ປູ່ເຍີຍ່າເຍີ ຫລື ປູ່ສັງຂະສາ ຍ່າສັງຂະສີ

10/04/2025 10:33
Email Print 601
ຂປລ ປູ່ເຍີ ຍ່າເຍີ ຄົນສະໄໝກ່ອນເອີ້ນວ່າ ປູ່ສັງຂະສາ ຍ່າສັງຂະສີ ຫລື ເທວະດາຫລວງ ຊຶ່ງເຈົ້າຟ້າງຸ່ມມະຫາຣາຊໄດ້ປະດິດສະຖານແຕ່ງຕັ້ງຂຶ້ນ ໃນປີ ຈສ 715 ຂຶ້ນເປັນພະເສື້ອເມືອງ.

     *ປູ່ເຍີ ຍ່າເຍີ ຄົນສະໄໝກ່ອນເອີ້ນວ່າ ປູ່ສັງຂະສາ ຍ່າສັງຂະສີ ຫລື ເທວະດາຫລວງ ຊຶ່ງເຈົ້າຟ້າງຸ່ມມະຫາຣາຊໄດ້ປະດິດສະຖານແຕ່ງຕັ້ງຂຶ້ນ ໃນປີ ຈສ 715 ຂຶ້ນເປັນພະເສື້ອເມືອງ. ຕາມໜັງສືພົງສາວະດານເມືອງແຖງ ຫລື ເມືອງໄລ່ ຫລື ໄລ່ເຈົ້າຂອງສົມເດັດມະຫາອຸປະຣາຊ ອຸ່ນແກ້ວ ຊົງແຕ່ງໄວ້ເມື່ອຄັ້ງສະເດັດເປັນແມ່ທັບເມື່ອຕີເມືອງແຖງ ແລະ ເມືອງໄລ່ໄດ້ໃນປີ ຈ.ສ 1197.  ຕຳນານຂອງປູ່ເຍີຍ່າເຍີ ນັ້ນໄດ້ມີການບອກເລົ່າປາກຕ່ໍປາກກັນມາຫລາຍເຊັ່ນຄົນໂດຍສະເພາະແມ່ນຄົນທີ່ດຳລົງຊີວິດຢູ່ຫລວງພະບາງຈະຮູ້ຈັກຕຳນານຂອງປູ່ເຍີຍ່າເຍີດີ.

     ຕາມຕຳນານເລົ່າຂານກັນວ່າ: ແຕ່ກີ້ແຕ່ກ່ອນຢູ່ເມືອງແຖນ ມີເຄືອເຂົາກາດໃຫຍ່ເຄືອໜຶ່ງ ເຮັດໃຫ້ແສງສະຫວ່າງຈາກຕາເວັນບໍ່ສາມາດສາດສ່ອງໃຫ້ຄວາມອົບອຸ່ນສູ່ພື້ນດິນໄດ້ຄົນດຳລົງຊີວິດຢູ່ໃນຄວາມມຶດ ແລະ ໜາວເຢັນ. ມື້ໜຶ່ງພະຍາເມືອງຂຸນບູລົມ ໄດ້ເອີ້ນເສນາອາມາດມາປະຊຸມເພື່ອຫາລືວ່າຈະເຮັດວິທີໃດເພື່ອຈະຕັດເຄືອເຂົາກາດຍັກນີ້ໄດ້, ແຕ່ກໍ່ບໍ່ມີໃຜອາສາໄປຕັດ, ຕໍ່ມາໄດ້ມີສອງຜົວເມຍເຖົ້າມາລາຍງານຕໍ່ພະຍາຂຸນບູລູວ່າ ພວກຂ້າພະເຈົ້າຊື່ປູ່ເຍີຍ່າເຍີ ມີຄວາມຍິນດີຂານອາສາຕັດເຄືອເຂົາກາດນັ້ນ, ພະຍາ ຂຸນບູລົມສະແດງຄວາມຊົມເຊີຍ ຕໍ່ສອງຜົວເມຍເຖົ້າທີ່ຍອມເສຍສະລະເພື່ອບ້ານເມືອງ ແລະ  ກ່ອນຈະອອກເດີນທາງປູ່ເຍີຍ່າເຍີ ໄດ້ຂໍຢ່າງໜຶ່ງວ່າ: ຖ້າຫາກຕາຍໄປໄດ້ຂໍໃຫ້ປະຊາຊົນຂອງທຸກຄົນຢ່າລືມຊື່ຂອງຕົນ, ພະຍາຂຸນບູລູ ກໍ່ຮັບປາກ, ຈາກນັ້ນທັງສອງກໍ່ມຸ່ງໜ້າໄປທີ່ໜອງຕູ້ທັນທີ່ພ້ອມດ້ວຍຂວນໃຫຍ່, ທັງສອງໄດ້ໃຊ້ເວລາຕັດທັງກາງເວັນ ແລະ ກາງຄືນ ເປັນເວລາ 3 ເດືອນ 3 ວັນ ຈຶ່ງສາມາດຕັດເຄືອເຂົາກາດນັ້ນລົງໄດ້, ແຕ່ຄວາມໂສກເສົ້າເສຍດາຍຍິ່ງ ເຄືອເຂົາກາດໄດ້ລົ້ມທັບສອງຜູ້ເຖົ້າຕາຍທັນທີ່, ໃນທ່ີສຸດແສງສະຫວ່າງກ່ໍກັບມາສູ່ຜືນແຜ່ນດິນອີກຄັ້ງໜຶ່ງນຳເອົາຄວາມອົບອຸ່ນມາສູ່ມ່ວນມະນຸດພຶກສາ ແລະ ສັດສາສີ່ງທັງຫລາຍ, ການດຳລົງຊີວິດເລີ່ມກັບສູ່ຄວາມເປັນປົກກະຕິອີກຄັ້ງໜຶ່ງ. 

     ພະຍາຂຸນບູລູພ້ອມດ້ວຍຂ້າທາດ ບໍລິວານທັງຫລາຍໄດ້ເຮັດພິທີສົ່ງສະການປູ່ເຍີຍ່າເຍີຢ່າງສົມກຽດ ນັບແຕ່ນັ້ນເປັນຕົ້ນມາເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງ ປູ່ເຍີຍ່າເຍີ. ຄົນລາວຈຶ່ງຕື່ມຄຳລົງທ້າຍວ່າເຍີໆ ໃນຄຳເວົ້າຂອງຕົນສະເໜີເຊັ່ນ: ໄປເຍີ, ເມື່ອເຍີ, ມາເຍີ ພ້ອມນັ້ນຍັງໄດ້ເຮັດໜ້າກາກ ຫລື ຮູບສັນຍະລັກຂອງທັງສອງໄວ້ ເພື່ອເປັນການສັກກະລະນັບຖືສືບຕໍ່ກັນມາຈົນເຖິງທຸກມື້ນີ້.  ທ່ານຜູ້ນີ້ເປັນຜູ້ຮັກສາເທວະດາຟ້າຫລວງ ໃນໂອກາດສົງການປີໃໝ່ລາວ ເພິ່ນຈະເອີ້ນເອົາສັນຍະລັກຂອງປູ່ເຍີຍ່າເຍີແລະ ສິງແກ້ວສິງຄຳ ອອກຈາກຫີບທີ່ຮັກສາ ເພື່ອຮ່ວມພີທີຕ່າງໆທຸກປີ. ກ່ອນຈະສະຫລອງປີໃໝ່ໄດ້ເອົາຮູບສັນຍະລັກຂອງປູ່ເຍີຍ່າເຍີທີ່ຮັກສາໄວ້ທີ່ຫໍເທວະດາຟ້າຫລວງໃນບໍລິເວນອາຮາມເພື່ອກາບໄວ້ ແລະ ຖວາຍເຄື່ອງທານ. ປູ່ເຍີຍ່າເຍີຈະເຂົ້າຮ່ວມພີທີທຸກໆປີທີ່ຈັດຂຶ້ນຕາມຮີດຄອງປະເພນີໃນໄລຍະບຸນປີໃໝ່ ໂດຍສະເພາະໃນການແຫ່ຫວໍຫົດສົງພະບາງ ເຊ່ິງປູ່ເຍີຍ່າເຍີຈະອອກມາຟ້ອນ ເພ່ືອຄວາມສົມບູນພູນສຸກຂອງປະຊາຊົນ. ສິງແກ້ວສີງຄຳ (ໂຕເທບສິງຂະນັດ) ລູກລ້ຽງທີ່ປູ່ເຍີຍ່າເຍີນຳເອົາມາຈາກປ່າຫິມະພານບາງຕຳ ນານບອກວ່າປູ່ເຍີຍ່າເຍີນຳເອົາສິງແກ້ວສິງຄຳມາຈາກຕາດກວາງຊີ.

    ສຳລັບກິດຈະກຳແຫ່ປູ່ເຍີຍ່າເຍີ ທີ່ໄດ້ຈັດຂຶ້ນໃນປັດຈຸບັນລ້ວນແລ້ວ ແຕ່ເປັນປະເພນີທີ່ສຳຄັນຂອງຊາດກ່ອນຈະນໍາເອົາປູ່ເຍີ ຍ່າເຍີ ອອກໄປເຄື່ອນໄຫວ ຈະຕ້ອງໄດ້ເຮັດພິທີທາງສາສະໜາຕາມຮີດຄອງປະເພນີກ່ອນ ເຊິ່ງກິດຈະກຳທີ່ປູ່ເຍີ ຍ່າເຍີ ໄດ້ເຄື່ອນໄຫວໃນໄລຍະບຸນປີໃໝ່ລາວ ປະກອບມີການເອົານ້ຳທ່ຽງ ເຊິ່ງຈັດຂຶ້ນໃນມື້ສັງຂານລ່ວງປູ່ເຍີ ຍ່າເຍີ ຈະຕ້ອງໄດ້ອອກໄປຕັກເອົານ້ຳທ່ຽງ ຫລື ນ້ຳສັກສິດສະອາດບໍລິສຸດ ເພື່ອເອົາໄວ້ຫົດສົງອົງພະບາງ ໃນມື້ອັງເຊີນອົງພະບາງລົງມາຫົດສົງຢູ່ວັດໃໝ່ສຸວັນນະພູມມາລາມ, ພ້ອມທັງໄດ້ປະກອບສ່ວນຂະບວນແຫ່ຫວໍ ແລະ ອື່ນໆ.

    ພິທີແຫ່ປູ່ເຍີຍ່າເຍີ ແລະ ສິງແກ້ວ ສິງຄຳ ໄປຕັກນ້ຳຢູ່ແຄມນ້ຳຄານ ເພື່ອໄປຫົດສົງພະບາງນ້ຳທີ່ເອົາມາຈາກນ້ຳຄານທີ່ບັນຈຸໄວ້ຢູ່ໃນໄຫດິນ  ເຊິ່ງຈະໃຫ້ເຍົາວະຊົນແບກໄປເພື່ອໄປຫົດສົງພະບາງ. ປູ່ເຍີຍ່າຈະລົງໄປຕັກນ້ຳຄານເພື່ອຫົດສົງພະບາງ ພ້ອມຂະບວນແຫ່, ໃນພີທີນີ້ ຈະເອົານ້ຳໃສ່ໄຫໃຫ້ເຍົາວະຊົນແບກ ໄດ້ເຮັດພິທີຢູ່ແຄມນ້ຳຄານນຳເອົາດອກໄມ້ ທູບທຽນບູຊາ ເວົ້າສູດຄຳຂວັນເປັນປະຈຳທຸກປີ.  ພິທີຈະເຮັດໃນຕອນແລງກ່ອນມື້ຈະມີການແຫ່ຫວໍ ຫລື ນາງສັງຂານ ເຂົ້າພີທີສູ່ຂວັນແຕ່ງອາຫານບອກກ່າວຄອບໃຫ້ປູ່ເຍີຍ່າເຍີ, ສິງແກ້ວສິງຄຳ ຕຽມພິທີ່ລົງມາຈາກກຸຕິ ຝຶກຊ້ອມທ່າເຕັ້ນຕາມຈັງຫວະກອງ ແລ້ວໄປນົບໄຫວ້ທາດເຂັດທາດຄຳທີ່ຢູ່ດ້ານໜ້າສິມ ກ່ອນຈະແຫ່ໄປວັດຊຽງທອງເຮັດພິທີໄຫວ້ຈູດທູບທຽນບູຊາທີ່ຄຳແພງວັດສຸວັນນະພູມມາລາມເຄິ່ງທາງເຂົ້າວັດຊຽງທອງ ແລະ ບໍລິເວນດ້ານຂ້າງຂອງວັດຊຽງທອງ.

KPL

ຂ່າວອື່ນໆ

ads
ads

Top