ຂປລ
ຂປລ. ອົງການໄອຍະການປະຊາຊົນສູງສຸດ ຮ່ວມກັບທະນາຄານ ແຫ່ງ ສປປ ລາວ ຈັດສຳມະນາລະດັບຊາດ ພາຍໃຕ້ ຫົວຂໍ້: “ຍົກສູງການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ: ເສັ້ນທາງ ຂອງ ສປປ ລາວ ໃນການປະຕິບັດມາດຕະຖານສາກົນ ກ່ຽວກັບການຄຸ້ມຄອງ, ການບັງຄັບໃຊ້ກົດໝາຍ, ຕຸລາການ ແລະ ການຮ່ວມມືລະຫວ່າງປະເທດທາງອາຍາ” ໃນວັນທີ 25-26 ມີນາ 2025 ຢູ່ນະຄອນຫລວງວຽງຈັນ

ຂປລ. ອົງການໄອຍະການປະຊາຊົນສູງສຸດ ຮ່ວມກັບທະນາຄານ ແຫ່ງ ສປປ ລາວ ຈັດສຳມະນາລະດັບຊາດ ພາຍໃຕ້ ຫົວຂໍ້: “ຍົກສູງການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ: ເສັ້ນທາງ ຂອງ ສປປ ລາວ ໃນການປະຕິບັດມາດຕະຖານສາກົນ ກ່ຽວກັບການຄຸ້ມຄອງ, ການບັງຄັບໃຊ້ກົດໝາຍ, ຕຸລາການ ແລະ ການຮ່ວມມືລະຫວ່າງປະເທດທາງອາຍາ” ໃນວັນທີ 25-26 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມເປີດຊຸດຝຶກອົບຮົມໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ, ທັງເປັນປະທານຄະນະ ກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ມີບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງ ພັກ, ລັດ, ອົງການຈັດ ຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ເພື່ອສ້າງຄວາມຮັບຮູ້ກ່ຽວກັບອົງການຕ້ານການຟອກເງິນ ແລະ ການສະກັດກັ້ນ-ຕ້ານການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ໂດຍສະເພາະ ບົດຮຽນຂອງຕ່າງເທດກ່ຽວກັບ ການນຳເອົາປະເທດອອກຈາກ ບັນຊີສີເທົາ ຂອງອົງການຕ້ານການຟອກເງິນ ໂດຍໄດ້ເຊື້ອເຊີນຜູ້ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສາກົນ ມາແລກປ່ຽນບົດຮຽນ ໂດຍມີພະນັກງານຂັ້ນກົມລົງມາ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ຄື: ອົງການໄອຍະການປະຊາຊົນ, ທະນາຄານ ແຫ່ງ ສປປ ລາວ, ສານປະຊາຊົນ, ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ, ສໍານັກງານປະທານປະເທດ, ຂະແໜງການກວດສອບ, ແຜນການ ແລະ ການລົງທຶນ, ພາຍໃນ, ປ້ອງກັນຄວາມສະຫງົບ, ຕ່າງປະເທດ, ການເງິນ, ອຸດສະຫະກໍາ-ການຄ້າ, ກະສິກໍາ-ປ່າໄມ້, ຍຸຕິທໍາ, ກວດກາລັດ, ມະຫາວິທະຍາໄລ, ສະພາທະນາຍຄວາມ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຮຽກຮ້ອງໃຫ້ ຜູ້ເຂົ້າຮ່ວມຝຶກອົບຮົມ ຈົ່ງພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນ ແລະ ແລກປ່ຽນບົດຮຽນໃນແຕ່ລະບັນຫາ ດ້ວຍຄວາມຮັບຜິດຊອບສູງ, ສ້າງສັນ, ມີປະໂຫຍດສູງສຸດ ແລະ ນຳເອົາບົດຮຽນທີ່ຖອດຖອນໄດ້ ມາໝູນໃຊ້ເຂົ້າໃນວຽກງານຕົວຈິງ ກໍຄື ການຕ້ານການ ຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ, ການນຳເອົາປະເທດເຮົາອອກຈາກບັນຊີສີເທົາ ຂອງອົງການຕ້ານການຟອກເງິນສາກົນ, ຕ້ານ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດ ຢ່າງມີປະສິດທິຜົນ, ປະກອບສ່ວນເຮັດໃຫ້ປະເທດເຮົາມີຄວາມສະຫງົບ, ຍຸຕິທໍາ ແລະ ສີວິໄລຢ່າງບໍ່ຢຸດຢັ້ງ.

ທ່ານ ສະເຫລີມໄຊ ກົມມະສິດ ຍັງໃຫ້ຮູ້ອີກວ່າ: ການຟອກເງິນ ແລະ ການກໍ່ການຮ້າຍ ແມ່ນໜຶ່ງໃນບັນດາອາຊະຍາກຳຂ້າມຊາດ ຊຶ່ງເປັນບັນຫາພົ້ນເດັ່ນທີ່ໄດ້ເກີດຂຶ້ນ ແລະ ແຜ່ຫລາຍຢູ່ໃນພາກພື້ນ ແລະ ໃນໂລກດ້ວຍຫລາຍຮູບແບບ, ຫລາຍວິທີການອັນ ໄດ້ກາຍເປັນໄພຂົ່ມຂູ່ຕໍ່ ສະເຖຍລະພາບທາງດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຂອງບັນດາປະເທດ ໃນພາກພື້ນ ແລະ ໃນໂລກ, ທັງເປັນໜຶ່ງໃນບັນດາອາຊະຍາກຳຂ້າມຊາດ ທີ່ຕິດພັນໂດຍກົງ ກັບບັນຫາຢາເສບຕິດ, ການຄ້າອາວຸດ, ການຄ້າມະນຸດ, ການພະນັນທີ່ຜິດກົດໝາຍ, ການສໍ້ລາດບັງຫລວງ ແລະ ອື່ນໆ ໂດຍຜ່ານລະບົບທະນາຄານ ຫລື ນອກລະບົບທະນາຄານ, ສະຖາບັນການເງິນ, ອັນໄດ້ສ້າງຄວາມເສຍຫາຍຢ່າງຫລວງຫລາຍ ແລະ ຍິ່ງໄປກວ່ານັ້ນ ໄດ້ເຮັດໃຫ້ສັງຄົມມີຄວາມວຸ້ນວາຍ ບໍ່ມີຄວາມສະຫງົບ ກາຍເປັນປາກົດການຫຍໍ້ທໍ້ ທີ່ກີດຂວາງການພັດທະນາປະເທດຊາດ.
ຂ່າວ: ທະນູທອງ
ພາບ: ຂັນໄຊ
KPL