ການເຄື່ອນໄຫວຕ່າງໆສະເຫລີມສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ

18/04/2025 20:07
Email Print 256
ຂປລ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບ ຄະນະໂຄສະນາສຶກສາ ແລະ ຂົນຂວຍ ປະຊາຊົນ ສູນກາງ, ກະຊວງ ການຕ່າງປະເທດ ຫວຽດນາມ, ຄະນະກຳມະການ ປະຊາຊົນ ນະຄອນ ໂຮ່ຈີມິນ ຈັດກອງປະຊຸມ ຂ່າວກ່ຽວກັບ ບັນດາການເຄື່ອນໄຫວໂຄສະນາ ພິທີສະເຫລີມ ສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 18 ເມສາ, ຢູ່ ຮ່າໂນ້ຍ, ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບ ຄະນະໂຄສະນາສຶກສາ ແລະ ຂົນຂວຍ ປະຊາຊົນ ສູນກາງ, ກະຊວງ ການຕ່າງປະເທດ ຫວຽດນາມ, ຄະນະກຳມະການ ປະຊາຊົນ ນະຄອນ ໂຮ່ຈີມິນ ຈັດກອງປະຊຸມ ຂ່າວກ່ຽວກັບ ບັນດາການເຄື່ອນໄຫວໂຄສະນາ ພິທີສະເຫລີມ ສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມ ປະເທດຊາດ ເປັນເອກະພາບ (30/4/1975 - 30/4/2025).ຈາກນັ້ນ ທ່ານ ເລຫາຍບິນ, ຮອງລັດຖະມົນຕີ ຜູ້ປະຈຳການ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເນັ້ນໜັກວ່າ ພິທີສະເຫລີມ ສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ ແມ່ນໜຶ່ງໃນບັນດາໜ້າປະຫັວດສາດທີ່ສະຫງ່າລາສີທີ່ສຸດຂອງຊາດ ຫວຽດນາມ. ສ່ວນ ທ່ານ ນາງ ເລທິທູຮັ່ງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ມາຮອດຈຸດເວລານີ້, ກໍ່ມີກ່ວາ 20 ຄະນະຜູ້ແທນຕ່າງປະເທດຢັ້ງຢືນ ຈະເຂົ້າຮ່ວມໃນຫລາຍຂັ້ນ. ຈຸດພິເສດ ໃນລາຍການສວນສະໜາມ, ເດີນຂະບວນປີນີ້ ນັ້ນແມ່ນມີການສວນສະໜາມ ຂອງກຸ່ມຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດດີເດັ່ນ ເປັນຄັ້ງທຳອິດ ຊື່ງມີຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດປະມານ 120 ຄົນທີ່ມາຈາກ 25 ປະເທດ ແລະ ເຂດແຄ້ວນຈະເຂົ້າຮ່ວມ. ນອກຈາກນັ້ນແລ້ວ, ຍັງມີອະດີດນັກຂ່າວສະໜາມຮົບ ແລະ ນັກຂ່າວ ທີ່ເປັນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກໍ່ມີໜ້າຢູ່ເຫດການເຊັ່ນດຽວກັນ. ທ່ານ ນາງ ເຈິ່ນທິຢ້ຽວຖູຍ ຮອງປະທານຄະນະກຳມະການ ປຊຊ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ພິທີສະເຫລີມສະຫລອງ ລະດັບຊາດ ຈະໄດ້ຈັດຂຶ້ນ ໃນເວລາ 6 ໂມງ 30 ນາທີ ຂອງວັນທີ 30 ເມສາ ຢູ່ຖະໜົນ ເລຢ້ວນ, ເມືອງ 1 ແລະ ຖະໜົນຈຳນວນໜຶ່ງຢູ່ໃຈກາງນະຄອນ ໂຮ່ຈີມິນ. ເນື່ອງໃນໂອກາດນີ້, ແຕ່ວັນທີ 19-30 ເມສາ, ທາງນະຄອນຍັງໄດ້ຈັດຫລາຍການເຄື່ອນໄຫວ ຂ່ຳນັບຊົມເຊີຍ ຢູ່ຫລາຍສະຖານທີ່ໃນບໍລິເວນ ນະຄອນ ໂຮ່ຈີມິນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top