ້າ​ຫຍ້າ ​ແລະ ຢາ​ປາບ​ສັດຕູ​ພືດ ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບ​ຂອງ​ຄົນ, ສັດ ​ແລະ ສິ່ງ​ແວດ​ລ້ອມ ​ເມື່ອ​ສານ​ດັ່ງກ່າວ​ເຂົ້າສູ່​ຮ່າງກາຍ​ອາດເກີດອາຫານພິດແບບສະເພາະໜ້າ ເຊັ່ນ: ຈະ​ມີ​ອາການ​ເຈັບຫົວ, ​ເຈັບທ້ອງ, ປວດຮາກ, ວິນ​ຫົວ, ປຸ້ນທ້ອງ, ​ເຈັບ​ກ້າມ​ຊີ້ນ ​ແລະ ຖ້າ​ມີ​ການ​ສະ​ສົມ​ໃນ​ຮ່າງກາຍ​ເປັນ​ເວລາ​ດົນ​ແມ່ນ​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ເປັນ​ມະ​ເຮັງ​ປອດ, ຜິວໜັງ, ​ເມັດ​ເລືອດ, ລຳ​ໃສ້, ສະໝອງ, ​ເບົາຫວານ, ອຳມະພາດ, ອຳມະ​ພຶກ, ພະຍາດ​ຜິວໜັງ ​ແລະ ອື່ນໆ. ນອກຈາກສົ່ງຜົນກະທົບຕໍ່ມະນຸດແລ້ວ, ການໃຊ້ສານເຄມີຢ່າງບໍ່ເໝາະສົມ ຍັງເຮັດໃຫ້ດິນເສື່ອມຄຸນນະພາບ, ປົນເປື້ອນແຫລ່ງນ້ຳ, ທຳລາຍສັດ ແລະ ສິ່ງມີຊີວິດທີ່ເປັນປະໂຫຍດລວມທັງຜົນກະທົບຕໍ່ຄວາມສົມດຸນຂອງລະບົບນິເວດ. ໃນໄລຍະຍາວ ບັນຫາດັ່ງກ່າວຍັງກະທົບຕໍ່ການພັດທະນາດ້ານເສດຖະກິດ-ສັງຄົມ ແລະ ຄຸນນະພາບຊີວິດຂອງປະຊາຊົນ. ດັ່ງນັ້ນ, ການຫັນມາຜະລິດກະສິກຳສະອາດ ແລະ ກະສິກຳປອດສານພິດ ຄວບຄູ່ກັບການນຳໃຊ້ສານເຄມີຢ່າງຖືກວິທີ  ແລະ ຕາມຄຳແນະນຳຂອງຜູ້ຊ່ຽວຊານແມ່ນທາງເລືອກທີ່ສຳຄັນ. ນອກຈາກຈະຊ່ວຍປົກປ້ອງສຸຂະພາບຂອງຜູ້ປະລິດ ແລະ ຜູ້ບໍລິໂພກແລ້ວ, ຍັງຊ່ວຍອະນຸລັກສິ່ງແວດລ້ອມ, ສ້າງລາຍຮັບທີ່ຍືນຍົງ ແລະ ສົ່ງເສີມການພັດທະນາກະສິກຳຢ່າງຍືນຍົງໃນອະນາຄົດ.

          ເມື່ອ​ຮູ້​ແນວ​ນີ້ ຜູ້​ປະກອບ​ການ​ທັງຫລາຍ ລວມທັງ​ຜູ້​ບໍລິ​ໂພ​ກ ຄວນ​ຫັນ​ມາ​ຜະລິດ ​ແລະ ບໍລິ​ໂພ​ກ​ກະສິກຳ​ສະອາດ, ກະສິກຳ​ປອດ​ສານ​ຜິດ​ໃຫ້​ຫລາຍ​ຂຶ້ນ ນອກຈາກ​ຈະ​ມີ​ຜົນ​ດີ​ຕໍ່​ສຸຂະພາບ​ແລ້ວ ຍັງ​ສາມາດ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບຄົວ​ໃນ​ໄລຍະ​ຍາວ ທັງ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ອີກ.

KPL

ຂ່າວອື່ນໆ

    • ຜະລິດກະສິກຳອິນຊີ ສ້າງລາຍຮັບໝັ້ນຄົງ ຍົກລະດັບຊີວິດຄອບຄົວບົດ-ສາລະຄະດີ

      ຜະລິດກະສິກຳອິນຊີ ສ້າງລາຍຮັບໝັ້ນຄົງ ຍົກລະດັບຊີວິດຄອບຄົວ

      7/19/2026 12:01:20 PM

      ຂປລ.ການຫັນປ່ຽນຈາກການຜະລິດກະສິກຳເພື່ອບໍລິໂພກພາຍໃນຄອບຄົວ ມາສູ່ການຜະລິດເປັນສິນຄ້າກຳລັງເປັນທິດທາງສຳຄັນໃນການພັດທະນາຊົນນະບົດ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວຊາວກະສິກອນ. ເມື່ອກ່ອນການຜະລິດກະສິກຳຂອງປະຊາຊົນບັນດາເຜົ່າ ແມ່ນຍັງຜະລິດແບບປະຖົມປະຖານ, ຕາມມີຕາມເກີດພໍໃຜພໍລາວ

    • ວິຖີຊີວິດ ແລະ ວັດທະນະທຳ ຂອງຊົນເຜົ່າມ້ອຍບົດ-ສາລະຄະດີ

      ວິຖີຊີວິດ ແລະ ວັດທະນະທຳ ຂອງຊົນເຜົ່າມ້ອຍ

      7/19/2026 11:55:35 AM

      ຂປລ. ຊົນເຜົ່າມ້ອຍ ເປັນໜຶ່ງໃນຊົນເຜົ່າທີ່ມີປະຫວັດຄວາມເປັນມາຍາວນານ ແລະ ມີເອກະລັກທາງດ້ານວັດທະນະທຳ ທີ່ຍັງຄົງຮັກສາໄວ້ຈົນເຖິງປັດຈຸບັນ. ຕາມຄຳບອກເລົ່າຂອງຜູ້ເຖົ້າຜູ້ແກ່ ບັນພະບຸລຸດຂອງຊາວມ້ອຍ ເຂົາເຈົ້າໄດ້ອົບພະຍົບຈາກເຂດຫົວເມືອງ ແຂວງແທງຮວາ ສສ ຫວຽດນາມ

    • ຄວາມສຳຄັນຂອງກອງປະຊຸມສື່ມວນຊົນທົ່ວປະເທດຄັ້ງທີ Iບົດ-ສາລະຄະດີ

      ຄວາມສຳຄັນຂອງກອງປະຊຸມສື່ມວນຊົນທົ່ວປະເທດຄັ້ງທີ I

      7/19/2026 11:52:46 AM

      ຂປລ. ເປັນຄັ້ງທຳອິດທີ່ປະເທດລາວ ໄດ້ຈັດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຂຶ້ນ ທ່າມກາງທີ່ທົ່ວພັກ-ລັດ, ກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດພວມແຂ່ງຂັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ໃຫ້ປະສົບຜົນສຳເລັດຕາມໝາຍທີ່ວາງໄວ້.

    • ສ້າງມູນຄ່າເພີ່ມໃຫ້ວັດຖຸດິບທຳມະຊາດ ກ້າວສູ່ຕະຫລາດພາຍໃນ ແລະ ຕ່າງປະເທດບົດ-ສາລະຄະດີ

      ສ້າງມູນຄ່າເພີ່ມໃຫ້ວັດຖຸດິບທຳມະຊາດ ກ້າວສູ່ຕະຫລາດພາຍໃນ ແລະ ຕ່າງປະເທດ

      7/19/2026 11:48:38 AM

      ຂປລ. ການນຳເອົາວັດຖຸດິບທາງກະສິກຳມາແປຮູບ ເພື່ອສ້າງມູນຄ່າເພີ່ມ ກຳລັງເປັນທິດທາງສຳຄັນໃນການພັດທະນາສິນຄ້າຂອງລາວ. ໜຶ່ງໃນຕົວຢ່າງທີ່ໂດດເດັ່ນ ຄື ຜະລິດຕະພັນກ້ວຍທັນຍາພືດ ຂອງ ນາງ ບົວສະນິດ ມະນີວົງ ແຂວງຫລວງພະບາງ

    • ບົດບາດຂອງແມ່ຍິງລາວໃນໄລຍະປ່ຽນແປງໃໝ່ບົດ-ສາລະຄະດີ

      ບົດບາດຂອງແມ່ຍິງລາວໃນໄລຍະປ່ຽນແປງໃໝ່

      7/19/2026 11:41:38 AM

      ຂປລ. ແມ່ຍິງລາວເປັນກຳລັງສຳຄັນຂອງຊາດ ທີ່ມີຄຸນນະລັກສະນະອ່ອນໂຍນ, ຂະຫຍັນໝັ່ນພຽນ, ອົດທົນ ແລະ ມີຄວາມໂອບເອື້ອອາລີ. ຕະຫລອດປະຫວັດສາດ ແມ່ຍິງລາວໄດ້ປະກອບສ່ວນຢ່າງສຳຄັນໃນການປົກປ້ອງ ແລະ ພັດທະນາປະເທດຊາດ.ໃນໄລຍະການປ່ຽນແປງໃໝ່ ແມ່ຍິງລາວບັນດາເຜົ່າໄດ້ພັດທະນາຕົນເອງຢ່າງຕໍ່ເນື່ອງ

ads
ads

Top